16:14 | 18/05/2026

ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ ຢູ່ທີ່ ວານຄູເວີ, ການາດາ

ແສງສະຫວ່າງ ໂຮ່ຈີມິນ ສ່ອງທາງໃຫ້ພວກເຮົາກ້າວເດີນ
ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ: ເສີມຂະຫຍາຍບົດບາດເປັນຕົວແທນ ແລະ ເປັນສຽງເວົ້າຂອງປະຊາຊົນ
ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ ຢູ່ທີ່ ວານຄູເວີ, ການາດາ
ພິທີດັ່ງກ່າວ ມີການເຂົ້າຮ່ວມຢ່າງພ້ອມເພີງ ຂອງຕາງໜ້າຊຸມຊົນຄົນຫວຽດນາມ ທີ່ພວມດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ລັດ British Columbia ພ້ອມດ້ວຍບັນດາລັດໃກ້ຄຽງ.

ພິທີດັ່ງກ່າວ ໄດ້ດຳເນີນໄປໃນທ່າມກາງບັນຍາກາດອັນສະຫງ່າຜ່າເຜີຍ, ອົບອຸ່ນ ແລະ ເຕັມໄປດ້ວຍຄວາມພາກພູມໃຈໃນທາດແທ້ຂອງຊາດ, ໂດຍມີການເຂົ້າຮ່ວມຂອງຄະນະພະນັກງານ, ລັດຖະກອນສະຖານກົງສຸນໃຫຍ່ທຸກທົ່ວໜ້າ ພ້ອມດ້ວຍຕາງໜ້າຊຸມຊົນຄົນຫວຽດນາມ ທີ່ພວມດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ລັດ British Columbia ພ້ອມດ້ວຍບັນດາລັດໃກ້ຄຽງຢ່າງຫຼວງຫຼາຍ.

ກ່າວປາໄສໄຂພິທີ, ທ່ານນາງ ຟານກ່ຽວທູ ກົງສຸນໃຫຍ່ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍອັນໃຫຍ່ຫຼວງຂອງການສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ – ຜູ້ນຳອັດສະລິຍະຂອງປະຊາຊາດຫວຽດນາມ, ວີລະບູລຸດແຫ່ງການປົດປ່ອຍປະຊາຊາດ, ນັກວັດທະນະທຳຜູ້ດີເດັ່ນຂອງມວນມະນຸດ.

ທ່ານກົງສຸນໃຫຍ່ ໄດ້ຫວນຄືນບັນດາຂີດໝາຍສຳຄັນໃນຊີວິດ ແລະ ພາລະກິດປະຕິວັດອັນສະຫງ່າລາສີຂອງເພິ່ນ, ພ້ອມທັງຢັ້ງຢືນເຖິງການອຸທິດສະຕິປັນຍາອັນໃຫຍ່ຫຼວງຂອງເພິ່ນ ຕໍ່ກັບພາລະກິດຕໍ່ສູ້ຍາດເອົາເອກະລາດຂອງປະຊາຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ສ້າງສາປະເທດ ຫວຽດນາມ ໃຫ້ມີສັນຕິພາບ, ພັດທະນາ.

ໃນບົດກ່າວປາໄສ, ທ່ານນາງ ຟານກ່ຽວທູ ຍັງໄດ້ເນັ້ນໜັກເຖິງຄຸນຄ່າອັນຍືນຍົງຂອງແນວຄິດ, ຄຸນສົມບັດສິນທຳ ແລະ ກິລິຍາມາລະຍາດ ໂຮ່ຈີມິນ ພາຍໃຕ້ສະພາບການປັດຈຸບັນ. ຕາມທ່ານແລ້ວ, ການຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດສິນທຳ, ກິລິຍາມາລະຍາດຂອງປະທານ ໂຮ່ຈີມິນ ບໍ່ພຽງແຕ່ແມ່ນໜ້າທີ່ອັນສຳຄັນສຳລັບພະນັກງານ, ສະມາຊິກພັກແຕ່ລະຄົນເທົ່ານັ້ນ ແຕ່ຍັງແມ່ນເຂັມທິດເຍືອງທາງໃຫ້ແກ່ທຸກຊັ້ນຄົນ, ໂດຍສະເພາະແມ່ນຮຸ່ນຄົນໜຸ່ມຂອງ ຫວຽດນາມ ທັງພາຍໃນ ແລະ ຕ່າງປະເທດ.

ທ່ານກົງສຸນໃຫຍ່ ໄດ້ຮຽກຮ້ອງໃຫ້ຊຸມຊົນຄົນຫວຽດນາມ ປະຈຳ ການາດາ ສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ຮັກສາເອກະລັກວັດທະນະທຳຂອງຊາດ, ມຸ່ງໄປສູ່ບ້ານເກີດເມືອງນອນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ການາດາ.

ກໍໃນພິທີດັ່ງກ່າວ, ພະນັກງານສະຖານກົງສຸນໃຫຍ່ ແລະ ຕາງໜ້າພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ ໄດ້ຮ່ວມກັນຂັບຮ້ອງບົດເພງ, ອ່ານບົດກາບກອນ ກ່ຽວກັບປະທານ ໂຮ່ຈີມິນ ແລະ ຄວາມຮັກບ້ານເກີດເມືອງນອນ, ປະເທດຊາດ. ຫຼາຍຜົນງານທີ່ຄຸ້ນເຄີຍ ທີ່ສັນລະເສີນຄຸນງາມຄວາມດີ ແລະ ຄຸນສົມບັດອັນຈົບງາມຂອງລຸງໂຮ່ ໄດ້ນຳເອົາບັນຍາກາດອັນເລິກເຊິ່ງ, ສັກສິດ ແລະ ປ່ຽມລົ້ນໄປດ້ວຍຄວາມຮູ້ສຶກມາສູ່ຜູ້ເຂົ້າຮ່ວມ.

ຕາງໜ້າຊຸມຊົນຄົນຫວຽດນາມ ໄດ້ສະແດງຄວາມຕື້ນຕັນໃຈ ແລະ ພາກພູມໃຈ ທີ່ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງທີ່ມີຄວາມໝາຍເປັນຢ່າງຍິ່ງນີ້, ໂດຍຖືວ່າ ບັນດາກິດຈະກຳເຫຼົ່ານີ້ ບໍ່ພຽງແຕ່ຊ່ວຍໃຫ້ຮຸ່ນຄົນຫວຽດນາມທີ່ຢູ່ຫ່າງໄກບ້ານເກີດເມືອງນອນ ໄດ້ມີຄວາມຜູກພັນກັບຮາກເຫງົ້າຂອງຊາດກວ່າເກົ່າເທົ່ານັ້ນ ແຕ່ຍັງປະກອບສ່ວນເຜີຍແຜ່ບັນດາກຸນຄ່າອັນດີງາມ ກ່ຽວກັບວັດທະນະທຳ ແລະ ປະຫວັດສາດຂອງ ຫວຽດນາມ ໄປສູ່ເພື່ອນມິດສາກົນອີກດ້ວຍ.

Vesak 2026: ຂອບເຂດບັນດາກິດຈະກຳສະຫວັດດິການສັງຄົມ, ວັດທະນະທຳຊຸມຊົນ ແລະ ການທ່ອງທ່ຽວສີຂຽວ Vesak 2026: ຂອບເຂດບັນດາກິດຈະກຳສະຫວັດດິການສັງຄົມ, ວັດທະນະທຳຊຸມຊົນ ແລະ ການທ່ອງທ່ຽວສີຂຽວ

ຍສໝ - Vesak 2026: ຂອບເຂດບັນດາກິດຈະກຳສະຫວັດດິການສັງຄົມ, ວັດທະນະທຳຊຸມຊົນ ແລະ ການທ່ອງທ່ຽວສີຂຽວ ງານມະຫາກຳວິສາຂະບູຊາ (Vesak) ພຸດທະສັກກະລາດ 2570 - ຄຣິດຕະສັກກະລາດ 2026 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 23 ພຶດສະພາ - 1 ມິຖຸນາ ປີ 2026 ຢູ່ທີ່ ດາລາດ (Đà ...

ທ່ານນາຍົກລັດຖະມົນຕີ ເລມິງຮຶງ: ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແມ່ນປັດໄຈຕັດສິນຕາຍໂຕ ເພື່ອເຮັດໃຫ້ຄວາມມຸ່ງມາດປາດຖະໜາໃນການພັດທະນາປະເທດຊາດປະກົດຜົນເປັນຈິງ ທ່ານນາຍົກລັດຖະມົນຕີ ເລມິງຮຶງ: ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແມ່ນປັດໄຈຕັດສິນຕາຍໂຕ ເພື່ອເຮັດໃຫ້ຄວາມມຸ່ງມາດປາດຖະໜາໃນການພັດທະນາປະເທດຊາດປະກົດຜົນເປັນຈິງ

ຍສໝ - ໃນຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນວິທະຍາສາດ, ເເຕັກໂນໂລຊີ ແລະ ຄວາມຄິດສ້າງສັນປ່ຽນແປງໃໝ່ ຫວຽດນາມ ແລະ ກອງປະຊຸມຜັນຂະຫຍາຍເຕັກໂນໂລຊີຍຸດທະສາດ. ກ່າວປາໄສໃນພິທີດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຢັ້ງຢືນວ່າ ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ...

Link: https://huunghivietlao.thoidai.com.vn/detail-article-22026.html

In bài biết