ແສງສະຫວ່າງ ໂຮ່ຈີມິນ ສ່ອງທາງໃຫ້ພວກເຮົາກ້າວເດີນ
| ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ: ເສີມຂະຫຍາຍບົດບາດເປັນຕົວແທນ ແລະ ເປັນສຽງເວົ້າຂອງປະຊາຊົນ | |
| Vesak 2026: ຂອບເຂດບັນດາກິດຈະກຳສະຫວັດດິການສັງຄົມ, ວັດທະນະທຳຊຸມຊົນ ແລະ ການທ່ອງທ່ຽວສີຂຽວ |
ໃນວັນທີ 19 ພຶດສະພາ ປີ 2026, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຂອງພວກເຮົາ ໄດ້ຮ່ວມກັນສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ ຄົບຮອບ 136 ປີ ໃນທ່າມກາງໄລຍະເວລາທີ່ມີຄວາມໝາຍເປັນພິເສດ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ໂດຍໄດ້ກຳນົດບັນດາທິດທາງຍຸດທະສາດ ເພື່ອນຳພາປະເທດຊາດກ້າວເຂົ້າສູ່ຍຸກສະໄໝໃໝ່, ສ້າງສາປະເທດ ຫວຽດນາມ ໃຫ້ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ມັ່ງຄັ່ງ, ເຂັ້ມແຂງ, ຮຸ່ງເຮືອງສີວິໄລ, ມີຄວາມຍຸຕິທຳ ແລະ ຜາສຸກ, ກ້າວເດີນຢ່າງໝັ້ນຄົງໄປສູ່ລັດທິສັງຄົມນິຍົມ; ການເລືອກຕັ້ງສະມາຊິກສະພານແຫ່ງຊາດ ສະໄໝທີ XVI ແລະ ສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ໄດ້ເປີດສາກສູ່ໜ້າປະຫວັດສາດໃໝ່ ດ້ວຍຄວາມຮຽກຮ້ອງຕ້ອງການອັນສູງຍິ່ງ ໃນການປ່ຽນແປງໃໝ່ຈິນຕະນາການ, ຍົກສູງຄຸນນະພາບຂອງລະບອບລະບຽບການ, ປະສິດທິພາບໃນການບໍລິຫານ ແລະ ຄວາມສາມາດໃນການຮັບໃຊ້ປະຊາຊົນ.
ລະບົບການເມືອງພວມຄ່ອຍໆກ້າວເຂົ້າສູ່ການເປີດດຳເນີນງານ ຕາມຮູບແບບການຈັດຕັ້ງໃໝ່ ທີ່ມີຄວາມກະທັດຮັດກວ່າເກົ່າ, ໂລ່ງລ່ຽນກວ່າເກົ່າ, ເຊິ່ງຮຽກຮ້ອງໃຫ້ມີສະມັດຖະພາບ, ປະສິດທິຜົນ ແລະ ສັກສິດພາບທີ່ສູງກວ່າເກົ່າ, ຕິດພັນຢ່າງສະໜິດແໜ້ນກັບປະຊາຊົນ ແລະ ຕອບສະໜອງໄດ້ດີກວ່າເກົ່າ ຕໍ່ກັບຄວາມຮຽກຮ້ອງຕ້ອງການໃນການພັດທະນາປະເທດຊາດ ພາຍໃຕ້ສະພາບການໃໝ່.
ໃນບາດກ້າວຫັນປ່ຽນອັນໃຫຍ່ຫຼວງນັ້ນ, ພວກເຮົາແຮງຮັບຮູ້ໄດ້ຢ່າງເລິກເຊິ່ງກວ່າເກົ່າ ຕໍ່ກັບຄຸນຄ່າອັນເປັນອະມະຕະຂອງແນວຄິດ ໂຮ່ຈີມິນ-ເຊິ່ງແມ່ນພື້ນຖານທາງດ້ານຈິດໃຈ, ແມ່ນໄຕ້ໄຟສ່ອງທາງ ແລະ ແມ່ນເຂັມທິດເຍືອງທາງໃຫ້ແກ່ທຸກໆໄຊຊະນະຂອງການປະຕິວັດ ຫວຽດນາມ ກໍຄືຂອງປະຊາຊາດຫວຽດນາມ.
ຫາກເອກະສານກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ກຳນົດເສັ້ນທາງແຫ່ງການພັດທະນາໃໝ່ຂອງປະເທດຊາດ, ແນວຄິດ ໂຮ່ຈີມິນ ກໍແມ່ນແສງສະຫວ່າງສ່ອງທາງ ເພື່ອໃຫ້ພວກເຮົາໄດ້ກ້າວເດີນໄປເທິງເສັ້ນທາງສາຍນັ້ນ ດ້ວຍຄວາມກ້າຫານອັນໝັ້ນຄົງ, ຄາດໝາຍທີ່ຖືກຕ້ອງ, ວິທີການວິທະຍາສາດ ແລະ ຄວາມເຊື່ອໝັ້ນອັນເລິກເຊິ່ງຕໍ່ກັບປະຊາຊົນ.
![]() |
| ປະທານ ໂຮ່ຈີມິນ ກ່າວປາໄສໃນກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ. (ພາບ: ເອກະສານ TTXVN) |
ປະທານ ໂຮ່ຈີມິນ ບໍ່ພຽງແຕ່ແມ່ນຜູ້ຊອກຫາຫົນທາງກູ້ຊາດ, ປົດປ່ອຍປະຊາຊາດເທົ່ານັ້ນ, ແຕ່ຍັງແມ່ນຜູ້ວາງຮາກຖານດ້ານແນວຄິດ ໃຫ້ແກ່ພາລະກິດແຫ່ງການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດ ຫວຽດນາມ ໃນຍຸກສະໄໝໃໝ່. ສໍາລັບເພິ່ນແລ້ວ, ເອກະລາດຂອງປະຊາຊາດ ຕ້ອງຕິດພັນກັບເສລີພາບ, ຄວາມຜາສຸກຂອງປະຊາຊົນ ແລະ ລັດທິສັງຄົມນິຍົມ. ການປົດປ່ອຍປະຊາຊາດ ແມ່ນຈຸດເລີ່ມຕົ້ນຂອງການເດີນທາງອັນຍິ່ງໃຫຍ່: ສ້າງສາປະເທດ ຫວຽດນາມ ໃຫ້ມີສັນຕິພາບ, ເອກະພາບ, ເອກະລາດ, ປະຊາຊົນໄດ້ເປັນເຈົ້າ, ໄດ້ດຳລົງຊີວິດຢ່າງອີ່ມໜຳສຳລານ, ມີເສລີພາບ, ຄວາມຜາສຸກ, ໄດ້ຮັບການສຶກສາຮ່ຳຮຽນ, ໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ໄດ້ຮັບໝາກຜົນຈາກການປະຕິວັດ.
ນັ້ນແມ່ນຄວາມເລິກເຊິ່ງທາງດ້ານມະນຸດສະທຳ, ແມ່ນຄຸນຄ່າອັນຍືນຍົງ ແລະ ກໍແມ່ນກຳລັງແຮງແຫ່ງຍຸກສະໄໝຂອງແນວຄິດ ໂຮ່ຈີມິນ. ແນວຄິດດັ່ງກ່າວ ບໍ່ພຽງແຕ່ສ່ອງແສງທາງໃຫ້ແກ່ການຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນສະຕະວັດທີ XX ເທົ່ານັ້ນ, ແຕ່ຍັງສືບຕໍ່ສ່ອງແສງທາງໃຫ້ແກ່ພາລະກິດການປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ການປ່ຽນແປງໃໝ່, ການປະຕິຮູບ, ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນສະຕະວັດທີ XXI ອີກດ້ວຍ.
ໃນຍຸກສະໄໝໃໝ່, ໃນສະພາບການທີ່ປະເທດຊາດພວມຢືນຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃນການບືນຕົວຂຶ້ນຢ່າງແຂງແຮງ, ຍົກສູງຄວາມສາມາດໃນການເປັນເຈົ້າຕົນເອງທາງດ້ານຍຸດທະສາດ, ກ້າວທັນກັບທ່າອ່ຽງການພັດທະນາຂອງຍຸກສະໄໝ, ແນວຄິດ ໂຮ່ຈີມິນ ແຮງກາຍເປັນບ່ອນອີງທາງດ້ານຈິດໃຈ, ເປັນພື້ນຖານທາງດ້ານຈິນຕະນາການ ແລະ ເປັນທິດທາງແຫ່ງການເຄື່ອນໄຫວທີ່ມີຄວາມໝາຍຕັດສິນຊີ້ຂາດ.
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແມ່ນຂີດໝາຍທີ່ມີຄວາມສຳຄັນເປັນຢ່າງຍິ່ງ ໃນວິວັດທະນາການພັດທະນາຂອງປະເທດຊາດ. ກອງປະຊຸມໃຫຍ່ ບໍ່ພຽງແຕ່ສະຫຼຸບໄລຍະທາງແຫ່ງການພັດທະນາ, ຫວນຄືນບັນດາຜົນສຳເລັດອັນໃຫຍ່ຫຼວງ ທີ່ມີຄວາມໝາຍປະຫວັດສາດ ພາຍຫຼັງ 40 ປີ ແຫ່ງການປ່ຽນແປງໃໝ່ເທົ່ານັ້ນ, ແຕ່ຍັງໄດ້ກຳນົດວິທີວິທະຍາ, ວິໄສທັດ ແລະ ບັນດາລັດຖະນະໂຍບາຍຍຸດທະສາດ ສຳລັບໄລຍະການພັດທະນາໃນອະນາຄົດ.
ນັ້ນແມ່ນເສັ້ນທາງແຫ່ງການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ; ສ້າງສາພັກ ແລະ ລະບົບການເມືອງໃຫ້ປອດໃສ, ເຂັ້ມແຂງ, ມີສະມັດຖະພາບ, ປະສິດທິຜົນ ແລະ ສັກສິດພາບໃນການເຄື່ອນໄຫວ; ສ້າງສາລັດແຫ່ງກົດໝາຍສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; ພັດທະນາປະເທດຊາດໂດຍອີງໃສ່ວິທະຍາສາດ, ເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແລະ ການຫັນປ່ຽນເປັນດິຈິຕອນ; ພັດທະນາວັດທະນະທຳ ແລະ ມະນຸດຫວຽດນາມ ໃຫ້ກາຍເປັນພື້ນຖານ, ເປັນແຫຼ່ງກຳລັງພາຍໃນ ແລະ ເປັນກຳລັງຂັບເຄື່ອນອັນສຳຄັນ; ສ້າງສາພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງຂວາງ ແລະ ເລິກເຊິ່ງ; ຮັດແໜ້ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງ.
ຫາກເບິ່ງຢ່າງເລິກເຊິ່ງແລ້ວ, ບັນດາທິດທາງຍຸດທະສາດດັ່ງກ່າວ ກໍແມ່ນການສືບທອດ, ນຳໃຊ້ ແລະ ພັດທະນາແນວຄິດ ໂຮ່ຈີມິນ ຢ່າງປະດິດສ້າງ ພາຍໃຕ້ເງື່ອນໄຂປະຫວັດສາດໃໝ່. ແນວຄິດ ໂຮ່ຈີມິນ ບໍ່ແມ່ນບັນດາຂໍ້ກຳນົດທີ່ຕາຍໂຕ, ຄັບແຄບ, ແຕ່ແມ່ນລະບົບທັດສະນະທີ່ມີຊີວິດຊີວາ, ຍາມໃດກໍຕິດພັນກັບພຶດຕິກຳຕົວຈິງ, ຖືເອົາພຶດຕິກຳຕົວຈິງເປັນຈຸດເລີ່ມຕົ້ນ, ຖືເອົາຜົນປະໂຫຍດຂອງປະຊາຊາດ ແລະ ຄວາມຜາສຸກຂອງປະຊາຊົນເປັນຄາດໝາຍສູງສຸດ, ຖືເອົາການເປັນເຈົ້າຕົນເອງ, ປະຊາທິປະໄຕ, ການປ່ຽນແປງໃໝ່, ຄວາມຄິດສ້າງສັນ ແລະ ການເຄື່ອນໄຫວຕົວຈິງ ເປັນວິທີການເພື່ອເຮັດໃຫ້ອຸດົມການປະຕິວັດປະກົດຜົນເປັນຈິງ.
ກ່ອນອື່ນໝົດ, ແນວຄິດ “ຖືເອົາປະປະຊາຊົນເປັນກົກ” ຂອງປະທານ ໂຮ່ຈີມິນ ຍັງຄົງສືບຕໍ່ແມ່ນແກນຫຼັກທະລຸຜ່ານທຸກໆແນວທາງ, ແຜນນະໂຍບາຍ ແລະ ນະໂຍບາຍໃນໄລຍະປັດຈຸບັນ. ໃນແນວຄິດຂອງເພິ່ນ, ປະຊາຊົນແມ່ນເຈົ້າຂອງປະຫວັດສາດ, ແມ່ນແຫຼ່ງກຳລັງແຮງອັນບໍ່ມີວັນບົກແຫ້ງຂອງການປະຕິວັດ, ແມ່ນຄາດໝາຍໃນການຮັບໃຊ້ສູງສຸດຂອງພັກ ແລະ ລັດ.
ຜົນປະໂຫຍດທັງໝົດລ້ວນແຕ່ເພື່ອປະຊາຊົນ. ຂອບເຂດອຳນາດທັງໝົດລ້ວນແຕ່ເປັນຂອງປະຊາຊົນ. ອຳນາດການປົກຄອງນັບຕັ້ງແຕ່ສູນກາງລົງຮອດຮາກຖານ ລ້ວນແຕ່ແມ່ນຜູ້ຮັບໃຊ້ຂອງປະຊາຊົນ. ພະນັກງານ, ສະມາຊິກພັກ ຕ້ອງສະໜິດສະໜົມກັບປະຊາຊົນ, ເຂົ້າໃຈປະຊາຊົນ, ເຊື່ອໝັ້ນປະຊາຊົນ, ເຄົາລົບປະຊາຊົນ, ຮຽນຮູ້ຈາກປະຊາຊົນ, ເພື່ອປະຊາຊົນ ແລະ ມີຄວາມຮັບຜິດຊອບຕໍ່ກັບປະຊາຊົນ.
![]() |
| ປະທານ ໂຮ່ຈີມິນ ຢ້ຽມຢາມຫ້ອງຮຽນບຳລຸງວັດທະນະທຳ ແລະ ເຕັກນິກໃນຕອນຄ່ຳ ຂອງກໍາມະກອນໂຮງງານຜະລິດລົດໂອໂຕ “1/5,” ເຊິ່ງເປັນທຸງນຳໜ້າຂອງຂະບວນການບຳລຸງວັດທະນະທຳ ຂະແໜງອຸດສາຫະກຳຮ່າໂນ້ຍ (19/12/1963). (ພາບ: ເອກະສານ TTXVN) |
ຈິດໃຈດັ່ງກ່າວ ໄດ້ວາງຄວາມຮຽກຮ້ອງຕ້ອງການໄວ້ຢ່າງຈະແຈ້ງ ຕໍ່ກັບພາລະກິດແຫ່ງການປ່ຽນແປງໃໝ່ໃນປັດຈຸບັນ: ທຸກໆການປະຕິຮູບ ຕ້ອງຖືເອົາປະຊາຊົນເປັນສູນກາງ, ຖືເອົາການຮັບໃຊ້ປະຊາຊົນໃຫ້ດີກວ່າເກົ່າເປັນຄາດໝາຍ ແລະ ຖືເອົາຄວາມເພິ່ງພໍໃຈ, ຄວາມເຊື່ອໝັ້ນ, ຄວາມຜາສຸກຂອງປະຊາຊົນ ເປັນໄມ້ຫລາວັດແທກເພື່ອຕີລາຄາ. ການເຮັດໃຫ້ກົນໄກກົງຈັກມີຄວາມກະທັດຮັດ ບໍ່ແມ່ນພຽງແຕ່ເພື່ອຫຼຸດຜ່ອນອົງການຈັດຕັ້ງຂັ້ນກາງ, ຫຼຸດຜ່ອນຂັ້ນຂັ້ນຕອນ, ຫຼຸດຜ່ອນລາຍຈ່າຍເທົ່ານັ້ນ, ແຕ່ສິ່ງທີ່ເລິກເຊິ່ງກວ່ານັ້ນ ແມ່ນເພື່ອໃຫ້ກົນໄກກົງຈັກໄດ້ໃກ້ຊິດກັບປະຊາຊົນກວ່າເກົ່າ, ເຂົ້າຫາຮາກຖານໄດ້ສະໜິດແໜ້ນກວ່າເກົ່າ, ແກ້ໄຂວຽກງານໄດ້ວ່ອງໄວຂຶ້ນ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດໄດ້ດີກວ່າເກົ່າ.
ການແບ່ງຂັ້ນ, ແບ່ງອຳນາດ ແມ່ນເພື່ອໃຫ້ຈະແຈ້ງໃນຕົວບຸກຄົນ, ຈະແຈ້ງໃນວຽກງານ, ຈະແຈ້ງໃນຄວາມຮັບຜິດຊອບ, ເສີມຂະຫຍາຍຈິດໃຈເຈົ້າການ, ຄວາມຄິດສ້າງສັນ, ການຮັບຜິດຊອບດ້ວຍຕົນເອງ ຂອງແຕ່ລະຂັ້ນ, ແຕ່ລະຂະແໜງການ ແລະ ແຕ່ລະທ້ອງຖິ່ນ. ການຫັນປ່ຽນເປັນດິຈິຕອນ ແມ່ນແນໃສ່ຫັນເປັນທັນສະໄໝຕໍ່ກັບພາຫະນະການຄຸ້ມຄອງ, ສ້າງໃຫ້ເກີດມີພື້ນຖານການບໍລິຫານທີ່ມີຄວາມໂປ່ງໃສກວ່າເກົ່າ, ສະດວກສະບາຍກວ່າເກົ່າ, ມີຄວາມຍຸຕິທຳກວ່າເກົ່າ, ເອົາໃຈໃສ່ກວ່າເກົ່າ ແລະ ວ່ອງໄວທັນການກວ່າເກົ່າ.
ທີສອງ, ແນວຄິດເອກະລາດ, ເປັນເຈົ້າຕົນເອງ, ຕັ້ງໜ້າກຸ້ມຕົນເອງ, ເສີມຂະຫຍາຍກຳລັງແຮງດ້ວຍຕົນເອງ ຂອງປະທານ ໂຮ່ຈີມິນ ຍັງຄົງສືບຕໍ່ສ່ອງແສງທາງໃຫ້ແກ່ເສັ້ນທາງແຫ່ງການພັດທະນາປະເທດຊາດ ໃນ bối cản ທີ່ມີການແຂ່ງຂັນທາງດ້ານຍຸດທະສາດ, ການຫັນປ່ຽນຫ່ວງໂສ້ອຸປະທານ, ການປະຕິວັດອຸດສາຫະກຳຄັ້ງທີສີ່ ແລະ ບັນດາການຜັນແປຢ່າງເລິກເຊິ່ງຂອງໂລກ. ໃນສະໄໝທີ່ເພິ່ນຍັງມີຊີວິດຢູ່ນັ້ນ, ເພິ່ນຍາມໃດກໍເນັ້ນໜັກວ່າ ເອກະລາດຂອງປະຊາຊາດ ຕ້ອງຕິດພັນກັບການກຸ້ມຕົນເອງ, ເສີມຂະຫຍາຍກຳລັງແຮງດ້ວຍຕົນເອງ; ຕ້ອງອີງໃສ່ກຳລັງແຮງຂອງຕົນເອງເປັນຕົ້ນຕໍ, ພ້ອມກັນນັ້ນກໍຍາດແຍ່ງເອົາການສະໜັບສະໜູນ, ການຮ່ວມມືສາກົນ; ຕ້ອງປະສານສົມທົບລະຫວ່າງກຳລັງແຮງຂອງປະຊາຊາດ ກັບກຳລັງແຮງແຫ່ງຍຸກສະໄໝ.
ໃນປັດຈຸບັນ, ແນວຄິດດັ່ງກ່າວ ໄດ້ຮັບການພັດທະນາພາຍໃຕ້ຄວາມຮຽກຮ້ອງຕ້ອງການໃນການສ້າງສາພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ມີຄວາມສາມາດໃນການຕ້ານທານສູງ, ມີຂີດຄວາມສາມາດໃນການແຂ່ງຂັນລະດັບສາກົນ, ເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງຂວາງ ແລະ ເleິກເຊິ່ງ ແຕ່ບໍ່ຕົກເປັນເມືອງຂຶ້ນ/ບໍ່ຂຶ້ນກັບໃຜ; ພັດທະນາຢ່າງແຂງແຮງຕໍ່ກັບວິທະຍາສາດ, ເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່, ການຫັນປ່ຽນເປັນດິຈິຕອນ; ເປັນເຈົ້າການໃນບັນດາຂົງເຂດເຕັກໂນໂລຊີຍຸດທະສາດ; ສ້າງໃຫ້ເກີດມີກຳລັງການຜະລິດໃໝ່ ແລະ ວິທີການຜະລິດໃໝ່.
ຄວາມມຸ່ງມາດປາດຖະໜາ “ຢືນຄຽງບ່າຄຽງໄຫຼ່ກັບບັນດາປະເທດມຫາອຳນາດໃນຫ້າທະວີບ” ທີ່ປະທານ ໂຮ່ຈີມິນ ໄດ້ຝາກຝັງໄວ້ໃຫ້ແກ່ບັນດາຮຸ່ນຄົນຫວຽດນາມໃນມື້ນີ້ ໄດ້ກາຍເປັນຄວາມຮຽກຮ້ອງຕ້ອງການໃນພຶດຕິກຳຕົວຈິງແຫ່ງການພັດທະນາ, ເຊິ່ງຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຂອງພວກເຮົາ ຕ້ອງປ່ຽນແປງໃໝ່ຈິນຕະນາການຢ່າງແຂງແຮງ, ເຄື່ອນໄຫວຢ່າງເດັດດ່ຽວໜຽວແໜ້ນ, ກ້າວຂ້າມແນວຄິດເພິ່ງພໍໃຈກັບສິ່ງທີ່ມີຢູ່, ກ້າວຂ້າມໄພອັນຕະລາຍແຫ່ງການຫຼ້າຫຼັງ, ໂດຍສະເພາະແມ່ນການຫຼ້າຫຼັງທາງດ້ານເຕັກໂນໂລຊີ, ສະມັດຖະພາບ ແລະ ຄຸນນະພາບແຫ່ງການພັດທະນາ.
ທີສາມ, ແນວຄິດ ໂຮ່ຈີມິນ ກ່ຽວກັບການສ້າງສາພັກ ຍັງຄົງສືບຕໍ່ແມ່ນພື້ນຖານສຳຄັນເປັນພິເສດ ໃຫ້ແກ່ພາລະກິດການສ້າງສາ, ປັບປຸງບູລະນະພັກ ແລະ ລະບົບການເມືອງໃນໄລຍະໃໝ່. ປະທານ ໂຮ່ຈີມິນ ໄດ້ຕັກເຕືອນໄວ້ວ່າ ພັກຂອງພວກເຮົາແມ່ນພັກກຳອຳນາດ; ພະນັກງານ, ສະມາຊິກພັກແຕ່ລະຄົນ ຕ້ອງກຳແໜ້ນຄຸນສົມບັດສິນທຳປະຕິວັດຢ່າງແທ້ຈິງ, ຕ້ອງມີຄວາມປະຢັດມັດທະຍັດ, ຊື່ສັດບໍລິສຸດ, ທ່ຽງທຳ, ຖືປະໂຫຍດສ່ວນລວມສູງສຸດ; ຕ້ອງຮັກສາພັກໃຫ້ມີຄວາມປອດໃສຢ່າງແທ້ຈິງ; ຕ້ອງສົມສ່ວນກັບການເປັນຜູ້ນຳພາ, ເປັນຜູ້ຮັບໃຊ້ທີ່ຊື່ສັດບໍລິສຸດຂອງປະຊີຊົນ. ເພິ່ນຖືເອົາຄຸນສົມບັດສິນທຳເປັນກົກຮາກຂອງຜູ້ປະຕິວັດ, ຖືເອົາຄວາມຜູກພັນເລືອດເນື້ອສະໜິດແໜ້ນກັບປະຊີຊົນ ເປັນແຫຼ່ງກຳລັງແຮງ ແລະ ເປັນເງື່ອນໄຂແຫ່ງການຄົງຕົວ, ພັດທະນາຂອງພັກ.
ພາຍໃຕ້ເງື່ອນໄຂປັດຈຸບັນ, ຄວາມຮຽກຮ້ອງຕ້ອງການດັ່ງກ່າວ ແຮງມີຄວາມໝາຍຕັດສິນຕາຍໂຕ. ປະເທດຊາດໜຶ່ງຢາກພັດທະນາຢ່າງວ່ອງໄວ ແລະ ຍືນຍົງ ຕ້ອງມີພັກໜຶ່ງທີ່ມີຄວາມປອດໃສ, ເຂັ້ມແຂງຢ່າງແທ້ຈິງ, ມີຄວາມກ້າຫານ, ສະຕິປັນຍາ, ຄຸນສົມບັດ, ອິດທິພົນ ແລະ ຄວາມສາມາດໃນການນຳພາຢ່າງພຽງພໍ. ລະບົບການເມືອງທີ່ກະທັດຮັດໜຶ່ງ ຢາກເປີດດຳເນີນງານຢ່າງມີປະສິດທິຜົນ ຕ້ອງມີຖັນແຖວພະນັກງານທີ່ມີຄຸນສົມບັດ, ຄວາມສາມາດ, ຄວາມຮັບຜິດຊອບຢ່າງພຽງພໍ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບເພື່ອຜົນປະໂຫຍດສ່ວນລວມ. ພື້ນຖານການບໍລິຫານທີ່ທັນສະໄໝໜຶ່ງ ຢາກໄດ້ຮັບຜົນສຳເລັດ ຕ້ອງໄດ້ຮັບການວາງຢູ່ເທິງພື້ນຖານແຫ່ງລະບຽບວິໄນ, ກົດລະບຽບ, ຄວາມຊື່ສັດບໍລິສຸດ, ຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບໃນການຊີ້ແຈງ.
![]() |
| ໃນວັນທີ 11 ທັນວາ ປີ 2025, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່, ຫົວໜ້າຄະນະຊີ້ນຳສູນກາງ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ ແລະ ປະກົດການຫຍໍ້ທໍ້ ໄດ້ເປັນປະທານກອງປະຊຸມທົ່ວປະເທດ ສະຫຼຸບວຽກງານການຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ ແລະ ປະກົດການຫຍໍ້ທໍ້ ໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ. (ແຫຼ່ງຂໍ້ມູນ: TTXVN) |
ຍ້ອນແນວນັ້ນ, ການຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ, ປະກົດການຫຍໍ້ທໍ້ ແລະ ການອາດຍາສິດ ບໍ່ພຽງແຕ່ແມ່ນໜ້າທີ່ໃນການສ້າງສາພັກເທົ່ານັ້ນ, ແຕ່ຍັງແມ່ນໜ້າທີ່ແຫ່ງການພັດທະນາອີກດ້ວຍ. ການຕ້ານການສໍ້ລາດບັງຫຼວງ ແມ່ນເພື່ອເຮັດໃຫ້ກົນໄກກົງຈັກມີຄວາມປອດໃສ, ຮັດແໜ້ນຄວາມເຊື່ອໝັ້ນຂອງປະຊາຊົນ, ປົກປ້ອງແຫຼ່ງກຳລັງຂອງຊາດ, ສ້າງສະພາບແວດລ້ອມທີ່ປອດໃສໃຫ້ແກ່ການພັດທະນາ. ການຕ້ານການຟຸມເຟືອຍ ແມ່ນເພື່ອປົດປ່ອຍແຫຼ່ງກຳລັງ, ນຳໃຊ້ຊັບສິນຂອງລັດ, ເວລາຂອງລັດ ແລະ ໂອກາດໃນການພັດທະນາປະເທດຊາດຢ່າງມີປະສິດທິຜົນ. ການຕ້ານປະກົດການຫຍໍ້ທໍ້ ແມ່ນການຮັກສາລະບຽບວິໄນ, ສະກັດກັ້ນການເຊື່ອມຖອຍທາງດ້ານອຳນາດ, ສ້າງພື້ນຖານແຫ່ງຄວາມຍຸຕິທຳ, ສີວິໄລໃຫ້ແກ່ການພັດທະນາປະເທດຊາດແບບຍືນຍົງ; ສ່ວນການຕ້ານການອາດຍາສິດ ແມ່ນເພື່ອບໍ່ໃຫ້ກົນໄກກົງຈັກຫ່າງເຫີນຈາກປະຊາຊົນ, ນະໂຍບາຍບໍ່ຫ່າງເຫີນຈາກພຶດຕິກຳຕົວຈິງ, ພະນັກງານບໍ່ມີຄວາມເມີນເສີຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.
ທີສີ່, ແນວຄິດ ໂຮ່ຈີມິນ ກ່ຽວກັບຄວາມມະຫາສາມັກຄີທົ່ວປວງຊົນທັງຊາດ ຍັງຄົງສືບຕໍ່ແມ່ນແຫຼ່ງກຳລັງແຮງຍຸດທະສາດໃນຍຸກສະໄໝໃໝ່. ເພິ່ນໄດ້ຢັ້ງຢືນວ່າ ຄວາມສາມັກຄີແມ່ນມູນເຊື້ອອັນລ້ຳຄ່າເປັນຢ່າງຍິ່ງຂອງປະຊາຊາດພວກເຮົາ, ແມ່ນປັດໄຈຕັດສິນຊີ້ຂາດຕໍ່ກັບໄຊຊະນະຂອງການປະຕິວັດ. ຄວາມສາມັກຄີພາຍໃນພັກ, ຄວາມສາມັກຄີທົ່ວປວງຊົນ, ຄວາມສາມັກຄີລະຫວ່າງຊົນເຜົ່າ, ຄວາມສາມັກຄີສາກົນ; ຄວາມສາມັກຄີລະຫວ່າງຊັ້ນຄົນ, ສາສະໜາ, ພໍ່ແມ່ປະຊາຊົນພາຍໃນປະເທດ ແລະ ຄົນຫວຽດນາມຢູ່ຕ່າງປະເທດ-ນັ້ນແມ່ນວິທີການເຕົ້າໂຮມກຳລັງແຮງ ແລະ ກໍແມ່ນສິລະປະແຫ່ງການສ້າງສັນກຳລັງແຮງຂອງຊາດ ຂອງປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່.
ໃນໄລຍະປັດຈຸບັນ, ຄວາມມະຫາສາມັກຄີ ບໍ່ພຽງແຕ່ແມ່ນຄວາມຮຽກຮ້ອງຕ້ອງການທາງດ້ານການເມືອງເທົ່ານັ້ນ, ແຕ່ຍັງແມ່ນແຫຼ່ງກຳລັງໃນການພັດທະນາ. ປະເທດຊາດຢາກບືນຕົວຂຶ້ນ ຕ້ອງປຸກຝັງ ແລະ ເສີມຂະຫຍາຍຢ່າງສູງສຸດຕໍ່ກັບສະຕິປັນຍາ, ຄວາມກ້າຫານ, ຄວາມມຸ່ງມາດປາດຖະໜາ, ຈິດໃຈແຫ່ງຄວາມຄິດສ້າງສັນ ແລະ ຈິດໃຈອຸທິດສະຕິປັນຍາ ຂອງຄົນຫວຽດນາມທຸກໆຄົນ. ກຳມະກອນ, ຊາວນາ, ປັນຍາຊົນ, ນັກທຸລະກິດ, ນັກວັນນະຄະດີສິລະປິນ, ເຍົາວະຊົນ, ແມ່ຍິງ, ທະຫານຜ່ານສຶກ, ພໍ່ແມ່ປະຊາຊົນບັນດາເຜົ່າ, ສາສະໜາ, ຄົນຫວຽດນາມຢູ່ຕ່າງປະເທດ ລ້ວນແຕ່ແມ່ນກຳລັງອັນສຳຄັນໃນພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ການພັດທະນາປະເທດຊາດໃນຍຸກສະໄໝໃໝ່ ບໍ່ສາມາດອີງໃສ່ພຽງແຕ່ແຫຼ່ງກຳລັງຂອງລັດເທົ່ານັ້ນ, ແຕ່ຕ້ອງລະດົມ, ປົດປ່ອຍ ແລະ ເຊື່ອມຕໍ່ທຸກໆແຫຼ່ງກຳລັງຂອງສັງຄົມ, ທຸກໆທ່າແຮງບົ່ມຊ້ອນແຫ່ງຄວາມຄິດສ້າງສັນຂອງປະຊາຊົນ.
ທີຫ້າ, ແນວຄິດ ໂຮ່ຈີມິນ ກ່ຽວກັບວັດທະນະທຳ ແລະ ມະນຸດ ຍັງຄົງສືບຕໍ່ສ່ອງແສງທາງໃຫ້ແກ່ຄວາມຮຽກຮ້ອງຕ້ອງການໃນການພັດທະນາປະເທດຊາດແບບຍືນຍົງ. ສຳລັບເພິ່ນແລ້ວ, ວັດທະນະທຳບໍ່ໄດ້ຢູ່ນອກການເມືອງ, ເເສດຖະກິດ ແລະ ສັງຄົມ, ແຕ່ຕ້ອງສ່ອງທາງໃຫ້ແກ່ປະຊາຊາດກ້າວເດີນ. ມະນຸດທັງແມ່ນຄາດໝາຍ, ທັງແມ່ນກຳລັງຂັບເຄື່ອນຂອງການປະຕິວັດ. ການພັດທະນາປະເທດຊາດ ບໍ່ແມ່ນພຽງແຕ່ການເຕີບໂຕທາງດ້ານເສດຖະກິດເທົ່ານັ້ນ, ແຕ່ແມ່ນການຍົກສູງລະດັບຄວາມຮູ້ຂອງປະຊາຊົນ, ບຳລຸງສ້າງບຸກຄະລິກກະພາບ, ສ້າງສາຄຸນສົມບັດສິນທຳ, ພັດທະນາວັດທະນະທຳ, ເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.
ໃນຍຸກສະໄໝໃໝ່, ການພັດທະນາຢ່າງວ່ອງໄວ ຕ້ອງໄປຄຽງຄູ່ກັບການພັດທະນາແບບຍືນຍົງ; ການເຕີບໂຕທາງດ້ານເສດຖະກິດ ຕ້ອງໄປຄຽງຄູ່ກັບຄວາມກ້າວໜ້າ ແລະ ຄວາມຍຸຕິທຳໃນສັງຄົມ; ການປ່ຽນແປງໃໝ່ທາງດ້ານເຕັກໂນໂລຊີ ຕ້ອງໄປຄຽງຄູ່ກັບການພັດທະນາມະນຸດ; ການເຊື່ອມໂຍງເຂົ້າກັບສາກົນ ຕ້ອງໄປຄຽງຄູ່ກັບການຮັກສາເອກະລັກວັດທະນະທຳຂອງຊາດ. ປະເທດຊາດໜຶ່ງຈະມີຄວາມເຂັ້ມແຂງຢ່າງແທ້ຈິງ ກໍຕໍ່ເມື່ອມີພື້ນຖານເສດຖະກິດທີ່ແຂງແຮງ, ລະບອບລະບຽບການທີ່ທັນສະໄໝ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທີ່ໝັ້ນຄົງ, ວັດທະນະທຳທີ່ປ່ຽມລົ້ນไปด้วยເອກະລັກ, ມະນຸດໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ມີສັງຄົມທີ່ປ່ຽມລົ້ນດ້ວຍນ້ຳໃຈມະນຸດສະທຳ, ຄວາມຮັກແພງ, ລະບຽບວິໄນ ແລະ ຄວາມຄິດສ້າງສັນ.
ຈາກສິ່ງດັ່ງກ່າວ ຈະເຫັນໄດ້ວ່າ ບັນດາລັດຖະນະໂຍບາຍການປ່ຽນແປງໃໝ່ໃນໄລຍະມໍ່ໆມານີ້, ນັບຕັ້ງແຕ່ການເຮັດໃຫ້ການຈັດຕັ້ງກົນໄກກົງຈັກຂອງລະບົບການເມືອງມີຄວາມກະທັດຮັດ, ການຈັດສັນບັນດາຫົວໜ່ວຍບໍລິຫານ, ການເປີດດຳເນີນງານຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ; ການປ່ຽນແປງໃໝ່ລະບອບລະບຽບການ, ປັບປຸງກົດໝາຍໃຫ້ສົມບູນແບບ; ການຍູ້ແຮງການແບ່ງຂັ້ນ, ແບ່ງອຳນາດ, ການປະຕິຮູບການບໍລິຫານ, ການຫັນປ່ຽນເປັນດິຈິຕອນ; ການພັດທະນາວິທະຍາສາດ, ເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່; ການພັດທະນາເສດຖະກິດເອກະຊົນ, ຍົກສູງປະສິດທິຜົນເສດຖະກິດຂອງລັດ, ສ້າງສາພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ; ການພັດທະນາວັດທະນະທຳ, ມະນຸດ, ຍົກສູງຄຸນນະພາບການສຶກສາ, ການເບິ່ງແຍງສຸຂະພາບຂອງປະຊາຊົນ, ການຮັບປະກັນສະຫວັດດິການສັງຄົມ; ໄປຮອດການເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ຮັດແໜ້ນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ ແລະ ປະກົດການຫຍໍ້ທໍ້ ທັງໝົດລ້ວນແຕ່ຈຳເປັນຕ້ອງໄດ້ຮັບການສ່ອງແສງດ້ວຍແນວຄິດ ໂຮ່ຈີມິນ. ສ່ອງແສງເພື່ອຮັກສາຄາດໝາຍໃຫ້ຖືກຕ້ອງ. ສ່ອງແສງເພື່ອເລືອກເຟັ້ນວິທີການທີ່ຖືກຕ້ອງ. ສ່ອງແສງເພື່ອໃຫ້ທຸກໆການປ່ຽນແປງໃໝ່ບໍ່ຫ່າງເຫີນຈາກປະຊາຊົນ, ທຸກໆການພັດທະນາບໍ່ສູນເສຍເອກະລັກ, ທຸກໆການປະຕິຮູບບໍ່ແຍກອອກຈາກອຸດົມການເອກະລາດຂອງປະຊາຊາດ ແລະ ລັດທິສັງຄົມນິຍົມ.
ຍ້ອນແນວນັ້ນ, ການສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ ພາຍໃຕ້ສະພາບການປັດຈຸບັນ ບໍ່ພຽງແຕ່ແມ່ນໂອກາດເພື່ອລະນຶກເຖິງ, ສະແດງຄວາມຮູ້ບຸນຄຸນຕໍ່ກັບຄຸນງາມຄວາມດີອັນໃຫຍ່ຫຼວງຄືຟ້າແລະມະຫາສະໝຸດຂອງເພິ່ນເທົ່ານັ້ນ. ນີ້ຍັງແມ່ນໂອກາດເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຂອງພວກເຮົາ ໄດ້ຫວນກວດກາຄືນຕົນເອງ ຕໍ່ໜ້າແນວຄິດ, ຄຸນສົມບັດສິນທຳ, ກິລິຍາມາລະຍາດຂອງເພິ່ນ; ຮັດແໜ້ນຄວາມເຊື່ອໝັ້ນຕໍ່ກັບເສັ້ນທາງທີ່ໄດ້ເລືອກເຟັ້ນ; ຍົກສູງຄວາມຮັບຜິດຊອບຕໍ່ໜ້າປະເທດຊາດ, ຕໍ່ໜ້າປະຊາຊົນ; ຫັນແນວຄິດ ໂຮ່ຈີມິນ ໃຫ້ກາຍເປັນການເຄື່ອນໄຫວປະຕິວັດຕົວຈິງ ຢູ່ພາຍໃນແຕ່ລະອົງການຈັດຕັ້ງ, ແຕ່ລະທ້ອງຖິ່ນ, ພາຍໃນຕົວພະນັກງານ, ສະມາຊິກພັກ ແລະ ປະຊາຊົນແຕ່ລະຄົນ.
![]() |
| ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແມ່ນຂີດໝາຍທີ່ມີຄວາມສຳຄັນເປັນຢ່າງຍິ່ງ ໃນວິວັດທະນາການພັດທະນາຂອງປະເທດຊາດ. (ແຫຼ່ງຂໍ້ມູນ: TTXVN) |
ການຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດສິນທຳ, ກິລິຍາມາລະຍາດ ໂຮ່ຈີມິນ ໃນມື້ນີ້ ແມ່ນບໍ່ສາມາດຢຸດຢູ່ພຽງແຕ່ຄຳເວົ້າທີ່ຖືກຕ້ອງ, ຄຳຂວັນທີ່ມ່ວນຫູ ຫຼື ບັນດາຂະບວນການທາງຮູບການເທົ່ານັ້ນ. ສິ່ງທີ່ມີຄວາມສຳຄັນກວ່າ ແມ່ນຕ້ອງຫັນປ່ຽນໃຫ້ກາຍເປັນຄຸນສົມບັດສິນທຳໃນການປະຕິບັດລັດຖະກອນ, ລະບຽບວິໄນໃນການຈັດຕັ້ງປະຕິບັດ, ວັດທະນະທຳແຫ່ງຄວາມຊື່ສັດບໍລິສຸດ, ຈິດໃຈແຫ່ງຄວາມຄິດສ້າງສັນປ່ຽນແປງໃໝ່, ຄວາມຮັບຜິດຊອບໃນການຮັບໃຊ້ປະຊາຊົນ, ຄວາມສາມາດໃນການຈັດຕັ້ງປະຕິບັດ ແລະ ໝາກຜົນຕົວຈິງໃນຊີວິດການເປັນຢູ່. ທຸກໆແຜນນະໂຍບາຍທີ່ຖືກຕ້ອງ ຕ້ອງກ້າວເຂົ້າສູ່ຊີວິດການເປັນຢູ່ຕົວຈິງ. ທຸກໆນະໂຍບາຍ ຕ້ອງເຂົ້າເຖິງປະຊາຊົນໄດ້. ພະນັກງານແຕ່ລະຄົນ ຕ້ອງຖືເອົາຄວາມເພິ່ງພໍໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຜາສຸກຂອງປະຊາຊົນ ເປັນໄມ້ຫລາວັດແທກຜົນງານການເຄື່ອນໄຫວຂອງຕົນ.
ຍຸກສະໄໝແຫ່ງການບືນຕົວຂຶ້ນຂອງປະຊາຊາດ ໄດ້ວາງຄວາມຮຽກຮ້ອງຕ້ອງການໄວ້ຢ່າງສູງ ຕໍ່ກັບທົ່ວລະບົບການເມືອງ. ພວກເຮົາຕ້ອງມີຄວາມກ້າຫານໝັ້ນຄົງແຕ່ບໍ່ອະນຸລັກຮັກສາ; ປ່ຽນແປງໃໝ່ແຕ່ບໍ່ຜິດທິດທາງ; ພັດທະນາຢ່າງວ່ອງໄວແຕ່ຕ້ອງຍືນຍົງ; ເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງຂວາງ ແລະ ເລິກເຊິ່ງແຕ່ຕ້ອງຮັກສາເອກະລາດ, ເປັນເຈົ້າຕົນເອງຢ່າງໝັ້ນຄົງ; ສ້າງສາທິມງານກົນໄກກົງຈັກໃຫ້ກະທັດຮັດແຕ່ຕ້ອງຮັບປະກັນການຮັບໃຊ້ປະຊາຊົນໃຫ້ດີກວ່າເກົ່າ; ພັດທະນາເສດຖະກິດຢ່າງແຂງແຮງແຕ່ຕ້ອງຮັບປະກັນຄວາມກ້າວໜ້າ, ຄວາມຍຸຕິທຳໃນສັງຄົມ ແລະ ຄວາມຜາສຸກຂອງປະຊາຊົນ. ນັ້ນກໍແມ່ນຈິດໃຈ ໂຮ່ຈີມິນ ພາຍໃຕ້ເງື່ອນໄຂໃໝ່: ກ້າຫານໝັ້ນຄົງໃນຄາດໝາຍ, ສ້າງສັນໃນວິທີການ, ພຶດຕິກຳຕົວຈິງໃນການເຄື່ອນໄຫວ, ມະນຸດສະທຳໃນຈຸດປະສົງ, ຖືເອົາປະຊາຊົນເປັນກົກ ແລະ ຖືເອົາຜົນປະໂຫຍດຂອງປະເທດຊາດ-ປະຊາຊາດສູງສຸດ.
ແຮງຢູ່ໃນບາດກ້າວຫັນປ່ຽນອັນໃຫຍ່ຫຼວງຂອງປະຫວັດສາດ, ພວກເຮົາແຮງຕ້ອງຮັກສາແນວຄິດ ໂຮ່ຈີມິນ ໃຫ້ໝັ້ນຄົງ. ແຮງກ້າວເດີນໄປເທິງເສັ້ນທາງແຫ່ງການຫັນເປັນທັນສະໄໝ, ພວກເຮົາແຮງຕ້ອງກັບຄືນສູ່ບັນດາຄຸນຄ່າພື້ນຖານທີ່ເພິ່ນໄດ້ປະໄວ້ໃຫ້ຢ່າງເລິກເຊິ່ງກວ່າເກົ່າ: ເອກະລາດ, ເສລີພາບ; ປະຊາຊົນເປັນກົກ; ຄວາມສາມັກຄີ; ຕັ້ງໜ້າກຸ້ມຕົນເອງ, ເສີມຂະຫຍາຍກຳລັງແຮງດ້ວຍຕົນເອງ; ປະຢັດມັດທະຍັດ, ຊື່ສັດບໍລິສຸດ, ທ່ຽງທຳ; ພັກປອດໃສ; ລັດຮັບໃຊ້ປະຊາຊົນ; ພັດທະນາເພື່ອມະນຸດ ແລະ ເພື່ອຄວາມຜາສຸກຂອງປະຊາຊົນ.
ພາຍໃຕ້ແສງສະຫວ່າງ ໂຮ່ຈີມິນ, ດ້ວຍຄວາມກ້າຫານ, ສະຕິປັນຍາ, ເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະໜາຂອງ ຫວຽດນາມ, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຂອງພວກເຮົາ ແນ່ນອນຈະຈັດຕັ້ງປະຕິບັດມີໄຊຕໍ່ກັບມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ບັນລຸຜົນສຳເລັດຕາມຄາດໝາຍຍຸດທະສາດ 100 ປີທັງສອງປະການ, ເຮັດໃຫ້ຄວາມມຸ່ງມາດປາດຖະໜາໃນການສ້າງສາປະເທດຊາດໃຫ້ມັ່ງຄັ່ງ, ເຂັ້ມແຂງ, ຢືນຄຽງບ່າຄຽງໄຫຼ່ກັບບັນດາປະເທດມຫາອຳນາດໃນຫ້າທະວີບ ປະກົດຜົນເປັນຈິງ ດັ່ງທີ່ລຸງໂຮ່ຜູ້ເຄົາລົບຮັກໄດ້ມຸ່ງຫວັງໄວ້ສະເໝີມາ.
| ທ່ານນາຍົກລັດຖະມົນຕີ ເລມິງຮຶງ: ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແມ່ນປັດໄຈຕັດສິນຕາຍໂຕ ເພື່ອເຮັດໃຫ້ຄວາມມຸ່ງມາດປາດຖະໜາໃນການພັດທະນາປະເທດຊາດປະກົດຜົນເປັນຈິງ ຍສໝ - ໃນຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນວິທະຍາສາດ, ເເຕັກໂນໂລຊີ ແລະ ຄວາມຄິດສ້າງສັນປ່ຽນແປງໃໝ່ ຫວຽດນາມ ແລະ ກອງປະຊຸມຜັນຂະຫຍາຍເຕັກໂນໂລຊີຍຸດທະສາດ. ກ່າວປາໄສໃນພິທີດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຢັ້ງຢືນວ່າ ວິທະຍາສາດເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ... |
| ຊາວຫວຽດນາມຢູ່ຕ່າງປະເທດ 17 ຄົນ ເຂົ້າຮ່ວມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI ຍສໝ - ຫວ່າງມໍ່ໆມານີ້ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະກັບຜູ້ແທນຄົນຫວຽດນາມຢູ່ຕ່າງປະເທດ 17 ທ່ານ ທີ່ຫາກໍໄດ້ຮັບການແນະນຳ ແລະ ປຶກສາຫາລືຄັດເລືອກເຂົ້າຮ່ວມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສົກປີ 2026-2031. |



