14:09 | 18/05/2026

ຊາວປະມົງ ແຂວງ ແຄ໋ງຮວ່າ ນຳໃຊ້ກ້ອງຖ່າຍຮູບລົງສູ່ທ້ອງທະເລ

ປັບປຸງບຸກຄະລາກອນ ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຕ້ານການຫາປາແບບຜິດກົດໝາຍ (IUU) ແລະ ການພັດທະນາຂະແໜງການປະມົງແບບຍືນຍົງ
ດົ່ງທາບເຂັ້ມງວດການຄຸ້ມຄອງເຮືອຫາປາ, ສະກັດກັ້ນການລະເມີດກົດໝາຍວ່າດ້ວຍການຫາປາ IUU ຢ່າງຕັ້ງໜ້າ

ທົດລອງການລ້ຽງສັດນ້ຳທະເລດ້ວຍເຕັກໂນໂລຊີສູງ

ໃນບົດປະກອບຄຳເຫັນທີ່ສົ່ງເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ສະໄໝກອງປະຊຸມປີ 2026-2031, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ແຄ໊ງຮວ່າ ໃຫ້ຮູ້ວ່າ, ເສດຖະກິດທະເລ ແລະ ເຂດຊາຍຝັ່ງທະເລ ປັດຈຸບັນໄດ້ປະກອບສ່ວນປະມານ 80% GRDP ຂອງແຂວງ. ຂະແໜງສັດນ້ຳ ຍັງຄົງແມ່ນໜຶ່ງໃນບັນດາຂະແໜງເສດຖະກິດທີ່ສຳຄັນ, ໂດຍມີຍອດຜົນຜະລິດໃນປີ 2025 ບັນລຸໄດ້ກວ່າ 280.000 ໂຕນ, ມູນຄ່າການສົ່ງອອກປະມານ 870 ລ້ານໂດລາສະຫະລັດ.

ໃນສະພາບການທີ່ແຫຼ່ງຜົນປະໂຫຍດສັດນ້ຳທຳມະຊາດຫຼຸດນ້ອຍຖອຍລົງ ແລະ ຄວາມຮຽກຮ້ອງຕ້ອງການໃນການຕໍ່ຕ້ານການຢັ່ງຫາສິນທະເລແບບຜິດກົດໝາຍ (IUU) ນັບມື້ນັບເຂັ້ມງວດ, ແຂວງ ແຄ໊ງຮວ່າ ໄດ້ເລີ່ມຫັນປ່ຽນຢ່າງແຂງແຮງໄປສູ່ການລ້ຽງສັດນ້ຳທະເລດ້ວຍເຕັກໂນໂລຊີສູງ. ນັບຕັ້ງແຕ່ປີ 2025, ທ້ອງຖິ່ນແຫ່ງນີ້ໄດ້ຮັບອະນຸຍາດຈາກລັດຖະບານໃຫ້ທົດລອງພັດທະນາການລ້ຽງສັດນ້ຳທະເລດ້ວຍເຕັກໂນໂລຊີສູງ ຢູ່ຕາມເຂດລ້ຽງ ວັນຟອງ (Vân Phong), ຍາຈາງ (Nha Trang), ແກມຣານ (Cam Ranh)... ບັນດາຮູບແບບການລ້ຽງປາທະເລ, ກຸ້ງມັງກອນ... ແມ່ນໄດ້ຮັບການຕິດຕັ້ງກ້ອງຖ່າຍຮູບກວດກາໃຕ້ນ້ຳ, ລະບົບກຳນົດຕຳແໜ່ງ ແລະ ຕິດຕາມກວດກາທາງໄກຜ່ານອຸປະກອນເອເລັກໂຕຣນິກ.

ຊາວປະມົງ ແຂວງ ແຄ໋ງຮວ່າ ນຳໃຊ້ກ້ອງຖ່າຍຮູບລົງສູ່ທ້ອງທະເລ
ການເກັບກ່ຽວປາລ້ຽງຢູ່ແບບຢ່າງຮູບແບບເຕັກໂນໂລຊີສູງ ຢູ່ ດຳເບີ້ຍ (Đầm Bấy), ຍາຈາງ (Nha Trang), ແຂວງ ແຄ໋ງຮວ່າ. (ພາບ: ສູນສົ່ງເສີມການກະສິກຳແຫ່ງຊາດ)

ຕາມຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ແຄ໊ງຮວ່າ ແລ້ວ, ການນຳໃຊ້ເຕັກໂນໂລຊີ ໄດ້ຊ່ວຍຄວບຄຸມສະພາບແວດລ້ອມການລ້ຽງ, ສາມາດສືບຫາແຫຼ່ງທີ່ມາ, ຮັບປະກັນຄວາມປອດໄພດ້ານອາຫານ ແລະ ຫຼຸດຜ່ອນແຮງກົດດັນໃນການຢັ່ງຫາສິນທະເລຢູ່ເຂດຊາຍຝັ່ງ. ນີ້ຍັງແມ່ນທິດທາງເພື່ອແນໃສ່ຫັນປ່ຽນວິທີການຜະລິດຢູ່ທາງທະເລເທື່ອລະກ້າວ, ຈຳກັດຄວາມສ່ຽງຈາກໄພທຳມະຊາດ, ໂລກລະບາດ ແລະ ປົກປັກຮັກສາສະພາບແວດລ້ອມການລ້ຽງ.

ໃນ 3 ເດືອນຕົ້ນປີ 2026, ຜົນຜະລິດສັດນ້ຳຂອງແຂວງ ແຄ໊ງຮວ່າ ບັນລຸໄດ້ປະມານ 60.000 ໂຕນ, ໃນນັ້ນ ການຢັ່ງຫາສິນທະເລ ບັນລຸໄດ້ປະມານ 52.000 ໂຕນ, ການລ້ຽງປູກສັດນ້ຳ ບັນລຸໄດ້ກວ່າ 8.100 ໂຕນ.

ຊາວປະມົງຮ່ວມກັນເຂົ້າຮ່ວມປົກປັກຮັກສາທະເລ

ຄຽງຄູ່ກັບການຫັນປ່ຽນອາຊີບຄົງຊີບ, ຫຼາຍຮູບແບບການອະນຸລັກທະເລ ຢູ່ແຂວງ ແຄ໊ງຮວ່າ ກໍມີການເຂົ້າຮ່ວມໂດຍກົງຂອງຊຸມຊົນຊາວປະມົງ. ຢູ່ເຂດອະນຸລັກ ຮ່ອນມູນ (Hòn Mun) ໃນອ່າວຍາຈາງ ຫຼື ຮູບແບບເຂດປົກປັກຮັກສາລະບົບນິເວດທະເລ ຣ້ານຈ່າວ (Rạn Trào) ຢູ່ຕາແສງ ວັນຮຶງ (Vạn Hưng), ປະຊາຊົນໄດ້ຮ່ວມກັນເຂົ້າຮ່ວມປົກປັກຮັກສາແນວປະກາຮັງ ແລະ ແຫຼ່ງຜົນປະໂຫຍດສັດນ້ຳຢູ່ເຂດຊາຍຝັ່ງ.

ການຮ່ວມກັນຄຸ້ມຄອງບັນດາໂຄງການອະນຸລັກ ໄດ້ປະກອບສ່ວນຟື້ນຟູແຫຼ່ງຜົນປະໂຫຍດສັດນ້ຳ, ປົກປັກຮັກສາບັນດາຊະນິດພັນສິ່ງທີ່ມີຊີວິດໃນທະເລທີ່ພວມຖືກຄຸກຄາມ ແລະ ຮັກສາລະບົບນິເວດທະເລໃຫ້ມີສະຖຽນລະພາບ. ສະພາບການຢັ່ງຫາສິນທະເລດ້ວຍມາດຕະການທຳລາຍລ້າງ ແມ່ນໄດ້ຮັບການລົບລ້າງຢ່າງເປັນພື້ນຖານຢູ່ຫຼາຍຂົງເຂດ.

ຫຼາຍແຜນງານຊ່ວຍເຫຼືອຊາວປະມົງເຂດທະເລ, ໝູ່ເກາະ ໄດ້ຮັບການຜັນຂະຫຍາຍຢູ່ທ້ອງຖິ່ນໃນຊຸມປີມໍ່ໆມານີ້. ແຜນງານ "ຮ່ວມກັບຊາວປະມົງຈຸດໄຟເຍືອງທາງຢູ່ທ້ອງທະເລ" ໄດ້ມອບໝໍ້ໄຟ, ໄຟ LED, ຊຸດແບັດເຕີຣີ, ກະເປົ໋າຢາ, ປຶ້ມຄູ່ມື "ສິ່ງທີ່ຄວນຮູ້ກ່ຽວກັບການຢັ່ງຫາສິນທະເລ" ພ້ອມກັບອຸປະກອນທີ່ຈຳເປັນຫຼາຍຢ່າງໃຫ້ແກ່ຊາວປະມົງ.

ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ແຄ໊ງຮວ່າ ໃຫ້ຮູ້ວ່າ, ສະຫະພັນແມ່ຍິງທຸກຂັ້ນຢູ່ທ້ອງຖິ່ນ ໄດ້ລະດົມທຶນໄດ້ກວ່າ 15,7 ຕື້ດົ້ງ ຜ່ານແຜນງານ "ຮ່ວມເດີນທາງຄຽງຄູ່ກັບແມ່ຍິງເຂດຊາຍແດນ"; ຈັດຕັ້ງການໂຄສະນາເຜີຍແຜ່ຫຼາຍຮ້ອຍຄັ້ງ, ຊ່ວຍເຫຼືອອາຊີບຄົງຊີບ, ມອບທຶນການສຶກສາ ແລະ ປະກັນໄພສຸຂະພາບໃຫ້ແກ່ແມ່ຍິງ, ເດັກນ້ອຍ ແລະ ຊາວປະມົງຢູ່ເຂດທະເລ, ໝູ່ເກາະ.

ຄະນະບໍລິຫານງານຊາວໜຸ່ມແຂວງ ກໍໄດ້ຜັນຂະຫຍາຍຫຼາຍກິດຈະກຳຫັນໜ້າຕາຫາທະເລເກາະ ເປັນຕົ້ນແມ່ນ "ເຍືອງແສງໃຫ້ເກາະໄກ", "ເຈື່ອງຊາໃນດວງໃຈຂອງຂ້າພະເຈົ້າ", ພ້ອມທັງເບິ່ງແຍງດູແລຊີວິດການເປັນຢູ່ຂອງຄອບຄົວພະນັກງານ, ນັກຮົບ ແລະ ຊາວໜຸ່ມທີ່ເຂົ້າກອງທັບ.

ຕາມຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ແຄ໊ງຮວ່າ ແລ້ວ, ໃນຕໍ່ໜ້າ, ທ້ອງຖິ່ນຈະສືບຕໍ່ຍູ້ແຮງການໂຄສະນາ, ຂົນຂວາຍປະຊາຊົນພັດທະນາເສດຖະກິດທະເລ ຕິດພັນກັບການປົກປັກຮັກສາອະທິປະໄຕທະເລ ແລະ ໝູ່ເກາະ; ພ້ອມທັງເສີມຂະຫຍາຍບົດບາດກວດກາຕົນເອງຂອງຊຸມຊົນໃນການປົກປັກຮັກສາສະພາບແວດລ້ອມທະເລ ແລະ ພັດທະນາອາຊີບຄົງຊີບແບບຍືນຍົງ. ໃນສະພາບການທີ່ອາຊີບທະເລພວມປະເຊີນໜ້າກັບການປ່ຽນແປງຫຼາຍຢ່າງ, ການຫັນປ່ຽນເທື່ອລະກ້າວຈາກການຢັ່ງຫາ ມາເປັນການລ້ຽງສັດນ້ຳທະເລດ້ວຍເຕັກໂນໂລຊີສູງ ພວມໄດ້ຮັບການຖຶກວ່າແມ່ນໜຶ່ງໃນບັນດາທິດທາງໄລຍະຍາວຂອງທ້ອງຖິ່ນ.

ຮັດແໜ້ນການຄຸ້ມຄອງເຮືອຫາປາ, ແຂວງດົ່ງທັບ ສະກັດກັ້ນການລະເມີດ IUU ຈາກຕົ້ນເຫດ ຮັດແໜ້ນການຄຸ້ມຄອງເຮືອຫາປາ, ແຂວງດົ່ງທັບ ສະກັດກັ້ນການລະເມີດ IUU ຈາກຕົ້ນເຫດ

ຍສໝ - ແຂວງດົ່ງທັບ ໄດ້ຜັນຂະຫຍາຍຫຼາຍມາດຕະການຢ່າງຂຸ້ມຂ້ຽວ ແລະ ພ້ອມພຽງກັນ ເພື່ອຕ້ານການເຮັດການປະມົງແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີການຄວບຄຸມ (IUU).

ເລັ່ງລັດການແກ້ໄຂ ເລັ່ງລັດການແກ້ໄຂ "ບັດເຫຼືອງ" IUU ໃຫ້ໄດ້ໂດຍໄວພາຍໃນປີ 2026

ຍສໝ - ຫວຽດນາມ ກໍາລັງກ້າວເຂົ້າສູ່ໄລຍະຕັດສິນຊີ້ຂາດ ດ້ວຍເປົ້າໝາຍແກ້ໄຂ "ບັດເຫຼືອງ" ຂອງຄະນະກຳມາທິການ ເອີຣົບ (EC) ໃຫ້ໄດ້ໂດຍໄວພາຍໃນປີ 2026 ພາຍຫຼັງຫຼາຍກວ່າ 8 ປີ ທີ່ໄດ້ມີຄວາມມານະພະຍາຍາມຈັດຕັ້ງປະຕິບັດບັນດາມາດຕະການຕ້ານການຂຸດຄົ້ນສັດນ້ຳແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີການຄວບຄຸມ (IUU).

Link: https://huunghivietlao.thoidai.com.vn/detail-article-22017.html

In bài biết