09:26 | 15/05/2026

ໄຂມາກສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ປີ 2026

ເສັ້ນທາງແຫ່ງມິດຕະພາບ, ຍົກລະດັບການພົວພັນຕິດພັນແບບຍຸດທະສາດ ຫວຽດນາມ-ລາວ
ເພີ່ມທະວີຂໍ້ພິສູດໃຫ້ແກ່ການຮ່ວມສຳພັນຍຸດທະສາດ ຫວຽດນາມ-ລາວ ໃຫ້ເລິກເຊິ່ງກວ່າເກົ່າ

ບົນທຳນອງເພງທີ່ມີຊື່ສຽງສອງບົດຄື “Hello ຫວຽດນາມ” ແລະ “ດອກຈຳປາທີ່ສວຍງາມ”, ບັນດາສິລະປິນຈາກໂຮງລະຄອນຕຸກກະຕາ ຫວຽດນາມ ໄດ້ຄວບຄຸມຕຸກກະຕາຢ່າງຄ່ອງແຄ້ວ ເພື່ອສະແດງທ່າຟ້ອນອັນມີຊີວິດຊີວາ ຕາມແບບແຜນວັດທະນະທຳມູນເຊື້ອຂອງປະຊາຊົນບັນດາເຜົ່າລາວ, ເຊິ່ງໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ຜູ້ຊົມ.

ໄຂມາກສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ປີ 2026
ສິລະປິນ ຫວຽດນາມ ສະແດງລະຄອນຕຸກກະຕາຢູ່ ສປປ ລາວ. (ພາບ: ຊວນຕູ້ – TTXVN ປະຈຳລາວ)

ບົນທຳນອງເພງທີ່ມີຊື່ສຽງສອງບົດຄື “Hello ຫວຽດນາມ” ແລະ “ດອກຈຳປາທີ່ສວຍງາມ”, ບັນດາສິລະປິນຈາກໂຮງລະຄອນຕຸກກະຕາ ຫວຽດນາມ ໄດ້ຄວບຄຸມຕຸກກະຕາຢ່າງຄ່ອງແຄ້ວ ເພື່ອສະແດງທ່າຟ້ອນອັນມີຊີວິດຊີວາ ຕາມແບບແຜນວັດທະນະທຳມູນເຊື້ອຂອງປະຊາຊົນບັນດາເຜົ່າລາວ, ເຊິ່ງໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ຜູ້ຊົມ.

ທ່ານ ບົວເງິນ ຊາພູວົງ - ອະດີດລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ (ປັດຈຸບັນແມ່ນກະຊວງວັດທະນະທຳ ແລະ ທ່ອງທ່ຽວລາວ) ໃຫ້ຮູ້ວ່າ: "ຜ່ານການຕິດຕາມ, ຂ້າພະເຈົ້າເຫັນວ່າທຸກໆລາຍການສະແດງລ້ວນແຕ່ໄດ້ຮັບການຈັດຕັ້ງຢ່າງລະອຽດລະອໍ, ໂດຍສະເພາະແມ່ນການສະແດງລະຄອນຕຸກກະຕານ້ຳ ທີ່ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ແລະ ໄດ້ຮັບຄວາມມັກຮັກຈາກມວນຊົນລາວຢ່າງຫຼວງຫຼາຍ."

ສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ປີ 2026 ຈະສືບຕໍ່ດຳເນີນໄປຈົນເຖິງວັນທີ 16 ພຶດສະພາ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ, ພາກກາງຂອງລາວ, ໃນນັ້ນຈະມີການສະແດງຄ່ຳຄືນໜຶ່ງທີ່ຈັດຂຶ້ນເປັນພິເສດສຳລັບຊຸມຊົນຄົນຫວຽດນາມ ຢູ່ນະຄອນຫຼວງວຽງຈັນ. ບັນດາກິດຈະກຳໃນຂອບເຂດແຜນງານຄັ້ງນີ້ ໄດ້ຮັບການຄາດຫວັງວ່າຈະປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງປະເທດ; ພ້ອມທັງເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການພົວພັນແບບຍຸດທະສາດ ຫວຽດນາມ - ລາວ, ລາວ - ຫວຽດນາມ ນັບມື້ນັບເລິກເຊິ່ງກວ່າເກົ່າ.

້ເຊື່ອມໂຍງສາຍພົວພັນຫວຽດນາມ-ລາວຜ່ານງານບຸນປີໃໝ່ກັບເພື່ອນມິດລາວທີ່ຮ່າໂນ້ຍ ້ເຊື່ອມໂຍງສາຍພົວພັນຫວຽດນາມ-ລາວຜ່ານງານບຸນປີໃໝ່ກັບເພື່ອນມິດລາວທີ່ຮ່າໂນ້ຍ

ຍສໝ - ຕອນເຊົ້າວັນທີ 8 ເມສາ, ທີ່ຮ່າໂນ້ຍ, ສະຖານທູດລາວ ປະຈຳຫວຽດນາມ ໄດ້ຈັດງານສະເຫຼີມສະຫຼອງປີໃໝ່ບຸນປີໃໝ່ປະຈຳຊາດລາວ ໂດຍການຕ້ອນຮັບການນຳຂັ້ນສູງ ແລະ ຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ, ອົງການຕ່າງໆໃນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ເຮັດໃຫ້ເນື້ອໃນບັນຈຸຂ້າງໃນ ເຮັດໃຫ້ເນື້ອໃນບັນຈຸຂ້າງໃນ "ການພົວພັນຍຸດທະສາດ" ໃນສາຍພົວພັນລະຫວ່າງຫວຽດນາມ-ລາວເລິກເຊິ່ງກ່ວາອີກ

ຍສໝ - ການຢ້ຽມຢາມລາວຂອງທ່ານ ເຈິ່ນເກີມຕູ໋, ຜູ້ປະຈຳຄະນະເລຂາທິການໃນຄັ້ງນີ້ ບໍ່ພຽງແຕ່ມີຄວາມໝາຍສຳຄັນໃນການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການກຳນົດທິດທາງທີ່ສຳຄັນໃຫ້ແກ່ການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ອີກດ້ວຍ.

Link: https://huunghivietlao.thoidai.com.vn/detail-article-22007.html

In bài biết