ຮ່າໂນ້ຍ ແລະ ວຽງຈັນ (ລາວ) ຊຸກຍູ້ການຮ່ວມມືຮອບດ້ານໃນໄລຍະໃໝ່
| ເສັ້ນທາງແຫ່ງມິດຕະພາບ, ຍົກລະດັບການພົວພັນຕິດພັນແບບຍຸດທະສາດ ຫວຽດນາມ-ລາວ | |
| ເພີ່ມທະວີຂໍ້ພິສູດໃຫ້ແກ່ການຮ່ວມສຳພັນຍຸດທະສາດ ຫວຽດນາມ-ລາວ ໃຫ້ເລິກເຊິ່ງກວ່າເກົ່າ |
ໃນຕອນບ່າຍມື້ນີ້ (12 ພຶດສະພາ), ຢູ່ທີ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕ້ອນຮັບທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງ, ປະທານສະພາປະຊາຊົນນະຄອນຫຼວງ ວຽງຈັນ (ລາວ) ພ້ອມດ້ວຍຄະນະຜູ້ແທນ ໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຮ່າໂນ້ຍ.
ກ່ອນໜ້ານັ້ນ, ໃນຕອນບ່າຍວັນດຽວກັນ, ຢູ່ທີ່ສຳນັກງານຄະນະພັກນະຄອນ ຮ່າໂນ້ຍ, ໃນການພົບປະເຈລະຈາລະຫວ່າງ ຄະນະປະຈຳພັກນະຄອນ ຮ່າໂນ້ຍ ກັບ ຄະນະຜູ້ແທນຂັ້ນສູງນະຄອນຫຼວງ ວຽງຈັນ (ລາວ), ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ເຈິ່ນດຶກທັງ ໄດ້ເນັ້ນໜັກວ່າ ຮ່າໂນ້ຍ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການໃຫ້ແກ່ ວຽງຈັນ ໃນການຈັດຕັ້ງກົງຈັກການຈັດຕັ້ງ, ການສ້າງຕັ້ງອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ການປະຕິຮູບການບໍລິຫານ ແລະ ການຍົກສູງປະສິດທິຜົນການເຄື່ອນໄຫວຂອງຖັນແຖວພະນັກງານ.
![]() |
| ພາບບັນຍາກາດການພົບປະເຈລະຈາ. (ພາບ: ອານດັງ/TTXVN) |
ຮ່າໂນ້ຍ ສະໜັບສະໜູນການສືບຕໍ່ຮັກສາ ແລະ ຂະຫຍາຍການຮ່ວມມືຂັ້ນຮາກຖານ ລະຫວ່າງບັນດາທ້ອງຖິ່ນຂອງສອງນະຄອນຫຼວງ; ໂດຍເຊື່ອໝັ້ນວ່າດ້ວຍຄວາມມຸ່ງໝັ້ນທາງດ້ານການເມືອງອັນສູງສົ່ງຂອງການນຳທັງສອງຝ່າຍ, ສາຍພົວພັນ ຮ່າໂນ້ຍ - ວຽງຈັນ ຈະສືບຕໍ່ພັດທະນາຢ່າງເຂົ້າສູ່ລວງເລິກ, ຍືນຍົງ ແລະ ມີປະສິດທິຜົນຍິ່ງຂຶ້ນໃນຕໍ່ໜ້າ. ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງ, ປະທານສະພາປະຊາຊົນນະຄອນຫຼວງ ວຽງຈັນ ໄດ້ສະເໜີໃຫ້ທັງສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການບຳລຸງສ້າງຊັບພະຍາກອນມະນຸດ, ການສ້າງຕັ້ງອຳນາດການປົກຄອງທ້ອງຖິ່ນ, ການຄຸ້ມຄອງຕົວເມືອງ, ການປະຕິຮູບການບໍລິຫານ...
ໃນຂອບເຂດການເຈລະຈາ, ທັງສອງຝ່າຍໄດ້ດຳເນີນການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືໃນບັນດາຂົງເຂດ: ວຽກງານໂຄສະນາອົບຮົມ - ວຽກງານຂົນຂວາຍປະຊາຊົນ, ການເຄື່ອນໄຫວອົງການຈັດຕັ້ງມະຫາຊົນ, ວຽກງານການຕ່າງປະເທດ, ອຸດສາຫະກຳ ແລະ ການຄ້າ, ການສຶກສາ ແລະ ສາທາລະນະສຸກ.
| ້ເຊື່ອມໂຍງສາຍພົວພັນຫວຽດນາມ-ລາວຜ່ານງານບຸນປີໃໝ່ກັບເພື່ອນມິດລາວທີ່ຮ່າໂນ້ຍ ຍສໝ - ຕອນເຊົ້າວັນທີ 8 ເມສາ, ທີ່ຮ່າໂນ້ຍ, ສະຖານທູດລາວ ປະຈຳຫວຽດນາມ ໄດ້ຈັດງານສະເຫຼີມສະຫຼອງປີໃໝ່ບຸນປີໃໝ່ປະຈຳຊາດລາວ ໂດຍການຕ້ອນຮັບການນຳຂັ້ນສູງ ແລະ ຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ, ອົງການຕ່າງໆໃນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ. |
| ເຮັດໃຫ້ເນື້ອໃນບັນຈຸຂ້າງໃນ "ການພົວພັນຍຸດທະສາດ" ໃນສາຍພົວພັນລະຫວ່າງຫວຽດນາມ-ລາວເລິກເຊິ່ງກ່ວາອີກ ຍສໝ - ການຢ້ຽມຢາມລາວຂອງທ່ານ ເຈິ່ນເກີມຕູ໋, ຜູ້ປະຈຳຄະນະເລຂາທິການໃນຄັ້ງນີ້ ບໍ່ພຽງແຕ່ມີຄວາມໝາຍສຳຄັນໃນການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການກຳນົດທິດທາງທີ່ສຳຄັນໃຫ້ແກ່ການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ອີກດ້ວຍ. |
