ສະເໜີກົນໄກເສີມຂະຫຍາຍແຫຼ່ງທຶນຂອງພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ, ຍົກສູງປະສິດທິຜົນວຽກງານການທູດປະຊາຊົນ
| ສາຍໃຍເຊື່ອມໂຍງພີ່ນ້ອງຮ່ວມຊາດ | |
| ແຜ່ຂະຫຍາຍສານກ່ຽວກັບ ຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ເຊື່ອມໂຍງ ແລະ ບືນຕົວຂຶ້ນຢ່າງແຂງແຮງ ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48 |
ສູນສົນທະນາພາຍໃຕ້ຫົວຂໍ້ "ຍົກສູງປະສິດທິຜົນການເຄື່ອນໄຫວການທູດປະຊາຊົນ, ຂະຫຍາຍການຮ່ວມມືສາກົນ, ປະກອບສ່ວນເຂົ້າໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນຍຸກສະໄໝແຫ່ງການກ້າວຜ່ານຂອງປະຊາຊາດ" ໂດຍແມ່ນທ່ານນາງ ເລທິຖຸຍ, ກຳມະການຄະນະບໍລິຫານງານສູນກາງພັກ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະຫະພັນແມ່ຍິງຫວຽດນາມ ແລະ ທ່ານ ຮວ່າງກົງຖຸຍ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນປະທານຮ່ວມ.
ເຂົ້າຮ່ວມມີບັນດາກຳມະການຄະນະປະທານ, ກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X; ຕົວຕາງໜ້າບັນດາອົງການຈັດຕັ້ງສະມາຊິກຂອງແນວໂຮມປະເທດຊາດ ຫວຽດນາມ; ພະນັກງານວິຊາການຂອງອົງການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ; ຜູ້ແທນທີ່ເປັນຊາວຫວຽດນາມຢູ່ຕ່າງປະເທດ ພ້ອມດ້ວຍບັນດາຄະນະຜູ້ແທນທີ່ມາຈາກບັນດາແຂວງ ແລະ ນະຄອນຕ່າງໆ.
![]() |
| ບັນດາຜູ້ແທນຢູ່ທີ່ສູນສົນທະນາໝາຍເລກ 4. (ພາບ: Dinh Hoa) |
ເສີມຂະຫຍາຍບົດບາດເສົາຄ້າຍຸດທະສາດຂອງການທູດປະຊາຊົນ
ກ່າວຄຳເຫັນນຳສະເໜີ, ທ່ານນາງ ເລທິຖຸຍ ໃຫ້ຮູ້ວ່າ: ການເຄື່ອນໄຫວການທູດປະຊາຊົນ ແລະ ວຽກງານຊາວຫວຽດນາມຢູ່ຕ່າງປະເທດ ມີຄວາມໝາຍສຳຄັນເປັນພິເສດໃນວຽກງານແນວໂຮມ; ແມ່ນວິທີການທີ່ແທດຕົວຈິງ ເພື່ອຂະຫຍາຍກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ, ເພີ່ມທະວີຄວາມມັກຄີມິດທະພາບລະຫວ່າງປະຊາຊົນຫວຽດນາມ ກັບປະຊາຊົນບັນດາປະເທດ, ຍາດແຍ່ງເອົາຄວາມເຫັນດີເຫັນພ້ອມ ແລະ ການສະໜັບສະໜູນຈາກເພື່ອນມິດສາກົນ. ພ້ອມທັງ, ເສີມຂະຫຍາຍແຫຼ່ງທຶນອັນມະຫາສານຂອງປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ທີ່ມີຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ຕາມທ່ານນາງແລ້ວ, ເມື່ອກ້າວເຂົ້າສູ່ຍຸກສະໄໝໃໝ່, ຄວາມຮຽກຮ້ອງຕ້ອງການທີ່ມີຕໍ່ການເຄື່ອນໄຫວການທູດປະຊາຊົນ ແລະ ວຽກງານຊາວຫວຽດນາມຢູ່ຕ່າງປະເທດ ນັບມື້ນັບສູງຂຶ້ນ, ຮຽກຮ້ອງໃຫ້ຕ້ອງສືບຕໍ່ປ່ຽນແປງໃໝ່ເນື້ອໃນ ແລະ ວິທີການເຄື່ອນໄຫວ ຕາມທິດທາງແທດຕົວຈິງ, ເປັນມືອາຊີບ, ທັນສະໄໝ ແລະ ມີປະສິດທິຜົນກວ່າເກົ່າ.
ກ່າວຄຳເຫັນຢູ່ທີ່ສູນສົນທະນາ, ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການຈັດຕັ້ງມິດທະພາບ ຫວຽດນາມ ຖືວ່າ: ຄຽງຄູ່ກັບການທູດຂອງພັກ ແລະ ການທູດຂອງລັດ, ການທູດປະຊາຊົນໃນໄລຍະຜ່ານມາ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການຜັນຂະຫຍາຍບັນດາເຄື່ອນໄຫວການທູດຂອງການນຳພັກ ແລະ ລັດ ຢ່າງມີປະສິດທິຜົນ; ພ້ອມທັງປັບປຸງສາຍພົວພັນສາມັກຄີມິດທະພາບລະຫວ່າງປະຊາຊົນຫວຽດນາມ ກັບປະຊາຊົນບັນດາປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ທ່ານ ຟານແອງເຊີນ ໄດ້ສະເໜີໃຫ້ເຮັດແຈ້ງກວ່າເກົ່າ ກ່ຽວກັບໝາກຜົນຕົວຈິງຂອງການເຄື່ອນໄຫວການທູດປະຊາຊົນ ໃນລະບົບ ແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງສະມາຊິກໃນໄລຍະຜ່ານມາ, ໂດຍສະເພາະແມ່ນໃນບັນດາຂົງເຂດ ແລະ ເຂດພື້ນທີ່ທີ່ການທູດຂອງພັກ ແລະ ການທູດຂອງລັດ ຍາກທີ່ຈະຜັນຂະຫຍາຍໂດຍກົງ ຫຼື ຍັງບໍ່ທັນສະດວກໃນການຜັນຂະຫຍາຍ.
![]() |
| ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການຈັດຕັ້ງມິດທະພາບ ຫວຽດນາມ, ກ່າວຄຳເຫັນຢູ່ທີ່ສູນສົນທະນາໝາຍເລກ 4. (ພາບ: Dinh Hoa) |
ຕາມທ່ານແລ້ວ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ກຳນົດວ່າ ການທູດປະຊາຊົນ ແມ່ນໜຶ່ງໃນເສົາຄ້າຍຸດທະສາດ ໃນພື້ນຖານການທູດທີ່ຮອບດ້ານ, ທັນສະໄໝ ແລະ ເປັນມືອາຊີບຂອງ ຫວຽດນາມ. ສິ່ງນີ້ຮຽກຮ້ອງໃຫ້ຕ້ອງສືບຕໍ່ປັບປຸງກົນໄກປະສານງານ, ການກໍ່ສ້າງກຳລັງພົນ, ເພີ່ມທະວີການສົມທົບ ແລະ ຈັດສັນແຫຼ່ງທຶນທີ່ເໝາະສົມໃຫ້ແກ່ວຽກງານການທູດປະຊາຊົນໃນທົ່ວລະບົບ.
ທ່ານຍັງໃຫ້ຮູ້ຕື່ມວ່າ, ສະເພາະແຫຼ່ງທຶນຊ່ວຍເຫຼືອ ແລະ ການສະໜັບສະໜູນຜ່ານບັນດາອົງການຈັດຕັ້ງທີ່ບໍ່ແມ່ນລັດຖະບານຕ່າງປະເທດ ໃນໄລຍະ 5 ປີຜ່ານມາ ບັນລຸໄດ້ສະເລ່ຍປະມານ 240-245 ລ້ານ USD ຕໍ່ປີ, ເຊິ່ງສະແດງໃຫ້ເຫັນເຖິງທ່າແຮງອັນໃຫຍ່ຫຼວງຂອງວຽກງານການທູດປະຊາຊົນ ໃນການປຸກລະດົມແຫຼ່ງທຶນສາກົນ ເພື່ອຮັບໃຊ້ການພັດທະນາ ແລະ ສະຫວັດດີການສັງຄົມ.
ເມື່ອກ່າວເຖິງວຽກງານຊາວຫວຽດນາມຢູ່ຕ່າງປະເທດ, ປະທານສະຫະພັນບັນດາອົງການຈັດຕັ້ງມິດທະພາບ ຫວຽດນາມ ຟານແອງເຊີນ ຖືວ່າ ຈຳເປັນຕ້ອງມີວິທີການທີ່ລະອຽດກວ່າ ເພື່ອເສີມຂະຫຍາຍບົດບາດຂອງຖັນແຖວປັນຍາຊົນ ແລະ ຊ່ຽວຊານພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ; ໃນນັ້ນ ຄວນກຳນົດຕົວເລກປະສິດທິຜົນການເຂົ້າຮ່ວມຂອງປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ ໃນບັນດາສະພາໃຫ້ຄຳປຶກສາ, ບັນດາແຜນງານ ແລະ ໂຄງການທີ່ລະອຽດ ແທນທີ່ຈະຢຸດຢູ່ພຽງແຕ່ແນວທາງລວມ.
ຫຼາຍຜູ້ແທນເຫັນວ່າ ເຄື່ອນໄຫວການທູດປະຊາຊົນ ຕ້ອງຫັນປ່ຽນຢ່າງແຂງແຮງຈາກການແລກປ່ຽນມິດທະພາບ ໄປສູ່ການຮ່ວມມືທີ່ແທດຕົວຈິງ, ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ, ການປົກປັກຮັກສາອະທິປະໄຕ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບ ເພື່ອການພັດທະນາປະເທດຊາດ.
ທ່ານ ຫງວຽນຈີແທັງ, ຮອງປະທານປະຈຳການ ຄະນະກຳມະການແນວໂຮມປະເທດຊາດ ແຂວງ ກວາງນິງ ໃຫ້ຮູ້ວ່າ, ແຂວງ ກວາງນິງ ໄດ້ເປັນເຈົ້າການໃນການຂະຫຍາຍ ແລະ ເຮັດໃຫ້ການພົວພັນຮ່ວມມືກັບບັນດາທ້ອງຖິ່ນຂອງ ຈີນ ເລິກເຊິ່ງກວ່າເກົ່າ, ໂດຍຈຸດສຸມແມ່ນ ເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ. ທັງສອງຝ່າຍໄດ້ລົງນາມໃນບົດບັນທຶກການເຈລະຈາ 5 ສະບັບ ແລະ ບົດບັນທຶກຄວາມເຂົ້າໃຈການຮ່ວມມື 11 ສະບັບ ໃນຫຼາຍຂົງເຂດ, ສ້າງພື້ນຖານຊຸກຍູ້ການແລກປ່ຽນລະຫວ່າງປະຊາຊົນ ແລະ ການຮ່ວມມືທ້ອງຖິ່ນ. ຮູບແບບການເປັນເມືອງແຮກສ່ຽວຂອງກຸ່ມປະຊາກອນສອງຟາກຊາຍແດນ ຍັງຄົງໄດ້ຮັບການຮັກສາ, ປະກອບສ່ວນເຂົ້າໃນການປະສານງານປົກປັກຮັກສາອະທິປະໄຕ, ຮັກສາຄວາມສະຫງົບຮຽບຮ້ອຍ, ຊ່ວຍເຫຼືອການພັດທະນາເສດຖະກິດ, ປົກປັກຮັກສາສະພາບແວດລ້ອມ ແລະ ແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຢູ່ຮາກຖານຢ່າງທັນການ.
ຕາມທ່ານ ຫງວຽນຈີແທັງ ແລ້ວ, ການທູດປະຊາຊົນ ຕ້ອງຕິດພັນຢ່າງແໜ້ນແຟ້ນກັບໜ້າທີ່ພັດທະນາເສດຖະກິດ-ສັງຄົມ, ປັບປຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພ້ອມທັງຍູ້ແຮງການນຳໃຊ້ເຕັກໂນໂລຊີດີຈີຕອນ, ປ່ຽນແປງໃໝ່ວຽກງານຂໍ້ມູນຂ່າວສານຕ່າງປະເທດ ຕາມທິດທາງທີ່ທັນສະໄໝ ແລະ ມີປະສິດທິຜົນກວ່າເກົ່າ.
ທ່ານ ລໍຢ່າງປາວ, ຮອງປະທານສະພາໃຫ້ຄຳປຶກສາດ້ານຊົນເຜົ່າ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ໄດ້ສະເໜີໃຫ້ເພີ່ມທະວີກົນໄກຊ່ວຍເຫຼືອຖັນແຖວບຸກຄົນຕົວແບບ, ໂດຍສະເພາະແມ່ນຢູ່ເຂດພີ່ນ້ອງຊົນເຜົ່າສ່ວນໜ້ອຍ ແລະ ເຂດຊາຍແດນ; ພ້ອມທັງຍົກສູງຄຸນນະພາບວຽກງານຂໍ້ມູນຂ່າວສານ, ບຳລຸງທັກສະ ແລະ ສ້າງເງື່ອນໄຂໃຫ້ບັນດາບຸກຄົນຕົວແບບໄດ້ເຂົ້າຮ່ວມເລິກເຊິ່ງກວ່າເກົ່າ ເຂົ້າໃນການເຄື່ອນໄຫວຂອງ ແນວໂຮມ ຢູ່ຮາກຖານ.
ຈຳເປັນຕ້ອງມີກົນໄກທີ່ແທດຕົວຈິງ ເພື່ອເສີມຂະຫຍາຍແຫຼ່ງທຶນຂອງພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ
ເນື້ອໃນທີ່ດຶງດູດຄຳເຫັນຫຼາຍທີ່ສຸດໃນວາລະສົນທະນາ ແມ່ນວິທີການແກ້ໄຂເພື່ອເສີມຂະຫຍາຍປະສິດທິຜົນແຫຼ່ງທຶນຂອງປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ, ໂດຍສະເພາະແມ່ນຖັນແຖວປັນຍາຊົນ, ຊ່ຽວຊານ ແລະ ນັກທຸລະກິດພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ.
![]() |
| ທ່ານນາງ ຟານບິກທ້ຽນ (Phan Bích Thiện), ປະທານເວທີປາໄສແມ່ຍິງຫວຽດນາມ ຢູ່ ເອີຣົບ, ປະທານສະມາຄົມແມ່ຍິງຫວຽດນາມ ຢູ່ ຮົງກາຣີ (Hungary), ກ່າວຄຳເຫັນຢູ່ທີ່ສູນສົນທະນາໝາຍເລກ 4. (ພາບ: Dinh Hoa) |
ທ່ານນາງ ຟານບິກທ້ຽນ, ປະທານເວທີປາໄສແມ່ຍິງຫວຽດນາມ ຢູ່ ເອີຣົບ, ປະທານສະມາຄົມແມ່ຍິງຫວຽດນາມ ຢູ່ Hungary ຖືວ່າ: ວັດທະນະທຳແມ່ນ "ພະລັງອ່ອນ" (soft power) ທີ່ມີປະສິດທິຜົນ ເພື່ອໂຄສະນາພາບພົດຂອງປະເທດຊາດ ແລະ ເຊື່ອມຕໍ່ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ. ຜ່ານບັນດາເຄື່ອນໄຫວເຊີດຊູເຊື້ອຍາວ, ມໍລະດົກວັດທະນະທຳ ຫຼື ການປະກວດຂຽນສຳລັບແມ່ຍິງຫວຽດນາມຢູ່ຕ່າງປະເທດ, ຄວາມຮັກບ້ານເກີດເມືອງນອນ ແລະ ພາສາຫວຽດນາມ ໄດ້ຮັບການແຜ່ກະຈາຍຢ່າງເປັນທຳມະຊາດໄປສູ່ຄົນລຸ້ນໜຸ່ມ.
ແນວໃດກໍຕາມ, ຕາມທ່ານນາງແລ້ວ, ເພື່ອເສີມຂະຫຍາຍປະສິດທິຜົນແຫຼ່ງທຶນຂອງພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ ແມ່ນຈຳເປັນຕ້ອງມີກົນໄກທີ່ລະອຽດກວ່າ ເພື່ອຊ່ວຍເຫຼືອບັນດາກຳມະການແນວໂຮມປະເທດຊາດ ຫວຽດນາມ ຢູ່ຕ່າງປະເທດ ໃນການເຊື່ອມຕໍ່ກັບບັນດາອົງການຈັດຕັ້ງທີ່ທຽບເທົ່າຢູ່ປະເທດເຈົ້າພາບ; ພ້ອມທັງປ່ຽນແປງໃໝ່ວິທີການເຂົ້າເຖິງຄົນລຸ້ນໜຸ່ມຢູ່ຕ່າງປະເທດ ຜ່ານເວທີດີຈີຕອນ ແລະ ສື່ມວນຊົນຫຼາຍພາສາ ເພື່ອສ້າງພື້ນທີ່ທີ່ໜ້າດຶງດູດ, ຊຸກຍູ້ໃຫ້ເຂົາເຈົ້າປະກອບສ່ວນສະຕິປັນຍາໃຫ້ແກ່ປະເທດຊາດ.
ດ້ວຍໄລຍະເວລາກວ່າ 40 ປີ ທີ່ເຮັດວຽກຢູ່ ລັດເຊຍ, ທ່ານ ຫງວຽນກວກສື, ຮອງປະທານປະຈຳການສະມາຄົມບັນດາມະຫາວິທະຍາໄລ ແລະ ວິທະຍາໄລຫວຽດນາມ ໃຫ້ຮູ້ວ່າ: ປັດຈຸບັນມີປັນຍາຊົນປະມານ 600,000 ຄົນ ໃນຈຳນວນຊາວຫວຽດນາມຢູ່ຕ່າງປະເທດທັງໝົດກວ່າ 6 ລ້ານຄົນ. ນີ້ແມ່ນແຫຼ່ງທຶນທີ່ໃຫຍ່ຫຼວງຫຼາຍ ທີ່ພວມອາໄສຢູ່ໃນຫຼາຍປະເທດທີ່ມີຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ.
ແນວໃດກໍຕາມ, ຕາມທ່ານ ຫງວຽນກວກສື ແລ້ວ, ຫຼາຍປີຜ່ານມາພວກເຮົາໄດ້ເວົ້າເຖິງທ່າແຮງຂອງຖັນແຖວປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດຫຼາຍສົມຄວນ, ແຕ່ຈຳນວນຜູ້ທີ່ເຂົ້າຮ່ວມບັນດາໂຄງການວິທະຍາສາດ ແລະ ເຕັກໂນໂລຊີ ພາຍໃນປະເທດຢ່າງແທ້ຈິງນັ້ນ ຍັງມີຈຳກັດ.
ທ່ານໄດ້ສະເໜີໃຫ້ແນວໂຮມປະເທດຊາດ ຫວຽດນາມ ຕ້ອງສວມບົດບາດເປັນແກນກາງ ໃນການເຕົ້າໂຮມຖັນແຖວປັນຍາຊົນ, ຊ່ຽວຊານຊາວຫວຽດນາມຢູ່ຕ່າງປະເທດ ເພື່ອຮັບໃຊ້ບັນດາໂຄງການວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດຊາດ; ພ້ອມທັງຂະຫຍາຍນະໂຍບາຍດຶງດູດຊ່ຽວຊານ ແລະ ນັກວິທະຍາສາດຕ່າງປະເທດ ເຂົ້າມາມີສ່ວນຮ່ວມ ແລະ ອຸທິດສ່ວນຢູ່ ຫວຽດນາມ ໃນໄລຍະຍາວ.
ກ່າວສະຫຼຸບວາລະສົນທະນາ, ທ່ານ ຮວ່າງກົງຖຸຍ ໃຫ້ຮູ້ວ່າ: ບັນດາຄຳເຫັນໃນກອງປະຊຸມລ້ວນແຕ່ມີຄວາມເປັນເອກະພາບ ຕີລາຄາສູງຕໍ່ໝາກຜົນຂອງການເຄື່ອນໄຫວການທູດປະຊາຊົນຂອງແນວໂຮມປະເທດຊາດ ຫວຽດນາມ ໃນໄລຍະຜ່ານມາ; ພ້ອມທັງສະເໜີໃຫ້ສືບຕໍ່ປ່ຽນແປງໃໝ່ເນື້ອໃນ ແລະ ວິທີການເຄື່ອນໄຫວ ຕາມທິດທາງແທດຕົວຈິງ, ເປັນມືອາຊີບ, ມີຄວາມຄ່ອງຕົວ ແລະ ມີປະສິດທິຜົນກວ່າເກົ່າ.
ບັນດາຜູ້ແທນຍັງໄດ້ສະເໜີໃຫ້ສືບຕໍ່ຍູ້ແຮງວຽກງານຂໍ້ມູນຂ່າວສານຕ່າງປະເທດ, ໂຄສະນາພາບພົດປະເທດຊາດ ແລະ ຄົນຫວຽດນາມ; ເປັນເຈົ້າການໃນການສະໜອງຂໍ້ມູນຂ່າວສານທີ່ເປັນທາງການ, ແຜ່ກະຈາຍຂໍ້ມູນໃນແງ່ບວກ, ຕໍ່ສູ້ປະຕິເສດບັນດາຂໍ້ມູນທີ່ຜິດພາດ, ບິດເບືອນ ແລະ ແບ່ງແຍກກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ ໃຫ້ທັນການ.
ຫຼາຍຄຳເຫັນໄດ້ສະເໜີໃຫ້ແນວໂຮມປະເທດຊາດ ຫວຽດນາມ ສືບຕໍ່ປັບປຸງກົນໄກ ແລະ ນະໂຍບາຍ ເພື່ອເສີມຂະຫຍາຍແຫຼ່ງທຶນຂອງພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດໃຫ້ແຂງແຮງກວ່າເກົ່າ, ໂດຍສະເພາະແມ່ນຖັນແຖວປັນຍາຊົນ, ຊ່ຽວຊານ, ນັກວິທະຍາສາດ, ນັກທຸລະກິດ ແລະ ເຍົາວະຊົນຫວຽດນາມຢູ່ຕ່າງປະເທດ ເພື່ອເຂົ້າຮ່ວມການໃຫ້ຄຳປຶກສາດ້ານນະໂຍບາຍ, ການຖ່າຍທອດຄວາມຮູ້, ການລົງທຶນ, ການປະດິດສ້າງໃໝ່ ແລະ ການໂຄສະນາວັດທະນະທຳຫວຽດນາມອອກສູ່ໂລກ.
ບັນດາຄຳເຫັນຢູ່ສູນສົນທະນາ ລ້ວນແຕ່ມີຄວາມເປັນເອກະພາບເຫັນວ່າ ໃນບໍລິບົດໃໝ່, ເຄື່ອນໄຫວການທູດປະຊາຊົນ ຕ້ອງສືບຕໍ່ປ່ຽນແປງໃໝ່ຢ່າງແຂງແຮງ ຕາມທິດທາງເປັນມືອາຊີບ, ແທດຕົວຈິງ ແລະ ທັນສະໄໝກວ່າເກົ່າ, ພ້ອມທັງສ້າງກົນໄກທີ່ເຂັ້ມແຂງພໍ ເພື່ອເສີມຂະຫຍາຍປະສິດທິຜົນແຫຼ່ງທຶນສາກົນ ແລະ ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາປະເທດຊາດ.
| ຫວຽດນາມ - EU: ສາຍພົວພັນຄູ່ຮ່ວມມືທີ່ເລິກເຊິ່ງ, ກ້າວໄປສູ່ອະນາຄົດ ຍສໝ - ໃນຕອນຄໍ່າວັນທີ 8 ພຶດສະພາ, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນສະຫະພາບເອີຣົບ (EU) ປະຈຳ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນເອີຣົບ ສອງພັນຊາວຫົກ (Europe Day). |
| ເຊື້ອຍາວ ສ້າງສະຖິຕິຄົນຫວຽດນາມທົ່ວໂລກ: ຢືນຢັນບົດບາດ ແລະ ພະລັງຊີວິດຂອງເຊື້ອຍາວ ຫວຽດນາມ ຍສໝ - ວັນທີ 8 ພຶດສະພາ, ຢູ່ທີ່ ຮ່າໂນ້ຍ, ຜົນງານ "ສູດການຕັດຫຍິບເຊື້ອຍາວແບບຫຼ່ຽມ (ly vuông)" ຂອງນັກອອກແບບ ໂດ໋ຈິ່ງຮວ່າຍນາມ (Đỗ Trịnh Hoài Nam) ໄດ້ເປີດຕົວຢ່າງເປັນທາງການ ແລະ ເປັນກຽດໄດ້ຮັບການບັນທຶກສະຖິຕິໂລກ. ເຫດການດັ່ງກ່າວບໍ່ພຽງແຕ່ແມ່ນຂີດໝາຍອັນສະຫວ່າງສະໄຫວຂອງຂະແໜງແຟຊັນເທົ່ານັ້ນ, ແຕ່ຍັງແມ່ນການຢືນຢັນຢ່າງແຂງແຮງກ່ຽວກັບພະລັງຊີວິດອັນແຮງກ້າຂອງມໍລະດົກວັດທະນະທຳ ຫວຽດນາມ, ພ້ອມທັງຍົກລະດັບເຕັກນິກການຕັດຫຍິບເຊື້ອຍາວພື້ນເມືອງໃຫ້ກາຍເປັນລະບົບຄວາມຮູ້ທີ່ໄດ້ມາດຕະຖານເພື່ອກ້າວສູ່ລະດັບສາກົນ. |


