13:45 | 13/05/2026

ສາຍໃຍເຊື່ອມໂຍງພີ່ນ້ອງຮ່ວມຊາດ

ແຜ່ຂະຫຍາຍສານກ່ຽວກັບ ຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ເຊື່ອມໂຍງ ແລະ ບືນຕົວຂຶ້ນຢ່າງແຂງແຮງ ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48
ຫວຽດນາມ - EU: ສາຍພົວພັນຄູ່ຮ່ວມມືທີ່ເລິກເຊິ່ງ, ກ້າວໄປສູ່ອະນາຄົດ

ນ້ຳໃຈຂອງຜູ້ຢູ່ແດນໄກ

ໃນຊ່ວງຕົ້ນເດືອນ ຕຸລາ 2025, ເມື່ອຂໍ້ມູນກ່ຽວກັບຄວາມເສຍຫາຍຈາກພະຍຸ ແລະ ນ້ຳຖ້ວມທີ່ເກີດຂຶ້ນຢ່າງຕໍ່ເນື່ອງຢູ່ພາກກາງ ແລະ ເຂດພູດອຍພາກກາງ ປະກົດຂຶ້ນຕາມສື່ມວນຊົນ, ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ ກໍໄດ້ເລີ່ມເປີດຄັ້ງປຸກລະດົມຢ່າງຮີບດ່ວນ ເພື່ອຊ່ວຍເຫຼືອພີ່ນ້ອງຮ່ວມຊາດພາຍໃນປະເທດ. ກ່ອນໜ້ານັ້ນ, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຮຽກຮ້ອງໃຫ້ພີ່ນ້ອງຮ່ວມຊາດທັງພາຍໃນ ແລະ ຕ່າງປະເທດ ຮ່ວມແຮງຮ່ວມໃຈກັນຊ່ວຍເຫຼືອປະຊາຊົນຢູ່ພາກກາງ ແລະ ເຂດພູດອຍພາກກາງ ທີ່ໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມ.

ຄະນະປຸກລະດົມຂອງສະມາຄົມການກຸສົນ Senvang Berlin ໄດ້ເດີນທາງໄປຫາຫຼາຍສະຖານທີ່ທີ່ຄຸ້ນເຄີຍຂອງຊາວຫວຽດນາມ ຢູ່ Berlin. ຢູ່ທີ່ວັດ ໂຜດ່າ (Phổ Đà), ພາຍຫຼັງການປຸກລະດົມພຽງບໍ່ເທົ່າໃດຊົ່ວໂມງ, ຈຳນວນເງິນບໍລິຈາກກໍສູງເຖິງ 2,000 ເອີໂຣ. ຢູ່ທີ່ບ່ອນສ້ອມແປງລົດຂອງຊາວຫວຽດນາມແຫ່ງໜຶ່ງ, ເຈົ້າຂອງຮ້ານໄດ້ມອບເງິນ 1,000 ເອີໂຣ ພ້ອມທັງກ່າວສັ້ນໆວ່າ: “ບ້ານເກີດຂອງຂ້ອຍຢູ່ພາກກາງ, ທຸກຄັ້ງທີ່ມີຂ່າວນ້ຳຖ້ວມແມ່ນນອນບໍ່ຫຼັບເລີຍ”.

ຢູ່ຕາມຮ້ານອາຫານບາງແຫ່ງ, ນອກຈາກເຈົ້າຂອງຮ້ານແລ້ວ, ບັນດານັກງານເສີບ ແລະ ຜູ້ຊ່ວຍຄົວ ກໍໄດ້ຮ່ວມກັນບໍລິຈາກຄົນລະບໍ່ເທົ່າໃດສິບເອີໂຣ. ຍັງມີໄວໜຸ່ມບາງຄົນທີ່ເກີດຢູ່ ເຢຍລະມັນ, ເຖິງວ່າຈະເວົ້າພາສາຫວຽດນາມບໍ່ທັນຄ່ອງແຄ້ວ, ແຕ່ກໍຍັງຝາກຜູ້ໃຫຍ່ຊ່ວຍມອບເງິນ “10-20 ເອີໂຣ ເພື່ອສົ່ງເມືອຊ່ວຍພາຍໃນປະເທດ”.

ບັນດາເງິນບໍລິຈາກດັ່ງກ່າວໄດ້ຖືກເຕົ້າໂຮມກັນເປັນເວລາຫຼາຍວັນ, ຜ່ານບັນດາສະມາຄົມ, ສູນການຄ້າ ແລະ ກຸ່ມປະຊາຄົມຊາວຫວຽດນາມ ຢູ່ທົ່ວປະເທດ ເຢຍລະມັນ. ຕາມສະຫະພັນສະມາຄົມຊາວຫວຽດນາມ ຢູ່ ເຢຍລະມັນ, ພາຍຫຼັງການປຸກລະດົມພຽງເກືອບສາມອາທິດ ນັບຕັ້ງແຕ່ວັນທີ 5 ຕຸລາ 2025 ເປັນຕົ້ນມາ, ພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດສາມາດບໍລິຈາກເງິນໄດ້ກວ່າ 120,000 ເອີໂຣ, ເທົ່າກັບປະມານ 3,7 ຕື້ດົ້ງ, ເພື່ອຊ່ວຍເຫຼືອພີ່ນ້ອງຮ່ວມຊາດທີ່ໄດ້ຮັບຄວາມເສຍຫາຍຈາກພະຍຸ ແລະ ນ້ຳຖ້ວມ.

ສາຍໃຍເຊື່ອມໂຍງພີ່ນ້ອງຮ່ວມຊາດ
ຕົວຕາງໜ້າສະຫະພັນສະມາຄົມຊາວຫວຽດນາມ ຢູ່ ສສ ເຊັກ (Czech) ມອບປ້າຍສັນຍະລັກຈຳນວນເງິນ 10,3 ຕື້ດົ້ງ ເພື່ອຊ່ວຍເຫຼືອພີ່ນ້ອງຮ່ວມຊາດພາຍໃນປະເທດ. (ພາບ: Dieu Linh)

ບັນດາຄັ້ງປຸກລະດົມທີ່ຄ້າຍຄືກັນນີ້ ກໍໄດ້ຈັດຂຶ້ນຢູ່ໃນຫຼາຍປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ. ຢູ່ ສສ ເຊັກ, ພາຍຫຼັງຄຳຮຽກຮ້ອງຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ບັນດາສະມາຄົມຊາວຫວຽດນາມ ໄດ້ລິເລີ່ມການບໍລິຈາກຢູ່ຫຼາຍສູນການຄ້າ ແລະ ປະຊາຄົມທ້ອງຖິ່ນ.

ທ່ານ ຫງວຽນແທັງເຮືອງ (Nguyễn Thanh Hương), ຮອງປະທານສະຫະພັນສະມາຄົມຊາວຫວຽດນາມ ຢູ່ ສສ ເຊັກ ໃຫ້ຮູ້ວ່າ, ພຽງແຕ່ໄລຍະທຳອິດ, ປະຊາຄົມກໍສາມາດລະດົມທຶນໄດ້ກວ່າ 4 ຕື້ດົ້ງ ເພື່ອສົ່ງກັບຄືນເມືອພາຍໃນປະເທດ. ພາຍຫຼັງບັນດາຫົວພະຍຸຄັ້ງຕໍ່ໆມາ, ຈຳນວນເງິນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງເປັນກວ່າ 10 ຕື້ດົ້ງ.

ສິ່ງທີ່ທ່ານ ເຮືອງ ເນັ້ນໜັກເຖິງຫຼາຍທີ່ສຸດ ບໍ່ແມ່ນຈຳນວນເງິນ, ແຕ່ແມ່ນວິທີທີ່ປະຊາຄົມຕິດຕາມການຮັບ ແລະ ການນຳໃຊ້ແຫຼ່ງທຶນຊ່ວຍເຫຼືອດັ່ງກ່າວ.

ທ່ານ ເຮືອງ ກ່າວວ່າ: "ພວກເຮົາໄດ້ສ້າງບັນຊີທີ່ມີຄວາມໂປ່ງໃສ. ພີ່ນ້ອງທຸກຄົນເມື່ອມອບເງິນເຂົ້າໄປ ລ້ວນແຕ່ຮູ້ວ່າຈຳນວນເງິນໃນນັ້ນເພີ່ມຂຶ້ນເທົ່າໃດໃນແຕ່ລະວັນ ແລະ ເງິນນັ້ນຖືກນຳໃຊ້ຄືແນວໃດ. ເມື່ອເຫັນບັນຊີທີ່ມີຄວາມໂປ່ງໃສຄືແນວນັ້ນ, ພີ່ນ້ອງກໍມີຄວາມເຫັນດີເຫັນພ້ອມ ແລະ ສະໜັບສະໜູນຢ່າງຫຼວງຫຼາຍ".

ຕາມຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ, ພຽງແຕ່ໃນປີ 2025, ພະລັງແຫ່ງການແຜ່ກະຈາຍຈາກຄຳຮຽກຮ້ອງຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ປຸກລະດົມເງິນບໍລິຈາກໄດ້ເກືອບ 45 ຕື້ດົ້ງ ພ້ອມດ້ວຍເຄື່ອງອຸປະໂພກບໍລິໂພກທີ່ຈຳເປັນ 15 ໂຕນ ຈາກພີ່ນ້ອງຮ່ວມຊາດຢູ່ທົ່ວທຸກມຸມໂລກ.

ສາຍໃຍເຊື່ອມໂຍງພີ່ນ້ອງຮ່ວມຊາດ
ຄະນະພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ X.

ຄວາມໂປ່ງໃສສ້າງຄວາມເຊື່ອໝັ້ນ

ຕາມຕົວເລກຂອງແນວໂຮມປະເທດຊາດ ຫວຽດນາມ, ໃນບັນດາຄັ້ງປຸກລະດົມຊ່ວຍເຫຼືອພີ່ນ້ອງຮ່ວມຊາດ ທີ່ໄດ້ຮັບຜົນກະທົບຈາກພະຍຸ ບົວລອຍ (Bualoi) ແລະ ອຸທົກກະໄພຢູ່ພາກກາງໃນປີ 2025, ໄດ້ຮັບເງິນບໍລິຈາກກວ່າ 4,200 ຕື້ດົ້ງ. ກ່ອນໜ້ານັ້ນ, ການປຸກລະດົມຊ່ວຍເຫຼືອພີ່ນ້ອງຮ່ວມຊາດ ທີ່ໄດ້ຮັບຄວາມເສຍຫາຍຈາກພະຍຸ ຢາກິ (Yagi) ໃນປີ 2024 ໄດ້ຮັບເງິນກວ່າ 5,300 ຕື້ດົ້ງ.

ພາຍຫຼັງພະຍຸ ຢາກິ ໃນປີ 2024, ຄະນະປຸກລະດົມການຊ່ວຍເຫຼືອສູນກາງ ໄດ້ເປີດເຜີຍລາຍການບັນຊີການບໍລິຈາກກວ່າ 12,000 ໜ້າ ຜ່ານທາງ Fanpage ຂອງແນວໂຮມປະເທດຊາດ ຫວຽດນາມ. ໃນນັ້ນ, ມີການເຮັດທຸລະກຳຕັ້ງແຕ່ບໍ່ເທົ່າໃດພັນດົ້ງ ຈົນເຖິງຫຼາຍຮ້ອຍລ້ານດົ້ງ, ເຊິ່ງສະແດງໃຫ້ເຫັນຢ່າງລະອຽດກ່ຽວກັບ ເວລາໂອນເງິນ, ຈຳນວນເງິນ ແລະ ເນື້ອໃນການບໍລິຈາກຂອງບຸກຄົນ, ອົງການຈັດຕັ້ງ ແລະ ວິສາຫະກິດ.

ການເປີດເຜີຍຂໍ້ມູນນີ້ ໄດ້ຮັບການຕີລາຄາສູງຈາກຫຼາຍສະມາຄົມຊາວຫວຽດນາມຢູ່ຕ່າງປະເທດ ເມື່ອເວົ້າເຖິງບັນດາຄັ້ງປຸກລະດົມຊ່ວຍເຫຼືອພາຍໃນປະເທດ.

ທ່ານ ເລືອງຊວນຮວາ (Lương Xuân Hòa), ກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະມາຄົມຊາວຫວຽດນາມ ຢູ່ ອຸດອນທານີ (Udon Thani) (ໄທ) ໃຫ້ຮູ້ວ່າ: ປະຊາຄົມຊາວຫວຽດນາມ ຢູ່ ໄທ ໃນຫຼາຍປີຜ່ານມາ ລ້ວນແຕ່ມີຄວາມສາມັກຄີ, ຜູກພັນ ແລະ ຕອບສະໜອງຢ່າງຕັ້ງໜ້າຕໍ່ຄຳຮຽກຮ້ອງຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ທີ່ມຸ່ງຫາພີ່ນ້ອງຮ່ວມຊາດພາຍໃນປະເທດ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ, ພະຍຸ, ນ້ຳຖ້ວມ ແລະ ພະຍາດລະບາດ.

ທ່ານ ຮວາ ໃຫ້ຮູ້ຕື່ມວ່າ: "ທຸກຄັ້ງທີ່ພາຍໃນປະເທດມີຄວາມຫຍຸ້ງຍາກ, ພຽງແຕ່ແນວໂຮມປຸກລະດົມ, ພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດກໍພາກັນຕອບສະໜອງຢ່າງວ່ອງໄວ. ຜູ້ບໍລິຈາກໜ້ອຍ, ຜູ້ບໍລິຈາກຫຼາຍ, ແຕ່ທຸກຄົນລ້ວນແຕ່ຢາກແບ່ງປັນກັບພີ່ນ້ອງຮ່ວມຊາດພາຍໃນປະເທດ ດ້ວຍຄວາມຮັກແພງ ແລະ ຄວາມຮັບຜິດຊອບຂອງຕົນ".

ຕາມທ່ານແລ້ວ, ສິ່ງທີ່ເຮັດໃຫ້ພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາຄັ້ງປຸກລະດົມ ແມ່ນຄວາມເຊື່ອໝັ້ນຕໍ່ແນວໂຮມປະເທດຊາດ ຫວຽດນາມ ໃນການເຕົ້າໂຮມກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ, ການຮັບ ແລະ ການຈັດສັນແຫຼ່ງທຶນຊ່ວຍເຫຼືອຢ່າງເປີດເຜີຍ ແລະ ໂປ່ງໃສ.

ທ່ານກ່າວວ່າ: "ພີ່ນ້ອງເຊື່ອໝັ້ນວ່າ ການປະກອບສ່ວນຂອງຕົນຈະຖືກມອບໃຫ້ຖືກບ່ອນ, ຖືກກັບຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອຢ່າງແທ້ຈິງ".

ສາຍໃຍເຊື່ອມໂຍງພີ່ນ້ອງຮ່ວມຊາດ
ທ່ານປອ. ເຈິ່ນຫາຍລິງ (Trần Hải Linh) ມອບເງິນຊ່ວຍເຫຼືອສົມທົບທຶນ "ເພື່ອຜູ້ທຸກຍາກ ແລະ ສະຫວັດດີການສັງຄົມ".

ທ່ານປອ. ເຈິ່ນຫາຍລິງ (Trần Hải Linh), ກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະມາຄົມນັກທຸລະກິດ ແລະ ການລົງທຶນ ຫວຽດນາມ - ສ.ເກົາຫຼີ (VKBIA), ປະທານຜູ້ກໍ່ຕັ້ງສະມາຄົມຊ່ຽວຊານ ແລະ ປັນຍາຊົນ ຫວຽດນາມ - ສ.ເກົາຫຼີ (VKEIA) ຖືວ່າ: ວຽກງານການປຸກລະດົມ, ການຮັບ ແລະ ການແຈກຢາຍແຫຼ່ງທຶນຊ່ວຍເຫຼືອສັງຄົມຂອງແນວໂຮມປະເທດຊາດ ຫວຽດນາມ ນັບມື້ນັບມີຄວາມຕັ້ງໜ້າ, ໂດຍສະເພາະແມ່ນການເປີດເຜີຍ, ໂປ່ງໃສ ແລະ ມີຄວາມຮັບຜິດຊອບໃນການຊີ້ແຈງ.

ຕາມທ່ານແລ້ວ, ໃນບັນດາຄັ້ງປຸກລະດົມເມື່ອບໍ່ດົນມານີ້, ການເປີດເຜີຍຈຸດປະສົງຂອງການປຸກລະດົມ, ເປົ້າໝາຍທີ່ໄດ້ຮັບການຊ່ວຍເຫຼືອ, ຕົວເລກການຮັບເງິນ, ຄວາມຄືບໜ້າໃນການແຈກຢາຍ ພ້ອມກັບການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການອັບເດດຂໍ້ມູນຢ່າງຕໍ່ເນື່ອງຜ່ານສື່ມວນຊົນ ໄດ້ຊ່ວຍໃຫ້ປະຊາຊົນ ແລະ ພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດຕິດຕາມໄດ້ງ່າຍຂຶ້ນ.

ທ່ານກ່າວວ່າ: "ເມື່ອພີ່ນ້ອງເຫັນວ່າການປະກອບສ່ວນຂອງຕົນໄດ້ຖືກນຳໃຊ້ຖືກຕາມຈຸດປະສົງ, ໄປຮອດມືເປົ້າໝາຍຢ່າງຖືກຕ້ອງ ແລະ ສ້າງຜົນປະໂຫຍດຕົວຈິງ, ການຮ່ວມແຮງຮ່ວມໃຈກໍຈະຍິ່ງແຂງແຮງຂຶ້ນ".

ທ່ານ ເລວັນມຸຍ (Lê Văn Mùi), ປະທານສະມາຄົມຊາວຫວຽດນາມ ນະຄອນຫຼວງວຽງຈັນ (ລາວ) ໃຫ້ຮູ້ວ່າ, ໃນໄລຍະ 7 ປີ ທີ່ເຂົ້າຮ່ວມໃນຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ທ່ານຮູ້ສຶກໄດ້ຢ່າງຊັດເຈນເຖິງບົດບາດການເປັນຂົວຕໍ່ຂອງແນວໂຮມ ທີ່ມີຕໍ່ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ.

ທ່ານກ່າວວ່າ: "ພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດຮູ້ສຶກວ່າຕົນເອງໄດ້ຮັບການຮັບຟັງ, ໄດ້ຮັບຄວາມເອົາໃຈໃສ່ ແລະ ໄດ້ມີສ່ວນຮ່ວມເຂົ້າໃນວຽກງານລວມຂອງປະເທດຊາດ".

ເຊື້ອຍາວ ສ້າງສະຖິຕິຄົນຫວຽດນາມທົ່ວໂລກ: ຢືນຢັນບົດບາດ ແລະ ພະລັງຊີວິດຂອງເຊື້ອຍາວ ຫວຽດນາມ ເຊື້ອຍາວ ສ້າງສະຖິຕິຄົນຫວຽດນາມທົ່ວໂລກ: ຢືນຢັນບົດບາດ ແລະ ພະລັງຊີວິດຂອງເຊື້ອຍາວ ຫວຽດນາມ

ຍສໝ - ວັນທີ 8 ພຶດສະພາ, ຢູ່ທີ່ ຮ່າໂນ້ຍ, ຜົນງານ "ສູດການຕັດຫຍິບເຊື້ອຍາວແບບຫຼ່ຽມ (ly vuông)" ຂອງນັກອອກແບບ ໂດ໋ຈິ່ງຮວ່າຍນາມ (Đỗ Trịnh Hoài Nam) ໄດ້ເປີດຕົວຢ່າງເປັນທາງການ ແລະ ເປັນກຽດໄດ້ຮັບການບັນທຶກສະຖິຕິໂລກ. ເຫດການດັ່ງກ່າວບໍ່ພຽງແຕ່ແມ່ນຂີດໝາຍອັນສະຫວ່າງສະໄຫວຂອງຂະແໜງແຟຊັນເທົ່ານັ້ນ, ແຕ່ຍັງແມ່ນການຢືນຢັນຢ່າງແຂງແຮງກ່ຽວກັບພະລັງຊີວິດອັນແຮງກ້າຂອງມໍລະດົກວັດທະນະທຳ ຫວຽດນາມ, ພ້ອມທັງຍົກລະດັບເຕັກນິກການຕັດຫຍິບເຊື້ອຍາວພື້ນເມືອງໃຫ້ກາຍເປັນລະບົບຄວາມຮູ້ທີ່ໄດ້ມາດຕະຖານເພື່ອກ້າວສູ່ລະດັບສາກົນ.

ຮັດແໜ້ນຄວາມຜູກພັນທາງດ້ານວັດທະນະທຳ ຫວຽດນາມ – ສ.ເກົາຫຼີ ຈາກງານບຸນ ຮັດແໜ້ນຄວາມຜູກພັນທາງດ້ານວັດທະນະທຳ ຫວຽດນາມ – ສ.ເກົາຫຼີ ຈາກງານບຸນ "ພວກເຮົາແມ່ນນຳກັນ"

ຍສໝ​ - ງານບຸນ "ພວກເຮົາແມ່ນນຳກັນ– We Are Together" ຄັ້ງທີ 8 ບໍ່ພຽງແຕ່ແມ່ນກິດຈະກຳທາງດ້ານວັດທະນະທຳ ແລະ ການບັນເທີງເທົ່ານັ້ນ, ແຕ່ຍັງແມ່ນສານແຫ່ງຄວາມຜູກພັນ, ການແບ່ງປັນ ແລະ ການພັດທະນາແບບຍືນຍົງຂອງປະຊາຄົມຊາວຫວຽດນາມ ຢູ່ເກົາຫຼີ, ຜ່ານນັ້ນກໍໄດ້ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດທະພາບລະຫວ່າງສອງປະເທດ.

Link: https://huunghivietlao.thoidai.com.vn/detail-article-21992.html

In bài biết