11:35 | 12/05/2026

ເພີ່ມທະວີການພົວພັນແລກປ່ຽນມິດພາບ ຫວຽດນາມ - ອົດສະຕຣີ ຜ່ານການລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື

ກຽມ​ພ້ອມ​ໃຫ້​ແກ່ກອງ​ປະ​ຊຸມ​ໃຫຍ່​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຄັ້ງ​ທີ XI
ວັນ​ທີ 11 ພຶດ​ສະ​ພາ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ທີ 2 ເພື່ອ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI

ເຂົ້າຮ່ວມພິທີດັ່ງກ່າວມີ ທ່ານ ດົ່ງຮຸຍເກືອງ, ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດພາບ ຫວຽດນາມ; ທ່ານ ເຈິ່ນຕວນແອັງ, ປະທານສະມາຄົມມິດພາບ ຫວຽດນາມ - ອົດສະຕຣີ; ສາດສະດາຈານ ອານເຟຣດ ເກີສເທິລ, ປະທານສະມາຄົມ ອົດສະຕຣີ - ຫວຽດນາມ ພ້ອມດ້ວຍຕົວແທນຈາກບັນດາອົງການຈັດຕັ້ງ ແລະ ສະມາຊິກມິດພາບຂອງສອງປະເທດ.

ບົດບັນທຶກຄວາມເຂົ້າໃຈຮ່ວມມືລະຫວ່າງ ສະມາຄົມມິດພາບ ຫວຽດນາມ - ອົດສະຕຣີ ແລະ ສະມາຄົມ ອົດສະຕຣີ - ຫວຽດນາມ ແມ່ນຕາງໜ້າລົງນາມໂດຍ ທ່ານ ເຈິ່ນ ຕວນ ແອັງ ແລະ ສາດສະດາຈານ ອານເຟຣດ ເກີສເທິລ. ຂໍ້ຕົກລົງດັ່ງກ່າວມີກຳນົດເວລາ 5 ປີ, ເພື່ອສ້າງຂອບການຮ່ວມມືໃຫ້ສອງອົງການຈັດຕັ້ງຈັດຕັ້ງປະຕິບັດບັນດາກິດຈະກຳຮ່ວມມືບົນຈິດໃຈສະເໝີພາບ, ເຄົາລົບເຊິ່ງກັນ ແລະ ກັນ, ສອດຄ່ອງກັບກົດໝາຍຂອງແຕ່ລະປະເທດ ແລະ ສັນຍາສາກົນທີ່ ຫວຽດນາມ ແລະ ອົດສະຕຣີ ເປັນພາຄີ.

ເພີ່ມທະວີການພົວພັນແລກປ່ຽນມິດພາບ ຫວຽດນາມ - ອົດສະຕຣີ ຜ່ານການລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື

ບົດບັນທຶກຄວາມເຂົ້າໃຈຮ່ວມມືລະຫວ່າງ ສະມາຄົມມິດພາບ ຫວຽດນາມ - ອົດສະຕຣີ ແລະ ສະມາຄົມ ອົດສະຕຣີ - ຫວຽດນາມ ແມ່ນຕາງໜ້າລົງນາມໂດຍ ທ່ານ ເຈິ່ນຕວນແອັງ ແລະ ສາດສະດາຈານ Alfred Gerstl. (ຮູບພາບ: ດິງຮວ່າ).

ຕາມເນື້ອໃນການລົງນາມ, ສອງຝ່າຍຈະຍູ້ແຮງການແບ່ງປັນຂໍ້ມູນຂ່າວສານ, ໂຄສະນາພາບພົດປະເທດຊາດ, ປະຊາຊົນ, ປະຫວັດສາດ, ວັດທະນະທຳ ແລະ ຜົນສຳເລັດແຫ່ງການພັດທະນາຂອງແຕ່ລະປະເທດ; ເພີ່ມທະວີບັນດາກິດຈະກຳແລກປ່ຽນປະຊາຊົນ, ວັດທະນະທຳ - ສິລະປະ; ພ້ອມດຽວກັນນັ້ນກໍຊຸກຍູ້ການເຊື່ອມຕໍ່ຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ - ກໍ່ສ້າງ, ກິລາ ແລະ ການທ່ອງທ່ຽວ ລະຫວ່າງບັນດາອົງການຈັດຕັ້ງ, ວິສາຫະກິດ, ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າຂອງສອງປະເທດ.

ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບຮ່ວມກັນຈັດກອງປະຊຸມສຳມະນາ, ການໂອ້ລົມສົນທະນາ, ລາຍການແລກປ່ຽນແບບເຊິ່ງໜ້າ ແລະ ແບບອອນລາຍ ຢູ່ ຫວຽດນາມ ແລະ ອົດສະຕຣີ; ຊ່ວຍເຫຼືອບັນດາຄະນະຜູ້ແທນທີ່ມາຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງການນຳ ແລະ ສະມາຊິກຂອງສອງສະມາຄົມ; ພ້ອມທັງເພີ່ມທະວີການໂຄສະນາບັນດາກິດຈະກຳຮ່ວມກັນໃນສື່ມວນຊົນ ແລະ ສື່ສັງຄົມອອນລາຍ.

ເພີ່ມທະວີການພົວພັນແລກປ່ຽນມິດພາບ ຫວຽດນາມ - ອົດສະຕຣີ ຜ່ານການລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື

ບັນຍາກາດລວມຂອງພິທີ. (ຮູບພາບ: ດິງຮວ່າ).

ກ່າວຄຳເຫັນໃນພິທີ, ສາດສະດາຈານ ອານເຟຣດ ເກີສເທິລ ໄດ້ຕີລາຄາສູງຕໍ່ບົດບາດທີ່ນັບມື້ນັບມີຄວາມສຳຄັນຂອງ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊຽນ ໃນໂຄງສ້າງພາກພື້ນ ອິນເດຍ - ປາຊີຟິກ ກໍຄືໃນຍຸດທະສາດການຮ່ວມມືຂອງ ເອີຣົບ. ທ່ານເຫັນວ່າ ໃນສະພາບການແຂ່ງຂັນທາງດ້ານພູມສາດການເມືອງທີ່ເພີ່ມຂຶ້ນ, ບັນດາປະເທດຂະໜາດກາງ ແລະ ຂະໜາດນ້ອຍ ຕ້ອງຊຸກຍູ້ການຮ່ວມມືຫຼາຍຝ່າຍ, ຮັກສາການໂອ້ລົມສົນທະນາ ແລະ ເສີມສ້າງລະບຽບການສາກົນບົນພື້ນຖານກົດໝາຍ.

ຕາມສາດສະດາຈານ ອານເຟຣດ ເກີສເທິລ, ສະຫະພາບເອີຣົບ (EU) ໃນປະຈຸບັນຖືວ່າ ອາຊີຕາເວັນອອກສ່ຽງໃຕ້ ແມ່ນຄູ່ຮ່ວມມືສຳຄັນໃນຍຸດທະສາດ “ສ້າງຄວາມຫຼາກຫຼາຍ” ແລະ ຫຼຸດຜ່ອນການເພິ່ງພາທາງດ້ານເສດຖະກິດ, ເຕັກໂນໂລຊີ. ຫວຽດນາມ ຖືກຕີລາຄາວ່າແມ່ນໜຶ່ງໃນບັນດາຄູ່ຮ່ວມມືຫຼັກແຫຼ່ງຂອງ EU ຢູ່ພາກພື້ນ, ໂດຍສະເພາະແມ່ນໃນຂົງເຂດການຄ້າ, ການຫັນປ່ຽນພະລັງງານ, ການເຊື່ອມຕໍ່ພື້ນຖານໂຄງລ່າງ, ການສຶກສາ ແລະ ການແລກປ່ຽນປະຊາຊົນ.

ໃນພິທີລົງນາມ, ສາດສະດາຈານ Alfred Gerstl ຍັງໄດ້ກ່າວເຖິງທ່າອ່ຽງຂອງ EU ທີ່ກຳລັງຊຸກຍູ້ “ຄວາມເປັນເອກະລາດທາງດ້ານຍຸດທະສາດ”, ຂະຫຍາຍການຮ່ວມມືກັບ ອາຊຽນ ແລະ ເພີ່ມທະວີການປະກົດຕົວຢູ່ພາກພື້ນ ອິນເດຍ - ປາຊີຟິກ ຜ່ານບັນດາຂໍ້ລິເລີ່ມຄື Global Gateway ຫຼື ຍຸດທະສາດການຮ່ວມມື EU - ອາຊຽນ.

ເພີ່ມທະວີການພົວພັນແລກປ່ຽນມິດພາບ ຫວຽດນາມ - ອົດສະຕຣີ ຜ່ານການລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື

ຄະນະຜູ້ແທນຖ່າຍຮູບຮ່ວມກັນເປັນທີ່ລະນຶກ. (ຮູບພາບ: ດິງຮວ່າ).

ການລົງນາມບົດບັນທຶກຄວາມເຂົ້າໃຈລະຫວ່າງ ສະມາຄົມມິດພາບ ຫວຽດນາມ - ອົດສະຕຣີ ແລະ ສະມາຄົມ ອົດສະຕຣີ - ຫວຽດນາມ ຄາດວ່າຈະສ້າງພື້ນຖານໃໝ່ເພື່ອຂະຫຍາຍການຮ່ວມມືລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນຮັດແໜ້ນສາຍພົວພັນມິດພາບອັນເປັນມູນເຊື້ອ ແລະ ຊຸກຍູ້ສາຍພົວພັນ ຫວຽດນາມ - ອົດສະຕຣີ ໃຫ້ມີການພັດທະນາຢ່າງແທດຕົວ ແລະ ມີປະສິດທິຜົນໃນຕໍ່ໜ້າ.

ເຮືອຫາປາເກືອບ 500 ລຳ ຈາກນະຄອນດ່າໜັງ ໄດ້ລົງນາມໃນຄຳໝັ້ນສັນຍາຕ້ານການຫາປາ IUU. ເຮືອຫາປາເກືອບ 500 ລຳ ຈາກນະຄອນດ່າໜັງ ໄດ້ລົງນາມໃນຄຳໝັ້ນສັນຍາຕ້ານການຫາປາ IUU.

ຍສໝ - ເຈົ້າຂອງເຮືອ ແລະ ກັບຕັນເຮືອເກືອບ 500 ຄົນຢູ່ນະຄອນດ່າໜັງ ໄດ້ລົງນາມໃນຄຳໝັ້ນສັນຍາທີ່ຈະບໍ່ມີສ່ວນຮ່ວມໃນການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU), ຢືນຢັນຄວາມຕັ້ງໃຈຂອງເຂົາເຈົ້າທີ່ຈະຮ່ວມມືກັບເຈົ້າໜ້າທີ່ປ້ອງກັນຊາຍແດນເພື່ອປະຕິບັດລະບຽບການກ່ຽວກັບການຂຸດຄົ້ນການປະມົງຢ່າງເຂັ້ມງວດ ແລະ ປົກປ້ອງອະທິປະໄຕທາງທະເລ.

ກະຊວງຕຳຫຼວດຫວຽດນາມ ແລະ ບັນດາຄູ່ຮ່ວມມືສາກົນຮ່ວມມືກັນສ້າງພື້ນທີ່ອິນເຕີເນັດທີ່ປອດໄພ ແລະ ມີມະນຸດສະທຳ ກະຊວງຕຳຫຼວດຫວຽດນາມ ແລະ ບັນດາຄູ່ຮ່ວມມືສາກົນຮ່ວມມືກັນສ້າງພື້ນທີ່ອິນເຕີເນັດທີ່ປອດໄພ ແລະ ມີມະນຸດສະທຳ

ຍສໝ - ຕອນເຊົ້າວັນທີ 26 ຕຸລາ, ທີ່ຮ່າໂນ້ຍ, ໃນຂອບເຂດພິທີລົງນາມໃນສົນທິສັນຍາສະຫະປະຊາຊາດວ່າດ້ວຍຕ້ານອາຊະຍາກຳທາງອິນເຕີເນັດ (ສົນທິສັນຍາຮ່າໂນ້ຍ), ທ່ານພົນເອກ ເລືອງຕາມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ມີບັນດາການພົບປະສອງຝ່າຍກັບຜູ້ນຳບັນດາກະຊວງ, ອົງການປະຕິບັດກົດໝາຍ ແລະ ວິສາຫະກິດສາກົນ ເພື່ອຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງ, ການປ້ອງກັນຕ້ານອາຊະຍາກຳຂ້າມຊາດ ແລະ ຄວາມປອດໄພທາງອິນເຕີເນັດ.

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-21985.html

In bài biết