22:28 | 09/05/2026

ປ່ຽນ "ຄວາມໃກ້ຊິດທາງດ້ານພູມສາດ" ໃຫ້ກາຍເປັນ "ທ່າແຮງແຫ່ງການຮັດແໜ້ນຍຸດທະສາດ" ລະຫວ່າງ 3 ປະເທດ ຫວຽດນາມ, ກຳປູເຈຍ ແລະ ລາວ

ຊາວໜຸ່ມ ຫວຽດນາມ – ລາວ – ກຳປູເຈຍ ແຜ່ຂະຫຍາຍຄວາມຮັບຜິດຊອບ, ອຸທິດຕົນເພື່ອຊຸມຊົນ
ການນຳ ຫວຽດນາມ ສົ່ງສານອວຍພອນບຸນປີໃໝ່ລາວ ແລະ ກຳປູເຈຍ

ໃນບັນຍາກາດແຫ່ງຄວາມສະໜິດສະໜົມ ແລະ ໄມຕີຈິດມິດຕະພາບ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ຢືນຢັນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນສາຍພົວພັນມູນເຊື້ອສາມັກຄີ, ສະໜິດແໜ້ນກັບ ກຳປູເຈຍ ແລະ ລາວ, ພ້ອມທັງຢືນຢັນວ່າ ໃນຖານະຕຳແໜ່ງໃໝ່ນີ້ ຈະພະຍາຍາມຈົນສຸດຄວາມສາມາດ ເພື່ອເພີ່ມພູນຄູນສ້າງສາຍພົວພັນລະຫວ່າງສາມປະເທດ, ຮ່ວມມືຢ່າງແໜ້ນແຟ້ນກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ ແລະ ລາວ ເພື່ອຮ່ວມກັນຫັນປ່ຽນ "ນ້ຳໃຈໄມຕີຈິດມູນເຊື້ອ" ລະຫວ່າງສາມປະເທດ ໃຫ້ກາຍເປັນ "ກຳລັງຊຸກດັນແຫ່ງການພັດທະນາ" ແລະ ປ່ຽນ "ຄວາມໃກ້ຊິດທາງດ້ານພູມສາດ" ໃຫ້ກາຍເປັນ "ທ່າແຮງແຫ່ງການຮັດແໜ້ນຍຸດທະສາດ" ເພື່ອໃຫ້ສາມປະເທດພັດທະນາໄປພ້ອມກັນຢ່າງໄວວາ ແລະ ຍືນຍົງ.

ປ່ຽນ
ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ໄດ້ມີການຮ່ວມຮັບປະທານອາຫານເຊົ້າ ແລະ ເຮັດວຽກກັບ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ. (ພາບ: VGP/ຍັດບັກ)

ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດອົກສຸດໃຈຕໍ່ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ທີ່ໄດ້ຮັບດຳລົງຕຳແໜ່ງໃໝ່ອັນເຕັມໄປດ້ວຍພາລະໜ້າທີ່ອັນໜັກໜ່ວງ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຮຸນ ມາເນັດ (Hun Manet) ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ (Sonexay Siphandone) ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອ ແລະ ການຮ່ວມມືທີ່ມີປະສິດທິຜົນໃນຫຼາຍຂົງເຂດ ເຊິ່ງ ຫວຽດນາມ ໄດ້ມອບໃຫ້ແກ່ ກຳປູເຈຍ ແລະ ລາວ ໃນຊຸມປີຜ່ານມາ, ພ້ອມທັງຢືນຢັນວ່າຈະຮ່ວມມືຢ່າງແໜ້ນແຟ້ນ ແລະ ເປັນປົກກະຕິກັບທ່ານນາຍົກລັດຖະມົນຕີ ເລມິງຮຶງ ເພື່ອສືບຕໍ່ນຳພາສາຍພົວພັນລະຫວ່າງສາມປະເທດໃຫ້ພັດທະນາເຂົ້າສູ່ລວງເລິກ, ມີປະສິດທິຜົນກວ່າເກົ່າໃນຕໍ່ໜ້າ.

ນາຍົກລັດຖະມົນຕີທັງສາມທ່ານ ສະແດງຄວາມປິຕິຊົມຊື່ນທີ່ເຫັນວ່າ ສາຍພົວພັນລະຫວ່າງສາມປະເທດໃນໄລຍະຜ່ານມາ ສືບຕໍ່ໄດ້ຮັບການປັບປຸງໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ຫວຽດນາມ - ກຳປູເຈຍ, ຫວຽດນາມ - ລາວ ກໍຄືການພົບປະລະຫວ່າງສາມຜູ້ນຳສູງສຸດຂອງສາມພັກ (06 ກຸມພາ 2026) ໄດ້ສ້າງແຮງຊຸກດັນໃໝ່, ກຳນົດທິດທາງການຮ່ວມມືຮອບດ້ານລະຫວ່າງສາມປະເທດ. ສາມປະເທດສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຕໍ່ສູ້ສະກັດກັ້ນ ແລະ ຕ້ານອາດຊະຍາກຳຂ້າມຊາດ, ອາດຊະຍາກຳເຕັກໂນໂລຊີສູງ; ດ້ານການຄ້າ, ການລົງທຶນໄດ້ຮັບການຮັກສາໃຫ້ມີສະຖຽນລະພາບ, ບາງໂຄງການຂອງວິສາຫະກິດ ຫວຽດນາມ ຢູ່ ກຳປູເຈຍ ແລະ ລາວ ພວມຜັນຂະຫຍາຍຢ່າງມີປະສິດທິຜົນ.

ໃນສະພາບການທີ່ສະຖານະການໂລກພວມກໍ່ໃຫ້ເກີດຜົນກະທົບທາງລົບຕໍ່ເສດຖະກິດຂອງບັນດາປະເທດໃນພາກພື້ນ, ນາຍົກລັດຖະມົນຕີທັງສາມທ່ານ ໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາການແລກປ່ຽນ ແລະ ການພົບປະຂັ້ນສູງ, ເສີມຂະຫຍາຍບັນດາກົນໄກທີ່ມີຢູ່ແລ້ວ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍ ກໍຄືການຮ່ວມມືສາມຝ່າຍ; ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕັ້ງໜ້າແບ່ງປັນຂໍ້ມູນຂ່າວສານ, ຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນໃນການຕໍ່ສູ້ສະກັດກັ້ນ ແລະ ຕ້ານອາດຊະຍາກຳປະເພດຕ່າງໆ, ອາດຊະຍາກຳຕົ້ມຕຸນທາງອອນລາຍ; ເຫັນດີສ້າງບາດກ້າວບຸກທະລຸໃນການຮັດແໜ້ນດ້ານເສດຖະກິດ, ຕ່ອງໂສ້ການສະໜອງ, ການເຊື່ອມຕໍ່ດ້ານຄົມມະນາຄົມ, ເປີດເສັ້ນທາງບິນຊື່ຕື່ມອີກລະຫວ່າງບັນດານະຄອນໃຫຍ່, ການເຊື່ອມຕໍ່ດ້ານພະລັງງານ, ໂລຈິສຕິກ (logistics) ແລະ ການຄ້າຜ່ານຊາຍແດນ, ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືພັດທະນາໂຄງລ່າງພື້ນຖານຍຸດທະສາດໃຫ້ເຂົ້າສູ່ຕົວຈິງ; ສືບຕໍ່ເຮັດໃຫ້ຂັ້ນຕອນການເຂົ້າ-ອອກເມືອງມີຄວາມສະດວກງ່າຍດາຍ ແລະ ເຮັດໃຫ້ຜະລິດຕະພັນການທ່ອງທ່ຽວມີຄວາມຫຼາກຫຼາຍ; ຊຸກຍູ້ການໂຄສະນາເຜີຍແຜ່ກ່ຽວກັບຜົນສຳເລັດແຫ່ງການຮ່ວມມື ແລະ ສາຍພົວພັນສາມັກຄີ, ມິດຕະພາບລະຫວ່າງສາມປະເທດ, ສາມຊາດ; ປະສານສົມທົບຈັດຕັ້ງບັນດາເຫດການສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ລາວ, 60 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ກຳປູເຈຍ ໃນປີ 2027 ໃຫ້ດີ; ສືບຕໍ່ປະສານສົມທົບ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນໃນຂອບເຂດອາຊຽນ (ASEAN) ແລະ ບັນດາກົນໄກອະນຸພາກພື້ນແມ່ນ້ຳຂອງ (Mekong).

ປ່ຽນ
ນາຍົກລັດຖະມົນຕີທັງສາມທ່ານ ສະແດງຄວາມປິຕິຊົມຊື່ນທີ່ເຫັນວ່າ ສາຍພົວພັນລະຫວ່າງສາມປະເທດໃນໄລຍະຜ່ານມາ ສືບຕໍ່ໄດ້ຮັບການປັບປຸງໃຫ້ແໜ້ນແຟ້ນຍິ່ງຂຶ້ນ. (ພາບ: VGP/ຍັດບັກ)

ນາຍົກລັດຖະມົນຕີທັງສາມທ່ານ ຍັງໄດ້ສົນທະນາແລກປ່ຽນກ່ຽວກັບບັນດາວັນຫາສາກົນ ແລະ ພາກພື້ນ ທີ່ທັງສາມຝ່າຍມີຄວາມສົນໃຈຮ່ວມກັນ; ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສາຍພົວພັນສາມັກຄີທີ່ສະໜິດແໜ້ນ, ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສາມປະເທດ ກໍຄືການຊຸກຍູ້ການຮ່ວມມືກັບບັນດາປະເທດອາຊຽນ (ASEAN) ອື່ນໆ, ໃນສະພາບການທີ່ສະຖານະການໂລກ ແລະ ພາກພື້ນມີການຜັນແປຢ່າງສັບສົນ; ຢືນຢັນເຖິງຄວາມມຸ່ງໝັ້ນ ແລະ ຄຳໝັ້ນສັນຍາທີ່ຈະໃຫ້ບຸລິມະສິດໃນການເພີ່ມພູນຄູນສ້າງ, ຊຸກຍູ້ສາຍພົວພັນລະຫວ່າງສາມປະເທດສະເໝີມາ, ເພື່ອຜົນປະໂຫຍດຂອງປະຊາຊົນສາມປະເທດ, ແລະ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ.

ນັກສຶກສາ ລາວ ແລະ ກຳປູເຈຍ ສະເຫຼີມສະຫຼອງປີໃໝ່ປະຈຳຊາດຢ່າງອົບອຸ່ນ ທີ່ນະຄອນ ໂຮ່ຈິມິນ ນັກສຶກສາ ລາວ ແລະ ກຳປູເຈຍ ສະເຫຼີມສະຫຼອງປີໃໝ່ປະຈຳຊາດຢ່າງອົບອຸ່ນ ທີ່ນະຄອນ ໂຮ່ຈິມິນ

ຍສໝ - ຕອນຄ່ຳວັນທີ 13 ເມສາ, ທີ່ນະຄອນ ໂຮ່ຈິມິນ, ສູນກາງຊາວໜຸ່ມນະຄອນ ໂຮ່ຈິມິນ ໄດ້ຈັດງານຊຸມນຸມສະເຫຼີມສະຫຼອງນັກສຶກສາ ລາວ ແລະ ກຳປູເຈຍ ທີ່ກຳລັງຮຽນຢູ່ໃນນະຄອນນີ້ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງເຂົາເຈົ້າຄື ບຸນປີໃໝ່ (ລາວ) ແລະ Chôl Chnam Thmay (ກຳປູເຈຍ).

ສີສັນສົດໃສຂອງການສະຫຼອງປີໃໝ່ປະຈຳຊາດຂອງ ກຳປູເຈຍ, ລາວ ແລະ ໄທ ຢູ່ນະຄອນ ໂຮ່ຈິມິນ ສີສັນສົດໃສຂອງການສະຫຼອງປີໃໝ່ປະຈຳຊາດຂອງ ກຳປູເຈຍ, ລາວ ແລະ ໄທ ຢູ່ນະຄອນ ໂຮ່ຈິມິນ

ຍສໝ - ວັນທີ 11 ເມສາ, ທີ່ນະຄອນ ໂຮ່ຈິມິນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈິມິນ ໄດ້ປະສານງານຈັດງານບຸນປີໃໝ່ປະຈຳຊາດ ກຳປູເຈຍ, ລາວ, ແລະ ໄທ, ເຊິ່ງໄດ້ສະທ້ອນໃຫ້ເຫັນເຖິງບັນດາພິທີກຳພື້ນເມືອງຢ່າງມີຊີວິດຊີວາ, ປະກອບສ່ວນເຂົ້າໃນການເພີ່ມທະວີການແລກປ່ຽນວັດທະນະທຳ ແລະ ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງປະຊາຊົນບັນດາປະເທດໃນພາກພື້ນ.

Link: https://huunghivietlao.thoidai.com.vn/detail-article-21973.html

In bài biết