“ຫາໄດ້ຍາກທີ່ປະເທດໃດຈະມີຮູບແບບຄວາມສາມັກຄີລະຫວ່າງສາສະໜາຄືຢູ່ ຫວຽດນາມ”
| ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48: ຟີລິບປິນ ເດ່ກາວ ວາຍຈໍ່, ກິງງ່ຽມ ກົວ ຫວຽດນາມ | |
| ບັກນິງ (Bắc Ninh) ຊຸກຍູ້ການຮຽນ-ການສອນພາສາຊົນເຜົ່າສ່ວນໜ້ອຍ ຢູ່ໃນໂຮງຮຽນ ແລະ ເຂດຊຸມຊົນ |
ທ່ານ ຫງວຽນວັນແທັງ (Nguyễn Văn Thanh), ກຳມະການຄະນະປະທານ, ຫົວໜ້າຄະນະຊົນເຜົ່າ ແລະ ສາສະໜາ, ອົງການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສົນທະນາແລກປ່ຽນກັບນັກຂ່າວ ວາລະສານ ຍຸກສະໄໝ ກ່ຽວກັບບັນດາຮູບແບບການປະສານສົມທົບລະຫວ່າງບັນດາຊຸມຊົນສາສະໜາ, ບົດບາດຂອງແນວໂຮມໃນວຽກງານເຕົ້າໂຮມ, ສາມັກຄີບັນດາສາສະໜາ ກໍຄືບັນດາຄວາມຮຽກຮ້ອງຕ້ອງການທີ່ຕັ້ງຂຶ້ນໃນສະພາບການທີ່ຊີວິດການເປັນຢູ່ຂອງຕົວເມືອງນັບມື້ນັບມີຄວາມຫຼາກຫຼາຍ.
![]() |
| ທ່ານ ຫງວຽນວັນແທັງ (Nguyễn Văn Thanh), ກຳມະການຄະນະປະທານ, ຫົວໜ້າຄະນະຊົນເຜົ່າ ແລະ ສາສະໜາ, ອົງການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ. (ພາບ: ດິງຮວາ) |
ຈາກພາກຕົວຈິງຂອງວຽກງານ, ສິ່ງທີ່ເຮັດໃຫ້ທ່ານຮູ້ສຶກປະທັບໃຈທີ່ສຸດ ກ່ຽວກັບການຮັດແໜ້ນຄວາມສາມັກຄີ ລະຫວ່າງ ບັນດາຊຸມຊົນສາສະໜາຢູ່ ຫວຽດນາມ ໃນປັດຈຸບັນ ແມ່ນຫຍັງ?
ຈາກກົກເຄົ້າແຫ່ງມູນເຊື້ອ ແລະ ດ້ວຍການຊີ້ນຳ, ເຕົ້າໂຮມ, ສາມັກຄີຂອງແນວໂຮມ, ຢູ່ ຫວຽດນາມ ໄດ້ກໍ່ຕົວຂຶ້ນຫຼາຍຮູບແບບແຫ່ງຄວາມສາມັກຄີລະຫວ່າງບັນດາສາສະໜາ ເຊິ່ງຫາໄດ້ຍາກທີ່ປະເທດໃດໃນໂລກຈະມີຄືໄດ້. ບາງຮູບແບບທີ່ດີເດັ່ນຄື:
ຢູ່ ເຫ້ວ (Huế), ບັນດາພະເຖລານຸເຖລະທາງພຸດທະສາສະໜາ ແລະ ຕຳແໜ່ງທາງສາສະໜາຄຣິດ (ກາໂຕລິກ) ໄດ້ຮ່ວມກັນສ້າງແຜນການເຄື່ອນໄຫວລວມ ເພື່ອເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປ່ວຍ HIV/AIDS ໄລຍະສຸດທ້າຍ ຢູ່ໂຮງໝໍສູນກາງ ເຮວ້. ບັນດາການເຄື່ອນໄຫວຊ່ວຍເຫຼືອໄດ້ຈັດຂຶ້ນໃນໂຮງໝໍ, ພ້ອມທັງຜັນຂະຫຍາຍຢູ່ຊຸມຊົນ, ຢູ່ຄອບຄົວຂອງຜູ້ທີ່ໄດ້ຮັບຜົນກະທົບຈາກ HIV/AIDS ເພື່ອປະກອບສ່ວນຫຼຸດຜ່ອນການລັງກຽດ ແລະ ການຈຳແນກການປະຕິບັດ.
ໃນໄລຍະທີ່ພະຍາດ COVID-19 ລະບາດແຮງ, ຫຼາຍຮາກຖານພຸດທະສາສະໜາ ໄດ້ສະໜອງອາຫານຟຣີແຕ່ 10.000 ຫາ 15.000 ກ່ອງຕໍ່ວັນ ໃຫ້ແກ່ປະຊາຊົນໃນຊຸມຊົນ, ບັນດາສູນຈຳກັດບໍລິເວນ ແລະ ໂຮງໝໍພາກສະໜາມ. ຈາກບັນດາການເຄື່ອນໄຫວທີ່ມີລັກສະນະມະນຸດສະທຳ ແລະ ແທດຕົວຈິງນັ້ນ, ສະພາສັງຄະນາຍົກ ຫວຽດນາມ ແລະ ສຳນັກອັກຄະສັງຄະນາຍົກ ນະຄອນ ໂຮ່ຈີມິນ ໄດ້ສະໜັບສະໜູນງົບປະມານ ເພື່ອໃຫ້ທາງວັດຮັກສາໂຮງຄົວສົງເຄາະຮັບໃຊ້ຊຸມຊົນໃນໄລຍະຕ້ານໂລກລະບາດ.
ກໍໃນໄລຍະນີ້, ຫຼາຍພະເຖລານຸເຖລະທາງພຸດທະສາສະໜາ ໄດ້ຂົນຂວາຍແຫຼ່ງທຶນ ເພື່ອຈັດຕັ້ງອາຫານ ແລະ ຂອງຂວັນຟຣີຫຼາຍພັນ, ຈົນຮອດຫຼາຍແສນສ່ວນ. ສ່ວນໜຶ່ງຂອງແຫຼ່ງທຶນນັ້ນ ໄດ້ຮັບການປະສານສົມທົບສົ່ງໄປຍັງຊຸມຊົນອິດສະລາມ ແລະ ສາສະໜາຄຣິດ (ໂປເຕສແຕນ) ເພື່ອໃຫ້ບັນດາຜູ້ນຳສາສະໜາອິດສະລາມ ແລະ ຄູສອນຄຳສອນ ສືບຕໍ່ຊ່ວຍເຫຼືອປະຊາຊົນໃນທ້ອງຖິ່ນ ແລະ ຊຸມຊົນສາສະໜາຂອງຕົນ.
ໃນໂອກາດບຸນເຕັດ (ບຸນປີໃໝ່ຫວຽດນາມ), ໃນຄັ້ງໜຶ່ງທີ່ໄປຢ້ຽມຢາມ ແລະ ອວຍພອນບັນດາຜູ້ນຳພຸດທະສາສະໜາ ແລະ ອິດສະລາມ, ພວກເຮົາໄດ້ຮັບການແບ່ງປັນຈາກທາງຊຸມຊົນອິດສະລາມວ່າ ຍັງມີຫຼາຍຄອບຄົວສານິກະຊົນທີ່ມີເງື່ອນໄຂຫຍຸ້ງຍາກ, ໃນຂະນະທີ່ແຫຼ່ງທຶນຊ່ວຍເຫຼືອຂອງຊຸມຊົນຍັງມີຈຳກັດ. ເມື່ອໄດ້ນຳເລື່ອງນີ້ໄປສົນທະນາກັບການນຳຂອງມູນນິທິພຸດທະສາສະໜາ ຫວຽດນາມ, ພະອາຈານໃຫຍ່ທ່ານໜຶ່ງ, ຮອງປະທານສະພາບໍລິຫານງານມູນນິທິພຸດທະສາສະໜາ ຫວຽດນາມ ໄດ້ເປັນເຈົ້າການສະເໜີຊ່ວຍເຫຼືອຫຼາຍຮ້ອຍລ້ານດົງ ເພື່ອໃຫ້ຊຸມຊົນອິດສະລາມມີແຫຼ່ງທຶນຕື່ມອີກໃນການເບິ່ງແຍງດູແລ, ຢ້ຽມຢາມບັນດາຄອບຄົວທີ່ຫຸ້ງຍາກ ແລະ ຄອບຄົວນໂຍບາຍໃນໂອກາດບຸນປີໃໝ່.
ມີບັນດາຫ້ອງຝຶກອົບຮົມສຳລັບຊຸມຊົນອິດສະລາມ ທີ່ຈັດຂຶ້ນຢູ່ພາຍໃນວິຫານອິດສະລາມໂດຍກົງ ໂດຍມີການເຂົ້າຮ່ວມແລກປ່ຽນ, ຖອດຖອນບົດຮຽນຂອງບັນດາພະອາຈານ, ນັກບວດທາງພຸດທະສາສະໜາ ກ່ຽວກັບການເຄື່ອນໄຫວສະຫວັດດີການສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ. ບາງແຜນງານຍັງໄດ້ຮັບການຊ່ວຍເຫຼືອດ້ານແຫຼ່ງທຶນຈາກທາງພຸດທະສາສະໜາ ເພື່ອຮັກສາການເຄື່ອນໄຫວສະຫວັດດີການສັງຄົມໃຫ້ແກ່ຜູ້ນຳສາສະໜາອື່ນ.
ຈາກຕົວຈິງນັ້ນສາມາດເຫັນໄດ້ວ່າ, ລະຫວ່າງບັນດາຜູ້ນຳສາສະໜາ, ອົງການຈັດຕັ້ງສາສະໜາຢູ່ ຫວຽດນາມ ໄດ້ກໍ່ຕົວຂຶ້ນຫຼາຍການເຄື່ອນໄຫວປະສານສົມທົບ, ຖອດຖອນບົດຮຽນໃນວຽກງານສະຫວັດດີການສັງຄົມ, ການກຸສົນມະນຸດສະທຳ ຫຼື ການປົກປັກຮັກສາສິ່ງແວດລ້ອມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...
ບົດບາດຂອງແນວໂຮມໃນການສ້າງຄວາມຮັດແໜ້ນ ລະຫວ່າງ ບັນດາຊຸມຊົນສາສະໜາ ໄດ້ຮັບການສະແດງອອກຄືແນວໃດ, ຂໍຮຽນທ່ານ?
ແນວໂຮມປະເທດຊາດ ຫວຽດນາມ ແມ່ນເຮືອນລວມແຫ່ງມະຫາສາມັກຄີທົ່ວປວງຊົນທັງຊາດ, ແມ່ນບ່ອນເຕົ້າໂຮມ, ສ້າງສາກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ, ໃນນັ້ນມີພໍ່ແມ່ປະຊາຊົນບັນດາສາສະໜາ.
ໃນວິວັດທະນາການເຄື່ອນໄຫວ, ຫຼາຍຄວາມມຸ່ງມາດປາດຖະໜາ, ຄຳສະເໜີຂອງບັນດາອົງການຈັດຕັ້ງ ແລະ ບຸກຄົນທາງສາສະໜາ ມັກຈະໄດ້ຮັບການສະທ້ອນ ແລະ ສະເໜີມາຍັງແນວໂຮມເປັນອັນດັບທຳອິດ. ຈາກນັ້ນ, ແນວໂຮມຈະສັງລວມ ແລະ ສະເໜີຕໍ່ບັນດາອົງການຈັດຕັ້ງທີ່ມີສິດອຳນາດ ເພື່ອພິຈາລະນາ ແລະ ແກ້ໄຂ.
ຢູ່ຫຼາຍທ້ອງຖິ່ນ, ພະນັກງານແນວໂຮມຂັ້ນຮາກຖານ ມັກຈະໄດ້ພົບປະ, ເຂົ້າຫາບັນດາຜູ້ນຳສາສະໜາ, ຜູ້ຮັບຜິດຊອບວຽກງານສາສະໜາ ແລະ ພໍ່ແມ່ປະຊາຊົນບັນດາສາສະໜາ ເພື່ອກຳແໜ້ນສະພາບການຕົວຈິງ, ຮັບຟັງບັນດາວັນຫາທີ່ເກີດຂຶ້ນໃນຊີວິດການເປັນຢູ່ທາງສາສະໜາ, ແນະນຳ ແລະ ຊ່ວຍເຫຼືອບັນດາສາສະໜາຜັນຂະຫຍາຍການເຄື່ອນໄຫວໃຫ້ຖືກຕ້ອງຕາມລະບຽບກົດໝາຍ.
ຢູ່ຂັ້ນສູນກາງ, ແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງຫຼາຍກອງປະຊຸມພົບປະ, ສົນທະນາຕາມຫົວຂໍ້ສະເພາະກັບບັນດາອົງການຈັດຕັ້ງສາສະໜາ. ມີບັນດາການພົບປະ, ເຮັດວຽກໂດຍກົງລະຫວ່າງ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກັບ ສັງຄະມົນທົນສາສະໜາຄຣິດ (ກາໂຕລິກ), ຄະນະອຳນວຍການສຳນັກນັກບວດໃຫຍ່, ຄະນະອຳນວຍການໂຮງຮຽນວິຊາຊີບຂອງສາສະໜາຄຣິດ; ກັບ ສະພາພິສູດທຳ ແລະ ສະພາບໍລິຫານງານມູນນິທິພຸດທະສາສະໜາ ຫວຽດນາມ; ກັບ ຄະນະບໍລິຫານງານສູນກາງພຸດທະສາສະໜາ ຮ່ວາຮາວ (Hòa Hảo) ຫຼື ບັນດາອົງການຈັດຕັ້ງ ກາວດ່າຍ (Cao Đài). ຜ່ານບັນດາການພົບປະ ແລະ ສົນທະນານັ້ນ, ແນວໂຮມໄດ້ຮັບຟັງຄວາມມຸ່ງມາດປາດຖະໜາ, ບັນດາຄຳສະເໜີທີ່ຖືກຕ້ອງຕາມກົດໝາຍ ແລະ ຊອບທຳ ທີ່ຕິດພັນກັບການເຄື່ອນໄຫວຄວາມເຊື່ອຖື, ສາສະໜາ ກໍຄືບັນດາວັນຫາທີ່ຕັ້ງຂຶ້ນໃນຊີວິດສັງຄົມ ເພື່ອສັງລວມ ແລະ ສະເໜີຕໍ່ບັນດາອົງການຈັດຕັ້ງທີ່ມີສິດອຳນາດພິຈາລະນາ, ແກ້ໄຂ.
ນອກຈາກນັ້ນ, ແນວໂຮມຍັງໄດ້ເຂົ້າຮ່ວມການຕິດຕາມກວດກາ, ວິຈານສັງຄົມ ຕໍ່ກັບບັນດາແນວທາງ, ນໂຍບາຍທີ່ກ່ຽວຂ້ອງກັບຄວາມເຊື່ອຖື ແລະ ສາສະໜາ; ປະສານສົມທົບກັບບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ສັງລວມຕົວຈິງ ເພື່ອສະເໜີປັບປຸງ, ສ້າງນໂຍບາຍກົດໝາຍໃຫ້ສົມບູນ ແລະ ສອດຄ່ອງກັບສະພາບການໃໝ່.
ໄລຍະຜ່ານມາ, ແນວໂຮມໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວລະອຽດໃດແດ່ ເພື່ອຮ່ວມເດີນທາງໄປກັບບັນດາອົງການຈັດຕັ້ງສາສະໜາ?
ແນວທາງທີ່ສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ແມ່ນເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ສີລະທຳທີ່ດີງາມ ແລະ ແຫຼ່ງທຶນຂອງບັນດາສາສະໜາ ໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ຍືນຍົງ.
ຈາກແນວທາງນັ້ນ, ແນວໂຮມປະເທດຊາດ ຫວຽດນາມ ໄດ້ປະສານສົມທົບກັບບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ບັນດາສາສະໜາ ຜັນຂະຫຍາຍຫຼາຍແຜນງານໃນຂົງເຂດຕ່າງໆ ເຊັ່ນ: ສະຫວັດດີການສັງຄົມ, ການກູ້ໄພໄພພິບັດທາງທຳມະຊາດ, ພະຍຸ ແລະ ນ້ຳຖ້ວມ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການເບິ່ງແຍງສຸຂະພາບຊຸມຊົນ ຫຼື ການຊ່ວຍເຫຼືອຜູ້ດ້ອຍໂອກາດ.
![]() |
| ພິທີເຊັນບົດບັນທຶກຄວາມເຂົ້າໃຈການປະສານສົມທົບໃນການປົກປັກຮັກສາສິ່ງແວດລ້ອມ ລະຫວ່າງ ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ (MTTQ) ຫວຽດນາມ ກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ປັດຈຸບັນແມ່ນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ) ພ້ອມດ້ວຍ 43 ອົງການຈັດຕັ້ງສາສະໜາ, ໃນເດືອນ ພະຈິກ 2022 ຢູ່ ນະຄອນ ໂຮ່ຈີມິນ. |
ຕົວຢ່າງ, ແນວໂຮມປະເທດຊາດ ຫວຽດນາມ ໄດ້ເປັນເຈົ້າການປະສານສົມທົບກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ປັດຈຸບັນແມ່ນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ) ຜັນຂະຫຍາຍການເຊັນບົດບັນທຶກແຜນງານປະສານສົມທົບກັບ 43 ອົງການຈັດຕັ້ງສາສະໜາ ກ່ຽວກັບການເສີມຂະຫຍາຍບົດບາດຂອງບັນດາສາສະໜາ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ຈາກແຜນງານທີ່ໄດ້ເຊັນກັນຢູ່ຂັ້ນສູນກາງ, ຮູບແບບການປະສານສົມທົບໄດ້ສືບຕໍ່ຜັນຂະຫຍາຍຢູ່ຫຼາຍທ້ອງຖິ່ນ ໂດຍມີການເຂົ້າຮ່ວມເຊັນບົດບັນທຶກຂອງແນວໂຮມ, ຂະແໜງຊັບພະຍາກອນ - ສິ່ງແວດລ້ອມ ແລະ ບັນດາອົງການຈັດຕັ້ງສາສະໜາຢູ່ຂັ້ນແຂວງ, ຂັ້ນເມືອງ (ແຕ່ກ່ອນ). ໃນແຕ່ລະປີ, ບັນດາຝ່າຍໄດ້ຮ່ວມກັນປະຊຸມປຶກສາຫາລື ເພື່ອຕີລາຄາໝາກຜົນຂອງການຈັດຕັ້ງປະຕິບັດ, ແລກປ່ຽນບົດຮຽນໃນການຜັນຂະຫຍາຍ ກໍຄືບັນດາບັນຫາທີ່ເກີດຂຶ້ນ, ພ້ອມທັງເຫັນດີເປັນເອກະພາບດ້ານເນື້ອໃນການປະສານສົມທົບໃນໄລຍະຕໍ່ໄປ; ຍ້ອງຍໍຊົມເຊີຍບັນດາກົມກອງ ແລະ ບຸກຄົນທາງສາສະໜາທີ່ມີການປະກອບສ່ວນຢ່າງຕັ້ງໜ້າ...
ຜ່ານບັນດາແຜນງານດັ່ງກ່າວ, ຫຼາຍຮູບແບບກ່ຽວກັບການສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ, ການລຶບລ້າງເຮືອນຊົ່ວຄາວ ແລະ ເຮືອນທີ່ຊຸດໂຊມ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຊ່ວຍເຫຼືອຜູ້ທຸກຍາກ, ການເບິ່ງແຍງຜູ້ເຖົ້າຜູ່ແກ່ທີ່ໂດດດ່ຽວ, ເດັກນ້ອຍທີ່ມີເງື່ອນໄຂຫຍຸ້ງຍາກ ຫຼື ການຊ່ວຍເຫຼືອປະຊາຊົນໃນຍາມໄພພິບັດ, ໂລກລະບາດ... ໄດ້ຮັບການຜັນຂະຫຍາຍຢູ່ຂັ້ນຮາກຖານ. ວິວັດທະນາການປະສານສົມທົບ, ແລກປ່ຽນ ແລະ ຮ່ວມກັນເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ ກໍໄດ້ປະກອບສ່ວນຊ່ວຍໃຫ້ບັນດາອົງການຈັດຕັ້ງ, ຜູ້ນຳສາສະໜາ ແລະ ນັກບວດຂອງບັນດາສາສະໜາ ມີຄວາມເຂົ້າອົກເຂົ້າໃຈ ແລະ ສະໜິດແໜ້ນນຳກັນກວ່າເກົ່າ ໃນກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ.
ໃນສະພາບການທີ່ບັນດາຕົວເມືອງນັບມື້ນັບມີຄວາມຫຼາກຫຼາຍດ້ານວັດທະນະທຳ ແລະ ສາສະໜາ, ຕາມທ່ານແລ້ວ ຄວນເຮັດແນວໃດເພື່ອສືບຕໍ່ເພີ່ມທະວີຄວາມຮັດແໜ້ນ ລະຫວ່າງ ບັນດາຊຸມຊົນ?
ກ່ອນອື່ນໝົດ, ຕ້ອງສືບຕໍ່ປັບປຸງລະບົບນະໂຍບາຍ, ກົດໝາຍກ່ຽວກັບຄວາມເຊື່ອຖື ແລະ ສາສະໜາ ໃຫ້ສົມບູນ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ບັນດາອົງການຈັດຕັ້ງສາສະໜາ ເຄື່ອນໄຫວໄດ້ຢ່າງຖືກຕ້ອງຕາມລະບຽບກົດໝາຍ ແລະ ເສີມຂະຫຍາຍບົດບາດຂອງຕົນໃນຊີວິດສັງຄົມໃຫ້ດີຂຶ້ນກວ່າເກົ່າ.
ນອກຈາກກົດໝາຍວ່າດ້ວຍຄວາມເຊື່ອຖື ແລະ ສາສະໜາ (ທີ່ຫາກໍໄດ້ຮັບການປັບປຸງໃນກອງປະຊຸມສະໄໝສາມັນເທື່ອທີໜຶ່ງ, ສະພາແຫ່ງຊາດ ຊຸດທີ XVI), ຍັງມີຫຼາຍຂົງເຂດທີ່ຕ້ອງສືບຕໍ່ຫັນເປັນລະບຽບກົດໝາຍໃຫ້ລະອຽດກວ່າເກົ່າ ເພື່ອເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ສີລະທຳທີ່ດີງາມ ແລະ ແຫຼ່ງທຶນຂອງບັນດາສາສະໜາ ໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ຍືນຍົງ ຕາມຈິດໃຈຄຳສັ່ງເລກທີ 18-CT/TW ຂອງກົມການເມືອງ ກ່ຽວກັບວຽກງານສາສະໜາໃນສະພາບການໃໝ່ ແລະ ເອກະສານກອງປະຊຸມໃຫຍ່ ຄັ້ງທີ XIII, ຄັ້ງທີ XIV ຂອງພັກ.
ຕົວຢ່າງວ່າ, ຖ້າຫາກຢາກເສີມຂະຫຍາຍບົດບາດຂອງສາສະໜາໃນການຫັນເປັນວຽກງານສັງຄົມ ດ້ານການສຶກສາ, ສາທາລະນະສຸກ, ການຝຶກວິຊາຊີບ ຫຼື ການເບິ່ງແຍງສຸຂະພາບຊຸມຊົນ ນັ້ນ ແມ່ນຕ້ອງສືບຕໍ່ກວດກາຄືນ ແລະ ປັບປຸງບັນດາຂໍ້ກຳນົດທີ່ກ່ຽວຂ້ອງໃນກົດໝາຍວ່າດ້ວຍການສຶກສາ, ກົດໝາຍວ່າດ້ວຍການກວດພະຍາດ ແລະ ປິ່ນປົວພະຍາດ, ກົດໝາຍວ່າດ້ວຍການຝຶກວິຊາຊີບ ແລະ ເອກະສານກົດໝາຍອື່ນໆອີກຫຼາຍສະບັບ. ເມື່ອມີແລວທາງນິຕິກຳທີ່ສອດຄ່ອງ, ບັນດາອົງການຈັດຕັ້ງສາສະໜາ ກໍຈະມີເງື່ອນໄຂທີ່ສະດວກກວ່າເກົ່າ ເພື່ອເຂົ້າຮ່ວມການປະກອບສ່ວນໃຫ້ແກ່ສັງຄົມ.
![]() |
| ການແລກປ່ຽນ, ຖອດຖອນບົດຮຽນວຽກງານສັງຄົມ ລະຫວ່າງ ບັນດາພະເຖລານຸເຖລະທາງພຸດທະສາສະໜາ ກັບ ບັນດາຜູ້ມີຕຳແໜ່ງ ແລະ ຜູ້ຮັບຜິດຊອບວຽກງານທາງສາສະໜາອິດສະລາມ. |
ຄຽງຂ້າງນັ້ນ, ແນວໂຮມປະເທດຊາດ ຫວຽດນາມ ຈະສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວພົບປະ, ສົນທະນາເປັນໄລຍະກັບບັນດາສາສະໜາ. ຜ່ານບັນດາເວທີປາໄສນີ້, ແນວໂຮມຈະຮັບຟັງຄວາມມຸ່ງມາດປາດຖະໜາ, ບັນດາຄຳສະເໜີທີ່ຖືກຕ້ອງຕາມກົດໝາຍ ແລະ ຊອບທຳ ຂອງບັນດາຜູ້ນຳສາສະໜາ, ຜູ້ຮັບຜິດຊອບວຽກງານສາສະໜາ ແລະ ພໍ່ແມ່ປະຊາຊົນຜູ້ທີ່ມີຄວາມເຊື່ອຖື ເພື່ອປະສານສົມທົບກັບບັນດາອົງການຈັດຕັ້ງທີ່ມີສິດອຳນາດພິຈາລະນາ ແລະ ແກ້ໄຂ.
ໃນຕໍ່ໜ້າ, ນອກຈາກບັນດາການພົບປະລວມແລ້ວ, ແນວໂຮມຍັງຈະເພີ່ມທະວີການສົນທະນາຕາມແຕ່ລະຫົວຂໍ້ສະເພາະ, ແຕ່ລະຂົງເຂດລະອຽດ ຫຼື ຕາມແຕ່ລະສາສະໜາ ເພື່ອໃຫ້ບັນດາຝ່າຍມີເງື່ອນໄຂແລກປ່ຽນແນວຄວາມຄິດສ້າງສັນ, ບົດຮຽນ ແລະ ສະເໜີວິທີການແກ້ໄຂສຳລັບບັນດາວັນຫາສະຫວັດດີການສັງຄົມ, ການກຸສົນມະນຸດສະທຳ... ເຊິ່ງບັນດາສາສະໜາພວມເຂົ້າຮ່ວມໂດຍກົງ ແລະ ມີທ່າແຮງ.
ອີກທິດທາງທີ່ສຳຄັນໜຶ່ງແມ່ນ ສືບຕໍ່ເຊັນບົດບັນທຶກບັນດາແຜນງານ, ແຜນການເຄື່ອນໄຫວ ເພື່ອແນໃສ່ສ້າງສາ ແລະ ຂະຫຍາຍບັນດາຮູບແບບການປະສານສົມທົບທີ່ມີປະສິດທິຜົນ ລະຫວ່າງ ແນວໂຮມ ກັບ ບັນດາສາສະໜາ. ຕົວຈິງສະແດງໃຫ້ເຫັນວ່າ, ເມື່ອມີບັນດາແຜນງານປະສານສົມທົບທີ່ລະອຽດ, ມີການແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງລະຫວ່າງ ແນວໂຮມ, ອົງການຄຸ້ມຄອງລັດ ແລະ ບັນດາຝ່າຍທີ່ເຂົ້າຮ່ວມ ນັ້ນ ແມ່ນປະສິດທິຜົນໃນການຜັນຂະຫຍາຍຈະມີຄວາມຈະແຈ້ງທີ່ສຸດ.
ບັນດາແຜນງານປະສານສົມທົບໃນປັດຈຸບັນ ໄດ້ຮັບການຜັນຂະຫຍາຍໃນຫຼາຍຂົງເຂດ ເຊັ່ນ: ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ, ການເບິ່ງແຍງຜູ້ທຸກຍາກ, ການລຶບລ້າງເຮືອນຊົ່ວຄາວ, ການເບິ່ງແຍງເດັກກຳພ້າ, ຜູ້ເຖົ້າຜູ່ແກ່ທີ່ໂດດດ່ຽວ... ຜ່ານນັ້ນ, ຫຼາຍຮູບແບບທີ່ດີ, ຫຼາຍກົມກອງ ແລະ ບຸກຄົນທາງສາສະໜາທີ່ດີເດັ່ນ ໄດ້ຮັບການຍ້ອງຍໍຊົມເຊີຍ ແລະ ແຜ່ຂະຫຍາຍອອກຢ່າງກວ້າງຂວາງ.
ຕາມຂ້າພະເຈົ້າແລ້ວ, ສິ່ງທີ່ສຳຄັນແມ່ນຕ້ອງສ້າງໃຫ້ໄດ້ກົນໄກການປະສານສົມທົບຕົວຈິງ ເພື່ອໃຫ້ບັນດາຝ່າຍຮ່ວມກັນເຂົ້າຮ່ວມ, ຮ່ວມກັນແບ່ງປັນຄວາມຮັບຜິດຊອບ ແລະ ຂົນຂວາຍແຫຼ່ງທຶນໃຫ້ແກ່ບັນດາເປົ້າໝາຍລວມ.
ໃນອາຍຸການ 2026-2031, ແນວໂຮມປະເທດຊາດ ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍແຈ້ງການສະຫຼຸບຂອງຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ທີ່ຫາກໍປະກາດໃຊ້ ກ່ຽວກັບການປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວຂອງແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ໃນວຽກງານຄວາມເຊື່ອຖື ແລະ ສາສະໜາໃນໄລຍະໃໝ່.
ໃນຕໍ່ໜ້າ, ແນວໂຮມຈະເພີ່ມທະວີບັນດາເວທີປາໄສສົນທະນາຕາມຫົວຂໍ້ສະເພາະ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ສ້າງເງື່ອນໄຂໃຫ້ບັນດາສາສະໜາແລກປ່ຽນບົດຮຽນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ປະສານສົມທົບໃນບັນດາການເຄື່ອນໄຫວສັງຄົມ, ສະຫວັດດີການຊຸມຊົນ.
ໃນສະພາບການເຊື່ອມໂຍງສາກົນນັບມື້ນັບກວ້າງຂວາງ, ບົດບາດຂອງສາສະໜາໃນວຽກງານການຕ່າງປະເທດປະຊາຊົນ ກໍນັບມື້ນັບໄດ້ຮັບການເອົາໃຈໃສ່. ນີ້ຈະສືບຕໍ່ແມ່ນໜຶ່ງໃນບັນດາຂົງເຂດທີ່ ແນວໂຮມປະເທດຊາດ ຫວຽດນາມ ໃຫ້ຄວາມສົນໃຈ ແລະ ຊຸກຍູ້ໃນຕໍ່ໜ້າ.
ຂໍຂອບໃຈທ່ານ!
| ຊາວຫວຽດນາມ ຢູ່ 11 ປະເທດ ແລະ 5 ເຂດແຄ້ວນ ເຂົ້າຮ່ວມງານແຂ່ງຂັນປິງປອງມິດຕະພາບທົ່ວເອີຣົບ ຍສໝ - ງານແຂ່ງຂັນປິງປອງມິດຕະພາບທົ່ວເອີຣົບ ຫາກໍ່ຈັດຂຶ້ນໃນບັນຍາກາດທີ່ຟົດຟື້ນ ແລະ ຕື່ນເຕັ້ນ ຢູ່ທີ່ສູນກິລາ Teleki Blanka utca 6, ບູດາເປສ (Budapest), ຮົງກາລີ (Hungary). |
| ຜູ້ແທນທີ່ມີອາຍຸສູງສຸດ ແລະ ໜຸ່ມນ້ອຍທີ່ສຸດ ສົ່ງຄວາມມຸ່ງຫວັງມາຍັງກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຫວຽດນາມ ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031 ຈະຈັດຂຶ້ນແຕ່ວັນທີ 11-13 ພຶດສະພາ ຢູ່ ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງຜູ້ແທນຫຼາຍກວ່າ 1.300 ທ່ານ. ໃນຈຳນວນນັ້ນ, ທ່ານ ພົນເອກ ວໍເສີ (Võ Sở), ອາຍຸ 97 ... |


