12:54 | 08/05/2026

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຄາດວ່າຈະຈັດຂຶ້ນແຕ່ວັນທີ 11-13 ພຶດສະພາ 2026

ຫວຽດນາມ ເຂົ້າຮ່ວມເວທີປຶກສາຫາລືສາກົນ ການສົນທະນາ ເຢເຣວານ 2026 ຢູ່ Armenia
ນະຄອນ ໂຮ່ຈີມິນ ສ້າງລາຍຮັບໄດ້ 8.700 ຕື້ດົ່ງ ຈາກການທ່ອງທ່ຽວ ໃນໂອກາດວັນພັກບຸນໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະ ວັນທີ 30 ເມສາ - 1 ພຶດສະພາ

ໂດຍເຂົ້າຮ່ວມກອງປະຊຸມມີທ່ານນາງ ບຸຍທິມິງຮວ່າຍ (Bùi Thị Minh Hoài), ກຳມະການກົມການເມືອງ, ເລຂາສູນກາງພັກ, ເລຂາຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນສູນກາງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ; ທ່ານ ຫງວຽນຟີລອງ (Nguyễn Phi Long), ກຳມະການສູນກາງພັກ, ຮອງເລຂາປະຈຳການຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນສູນກາງ; ທ່ານນາງ ເລທິຖຸຍ (Lê Thị Thủy), ກຳມະການສູນກາງພັກ, ປະທານສູນກາງສະຫະພັນແມ່ຍິງ ຫວຽດນາມ; ທ່ານ ເຈິ່ນທັງ (Trần Thắng), ຮອງເລຂາຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນສູນກາງ.

ພ້ອມກັບການເຂົ້າຮ່ວມຂອງບັນດາກຳມະການຄະນະປະທານ; ຕົວແທນການນຳສູນກາງບັນດາອົງການຈັດຕັ້ງການເມືອງ - ສັງຄົມ...

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຄາດວ່າຈະຈັດຂຶ້ນແຕ່ວັນທີ 11-13 ພຶດສະພາ 2026
ກອງປະຊຸມຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 7, ສະໄໝທີ X. (ພາບ: ກວາງວິງ)

ສຸມໃສ່ປັບປຸງເອກະສານທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ໃຫ້ສົມບູນ

ຕາມຂໍ້ມູນຈາກແນວໂຮມປະເທດຊາດ ຫວຽດນາມ, ໃນກອງປະຊຸມ, ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຮວ່າງກົງຖູຍ (Hoàng Công Thủy) ໄດ້ສະເໜີບົດສະເໜີຂໍຄຳເຫັນຕໍ່ກັບຮ່າງເອກະສານທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່.

ບົນພື້ນຖານການຕິດຕາມຢ່າງໃກ້ຊິດກັບແນວທາງຂອງພັກໃນເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ບັນດາມະຕິຂອງຄະນະບໍລິຫານງານສູນກາງ, ກົມການເມືອງ, ສືບຕໍ່ສືບທອດ ແລະ ເສີມຂະຫຍາຍບັນດາຈຸດພື້ນຖານ ແລະ ໂດດເດັ່ນຂອງບົດລາຍງານການເມືອງໃນກອງປະຊຸມໃຫຍ່ອາຍຸການ 2024 - 2029, ຕີລາຄາສະພາບການກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ໝາກຜົນການປະຕິບັດແຜນງານເຄື່ອນໄຫວຂອງແນວໂຮມປະເທດຊາດ ຫວຽດນາມ ໄລຍະ 2024 - 2026, ຄະນະປະຈຳໄດ້ສ້າງຮ່າງບົດລາຍງານການເມືອງຂຶ້ນ.

ຈຸດໃໝ່ທີ່ໜ້າສົນໃຈຂອງຮ່າງບົດລາຍງານການເມືອງ ແມ່ນແຜນງານເຄື່ອນໄຫວອາຍຸການ 2026 - 2031 ເຊິ່ງລວມມີ 7 ແຜນງານ, ໃນນັ້ນໄດ້ສືບຕໍ່ສືບທອດ ແລະ ເສີມຂະຫຍາຍ 6 ແຜນງານເຄື່ອນໄຫວຂອງອາຍຸການ 2024 - 2029, ແລະ ເພີ່ມເຕີມແຜນງານໃໝ່ຄື: “ເຂົ້າຮ່ວມການພັດທະນາວິທະຍາສາດເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ, ສ້າງສາສັງຄົມດີຈີຕອນ; ຊຸກຍູ້ການຫັນເປັນດີຈີຕອນໃນລະບົບແນວໂຮມປະເທດຊາດ ຫວຽດນາມ”. ການສ້າງແຜນງານໃໝ່ແມ່ນເພື່ອປະຕິບັດຕາມຄວາມຮຽກຮ້ອງຕ້ອງການໃນການຊຸກຍູ້ການພັດທະນາວິທະຍາສາດເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນ ຕາມມະຕິເລກທີ 57-NQ/TW ລົງວັນທີ 22/12/2024 ຂອງກົມການເມືອງ ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນເປັນດີຈີຕອນລະດັບຊາດ; ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປ່ຽນແປງໃໝ່ເນື້ອໃນ ແລະ ວິທີການເຄື່ອນໄຫວຂອງແນວໂຮມປະເທດຊາດ ຫວຽດນາມ ໃນໄລຍະໃໝ່.

ການສ້າງທິດທາງ ແລະ ເປົ້າໝາຍອາຍຸການ 2024 - 2029 ແມ່ນໄປຕາມທິດທາງທີ່ລະອຽດ, ຈະແຈ້ງ ແລະ ມີຄວາມເປັນໄປໄດ້; ພ້ອມກັນນັ້ນກໍເພີ່ມເຕີມບາງຕົວຊີ້ບອກຂອງອາຍຸການຕາມທິດທາງທີ່ສາມາດວັດແທກໄດ້ຢ່າງຈະແຈ້ງ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຄາດວ່າຈະຈັດຂຶ້ນແຕ່ວັນທີ 11-13 ພຶດສະພາ 2026
ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຮວ່າງກົງທຸຍ (Hoàng Công Thủy) ສະເໜີບົດສະເໜີໃນກອງປະຊຸມ. (ພາບ: ກວາງວິງ)

ຫົວຂໍ້ຂອງບົດລາຍງານການເມືອງແມ່ນ “ຍົກສູງບົດບາດເປັນແກນກາງທາງດ້ານການເມືອງຂອງແນວໂຮມປະເທດຊາດ ຫວຽດນາມ ໃນການເສີມຂະຫຍາຍປະຊາທິປະໄຕ, ມູນເຊື້ອຮັກຊາດ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງສາປະເທດຊາດໃຫ້ຂະຫຍາຍຕົວຮັ່ງມີເຂັ້ມແຂງ, ສີວິໄລ, ສັນຕິສຸກ ແລະ ມີຄວາມສຸກ”.

ຄຳຂວັນຂອງກອງປະຊຸມໃຫຍ່ແມ່ນ “ສາມັກຄີ - ປະຊາທິປະໄຕ - ປ່ຽນແປງໃໝ່ - ສ້າງສັນ - ພັດທະນາ”.

ສຳລັບຮ່າງບົດລາຍງານສຳຫຼວດກວດກາການເຄື່ອນໄຫວຂອງຄະນະກຳມະການສູນກາງ, ຄະນະປະທານ ແລະ ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X, ທ່ານຮອງປະທານ ຮວ່າງກົງຖູຍ (Hoàng Công Thủy) ໃຫ້ຮູ້ວ່າ: ອີງຕາມໜ້າທີ່, ຂອບເຂດສິດຂອງຄະນະກຳມະການສູນກາງ, ຄະນະປະທານ ແລະ ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ທີ່ໄດ້ກຳນົດໄວ້ໃນ: ກົດໝາຍວ່າດ້ວຍແນວໂຮມປະເທດຊາດ ຫວຽດນາມ; ກົດລະບຽບແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X; ແຜນການເຮັດວຽກຕະຫຼອດສະໄໝຂອງຄະນະກຳມະການສູນກາງ ແລະ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X; ລະບຽບການເຄື່ອນໄຫວຂອງຄະນະກຳມະການສູນກາງ, ຄະນະປະທານ ແລະ ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X. ການສ້າງຮ່າງບົດລາຍງານດັ່ງກ່າວ ຍັງມາຈາກພຶດຕິກຳຕົວຈິງຂອງໝາກຜົນການເຄື່ອນໄຫວຂອງຄະນະກຳມະການສູນກາງ, ຄະນະປະທານ ແລະ ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃນໄລຍະ 2024 - 2026.

ສຳລັບໝາກຜົນການເຄື່ອນໄຫວຂອງຄະນະກຳມະການສູນກາງ, ຄະນະປະທານ ແລະ ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X, ອາຍຸການ 2024-2029 (ໄລຍະ 2024-2026), ຮ່າງບົດລາຍງານໄດ້ຍົກໃຫ້ເຫັນພາບລວມບັນດາການເຄື່ອນໄຫວຕົ້ນຕໍທີ່ພົ້ນເດັ່ນໃນໄລຍະ 2024-2026 ຂອງອາຍຸການ. ໃນນັ້ນ ໄດ້ເນັ້ນໜັກບາງໝາກຜົນຕົວແທນໃນບັນດາຂົງເຂດວຽກງານແນວໂຮມ, ທັງສະແດງໃຫ້ເຫັນປະສິດທິຜົນຂອງວຽກງານປະສານສົມທົບເປັນເອກະພາບການເຄື່ອນໄຫວລະຫວ່າງແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ບັນດາອົງການຈັດຕັ້ງສະມາຊິກ ກັບບັນດາອົງການ, ກົມກອງ, ຂະແໜງການ, ອົງການຈັດຕັ້ງຕ່າງໆ ໃນວຽກງານບໍລິຫານ, ຊີ້ນຳ, ປະສານສົມທົບ ແລະ ແນະນຳການຜັນຂະຫຍາຍໜ້າທີ່ຂອງຄະນະກຳມະການສູນກາງ, ຄະນະປະທານ ແລະ ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.

ຮ່າງບົດລາຍງານຍັງໄດ້ຍົກອອກບັນດາການວິນິດໄສ, ຕີລາຄາລວມກ່ຽວກັບໝາກຜົນທີ່ບັນລຸໄດ້ ແລະ ຂໍ້ຄົງຄ້າງ, ຂໍ້ຈຳກັດໃນໄລຍະອາຍຸການຂອງຄະນະກຳມະການ, ຄະນະປະທານ ແລະ ຄະນະປະຈຳ. ພ້ອມກັນນັ້ນ, ກໍໄດ້ຊີ້ໃຫ້ເຫັນບັນດາສາເຫດ, ຈາກນັ້ນກໍຖອດຖອນໄດ້ 6 ບົດຮຽນປະສົບການ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວຂອງຄະນະກຳມະການ, ຄະນະປະທານ, ຄະນະປະຈຳ ໃນອາຍຸການຕໍ່ໜ້າ.

ສຳລັບຮ່າງລາຍການກອງປະຊຸມໃຫຍ່, ທ່ານຮອງປະທານ ຮວ່າງກົງທຸຍ ໃຫ້ຮູ້ວ່າ, ຄາດຄະເນກອງປະຊຸມໃຫຍ່ຈະຈັດຂຶ້ນແຕ່ວັນທີ 11/5 ຫາວັນທີ 13/5/2026, ຢູ່ສູນກອງປະຊຸມແຫ່ງຊາດ ມີດິ່ງ, ນະຄອນ ຮ່າໂນ້ຍ.

ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຈະໄດ້ເຂົ້າຮ່ວມການສົນທະນາ; ຕົກລົງເຫັນດີແຕ່ງຕັ້ງຄະນະປະທານ ແລະ ຄະນະເລຂາທິການຂອງກອງປະຊຸມໃຫຍ່; ຜ່ານລາຍການ ແລະ ລະບຽບການເຮັດວຽກຂອງກອງປະຊຸມໃຫຍ່; ບົດລາຍງານສະພາບການຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່; ບົດລາຍງານສຳຫຼວດກວດກາການເຄື່ອນໄຫວຂອງຄະນະກຳມະການສູນກາງ, ຄະນະປະທານ ແລະ ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄລຍະ 2024 - 2026; ບົດສະເໜີປັບປຸງ, ເພີ່ມເຕີມກົດລະບຽບແນວໂຮມປະເທດຊາດ ຫວຽດນາມ; ບັນດາຜູ້ແທນດຳເນີນການສົນທະນາ.

ຜູ້ແທນຈະຜ່ານແຜນການບຸກທະລາກອນ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ອາຍຸການ 2026 - 2031; ຕົກລົງເຫັນດີແຕ່ງຕັ້ງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ອາຍຸການ 2026 - 2031.

ກອງປະຊຸມໃຫຍ່ຈະຮັບຟັງບົດປາໄສຊີ້ນຳຂອງການນຳພັກ, ລັດ; ຮັບເອົາບົດປາໄສຊີ້ນຳຂອງການນຳພັກ, ລັດ.

ປັບປຸງ, ເພີ່ມເຕີມກົດລະບຽບໃຫ້ສອດຄ່ອງກັບສະພາບການໃໝ່

ໃນການສະເໜີບົດສະເໜີຂໍຄຳເຫັນກ່ຽວກັບຮ່າງກົດລະບຽບແນວໂຮມປະເທດຊາດ ຫວຽດນາມ ສະບັບປັບປຸງ, ເພີ່ມເຕີມ, ທ່ານນາງຮອງປະທານ - ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຮ່າທິຫງາ (Hà Thị Nga) ໃຫ້ຮູ້ວ່າ, ກົດລະບຽບແນວໂຮມປະເທດຊາດ ຫວຽດນາມ ໄດ້ຮັບການຜ່ານຈາກກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ X ໃນເດືອນຕຸລາ 2024. ຜ່ານໄລຍະກວ່າ 1 ປີແຫ່ງການຜັນຂະຫຍາຍປະຕິບັດກົດລະບຽບ ຕາມແນວທາງຂອງກົມການເມືອງ, ຄະນະເລຂາທິການ ກ່ຽວກັບການຈັດວາງ, ປັບປຸງກົງຈັກການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດຮັດ, ການຈັດວາງບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ບັນດາສະມາຄົມມະຫາຊົນ ທີ່ພັກ ແລະ ລັດ ມອບໝາຍໜ້າທີ່ໃຫ້ມາຂຶ້ນກັບແນວໂຮມປະເທດຊາດ ຫວຽດນາມ ໂດຍກົງ, ການຈັດຕັ້ງກົງຈັກ, ເນື້ອໃນ ແລະ ວິທີການເຄື່ອນໄຫວຂອງແນວໂຮມປະເທດຊາດ ໄດ້ມີການປ່ຽນແປງ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຄາດວ່າຈະຈັດຂຶ້ນແຕ່ວັນທີ 11-13 ພຶດສະພາ 2026
ຮອງປະທານ - ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ທ່ານນາງ ຮ່າທິຫງາ (Hà Thị Nga) ສະເໜີເນື້ອໃນບົດສະເໜີໃນກອງປະຊຸມ. (ພາບ: ກວາງວິງ)

ຄຽງຂ້າງນັ້ນ, ການເພີ່ມເຕີມ ແລະ ຫັນເປັນລາຍລະອຽດບັນດາຈຸດໃໝ່ຂອງລັດຖະທຳມະນູນປີ 2013 ສະບັບປັບປຸງປີ 2025, ມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XIV, ກົດໝາຍວ່າດ້ວຍແນວໂຮມປະເທດຊາດ ຫວຽດນາມ ສະບັບປັບປຸງ ແລະ ເພີ່ມເຕີມປີ 2025, ບັນດາແນວທາງ ແລະ ກົດລະບຽບໃໝ່ຂອງກົມການເມືອງ, ຄະນະບໍລິຫານງານສູນກາງພັກ ກ່ຽວກັບການຈັດວາງ, ປັບປຸງກົງຈັກຂອງລະບົບການເມືອງໃຫ້ກະທັດຮັດ ເຂົ້າໃນກົດລະບຽບຂອງແນວໂຮມປະເທດຊາດ ຫວຽດນາມ ແມ່ນສິ່ງທີ່ຈຳເປັນ.

ກ່ອນຄວາມຮຽກຮ້ອງຕ້ອງການໃນການສືບຕໍ່ປ່ຽນແປງໃໝ່, ກົດລະບຽບຂອງແນວໂຮມປະເທດຊາດ ຈຳເປັນຕ້ອງປັບປຸງ ແລະ ເພີ່ມເຕີມບາງກົດລະບຽບໃຫ້ສອດຄ່ອງກັບສະພາບການໃໝ່, ຍົກສູງຄຸນນະພາບວຽກງານແນວໂຮມ ແນໃສ່ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ປະກອບສ່ວນຊຸກຍູ້ພາລະກິດປ່ຽນແປງໃໝ່ປະເທດຊາດຢ່າງຮອບດ້ານໃນຍຸກສະໄໝໃໝ່, ຕາມຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ.

ຕາມທ່ານນາງ ຮ່າທິຫງາ (Hà Thị Nga) ແລ້ວ, ການຄົ້ນຄວ້າປັບປຸງ ແລະ ເພີ່ມເຕີມກົດລະບຽບ ໄດ້ຮັບການຜັນຂະຫຍາຍປະຕິບັດຢ່າງເປັນລະບົບ ແລະ ເຂັ້ມງວດ, ຮັບປະກັນບັນດາຄວາມຮຽກຮ້ອງຕ້ອງການທາງດ້ານທິດສະດີ ແລະ ຕົວຈິງ. ຮ່າງກົດລະບຽບສະບັບເພີ່ມເຕີມ ແລະ ປັບປຸງ ໄດ້ຮັບການສົນທະນາ, ລະດົມຄຳເຫັນປະກອບສ່ວນຈາກກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຂັ້ນຕາແສງ, ຂັ້ນແຂວງ; ຂໍຄຳເຫັນຈາກບັນດານັກຊ່ຽວຊານ, ບັນດາສະພາທີ່ປຶກສາ; ຂໍຄຳເຫັນຈາກຄະນະກຳມະການ, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ; ສະເໜີຂໍຄຳເຫັນຈາກກົມການເມືອງ, ຄະນະເລຂາທິການສູນກາງພັກ ກ່ຽວກັບບັນດາເນື້ອໃນປັບປຸງ ແລະ ເພີ່ມເຕີມກົດລະບຽບ. ຮ່າງກົດລະບຽບໄດ້ຮັບການສັງລວມ ແລະ ປັບປຸງໃຫ້ສົມບູນເປັນຄັ້ງທີ 4.

ການປັບປຸງຈະເພີ່ມເຕີມ ແລະ ຫັນເປັນລາຍລະອຽດ ບັນດາຈຸດໃໝ່ຂອງລັດຖະທຳມະນູນ 2013 ສະບັບປັບປຸງປີ 2025, ມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XIV, ກົດໝາຍວ່າດ້ວຍແນວໂຮມປະເທດຊາດ ຫວຽດນາມ (ສະບັບປັບປຸງ ແລະ ເພີ່ມເຕີມປີ 2025), ບັນດາແນວທາງ ແລະ ກົດລະບຽບໃໝ່ຂອງກົມການເມືອງ, ຄະນະບໍລິຫານງານສູນກາງພັກ ກ່ຽວກັບການຈັດວາງ, ປັບປຸງກົງຈັກຂອງລະບົບການເມືອງໃຫ້ກະທັດຮັດ ເຂົ້າໃນກົດລະບຽບຂອງແນວໂຮມປະເທດຊາດ ຫວຽດນາມ.

ການປັບປຸງ ແລະ ເພີ່ມເຕີມກົດລະບຽບຂອງແນວໂຮມປະເທດຊາດ ຫວຽດນາມ ຕ້ອງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານແນວໂຮມໃນສະພາບການໃໝ່, ສືບທອດບັນດາເນື້ອໃນທີ່ພວມມີສະຖຽນລະພາບ ແລະ ເສີມຂະຫຍາຍໄດ້ປະສິດທິຜົນ. ຈະພິຈາລະນາສະເພາະແຕ່ບັນດາບັນຫາທີ່ຍັງຄົງຄ້າງ ແລະ ບໍ່ສອດຄ່ອງ ທີ່ຈຳເປັນຕ້ອງເພີ່ມເຕີມ ແລະ ປັບປຸງໃຫ້ເໝາະສົມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງ.

ທ່ານນາງ ຮ່າທິຫງາ ໃຫ້ຮູ້ວ່າ, ການປັບປຸງຍັງໄດ້ຕິດຕາມບັນດາບັນຫາໃໝ່, ບັນຫາລະອຽດທີ່ຍັງຄົງຄ້າງໃນການຈັດຕັ້ງປະຕິບັດ, ບັນຫາໃດທີ່ຍັງບໍ່ທັນມີການສັງລວມທາງດ້ານທິດສະດີ ແລະ ຕົວຈິງ ແມ່ນຈະນຳເຂົ້າໃນແຈ້ງການແນະນຳການປະຕິບັດ ເພື່ອຮັບປະກັນລັກສະນະສະຖຽນລະພາບຂອງກົດລະບຽບແນວໂຮມປະເທດຊາດ ຫວຽດນາມ; ຮຽບຮຽງ, ປັບປຸງ ແລະ ຈັດວາງເນື້ອໃນຄຳສັບໃນບາງມາດຕາ ແລະ ຂໍ້ກຳນົດຄືນໃໝ່ໃຫ້ເຂົ້າໃຈງ່າຍ ແລະ ປະຕິບັດໄດ້ງ່າຍ.

ສຳລັບແຜນການບຸກທະລາກອນ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ທ່ານນາງ ຮ່າທິຫງາ ໃຫ້ຮູ້ວ່າ, ຄາດຄະເນບຸກທະລາກອນທີ່ຈະເຂົ້າຮ່ວມ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ອາຍຸການ 2026 - 2031 ແມ່ນ 405 ທ່ານ ເພື່ອຮັບປະກັນດ້ານຈຳນວນ, ໂຄງປະກອບ ແລະ ສ່ວນປະກອບຕາມແຜນການ. ຕາມນັ້ນ, ຄາດຄະເນໂຄງປະກອບສົມທົບມີ: ອັດຕາສ່ວນແມ່ຍິງກວມ 21,4%; ອັດຕາສ່ວນຜູ້ຢູ່ນອກພັກກວມ 46,6%; ອັດຕາສ່ວນຊົນເຜົ່າສ່ວນໜ້ອຍກວມ 25,1%; ອັດຕາສ່ວນສາສະໜາກວມ 16,2%.

ຄາດຄະເນບຸກທະລາກອນທີ່ຈະເຂົ້າຮ່ວມ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແມ່ນ 72 ທ່ານ. ຄາດຄະເນໂຄງປະກອບສົມທົບມີ: ອັດຕາສ່ວນແມ່ຍິງກວມ 18,6%; ອັດຕາສ່ວນຜູ້ຢູ່ນອກພັກກວມ 14,6%; ອັດຕາສ່ວນຊົນເຜົ່າສ່ວນໜ້ອຍກວມ 16%; ອັດຕາສ່ວນສາສະໜາກວມ 6,6%.

ການນຳເຂົ້າເພີ່ມຂຶ້ນຢ່າງແຂງແຮງ, ຫວຽດນາມ ຂາດດຸນການຄ້າ 7,11 ຕື້ USD ໃນ 4 ເດືອນຕົ້ນປີ 2026 ການນຳເຂົ້າເພີ່ມຂຶ້ນຢ່າງແຂງແຮງ, ຫວຽດນາມ ຂາດດຸນການຄ້າ 7,11 ຕື້ USD ໃນ 4 ເດືອນຕົ້ນປີ 2026

ຍສໝ - ເຖິງວ່າການສົ່ງອອກໃນ 4 ເດືອນຕົ້ນປີ 2026 ຍັງຮັກສາລະດັບການເຕີບໂຕໄດ້ເກືອບ 20%, ແຕ່ການນຳເຂົ້າພັດເພີ່ມຂຶ້ນຢ່າງແຂງແຮງເຖິງ 28,7% ເຮັດໃຫ້ດຸນການຄ້າຜັນປ່ຽນມາເປັນການຂາດດຸນ 7,11 ຕື້ USD. ສະພາບການດັ່ງກ່າວໄດ້ສະທ້ອນໃຫ້ເຫັນເຖິງຄວາມຕ້ອງການດ້ານວັດຖຸດິບ ແລະ ອຸປະກອນການຜະລິດທີ່ເພີ່ມຂຶ້ນ, ທັງສະແດງໃຫ້ເຫັນເຖິງການເພິ່ງພາອາໄສຢ່າງຫຼວງຫຼາຍຕໍ່ພາກສ່ວນ FDI ໃນກິດຈະກຳການນຳເຂົ້າ ແລະ ສົ່ງອອກ.

ເລັ່ງລັດການແກ້ໄຂ ເລັ່ງລັດການແກ້ໄຂ "ບັດເຫຼືອງ" IUU ໃຫ້ໄດ້ໂດຍໄວພາຍໃນປີ 2026

ຍສໝ - ຫວຽດນາມ ກໍາລັງກ້າວເຂົ້າສູ່ໄລຍະຕັດສິນຊີ້ຂາດ ດ້ວຍເປົ້າໝາຍແກ້ໄຂ "ບັດເຫຼືອງ" ຂອງຄະນະກຳມາທິການ ເອີຣົບ (EC) ໃຫ້ໄດ້ໂດຍໄວພາຍໃນປີ 2026 ພາຍຫຼັງຫຼາຍກວ່າ 8 ປີ ທີ່ໄດ້ມີຄວາມມານະພະຍາຍາມຈັດຕັ້ງປະຕິບັດບັນດາມາດຕະການຕ້ານການຂຸດຄົ້ນສັດນ້ຳແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີການຄວບຄຸມ (IUU).

Link: https://huunghivietlao.thoidai.com.vn/detail-article-21961.html

In bài biết