ນັກຮຽນຫຼາຍກວ່າ 1,800 ຄົນ ເຂົ້າຮ່ວມໂຄງການສຶກສາອົບຮົມກ່ຽວກັບສິດທິເດັກ
| ອົງການ COPI (ອາເມລິກາ) ຈັດຕັ້ງການກວດພະຍາດໂດຍບໍ່ເສຍຄ່າໃຫ້ປະຊາຊົນເກືອບ 1.000 ຄົນຢູ່ ກວາງນາມ | |
| ໜູນຊ່ວຍຄົນງານ ຫວຽດນາມ 1.000 ຄົນທີ່ໄປເຮັດວຽກຢູ່ ອົດສະຕາລີ ໃນຂົງເຂດກະສິກໍາ |
ຍ້ອນສະພາບຕົວຈິງທີ່ເດັກນ້ອຍຈຳນວນຫຼາຍຍັງຂາດຄວາມຮູ້ກ່ຽວກັບສິດທິເດັກ ແລະ ທັກສະການປົກປ້ອງຕົນເອງ, ໂຄງການ CRE ຈຶ່ງຊ່ວຍໃຫ້ພວກນ້ອງຮັບຮູ້ເຖິງຄວາມສ່ຽງ, ເຂົ້າໃຈສິດທິຂອງຕົນເອງ ແລະ ຝຶກຝົນທັກສະຄວາມປອດໄພໃນຊີວິດປະຈຳວັນ.
ໂຄງການໄດ້ຖືກອອກແບບຕາມແຕ່ລະກຸ່ມອາຍຸດ້ວຍເນື້ອໃນທີ່ເໝາະສົມ, ລວມມີ: 18 ຊົ່ວໂມງຮຽນກ່ຽວກັບສິດທິເດັກ (CRA) ສຳລັບນັກຮຽນຊັ້ນປໍ 3; 15 ຊົ່ວໂມງຮຽນຍົກລະດັບທັກສະການປົກປ້ອງຕົນເອງ (CES1) ສຳລັບນັກຮຽນຊັ້ນປໍ 4; 9 ຊົ່ວໂມງຮຽນ CES2 ສຳລັບນັກຮຽນຊັ້ນ 5 ແລະ 10 ຮອບການສະແດງລະຄອນຫຸ່ນ ເພື່ອປ້ອງກັນການລ່ວງລະເມີດຕໍ່ເດັກ (GPS) ສຳລັບນັກຮຽນຊັ້ນປໍ 1 ແລະ 2.
![]() |
| ໂຄງການໄດ້ຖືກອອກແບບຕາມແຕ່ລະກຸ່ມອາຍຸດ້ວຍເນື້ອໃນທີ່ເໝາະສົມ. (ຮູບ: GNI) |
ຜ່ານຮູບແບບການເຂົ້າເຖິງທີ່ເຫັນພາບຕົວຈິງ ແລະ ເໝາະສົມກັບແຕ່ລະເກນອາຍຸ, ໂຄງການໄດ້ຊ່ວຍໃຫ້ນັກຮຽນເຂົ້າໃຈຢ່າງຖືກຕ້ອງກ່ຽວກັບສິດທິຂອງຕົນເອງ, ຮັບຮູ້ສະຖານະການທີ່ເປັນອັນຕະລາຍ ແລະ ຝຶກຝົນທັກສະການປົກປ້ອງຕົນເອງໃນຊີວິດປະຈຳວັນ. ນີ້ແມ່ນພື້ນຖານທີ່ສຳຄັນເພື່ອສ້າງສະພາບແວດລ້ອມໃນໂຮງຮຽນທີ່ເປັນມິດ ແລະ ຊຸກຍູ້ການພັດທະນາທາງດ້ານຮ່າງກາຍ, ຈິດໃຈ ແລະ ສັງຄົມຂອງເດັກນ້ອຍ.
![]() |
| ການສະແດງລະຄອນຫຸ່ນ ເພື່ອປ້ອງກັນການລ່ວງລະເມີດຕໍ່ເດັກ. (ຮູບ: GNI) |
“ຂໍຂອບໃຈໂຄງການ GNI ທີ່ໄດ້ນຳເອົາບັນດາໂຄງການທີ່ມີປະໂຫຍດຫຼາຍມາສູ່ພວກນ້ອງນັກຮຽນ. ຜ່ານກິດຈະກຳຕ່າງໆ, ພວກນ້ອງສາມາດຮັບຮູ້ໄດ້ເຖິງສະຖານະການທີ່ເປັນອັນຕະລາຍ, ເຂົ້າໃຈກ່ຽວກັບສິດທິເດັກ ແລະ ຮູ້ວິທີປົກປ້ອງຕົນເອງ”, ທ່ານນາງ ຮວ່າງ ທິ ຢາງ, ຮອງອຳນວຍການໂຮງຮຽນປະຖົມ ບັງລັງ ກ່າວ.
ຜ່ານໂຄງການ CRE, GNI ໄດ້ປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມໃນໂຮງຮຽນໃຫ້ມີຄວາມປອດໄພ, ພ້ອມທັງຊຸກຍູ້ການພັດທະນາຮອບດ້ານໃຫ້ແກ່ເດັກນ້ອຍໃນເຂດພື້ນທີ່ຂອງໂຄງການ.
| ການທ່ອງທ່ຽວຫວຽດນາມເປັນເວລາ 4 ເດືອນຕິດຕໍ່ກັນ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນກວ່າ 1 ລ້ານເທື່ອຄົນ ຍສໝ - ຂໍ້ມູນຈາກກົມທ່ອງທ່ຽວແຫ່ງຊາດຫວຽດນາມ (ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ) ໃຫ້ຮູ້ວ່າ: ໃນເດືອນຕຸລາ 2023, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ 1,11 ລ້ານເທື່ອຄົນ, ເປັນເດືອນທີ 4 ຕິດຕໍ່ກັນ ທີ່ຂະແຫນງການທ່ອງທ່ຽວຄາດວ່າຈະຕ້ອນຮັບແຂກສາກົນກວ່າ 1 ລ້ານເທື່ອຄົນ. ໃນ 10 ເດືອນຂອງປີ 2023, ຈຳນວນນັກທ່ອງທ່ຽວສາກົນເຂົ້າປະເທດເຮົາຈະບັນລຸເກືອບ 10 ... |
| ມີກ່ວາ 1.500 ຄົນ ໃນ Festival ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ ຍສໝ - ໃນຕອນເຊົ້າວັນທີ 1 ຕຸລາ, ງານບຸນດ້ວຍຫົວຂໍ້ວ່າ “ລະດູໃບໄມ້ປົ່ງຮ່າໂນ້ຍ - ມາແຫ່ງຄວາມຮັກ” ໄດ້ໄຂຂຶ້ນຢູ່ຖະໜົນຄົນຍ່າງ ຮ່ວານກ໋ຽມ ດ້ວຍ 1.500 ຄົນເຂົ້າຮ່ວມຂະບວນແຫ່. |
ແທັງຮັ່ງ

