ທ່ານນາງ ນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ສິ້ນສຸດບົດຢ້ຽມຢາມຢ່າງເປັນທາງການ ຢູ່ ຫວຽດນາມ
| ຊອກຫາວິທີການຮັກສາພາສາຫວຽດນາມ ຢູ່ Kyushu (ຍີ່ປຸ່ນ) | |
| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານນາງ ພັນລະຍາ ເລີ່ມເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ຈີນ |
ໃນໄລຍະຢ້ຽມຢາມ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ເຂົ້າຢ້ຽມຂຳນັບສົບ ປະທານ ໂຮ່ຈີມິນ ແລະ ວາງພວງມາລາ ຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະລະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ (ຮ່າໂນ້ຍ).
ກ່ຽວກັບກິດຈະກຳການຕ່າງປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ; ທ່ານນາຍົກລັດຖະມົນຕີ ເລມິງຮືງ ເປັນປະທານພິທີຕ້ອນຮັບຢ່າງເປັນທາງການ, ເຈລະຈາ ແລະ ຮ່ວມກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ພົບປະກັບສື່ມວນຊົນ ເພື່ອແຈ້ງຂໍ້ມູນກ່ຽວກັບໝາກຜົນຂອງການເຈລະຈາ.
![]() |
| ທ່ານນາຍົກລັດຖະມົນຕີ ເລມິງຮືງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae. (ພາບ: VGP/NhatBac). |
ໃນບັນດາການພົບປະ, ການນຳ ຫວຽດນາມ ໄດ້ຕີລາຄາວ່າ ບົດຢ້ຽມຢາມຈັດຂຶ້ນໃນເວລາທີ່ມີຄວາມໝາຍສຳຄັນ, ໃນຂະນະທີ່ທັງສອງປະເທດຕ່າງກໍມີຄະນະການນຳຊຸດໃໝ່ ແລະ ພວມຊຸກຍູ້ບັນດາເປົ້າໝາຍການພັດທະນາ. ສອງຝ່າຍໄດ້ຮັບຮູ້ວ່າ ສາຍພົວພັນ ຫວຽດນາມ - ຍີ່ປຸ່ນ ສືບຕໍ່ພັດທະນາຢ່າງແຂງແຮງ ພາຍຫຼັງຫຼາຍກວ່າສອງປີທີ່ໄດ້ຍົກລະດັບຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ, ດ້ວຍລະດັບຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງສູງ ແລະ ການຮ່ວມມືນັບມື້ນັບແທດຕົວຈິງໃນຫຼາຍຂົງເຂດ.
ທ່ານນາຍົກລັດຖະມົນຕີທັງສອງ ໄດ້ແລກປ່ຽນກ່ຽວກັບບັນດາທິດທາງໃຫຍ່ ເພື່ອນຳພາສາຍພົວພັນທະວິພາຄີກ້າວເຂົ້າສູ່ໄລຍະການພັດທະນາໃໝ່, ໃນນັ້ນໄດ້ເນັ້ນໜັກວ່າ ການຮ່ວມມືທາງດ້ານເສດຖະກິດແມ່ນເສົາຄ້ຳ, ພ້ອມທັງຂະຫຍາຍໄປສູ່ບັນດາຂົງເຂດ ເຊັ່ນ: ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກຳ.
ໃນຂອບເຂດບົດຢ້ຽມຢາມ, ຕໍ່ໜ້າການເປັນສັກຂີພິຍານຂອງການນຳສອງປະເທດ, ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ ແລະ ທ້ອງຖິ່ນ ໄດ້ມອບ-ຮັບເອກະສານການຮ່ວມມື 6 ສະບັບ ໃນຫຼາຍຂົງເຂດ.
ທ່ານນາງ ນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ ແລະ ສະໜິດສະໜົມຂອງຝ່າຍ ຫວຽດນາມ, ພ້ອມທັງຢືນຢັນວ່າ ຍີ່ປຸ່ນ ສະໜັບສະໜູນບັນດາຄວາມມານະພະຍາຍາມປະຕິຮູບ, ພັດທະນາ ແລະ ຍົກສູງການກຸ້ມຕົນເອງທາງດ້ານເສດຖະກິດຂອງ ຫວຽດນາມ. ຍີ່ປຸ່ນ ປາດຖະໜາຢາກສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອຜັນຂະຫຍາຍວິໄສທັດ ອິນໂດ-ປາຊີຟິກ ທີ່ເສລີ ແລະ ເປີດກວ້າງ ຢ່າງມີປະສິດທິຜົນ, ກໍຄືຊຸກຍູ້ການຮ່ວມມືທະວິພາຄີໃຫ້ເຂົ້າສູ່ລວງເລິກ.
ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບ ເພີ່ມທະວີການປະສານສົມທົບ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ ເຊັ່ນ: ອົງການສະຫະປະຊາຊາດ, ອາຊຽນ ແລະ ບັນດາກົນໄກອະນຸພາກພື້ນແມ່ນ້ຳຂອງ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ.
ນອກຈາກນັ້ນ, ໃນບົດຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ມີບົດກ່າວປາໄສນະໂຍບາຍ ຢູ່ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ແບ່ງປັນວິໄສທັດກ່ຽວກັບສາຍພົວພັນລະຫວ່າງສອງປະເທດ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ.
ບົດຢ້ຽມຢາມຢ່າງເປັນທາງການ ຢູ່ ຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Takaichi Sanae ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ສ້າງກຳລັງຊຸກຍູ້ຕື່ມອີກ ແລະ ເປີດໂອກາດໃໝ່ໃຫ້ແກ່ການຮ່ວມມື ຫວຽດນາມ - ຍີ່ປຸ່ນ ໃນໄລຍະຕໍ່ໄປ.
| ທ່ານນາງ ປະລິນຍາໂທ ຫງວຽນຖູ້ຍທຽນເຮືອງ: ຄວາມມີໄຫວພິບ, ມີຫົວຄິດປະດິດສ້າງໃນການເຄື່ອນໄຫວເຜີຍແຜ່ພາສາຫວຽດນາມ ຢູ່ ມາເລເຊຍ ຍສໝ - ໃນສະພາບແວດລ້ອມຫຼາຍພາສາຂອງມາເລເຊຍ, ທ່ານນາງ ປະລິນຍາໂທ ຫງວຽນຖູ້ຍທຽນເຮືອງ, ອາຈານສອນວິຊາພາສາຫວຽດນາມ ແລະ ວັດທະນະທຳຫວຽດນາມ, ພາກວິຊາພາສາອາຊີ ແລະ ເອີລົບ, ຄະນະພາສາ ແລະ ພາສາສາດ, ມະຫາວິທະຍາໄລ Malaya (ມາເລເຊຍ) ໄດ້ກາຍເປັນຂົວຕໍ່ນຳພາສາຫວຽດນາມ ໄປສູ່ຫຼາຍກຸ່ມນັກຮຽນທີ່ແຕກຕ່າງກັນ. ດ້ວຍຄວາມມີໄຫວພິບ ແລະ ມີຫົວຄິດປະດິດສ້າງໃນບັນດາວິທີສອນ, ນາງໄດ້ປະກອບສ່ວນບຳລຸງສ້າງຄວາມຮັກແພງພາສາຫວຽດນາມ ໃຫ້ແກ່ປະຊາຄົມຊາວຫວຽດນາມ ... |
| ທ່ານນາງ ປອ. ຮວ່າງທິຮົ່ງຮ່າ: ທູດພາສາ ຫວຽດນາມ ປະຈຳ ປາຣີ ຍສໝ - ໂດຍແມ່ນໜຶ່ງໃນບັນດາຜູ້ສະໝັກຮັບເລືອກຕັ້ງດີເດັ່ນ 6 ຄົນທີ່ໄດ້ຮັບນາມມະຍົດ “ທູດພາສາຫວຽດນາມຢູ່ຕ່າງປະເທດ 2025”, ສຳລັບທ່ານນາງ ປອ. ຮ່ວາງທິຮົ່ງຮ່າ, ໃນເວລາທີ່ນາງຂຶ້ນສູ່ເວທີແມ່ນບໍ່ພຽງແຕ່ໄດ້ຮັບນາມມະຍົດເທົ່ານັ້ນ, ຫາກຍັງຈະສືບຕໍ່ມີຄວາມຮັບຜິດຊອບ ແລະ ເຊື່ອໝັ້ນວ່າ: ຊາວຫວຽດນາມ ບໍ່ວ່າຢູ່ບ່ອນໃດກໍຍັງຄົງຈະດັງກ້ອງກັງວົນຢ່າງຈະແຈ້ງ ແລະ ສົດໃສ, ໃນທຸກວັນນີ້. |
