13:59 | 30/04/2026

ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງອະ​ນາ​ຄົດ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ໃຫ້​ແກ່​ປະ​ເທດ​ຊາດ

ວັນ​ບຸນ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ: ຈາກ​ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ກົກ​ເຄົ້າ​ເຫງົ້າ​ກໍ​ ໄປສູ່​ນ້ຳ​ໃຈ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ
ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຊຸກ​ຍູ້​ປະ​ເທດ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ທຸກ​ດ້ານ​ຂອງ​ປະ​ຊາ​ຊົນ.
ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງອະ​ນາ​ຄົດ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ໃຫ້​ແກ່​ປະ​ເທດ​ຊາດ
ເນື່ອງ​ໃນ​ໂອ​ກາດ ວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດເປັນ​ເອ​ກະ​ພາບ, ຖະ​ໜົນ​ຫົນ​ທາງ​ໄດ້​ຮັບ​ການ​ປະ​ດັບ​ປະ​ດາເຕັມ​ໄປ​ດ້ວຍ​ທຸງ​ຊາດ ແລະ ດອກ​ໄມ້ (ພາບ: VGP)

ມະ​ຫາ​ໄຊລະ​ດູ​ບານ​ໃໝ່​ປີ 1975 ຂອງ​ຊາດ ຫວຽດ​ນາມ ແມ່ນ​ໝາກ​ຜົນ​ຂອງ​ການ​ຕໍ່​ຕ້ານ​ປ​ົດປ່ອຍ​ຊາດ, ປົກປັກຮັກ​ສາ​ປະ​ເທດ​ຊາດ, ມີ​ລ​ັກ​ສະ​ນະ​ເປັນ​ທ​ຳ, ທົ່ວ​ປວງ​ຊົນ, ຮອບ​ດ້ານ, ໄຊ​ຊະ​ນະ​ຂອງ​ຄຸນ​ນະ​ທາດ, ພະລັງຈິດໃຈ ແລະ ພູມ​ປັນ​ຍາ ຫວຽດ​ນາມ.

ມ​ີ​ສັນ​ຕິ​ພາບ​ແມ່ນ​ມີ​ທຸກ​ສິ່ງ​ທຸກ​ຢ່າງ

ປະ​ເທດ​ຊາດໄດ້​ຜ່ານ​ຜ່າ​ເວ​ລາ​ນັບຫຼາຍ​ທົດ​ສະ​ວັດ​ເພື່ອ​ມີ​ສັນ​ຕິ​ພາບ​ຄືໃນ​ທຸກວັນ​ນີ້. ພື້ນ​ຖານ​ສັນ​ຕິ​ພາບນີ້​ແມ່ນ​ໄດ້​ສ້າງ​ຂຶ້ນ​ດ້ວຍ​ເລືອດ​ເນື້ອ​ຂອງ​ຊາວ ຫວຽດ​ນາມ ຫຼາຍ​ລຸ້ນ​ຄົນ ຊື່ງ​ໄດ້​ເສຍ​ສະຫຼະ​ຊີ​ວິດ, ອຸ​ທິດ​ສ່ວນ​ຍາມ​ໄວ​ໜຸ່ມ​ຂອງ​ຕົນ.

ພາຍ​ຫຼັງ 50 ປີ​​ທີ່ໄດ້​ທ້ອນ​ໂຮມ​ເປ​ັນ​ເອ​ກະ​ພາບ, ມີ​ສັນ​ຕິ​ພາບ, ຫວຽດ​ນາມ ໄດ້​ພັດ​ທະ​ນາ​ຢ່າງ​ບຸກ​ທະ​ລຸ. ຈາກ​ປະ​ເທດ​ໜຶ່ງທີ່ຖືກ​ສົງ​ຄາມ​ທຳ​ລາຍ, ເສດ​ຖະ​ກິດ​ຖືກ​ປິດ​ລ້ອມ, ມາ​ຮອດ​ປະ​ຈຸ​ບັນ, ເສດ​ຖະ​ກິດ ຫວ​ຽດ​ນາມ ນອນ​ໃນ top ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດມີ​ລະ​ດັບ​ເປີດ​ການ​ຄ້າ​ສູງ​ກວ່າ​ໝູ່​ໃນ​ໂລກ, ຂອບ​ຂະ​ໜາດ​ເສດ​ຖະ​ກິດ ຫວຽດ​ນາມ ບືນ​ຕົວ​ຂຶ້ນ​ຢືນຢູ່​ອັນ​ດັບ​ທີ 32 ທົ່ວ​ໂລກ (ປີ 2025).

ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງອະ​ນາ​ຄົດ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ໃຫ້​ແກ່​ປະ​ເທດ​ຊາດ
ທ່ານ Athony, ອະ​ດີດ​ນັກ​ຂ່າວ, ບັນ​ນາ​ທິ​ການ​ຂອງ​ສຳ​ນັກ​ຂ່າວ​ສານ Antara (ພາບ: VOV)

ດັດ​ຊະ​ນີສັນ​ຕິ​ພາບ​ທົ່ວ​ໂລກ​ປີ 2025 ໂດຍ​ສະ​ຖາ​ບັນ​ເສດ​ຖະ​ກິດ ແລະ ສັນ​ຕິ​ພາບ (IEP) ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ ອົດ​ສະ​ຕາ​ລີ ປະ​ກາດ ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ: ຫວຽດ​ນາມ ຢືນ​ຢູ່​ອັນ​ດັບ​ທີ 38 ໃນ​ຈຳ​ນວນ 163 ປະ​ເທດ ແລະ ເຂດ​ແຄ້ວນ. ຫວຽດ​ນາມ ກໍ່​ນອນ​ໃນ​ກຸ່ມ 62 ປະ​ເທດ​ສັນ​ຕິ​ພາບ​ທີ່​ສຸດ​ໃນ​ໂລກ, top 10 ​ໃນ​ທະ​ວີບອາ​ຊີ ແລະ top 3 ໃນ​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທ່ານ Athony, ອະ​ດີດ​ນັກ​ຂ່າວ, ບັນ​ນາ​ທິ​ການ​ຂອງ​ສຳ​ນັກ​ຂ່າວ​ສານ Antara, ຕີ​ລາ​ຄາ​ວ່າ:

ປະ​ຊາ​ຄົມ​ໂລກໄດ້​ເຫັນ​ປະ​ຈັກ​ຕາ ແລະ ຮັບ​ຮູ້​ວິ​ວັດ​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ທີ່​ມີ​ຊື່​ວ່າ ປ່ຽນ​ແປງ​ໃໝ່ ນັບ​ແຕ່​ໄດ້​ເລີ່ມ​ປະ​ຕິ​ບັດ​ເມື່ອ​ປີ 1986, ຈາກ​ປະ​ເທດຫຼ້າຫຼັງ​ດ້ວຍ 90% ປະ​ຊາ​ກອນ​ເຮັດ​ວຽກ​ໃນ​ຂົງ​ເຂດ​ກະ​ສິ​ກຳ ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ມະຫາອຳນາດດ້ານເສດ​ຖະ​ກິດ​ທີ່ຂະ​ຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ໃນ​ທະ​ວີບ​ ອາ​ຊີ.

ນຳ​ປະ​ເທດ​ຊາດ​ກ້າວ​ຂຶ້​ນ

ຫວຽດ​ນາມ ພວກມ​ມຸ່ງ​ໄປ​ສູ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ປະ​ເທດ​ຊາດ​ໄດ້​ທ້ອນ​ໂຮມ​ເປັນ​ເອກະ​ພາບ​ໃນ​ປີ 2045, ຂີດ​ໝາຍ 100 ປີ ແຫ່ງວັນ​ສະຖາປະນາ​ປະ​ເທດ​ຊາດ, ຫວຽດ​ນາມ ຈະ​ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ລາຍ​ຮັບ​ສູງ. ນີ້ບໍ່​ພຽງ​ແຕ່​ແມ່ນ​ມາດ​ຖານ​ເສດ​ຖະ​ກິດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ມຸ່ງ​ຫວັງ​ກ່ຽວ​ກັບ​ອິດ​ທິ​ພົນ​ຊື່​ສຽງ, ກ່ຽວ​ກັບ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ ແລະ ກ່ຽວ​ກັບ​ຂອບ​ຂະ​ໜາດ​ຂອງ ຫວຽດ​ນາມ ໃນ​ຄວາມເປັນ​ລະ​ບຽບ​ຮຽບ​ຮ້ອຍ​ເສດ​ຖະ​ກິດ​ທົ່ວ​ໂລກ​ອີກ​ດ້ວຍ.

ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງອະ​ນາ​ຄົດ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ໃຫ້​ແກ່​ປະ​ເທດ​ຊາດ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ວັນ​ທັງ (ພາບ: quochoi.vn)

ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ-ສັງ​ຄົມ ໃນ​ຂອບ​ເຂດກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ວັນ​ທັງ ເນັ້ນ​ໜັກ​ວ່າ:

ຫວຽດ​ນາມ ຈະ​ບັນ​ລຸ​ໄດ້ການ​ເຕີບ​ໂຕ​ສູງໃນ​ໄລ​ຍະ​ເວ​ລາ​ຍາວ​ນານ ກໍ່ຕໍ່ເມື່ອ​ມີ​ພື້ນ​ຖານ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ. ດັ່ງນັ້ນ, ລັດ​ຖະ​ບານ​ສືບ​ຕໍ່​ກຳ​ນົດ​ວ່າ ການ​ຮັກ​ສາພື້ນ​ຖານ​ເສດ​ຖະ​ກິດ​ມະ​ຫາ​ພາ​ກເປັນ​ປົກ​ກະ​ຕິແມ່ນ​ເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂາດ. ບັນ​ຫາ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ ແນ່ນອນ​ວ່າ​ຕ້ອງ​ປະ​ຕິ​ບັດ​ຢ່າງ​ແຮງ​ທີ່​ສຸດ. ທີ​ສອງ​ແມ່ນ​ກຸ່ມ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້ ຫວຽດ​ນາມ ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ປະ​ເທດ​ຊາດ​ໄດ້​ຢ່າງ​ສຸດ​ຂີດ, ພິ​ເສດ​ແມ່ນ​ການ​ລົງ​ທຶນ​ໃຫ້​ແກ່​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ນະ​ວັດ​ຕະ​ກຳ ແລະ ການຫັນເປັນດີຈີຕອນ. ທີ​ສາມ​ແມ່ນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ​ບົນ​ພື້ນ​ຖານ​ແກ່ງ​ແຍ້ງ​ຢ່າງ​ສະ​ເໝີ​ພາບ, ເຊື່ອມ​ຕໍ່​ລະ​ບົບ​ຄຸນ​ຄ່າ.

ພາຍຫຼັງ 51 ປີທີ່​ປະ​ເທດ​ຊາດ​ມີ​ສັນ​ຕິ​ພາບ, ຫວຽດ​ນາມ ພວມ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່ ຊື່ງ​ບັນ​ດາ​ການ​ປະ​ຕິ​ຮູບ​ຢ່າງ​ແຮງ​ກ່ຽວ​ກັບ​ລະ​ບອບ​ລະ​ບຽບ​ການ, ອົງ​ການ​ຈັດ​ຕັ້ງ​ກົງ​ຈັກ, ກ່ຽວ​ກັບ​ວິ​ທີ​ການ​​ບໍ​ລິ​ຫານ​ແຫ່ງ​ຊາດ ພວມ​ເປີດ​ປະ​ຕູ​ໃຫ້​ແກ່​ອະ​ນາ​ຄົດ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ.

ການ​ກະ​ທຳ​ອັນ​ລະ​ອຽດ, ​ຂ້ຽວ​ຂາດຂອງ​ທັງ​ລະ​ບົບ​ການ​ເມືອງ ໃນ​ການ​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ, ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ໃສ​ແຈ້ງ, ສະ​ດວກ​ໃຫ້​ແກ່​ການ​ປະ​ດິດ​ຄິດ​ສ້າງ ແລະ ການ​ພັດ​ທະ​ນາ. ການ​ກະ​ທຳ​ທີ່ໝັ້ນໜຽວ​ຂອງ ປ​ຊ​ຊ ແຕ່​ລະ​ຄົນ​ໃນ​ການ​ອອກ​ແຮງ​ງານ, ຮ່ຳ​ຮຽນ, ປະ​ດິດ​ຄິດ​ສ້າງ. ທຸກ​ຢ່າງ​ເຫຼົ່າ​ນັ້ນ​ຈະ​ນຳ​ເປົ້າ​ໝາຍ​ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ລາຍຮັບ​ສູງ​ໃນ​ປີ 2045 ປະ​ກົດ​ຜົນ​ເປັນ​ຈິງ. ເປົ້າ​ໝາຍນັ້ນ​ກໍ່​ແມ່ນ​ຄຳ​ໝັ້ນ​ສັນ​ຍາຕໍ່​ລຸ້ນ​ພໍ່​ລຸ້ນ​ອ້າຍທີ່​ວ່າ ການ​ເສຍ​ສະຫຼະ​ຂອງ​ລຸ້ນ​ກ່ອນ ຈະ​ໄດ້​ຮັບ​ຄວາມ​ຕອບ​ບຸນ​ແທນ​ຄຸນ​ດ້ວຍ​ອະ​ນາ​ຄົດ​ທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ໃຫ້​ແກ່​ຊາດ.

ຕາມ vovworld.vn

https://vovworld.vn/lo-LA/sathaanakaan-kaanemyyng/wm-eing-wm-aych-saanga-naa-khod-ung-eyyng-ehlyyng-ehlyym-ayh-eik-pa-ethd-saad-2430202.vov5

ການຢ້ຽມຢາມລາວຂອງທ່ານເລຂາທິການໃຫຍ່ ໂຕເລີມ: ​ເປີດ​ກາລະ​ໂອກາດ​ໃຫ້​ແກ່​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລະ ຍືນ​ຍົງ​ໃນ​ຫຼາຍ​ຂົງ​ເຂດ​ຍຸດ​ທະ​ສາດ ການຢ້ຽມຢາມລາວຂອງທ່ານເລຂາທິການໃຫຍ່ ໂຕເລີມ: ​ເປີດ​ກາລະ​ໂອກາດ​ໃຫ້​ແກ່​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລະ ຍືນ​ຍົງ​ໃນ​ຫຼາຍ​ຂົງ​ເຂດ​ຍຸດ​ທະ​ສາດ

ຍສໝ - ວາລະສານ ຍຸກສະໄໝມີຄວາມຍິນດີທີ່ຈະນຳສະເໜີບົດຄວາມຂອງເອກອັກຄະລັດຖະທູດລາວປະຈຳຫວຽດນາມ ທ່ານນາງ ຄຳເພົາ ເອີນທະວັນ ໃນໂອກາດທີ່ທ່ານເລຂາທິການໃຫຍ່ ໂຕເລີມ ນຳພາຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ມາຢ້ຽມຢາມລາວຢ່າງເປັນທາງການ ຕາມຄຳເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ແລະ ປະທານປະເທດລາວ.

ຈາກ​ການ​ຕັດສິນ​ໃຈ​ຂອງ​ເຢຍລະ​ມັນ: ລົງ​ຄະ​ແນນ​ສຽງ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ຫວຽດນາມ ຈາກ​ການ​ຕັດສິນ​ໃຈ​ຂອງ​ເຢຍລະ​ມັນ: ລົງ​ຄະ​ແນນ​ສຽງ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ຫວຽດນາມ

ຍສໝ - ​ເລື່ອງ​ເຢຍລະ​ມັນ​ສຳ​ເລັດ​ຂະ​ບວນການ​ໃຫ້​ສັດຕະຍາບັນ​ສັນຍາ​ປົກ​ປ້ອງ​ການ​ລົງທຶນ ຫວຽດນາມ - ສະຫະພາບ​ເອີ​ລົບ (EVIPA) ​ໃນ​ປີ​ສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ ​ໄດ້​ກາຍ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ລະດັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ​ຂອງ​ສອງຝ່າຍ, ​ຢືນຢັນ​ບາດກ້າວ​ບຸກທະລຸ​ດ້ານ​ກົດໝາຍ, ​ແລະ ຄວາມ​ໝາຍ​ຍຸດ​ທະ​ສາດ​ທີ່​ເລິກ​ເຊິ່ງ, ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ​ເຢຍລະ​ມັນ ເວົ້າສະເພາະ ​ແລະ ຫວຽດນາມ ...

ຕາມ vovworld.vn

Link: https://huunghivietlao.thoidai.com.vn/detail-article-21924.html

In bài biết