ນະຄອນໂຮ່ຈີມິນ ຈັດພິທີສະເຫຼີມສະຫຼອງວັນບຸນໄຫວ້ພະເຈົ້າຮຸ່ງ ຢ່າງສົມກຽດ, ເຜີຍແຜ່ຈິດວິນຍານມຸ່ງສູ່ຕົ້ນກຳເນີດ
| ປະຊາຄົມຊາວຫວຽດນາມຢູ່ໂປໂລຍຈັດງານບຸນ ວູລານ ຢ່າງສົມກຽດ ເພື່ອຕອບບຸນແທນຄຸນພໍ່ແມ່ | |
| ໄຂກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຢ່າງສົມກຽດ |
ວັນບຸນໄຫວ້ພະເຈົ້າຮຸ່ງ ໃນວັນທີ 10 ເດືອນ 3 ຕາມຈັນທະປະຕິທິນຂອງທຸກໆປີ ແມ່ນໂອກາດໃຫ້ປະຊາຊົນທົ່ວປະເທດລະນຶກເຖິງຄຸນງາມຄວາມດີໃນການສ້າງຊາດ ແລະ ປົກປັກຮັກສາປະເທດຊາດຂອງບັນດາກະສັດຮຸ່ງ, ຜ່ານນັ້ນກໍ່ປະກອບສ່ວນເຂົ້າໃນການສຶກສາອົບຮົມມູນເຊື້ອປະຫວັດສາດ, ບຳລຸງສ້າງຈິດວິນຍານຮັກຊາດ ແລະ ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.
![]() |
| ຂະບວນແຫ່ພິທີ, ການວາງຊໍ່ດອກໄມ້ ແລະ ຈຸດທູບລະນຶກເຖິງພະເຈົ້າຮຸ່ງ. |
ກ່າວຄຳເຫັນໃນພິທີ, ທ່ານ ຫງວຽນ ເຟືອກ ລົກ (Nguyễn Phước Lộc), ກຳມະການສູນກາງພັກ, ຮອງເລຂາຄະນະພັກນະຄອນ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ປະຈຳນະຄອນໂຮ່ຈີມິນ ໄດ້ເນັ້ນໜັກວ່າ: ໃນຈິດສຳນຶກຂອງຄົນຫວຽດນາມ, ບັນດາກະສັດຮຸ່ງ ແມ່ນບັນພະບຸລຸດທີ່ມີຄຸນງາມຄວາມດີໃນການສ້າງຕັ້ງປະເທດ ວັນລາງ – ລັດທຳອິດ, ວາງຮາກຖານໃຫ້ແກ່ການກຳເນີດ ແລະ ການຂະຫຍາຍຕົວຂອງຊາດ, ກາຍເປັນບັນພະບຸລຸດລວມຂອງຄົນຫວຽດນາມ.
ທ່ານ ຫງວຽນ ເຟືອກ ລົກ ຢືນຢັນວ່າ: "ການຈຸດທູບທຽນລະນຶກເຖິງພະເຈົ້າຮຸ່ງ ດ້ວຍຄວາມເຄົາລົບຮັກ ແມ່ນໂອກາດເພື່ອທົບທວນຄືນສິນທຳ 'ກິນນ້ຳໃຫ້ນຶກເຖິງແຫຼ່ງນ້ຳ', 'ຕົ້ນໄມ້ມີຮາກ, ແມ່ນ້ຳມີຕົ້ນກຳເນີດ', ຜ່ານນັ້ນຢືນຢັນຄຸນຄ່າອັນສັກສິດຂອງຕົ້ນກຳເນີດຊາດ ແລະ ມູນເຊື້ອປະຫວັດສາດຫຼາຍພັນປີແຫ່ງການສ້າງຊາດ ແລະ ປົກປັກຮັກສາປະເທດຊາດ".
![]() |
| ຕົວແທນການນຳນະຄອນ ໄດ້ຈຸດທູບດ້ວຍຄວາມເຄົາລົບ ເພື່ອລະນຶກເຖິງພະເຈົ້າຮຸ່ງ. |
ຈາກມູນເຊື້ອດັ່ງກ່າວ, ຈິດວິນຍານແຫ່ງຄວາມສາມັກຄີ, ນ້ຳໃຈຮັກຊາດ ແລະ ເຈດຈຳນົງອັນໜັກແໜ້ນໃນການຕໍ່ສູ້ເພື່ອເອກະລາດ, ອະທິປະໄຕ ແລະ ເອກະພາບຂອງປະເທດຊາດ ໄດ້ຮັບການຫຼໍ່ຫຼອມຜ່ານຫຼາຍຍຸກສະໄໝ, ກາຍເປັນພະລັງແຮງທີ່ຊ່ວຍໃຫ້ຊາດກ້າວຂ້າມຜ່ານຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ.
"ບັນດາຄຸນຄ່າເຫຼົ່ານີ້ຈະສືບຕໍ່ໄດ້ຮັບການປົກປັກຮັກສາ, ສືບທອດ ແລະ ເສີມຂະຫຍາຍ, ກາຍເປັນຮາກຖານທາງດ້ານຈິດວິນຍານທີ່ສຳຄັນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ".ທ່ານ ຫງວຽນ ເຟືອກ ລົກ ກ່າວ.
ທ່ານ ຫງວຽນ ເຟືອກ ລົກ ຍັງໄດ້ເຕືອນຄືນຂີດໝາຍປະຫວັດສາດ ເມື່ອປະທານ ໂຮ່ຈີມິນ ໄດ້ລົງນາມໃນລັດຖະດຳລັດ ເມື່ອເດືອນທັນວາ 1946 ກຳນົດເອົາວັນທີ 10 ເດືອນ 3 ຕາມຈັນທະປະຕິທິນຂອງທຸກໆປີ ເປັນວັນບຸນໄຫວ້ພະເຈົ້າຮຸ່ງ. ໂດຍສະເພາະ, ຢູ່ທີ່ວິຫານຮຸ່ງ ໃນປີ 1954, ເພິ່ນໄດ້ສັ່ງສອນວ່າ: "ບັນດາກະສັດຮຸ່ງມີຄຸນງາມຄວາມດີໃນການສ້າງຊາດ, ລຸງ ແລະ ຫຼານພວກເຮົາຕ້ອງຮ່ວມກັນປົກປັກຮັກສາປະເທດຊາດ", ເຊິ່ງກາຍເປັນຄຳສັ່ງສອນທີ່ມີຄວາມໝາຍປະຫວັດສາດຢ່າງເລິກເຊິ່ງ ແລະ ສືບຕໍ່ໄດ້ຮັບການຢືນຢັນໃນຂະບວນວິວັດແຫ່ງການພັດທະນາຂອງປະເທດຊາດ.
![]() |
| ບັນດາລາຍການສະແດງສິລະປະວັດທະນະທຳ ໄດ້ຈັດຂຶ້ນຢູ່ເຂດເດີນໜ້າວິຫານ. |
ສືບທອດມູນເຊື້ອອັນສັກສິດນັ້ນ, ນະຄອນໂຮ່ຈີມິນ ບໍ່ຢຸດຢັ້ງທີ່ຈະເສີມຂະຫຍາຍຈິດວິນຍານແຫ່ງຄວາມສາມັກຄີ, ຄວາມຮັບຜິດຊອບ ແລະ ຄວາມຄິດສ້າງສັນຂອງທັງລະບົບການເມືອງ ແລະ ປະຊາຊົນ ເພື່ອພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຮັບປະກັນປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ນະຄອນກຳນົດເປົ້າໝາຍກາຍເປັນຕົວເມືອງທີ່ທັນສະໄໝ, ເປັນສູນກາງການບໍລິການ, ອຸດສາຫະກຳ, ເສດຖະກິດ, ການເງິນ ແລະ ການທ່ອງທ່ຽວຂອງພາກພື້ນ; ພັດທະນາບົນພື້ນຖານວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ, ມຸ່ງສູ່ຮູບແບບການເຕີບໂຕທີ່ຍືນຍົງ ແລະ ມີຄຸນນະພາບສູງ.
ຄຽງຄູ່ກັນນັ້ນ, ນະຄອນຍັງເອົາໃຈໃສ່ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ຮັບປະກັນສະຫວັດດີການສັງຄົມ, ປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ; ຖືເອົາປະຊາຊົນເປັນສູນກາງ, ເອົາປະສິດທິຜົນຕົວຈິງ ແລະ ລະດັບການຊົມໃຊ້ຂອງປະຊາຊົນເປັນບັນທັດຖານໃນການວັດແທກການພັດທະນາ. ນະຄອນໂຮ່ຈີມິນ ສືບຕໍ່ເສີມຂະຫຍາຍພະລັງແຮງມະຫາສາມັກຄີທົ່ວປວງຊົນ, ສ້າງ "ທ່າສະໜາມຮົບໃນໃຈປະຊາຊົນ" ໃຫ້ໜັກແໜ້ນ, ສ້າງຮາກຖານໃຫ້ແກ່ການພັດທະນາທີ່ໝັ້ນຄົງ ແລະ ຍືນຍົງ.
![]() |
| ປະຊາຊົນທຸກຊັ້ນຄົນເຂົ້າຮ່ວມໂຄງການ, ຂະບວນແຫ່ ແລະ ຖວາຍເຄື່ອງບູຊາ. |
ທ່ານ ຫງວຽນ ເຟືອກ ລົກ ຢືນຢັນວ່າ, ການຮູ້ບຸນຄຸນຕໍ່ບັນພະບຸລຸດ, ການຮັກສາ ແລະ ເສີມຂະຫຍາຍມູນເຊື້ອປະຫວັດສາດ ແມ່ນຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກພັກ ແລະ ທົ່ວສັງຄົມ, ເພື່ອສ້າງນະຄອນໂຮ່ຈີມິນ ໃຫ້ເປັນເມືອງສີວິໄລ, ທັນສະໄໝ ແລະ ເຕັມໄປດ້ວຍຄວາມຮັກແພງ, ສົມກັບບົດບາດເປັນຫົວຈັກລາກແກ່ຂອງທົ່ວປະເທດ.
ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງເຄັ່ງຄັດຕາມຮີດຄອງປະເພນີ ເຊັ່ນ: ການສະແດງເຄື່ອງດົນຕີພື້ນເມືອງ, ການແຫ່ຂະບວນບູຊາ, ການວາງຊໍ່ດອກໄມ້ ແລະ ຈຸດທູບລະນຶກເຖິງພະເຈົ້າຮຸ່ງ. ຫຼັງຈາກພິທີຫຼັກ, ການນຳນະຄອນໄດ້ສືບຕໍ່ພິທີຈຸດທູບລະນຶກເຖິງທ່ານ ຫງວຽນ ຫືວ ແກ່ງ ຕາມຮີດຄອງປະເພນີບູຮານ.
![]() |
| ບຸນໄຫວ້ພະເຈົ້າຮຸ່ງ ທີ່ມີຫຼາຍກິດຈະກຳ ໄດ້ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ. |
ຄຽງຄູ່ກັບພາກພິທີການ, ຍັງມີຫຼາຍກິດຈະກຳຂອງພາກບຸນທີ່ໄດ້ດຳເນີນໄປຢ່າງຄຶກຄື້ນ, ສ້າງບັນຍາກາດແຫ່ງຄວາມສາມັກຄີໃນຊຸມຊົນ. ທີ່ພົ້ນເດັ່ນແມ່ນການປະກວດ “ຫໍ່ - ຕົ້ມເຂົ້າຕົ້ມ” ເພື່ອຖວາຍບູຊາພະເຈົ້າຮຸ່ງ ຄັ້ງທີ VIII ໂດຍມີປະມານ 200 ທິມເຂົ້າຮ່ວມ; ຄ້າຍພັກແລ້ງມູນເຊື້ອ “ພາກພູມໃຈໃນສາຍເລືອດ ຕຽນ-ຣົ່ງ” ຄັ້ງທີ XVII ເຊິ່ງໄດ້ເຕົ້າໂຮມເອົາປະມານ 60 ຫົວໜ່ວຍຈາກຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ໃນລະຫວ່າງສອງວັນທີ 26 ແລະ 27 ເມສາ.
ຢູ່ທີ່ບໍລິເວນເດີນກວ້າງທາງໜ້າວິຫານ, ບັນດາລາຍການສະແດງສິລະປະວັດທະນະທຳ, ມວຍພື້ນເມືອງ, Vovinam, ຟ້ອນມັງກອນ, ຕີກອງບຸນ... ກໍ່ໄດ້ຮັບການຈັດຕັ້ງຂຶ້ນ, ເພື່ອຮັບໃຊ້ປະຊາຊົນ ແລະ ນັກທ່ອງທ່ຽວ. ຄຽງຄູ່ກັນນັ້ນ ກໍ່ແມ່ນບັນດາສາຍກິດຈະກຳ ເຊັ່ນ: ງານບຸນປຶ້ມ, ຮ້ານວັດທະນະທຳພື້ນເມືອງ, ສະຖານທີ່ບໍລິການອາຫານເຈຟຣີ, ການວາງສະແດງຮູບພາບພາຍໃຕ້ຫົວຂໍ້ “ພາກໃຕ້ມຸ່ງສູ່ຕົ້ນກຳເນີດຂອງຊາດ”, ປະກອບສ່ວນເຜີຍແຜ່ຄຸນຄ່າວັດທະນະທຳມູນເຊື້ອ.
![]() |
| ກິດຈະກຳລະນຶກເຖິງພະເຈົ້າຮຸ່ງ ຢູ່ທີ່ວິຫານພະເຈົ້າຮຸ່ງ (ຫໍພິພິທະພັນປະຫວັດສາດນະຄອນໂຮ່ຈີມິນ). |
ນອກຈາກສະຖານທີ່ຫຼັກແລ້ວ, ບັນດາກິດຈະກຳລະນຶກເຖິງພະເຈົ້າຮຸ່ງ ຍັງໄດ້ຮັບການຈັດຕັ້ງຂຶ້ນຢູ່ຫຼາຍແຫ່ງໃນທົ່ວນະຄອນ ເຊັ່ນ: ຫໍພິພິທະພັນປະຫວັດສາດນະຄອນໂຮ່ຈີມິນ, ສວນວັດທະນະທຳ ເດິ່ມແຊນ ແລະ ເຂດທ່ອງທ່ຽວ ສວຍຕຽນ... ປະກອບສ່ວນເຜີຍແຜ່ຈິດວິນຍານ “ກິນນ້ຳໃຫ້ນຶກເຖິງແຫຼ່ງນ້ຳ”, ບຳລຸງສ້າງສະຕິຊຸມຊົນ ແລະ ຄວາມພາກພູມໃຈໃນຊາດເຂົ້າໃນຊີວິດສັງຄົມ.
| ໂຄສະນາເຜີຍແຜ່ຈຸດເດັ່ນຂອງໝູ່ບ້ານອາຊີບ ໃນສັບປະດາວັດທະນະທຳ – ທ່ອງທ່ຽວ ວັດໄທ (Chùa Thầy) 2026 ຍສໝ - ຄໍ່າຄືນວັນທີ 20 ເມສາ, ຢູ່ເຂດ ວັດໄທ (Chùa Thầy), ຕາແສງ ກວກອວາຍ (Quoc Oai) (ຮ່າໂນ້ຍ), ພະແນກອຸດສາຫະກຳ ແລະ ການຄ້າ ຮ່າໂນ້ຍ ສົມທົບກັບ ຄະນະກຳມະການປະຊາຊົນເມືອງ ກວກອວາຍ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງ “ພິທີເປີດງານບຸນວັດໄທ, ... |
| ການແຂ່ງຂັນ "ເລື່ອງລາວຫວຽດນາມຂອງຂາ້ພະເຈົ້າ" - ເຜີຍແຜ່ພາສາ ແລະ ວັດທະນະທໍາຫວຽດນາມໃນປະເທດໄທ ຍສໝ - ຕອນເຊົ້າວັນທີ 31 ມີນາ, ທີ່ນະຄອນຫຼວງ Bangkok, ສະຖານທູດຫວຽດນາມປະຈຳໄທ ຮ່ວມມືກັບມະຫາວິທະຍາໄລ Srinakharinwirot ໄດ້ຈັດການແຂ່ງຂັນສິລະປະການເວົ້າ ແລະ ການສະແດງພາສາຫວຽດນາມຮອບສຸດທ້າຍດ້ວຍຫົວຂໍ້ "ເລື່ອງລາວຫວຽດນາມຂອງຂາ້ພະເຈົ້າ" (My Viet Nam Story). |
ແທັງຮັ່ງ





