ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດ ຮຸ່ງ ຢູ່ ຝູເທາະ
| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາໄປຢ້ຽມຢາມນະຄອນ ໜານໜິງ (ຈີນ) | |
| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບບັນດາການນຳ ຈີນ |
![]() |
| (ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເຂົ້າຮ່ວມ ແລະ ຖະຫວາຍທູບທຽນ ພ້ອມກັບບັນດາການນຳ, ອະດີດການນຳ ຫວຽດນາມ ເຂົ້າຮ່ວມພິທີ) |
ຕອນເຊົ້າວັນທີ 26 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ທີ່ ວັງ ກິງທຽນ ຢູ່ຈອມພູ ເງັ້ຍລີ້ງ ຂຶ້ນກັບເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດພິເສດວິຫານ ຮຸ່ງ (ແຂວງ ຝູເທາະ), ທາງແຂວງ ໄດ້ຈັດພິທີຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດ ຮຸ່ງ ຂຶ້ນຢ່າງສົມກຽດ. ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເຂົ້າຮ່ວມ ແລະ ຖະຫວາຍທູບທຽນ.
ຢູ່ວັງ ກິງທຽນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບບັນດາການຳພັກ, ລັດ ແລະ ການນຳທ້ອງຖິ່ນ ໄດ້ຖະຫວາຍທູບທຽນ, ດອກໄມ້, ເຄື່ອງບູຊາເພື່ອອາໄລຫາ, ຕອບບຸນແທນຄຸນຕໍ່ຄຸນງາມຄວາມດີຂອງບັນດາເຈົ້າຊີວິດ ຮຸ່ງ, ບັນດາບັນພະບຸລຸດຜູ້ມີຄຸນງາມຄວາມດີໃນການສ້າງຕັ້ງ ແລະ ປົກປັກຮັກສາປະເທດຊາດ ເພື່ອໃຫ້ລຸ້ນລູກລຸ້ນຫຼານສືບທອດມູນເຊື້ອສ້າງຕັ້ງປະເທດ ຫວຽດນາມ ໃຫ້ຮັ່ງມີ, ສວຍງາມ, ສີວິໄລຄືໃນປະຈຸບັນ.
![]() |
| (ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ພິທີ) |
ພາຍຫຼັງພິທີຖະຫວາຍທູບທຽນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ໂອ້ລົມກັບພໍ່ແມ່ປະຊາຊົນຢູ່ທີ່ນີ້. ທ່ານເນັ້ນໜັກວ່າ: “ການສ້າງຕັ້ງປະເທດຊາດແມ່ນຄຸນງາມຄວາມດີຂອງບັນພະບຸລຸດ. ການປົກປັກຮັກສາ ແລະ ພັດທະນາປະເທດຊາດແມ່ນໜ້າທີ່ຂອງລຸ້ນປະຈຸບັນ ແລະ ອະນາຄົດ. ການປົກປັກຮັກສາແມ່ນປົກປັກຮັກສາເອກະລາດ, ອະທິປະໄຕ, ທ້ອນໂຮມປະເທດຊາດເປັນເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ; ແມ່ນການປົກປ້ອງສັນຕິພາບ, ປົກປ້ອງຊີວິດອັນສະຫງົບສຸກຂອງປະຊາຊົນ”.
ສຳລັບໄວໜຸ່ມ, ນັກຮຽນ, ນັກສຶກສາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາວ່າ: “ບັນພະບູລຸດໄດ້ມອບປະເທດໜຶ່ງໃຫ້ພວກເຮົາ. ລຸ້ນໜຸ່ມຕ້ອງເຮັດໃຫ້ປະເທດນັ້ນພັດທະນາຢ່າງເຂັ້ມແຂງ, ມີວັດທະນາທຳມະນຸດກວ່າ, ມີທີ່ຕັ້ງສູງກວ່າ. ພວກຫຼານຈົ່ງຮ່ຳຮຽນໃຫ້ເປັນຢ່າງດີ, ຝຶກຝົນຫຼໍ່ຫຼອມໃຫ້ເປັນຢ່າງດີ, ຍາມໃດກໍ່ຈື່ຈຳຫຼັກສິນທຳຂອງຊາວ ຫວຽດນາມ, ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບປະຫວັດສາດ, ວັດທະນະທຳຂອງຊາດ”.
ຕໍ່ຈາກນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ຄະນະຜູ້ແທນ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ຢູ່ຮູບປັ້ນ “ລຸ່ງ ໂຮ່ ໂອ້ລົມກັບພະນັກງານ, ນັກຮົບກອງພົນໃຫຍ່ນຳໜ້າ” ຢູ່ເຂດ 5 ແຍກວິຫານ ຢຽງ; ຖະຫວາຍທູບທຽນ, ດອກໄມ້ຢູ່ວິຫານ ຫຼາກລອງກວັນ.
ຕາມ vovworld.vn
https://vovworld.vn/lo-LA/khaawedn/thaanelkhaathikaanayhny-pathaanpaethd-ohelim-thahwaanythuubthnynaaailhaabndaaechoaasiiwid-ung-yuu-2430527.vov5
| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານນາງ ພັນລະຍາ ເລີ່ມເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ຈີນ ຍສໝ - ວັນທີ 14 ເມສາ 2026, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພ້ອມດ້ວຍ ທ່ານນາງ ໂງເພືອງລີ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກຮ່າໂນ້ຍ ເພື່ອໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ຈີນ ໃນລະຫວ່າງວັນທີ 14-17 ເມສາ ... |
| ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ປັບປຸງຄວາມໄວ້ວາງໃຈຂອງປະຊາຊົນໃຫ້ໝັ້ນຄົງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ທະຫານເຂດ 1 ສືບຕໍ່ຊາບຊຶມແນວທາງ, ທັດສະນະຂອງພັກກ່ຽວກັບການທະຫານ, ການປ້ອງກັນຊາດ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່ |
ຕາມ vovworld.vn

