ໂອຕຣິດ (Austria) ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ (VietNam) ເພື່ອຍົກສູງຂີດຄວາມສາມາດໃຫ້ແກ່ກຳລັງຮັກສາສັນຕິພາບ ສປຊ
| ເພີ່ມທະວີການຮ່ວມມື ຫວຽດນາມ (VietNam) - ລາວ ໃນວຽກງານຊົນເຜົ່າ ແລະ ສາສະໜາ | |
| ຫວຽດນາມ (VietNam) - ສ.ເກົາຫຼີ ມຸ່ງໄປສູ່ເປົ້າໝາຍມູນຄ່າການຄ້າສອງຝ່າຍ 150 ຕື້ USD |
![]() |
| ທ່ານເອກອັກຄະລັດຖະທູດ ຫວຽດນາມ (VietNam) ປະຈຳ ສາທາລະນະລັດ ໂອຕຣິດ (Austria) ຫວູເລໄທຮ່ວາງ (VuLeThaiHoang) (ເບື້ອງຂວາ) ແລະ ທ່ານ Tobias Lang, ຜູ້ອຳນວຍການສູນສັນຕິພາບ ໂອຕຣິດ ໃນການເຮັດວຽກຮ່ວມກັນ. (ຮູບພາບ: TTXVN ອອກຂ່າວ) |
ໃນນາມເປັນປະເທດເປັນກາງ ແລະ ເປັນສູນກາງຂອງການທູດຫຼາຍຝ່າຍ ກໍ່ຄືບັນດາອົງການຈັດຕັ້ງຂອງສະຫະປະຊາຊາດ (ສປຊ), ໂອຕຣິດ (Austria) ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກິດຈະກຳຮັກສາສັນຕິພາບຂອງ ສປຊ ມາຕັ້ງແຕ່ປີ 1960 ແລະ ໄດ້ສົ່ງກຳລັງທະຫານ, ຕຳຫຼວດ ແລະ ກຳລັງພົນລະເຮືອນຫຼາຍກວ່າ 100,000 ຄົນ ເຂົ້າຮ່ວມໃນຫຼາຍກວ່າ 100 ພາລະກິດ ໂດຍສ່ວນໃຫຍ່ແມ່ນຢູ່ອາຟຣິກາ, ຕາເວັນອອກກາງ ແລະ ເອີຣົບ. ສູນສັນຕິພາບ ໂອຕຣິດ ຂຶ້ນກັບກະຊວງປ້ອງກັນປະເທດຂອງປະເທດນີ້, ຖືກສ້າງຕັ້ງຂຶ້ນໃນປີ 1982, ສຸມໃສ່ບັນດາກິດຈະກຳຮ່ວມມືຄົ້ນຄວ້າ, ຝຶກອົບຮົມກ່ຽວກັບການຮັກສາສັນຕິພາບ, ການເປັນຕົວາງໄກ່ເກ່ຍກັບຫຼາຍປະເທດໃນໂລກ, ໂດຍໄດ້ຮັບນາມມະຍົດ "ທູດແຫ່ງສັນຕິພາບ" ຈາກ ສປຊ ແລະ "ລາງວັນການສຶກສາສັນຕິພາບ" ຈາກອົງການຢູເນສໂກ (UNESCO).
ໃນການພົບປະ, ທ່ານເອກອັກຄະລັດຖະທູດ ຫວູເລໄທຮ່ວາງ (VuLeThaiHoang) ເນັ້ນໜັກວ່າ ຫວຽດນາມ (VietNam) ປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະ ການພັດທະນາ, ຫຼາຍຝ່າຍ, ຫຼາຍຮູບແບບໃນການພົວພັນຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງສາກົນ, ຊຸກຍູ້ການຕ່າງປະເທດດ້ານປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ແລະ ເຂົ້າຮ່ວມບັນດາກິດຈະກຳຮັກສາສັນຕິພາບຂອງ ສປຊ ຢ່າງມີປະສິດທິຜົນ. ບັນດານາຍທະຫານຂອງ ຫວຽດນາມ ເລີ່ມເຂົ້າຮ່ວມພາລະກິດຮັກສາສັນຕິພາບ ສປຊ ແຕ່ປີ 2014 ແລະ ບັນດານາຍຕຳຫຼວດເລີ່ມເຂົ້າຮ່ວມແຕ່ປີ 2022 ຢູ່ເຂດ Abyei, ສາທາລະນະລັດ ອາຟຣິກາກາງ ແລະ ຊູດັງໃຕ້. ກົດໝາຍວ່າດ້ວຍການເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ ຂອງ ຫວຽດນາມ ເລີ່ມມີຜົນສັກສິດນັບແຕ່ວັນທີ 1/1/2026. ທ່ານເອກອັກຄະລັດຖະທູດ ວູເລທາຍຮວາງ ໃຫ້ຮູ້ວ່າ ຫວຽດນາມ ໃຫ້ຄວາມສຳຄັນຕໍ່ການຮ່ວມມືສາກົນໂດຍລວມ ແລະ ກັບ ໂອຕຣິດ ໂດຍສະເພາະ ໃນການຝຶກອົບຮົມ, ຫັດແອບ, ຍົກສູງຂີດຄວາມສາມາດໃຫ້ແກ່ກຳລັງຮັກສາສັນຕິພາບ, ໂດຍສະເພາະແມ່ນດ້ານພາສາຕ່າງປະເທດ, ທັກສະ, ຄວາມຮູ້ວິຊາສະເພາະດ້ານການຮັກສາສັນຕິພາບ ແລະ ຄວາມຮູ້ດ້ານວັດທະນະທຳ, ກົດໝາຍສາກົນ, ການນຳໃຊ້ເຕັກໂນໂລຢີ ເພື່ອຕອບສະໜອງຕາມມາດຕະຖານຂອງ ສປຊ.
ທ່ານ Tobias Lang ສະແດງຄວາມປະທັບໃຈຕໍ່ແນວທາງທີ່ຖືກຕ້ອງ, ຄວາມພະຍາຍາມອັນດີເດັ່ນ ແລະ ໝາກຜົນອັນເປັນທີ່ໜ້າຊື່ນຊົມຂອງ ຫວຽດນາມ ໃນການເຂົ້າຮ່ວມກິດຈະກຳຮັກສາສັນຕິພາບ ສປຊ, ໂດຍຜ່ານນັ້ນກໍ່ປະກອບສ່ວນຍົກສູງພາບພົດ ແລະ ອິດທິພົນຂອງປະເທດ ຫວຽດນາມ ທີ່ຮັກຫອມສັນຕິພາບ, ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ. ສູນສັນຕິພາບ ໂອຕຣິດ ທີ່ມີປະສົບການອັນຍາວນານ ແລະ ເຄືອຂ່າຍຖັນແຖວຊ່ຽວຊານ, ອາຈານທີ່ມີຊື່ສຽງ ພ້ອມແລ້ວທີ່ຈະຮ່ວມມື, ສະໜັບສະໜູນ ຫວຽດນາມ ຈັດຕັ້ງບັນດາຊຸດຝຶກອົບຮົມ, ຫັດແອບ ຕາມຄວາມຕ້ອງການ (ເຊັ່ນ: ທັກສະການເອົາຕົວລອດ, ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ການຍົກສູງທັກສະໃຫ້ແກ່ນາຍທະຫານຍິງ, ການນຳໃຊ້ເຕັກໂນໂລຢີໃນກິດຈະກຳຮັກສາສັນຕິພາບ...), ຈັດຕັ້ງບັນດາບົດຮຽນ ແລະ ກອງປະຊຸມສຳມະນາກ່ຽວກັບການເປັນຕົວາງ, ໄກ່ເກ່ຍໃນຂໍ້ຂັດແຍ່ງສາກົນ... ທ່ານ Tobias Lang ເຊື່ອໝັ້ນວ່າ ການຮ່ວມມືຂອງສອງປະເທດໃນຂົງເຂດຮັກສາສັນຕິພາບ ສປຊ ມີທ່າແຮງຫຼາຍຢ່າງ, ຈຳເປັນຕ້ອງຊຸກຍູ້ໃຫ້ເປັນຮູບປະທຳ, ໂດຍຜ່ານນັ້ນກໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຮ່ວມກັນຂອງໂລກ.
| ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ (VietNam) ແລະ ບັນດາປະເທດປາຊີຟິກໃຕ້ ຍສໝ - ວັນທີ 21 ເມສາ, ຢູ່ທີ່ນະຄອນຫຼວງ ອາປີອາ (Apia) ຂອງ ຊາມົວ (Samoa), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນິວຊີແລນ (NewZealand) ທັງເປັນເອກອັກຄະລັດຖະທູດປະຈຳ ຊາມົວ ຟານມິງຢາງ (PhanMinhGiang) ໄດ້ຍື່ນສານຕາຕັ້ງຕໍ່ຜູ້ນຳລັດເອກະລາດ Tuimalealiifano Va’aletoa Sualauvi II, ... |
| ຄະນະປະຈຳ ຫວຽດນາມ ປະຈຳ ສປຊ ຈັດຕັ້ງພິທີສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດຂອງ ລາວ ແລະ ກຳປູເຈຍ ຍສໝ - ວັນທີ 10 ເມສານີ້, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຕາມພຸດທະສັກກະຫຼາດ “ບຸນປີໃໝ່” ຂອງ ລາວ ແລະ “Chol Chnam Thmey” ຂອງ ກຳປູເຈຍ, ທ່ານເອກອັກຄະລັດຖະທູດ ໂດ໋ຮຸ່ງວຽດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳສະຫະປະຊາຊາດ (ສປຊ) ໄດ້ນຳໜ້າບັນດາຄະນະຜູ້ແທນຫວຽດນາມ ຢູ່ນິວຢອກ (ອາເມລິກາ) ມາອວຍພອນບັນດາຄະນະຜູ້ແທນຖາວອນຂອງ ... |
