14:00 | 21/04/2026

ເຫດຜົນທີ່ ຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ດຶງດູດທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ປີ 2026

ວັນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ 2026: ແຜ່ຂະຫຍາຍ 'ສາຍໃຍແຫ່ງຄວາມຮູ້ - ຈາກໜ້າປຶ້ມສູ່ໂລກດີຈີຕອນ'
ຂະຫຍາຍ "ທ້ອງຟ້າ" ຕ້ອນຮັບນັກທ່ອງທ່ຽວສາກົນ, ບຸກທະລຸໄລຍະສູງສຸດໃນລະດູຮ້ອນປີ 2026
ເຫດຜົນທີ່ ຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ດຶງດູດທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ປີ 2026
ເຂດທະເລເກາະທາງພາກໃຕ້ເກາະ ຟູກວກ (PhuQuoc). (ຮູບພາບ: ເຢືອງຢາງ (DuongGiang) / TTXVN)

ຕາມຕົວເລກຂອງກົມທ່ອງທ່ຽວແຫ່ງຊາດຫວຽດນາມ (VNAT), ລາຍຮັບຈາກການທ່ອງທ່ຽວຂອງ ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງວ່ອງໄວໃນຫຼາຍທົດສະວັດ, ຈາກ 1,34 ຕື້ດົ້ງ ໃນປີ 1990 ຂຶ້ນເປັນ 355.000 ຕື້ດົ້ງ ໃນປີ 2010 ແລະ ບັນລຸໄດ້ປະມານ 840.000 ຕື້ດົ້ງ (ທຽບເທົ່າກັບ 40,6 ຕື້ໂດລາສິງກະໂປ) ໃນປີ 2024. ພາຍຫຼັງການລະບາດຂອງພະຍາດ COVID-19, ຫວຽດນາມ ກໍ່ໄດ້ກາຍເປັນຕະຫຼາດທີ່ຟື້ນຟູການທ່ອງທ່ຽວໄດ້ໄວທີ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ດ້ວຍຈຳນວນນັກທ່ອງທ່ຽວສາກົນບັນລຸໄດ້ປະມານ 98% ເມື່ອທຽບກັບລະດັບກ່ອນການລະບາດໃນປີ 2019.

ບັນດານັກຊ່ຽວຊານໃຫ້ທັດສະນະວ່າ ບັນດາປັດໄຈພື້ນຖານ ເຊັ່ນ: ສະພາບແວດລ້ອມທາງດ້ານການເມືອງທີ່ມີສະຖຽນລະພາບ, ລະບົບການສຶກສາທີ່ມີຄຸນນະພາບ ແລະ ພື້ນຖານໂຄງລ່າງທີ່ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ ນັ້ນໄດ້ປະກອບສ່ວນສ້າງກຳລັງຊຸກຍູ້ການເຕີບໂຕໃນໄລຍະຍາວ. ທ່ານ ກາເຣັດ ເລເຕີ (Gareth Leather), ນັກເສດຖະສາດອາວຸໂສກ່ຽວກັບອາຊີ ຢູ່ບໍລິສັດເສດຖະສາດມະຫາພາກທົ່ວໂລກ Capital Economics ທີ່ລອນດອນ, ໄດ້ປະເມີນວ່າ ບັນດາປັດໄຈເຫຼົ່ານີ້ໄດ້ຊ່ວຍໃຫ້ ຫວຽດນາມ ຮັກສາທ່າອ່ຽງການພັດທະນາທີ່ມີສະຖຽນລະພາບໃນຫຼາຍປີຜ່ານມາ ແລະ ສືບຕໍ່ຮັດແໜ້ນທ່າທີຂອງຕົນໃນແຜນທີ່ການທ່ອງທ່ຽວຂອງພາກພື້ນ.

ປະຈຸບັນ, ຫວຽດນາມ ດຶງດູດນັກທ່ອງທ່ຽວສາກົນ ຍ້ອນການປະສົມປະສານລະຫວ່າງປະຫວັດສາດທີ່ຍາວນານ, ທັດສະນີຍະພາບທຳມະຊາດທີ່ຫຼາກຫຼາຍ ແລະ ຄ່າໃຊ້ຈ່າຍທີ່ສົມເຫດສົມຜົນ. ວັດທະນະທຳແຄມທາງ, ອາຫານ ແລະ ການບໍລິການເບິ່ງແຍງສຸຂະພາບ, ຄວາມງາມ ດ້ວຍລາຄາທີ່ເໝາະສົມ ແມ່ນນັບມື້ນັບດຶງດູດກຸ່ມນັກທ່ອງທ່ຽວໄວໜຸ່ມຈາກ ສິງກະໂປ ແລະ ບັນດາປະເທດໃນພາກພື້ນ. ທ່ານນາງ ນາເດຍ ລິມ (Nadia Lim), ອາຍຸ 25 ປີ, ຊ່ຽວຊານດ້ານການຕະຫຼາດການສື່ສານທາງເຄືອຂ່າຍສັງຄົມ, ໄດ້ເດີນທາງມາ ນະຄອນໂຮ່ຈີມິນ 2 ຄັ້ງ ພາຍໃນເວລາພຽງແຕ່ 6 ເດືອນ. ທ່ານນາງໄດ້ແບ່ງປັນວ່າ: “ສຳລັບຄົນສິງກະໂປ, ນີ້ແມ່ນສະຖານທີ່ທີ່ເດີນທາງມາທ່ອງທ່ຽວໄດ້ງ່າຍ. ລາຄາກໍ່ດີ ແລະ ຂ້ອຍຮູ້ສຶກວ່າທຸກຄົນມັກການຊື້ເຄື່ອງ ແລະ ກິນດື່ມຢູ່ ຫວຽດນາມ ຫຼາຍ”.

ແນວໂນ້ມການເຕີບໂຕຂອງຂະແໜງທ່ອງທ່ຽວຫວຽດນາມ ໃນຊຸມປີຕໍ່ໜ້າໄດ້ຮັບການປະເມີນໃນທາງບວກ. ລັດຖະບານໄດ້ວາງເປົ້າໝາຍຕ້ອນຮັບນັກທ່ອງທ່ຽວສາກົນໃຫ້ໄດ້ປະມານ 50 ລ້ານເທື່ອຄົນ ໃນປີ 2030. ຄຽງຄູ່ກັນນັ້ນ, ກຸ່ມບໍລິສັດໂຮງແຮມສາກົນຫຼາຍແຫ່ງກໍ່ໄດ້ ແລະ ພວມຂະຫຍາຍກິດຈະການຢູ່ ຫວຽດນາມ. ບັນດາວິສາຫະກິດໃນຂົງເຂດທີ່ພັກອາໄສຖືວ່າ ຫວຽດນາມ ມີການປະສົມປະສານລະຫວ່າງຄວາມຕ້ອງການທ່ອງທ່ຽວທີ່ເພີ່ມສູງຂຶ້ນ, ລະດັບການຄອງຊີບພາຍໃນປະເທດທີ່ໄດ້ຮັບການປັບປຸງ ແລະ ຄວາມສາມາດໃນການເຊື່ອມຕໍ່ທີ່ນັບມື້ນັບສະດວກສະບາຍ.

ນອກຈາກນັ້ນ, ບັນດາໂຄງການທີ່ມີຂະໜາດໃຫຍ່ຍັງສືບຕໍ່ໄດ້ຮັບການຜັນຂະຫຍາຍ ແນໃສ່ຍົກສູງຄວາມສາມາດໃນການບໍລິການນັກທ່ອງທ່ຽວ. ຫຼາຍກຸ່ມບໍລິສັດສາກົນພວມຮ່ວມມືພັດທະນາບັນດາເຂດພັກຜ່ອນ, ໂຮງແຮມ ຢູ່ບັນດາຈຸດໝາຍປາຍທາງທີ່ສຳຄັນ ເຊັ່ນ: ຟູກວກ (PhuQuoc) ແລະ ວຸງເຕົ່າ (VungTau), ເຊິ່ງປະກອບສ່ວນຂະຫຍາຍແຫຼ່ງສະໜອງຫ້ອງພັກໃນຊຸມປີຕໍ່ໜ້າ. ຢູ່ບັນດາເຂດທີ່ມີທ່າແຮງດ້ານທັດສະນີຍະພາບ ເຊັ່ນ: ພາກເໜືອ ແລະ ພາກກາງ, ທ່າອ່ຽງການທ່ອງທ່ຽວແບບເບິ່ງແຍງສຸຂະພາບກໍ່ພວມຂະຫຍາຍຕົວ, ໂດຍມີການເຂົ້າຮ່ວມຂອງບັນດາຍີ່ຫໍ້ໂຮງແຮມສາກົນ ເຊັ່ນ: Melia Hotels International ແລະ Hilton Hotels & Resorts.

ຄວາມຕ້ອງການນີ້ໄດ້ຮັບການຊຸກຍູ້ ຍ້ອນການປັບປຸງການເຊື່ອມຕໍ່ທາງອາກາດ, ເມື່ອມີຫຼາຍເສັ້ນທາງບິນໃໝ່ໄດ້ຖືກເປີດຂຶ້ນ, ຊ່ວຍເພີ່ມຄວາມສາມາດໃນການເຂົ້າເຖິງຂອງນັກທ່ອງທ່ຽວສາກົນ. ຕາມຕົວເລກສະຖິຕິຂອງ VNAT, ໃນປີ 2025, ຈຳນວນນັກທ່ອງທ່ຽວຈາກ ສິງກະໂປ ເພີ່ມຂຶ້ນ 15,5% ເມື່ອທຽບກັບປີກ່ອນ. ເສັ້ນທາງບິນໃໝ່ທີ່ໄດ້ເປີດນຳໃຊ້ໃນຊຸມປີມໍ່ໆມານີ້ ໄດ້ປະກອບສ່ວນເພີ່ມຄວາມສາມາດໃນການເຂົ້າເຖິງ. ຕົວຢ່າງ, ສາຍການບິນລາຄາປະຢັດ Scoot ໄດ້ເລີ່ມບິນໄປຫາ ຟູກວກ ໃນເດືອນທັນວາ 2024, ຖັດມາແມ່ນ ຍາຈາງ (NhaTrang), ເມືອງແຄມທະເລທາງພາກໃຕ້ຂອງ ຫວຽດນາມ, ໃນເດືອນພະຈິກ 2025.

ເຖິງຢ່າງໃດກໍ່ຕາມ, ບາງປັດໄຈຄວາມສ່ຽງຍັງຄົງມີຢູ່. ບັນດານັກຊ່ຽວຊານເຕືອນວ່າ ຄວາມຕຶງເຄຽດທາງດ້ານພູມສາດການເມືອງ ແລະ ການຜັນຜວນຂອງລາຄາພະລັງງານ ອາດສົ່ງຜົນກະທົບຕໍ່ການເຕີບໂຕຂອງເສດຖະກິດໂລກ, ໂດຍຜ່ານນັ້ນຈະສົ່ງຜົນກະທົບຕໍ່ຄວາມຕ້ອງການທ່ອງທ່ຽວ. ໃນບໍລິບົດທີ່ຄ່າໃຊ້ຈ່າຍເພີ່ມສູງຂຶ້ນ, ນັກທ່ອງທ່ຽວມີທ່າອ່ຽງທີ່ຈະມີຄວາມອ່ອນໄຫວຕໍ່ກັບລາຄາຫຼາຍຂຶ້ນ, ເຊິ່ງອາດເຮັດໃຫ້ລະດັບການໃຊ້ຈ່າຍໃນການທ່ອງທ່ຽວຫຼຸດລົງ.

ເຖິງແມ່ນວ່າຈະເປັນແນວນັ້ນ, ແນວໂນ້ມໂດຍລວມຂອງຂະແໜງທ່ອງທ່ຽວຫວຽດນາມ ຍັງຄົງໄດ້ຮັບການປະເມີນວ່າຢູ່ໃນລະດັບທີ່ດີ. ຕາມຂໍ້ມູນຈາກ VNAT, ຫວຽດນາມ ໄດ້ບັນທຶກລະດັບການເຕີບໂຕຂອງການທ່ອງທ່ຽວສູງທີ່ສຸດໃນໄຕມາດທຳອິດຂອງປີ 2026 ດ້ວຍນັກທ່ອງທ່ຽວສາກົນ 6,76 ລ້ານເທື່ອຄົນ, ເພີ່ມຂຶ້ນ 12,4% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ຕະຫຼາດທີ່ສຳຄັນ ເຊັ່ນ: ຈີນ, ເກົາຫຼີໃຕ້ ແລະ ໄຕ້ຫວັນ (ຈີນ) ຍັງສືບຕໍ່ມີບົດບາດເປັນກຳລັງຊຸກຍູ້ຕົ້ນຕໍໃຫ້ແກ່ຄວາມຕ້ອງການ.

VITM 2026 ແຜ່ຂະຫຍາຍແຮງຊຸກດັນການຫັນເປັນດີຈີຕອນ ແລະ ການເຕີບໂຕສີຂຽວ ໃຫ້ແກ່ການທ່ອງທ່ຽວ ຫວຽດນາມ VITM 2026 ແຜ່ຂະຫຍາຍແຮງຊຸກດັນການຫັນເປັນດີຈີຕອນ ແລະ ການເຕີບໂຕສີຂຽວ ໃຫ້ແກ່ການທ່ອງທ່ຽວ ຫວຽດນາມ

ຍສໝ - ໃນຕອນບ່າຍວັນທີ 12 ເມສາ, ຢູ່ຮ່າໂນ້ຍ, ງານມະຫາກຳການທ່ອງທ່ຽວສາກົນ VITM 2026 ໄດ້ປິດລົງ, ອັດສາກ 4 ວັນແຫ່ງການເຄື່ອນໄຫວຢ່າງຄຶກຄື້ນ ດ້ວຍຫຼາຍຜົນງານທີ່ພົ້ນເດັ່ນ ກ່ຽວກັບການສົ່ງເສີມ, ການເຊື່ອມຕໍ່ຕະຫຼາດ ແລະ ການກຳນົດທິດທາງທ່າອ່ຽງການພັດທະນາໃໝ່ຂອງຂະແໜງການທ່ອງທ່ຽວ.

ຫວຽດນາມ - ລາວ: ຊຸກຍູ້ມູນຄ່າການຄ້າສອງຝ່າຍໃຫ້ບັນລຸໄດ້ຫຼາຍກວ່າ 4 ຕື້ໂດລາສະຫະລັດ ໃນປີ 2026 ຫວຽດນາມ - ລາວ: ຊຸກຍູ້ມູນຄ່າການຄ້າສອງຝ່າຍໃຫ້ບັນລຸໄດ້ຫຼາຍກວ່າ 4 ຕື້ໂດລາສະຫະລັດ ໃນປີ 2026

ຍສໝ - ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ໄດ້ເຫັນດີເປັນເອກະພາບຕໍ່ແຜນການຮ່ວມມືລະອຽດ ໃນບັນດາຂົງເຂດຈຸດສຸມ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງ ແລະ ຕັດສິນໃຈເຮັດໃຫ້ມູນຄ່າການຄ້າສອງຝ່າຍບັນລຸໄດ້ບັນດາຕົວເລກສະຖິຕິໃໝ່.

Link: https://huunghivietlao.thoidai.com.vn/detail-article-21882.html

In bài biết