11:11 | 21/04/2026

ເທດສະການວັດທະນະທຳຫວຽດນາມ ຢູ່ໂອຊາກ້າ, ປະເທດຍີ່ປຸ່ນ ຈຳລອງພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ທີ່ເຕັມໄປດ້ວຍຄວາມຕື້ນຕັນໃຈ ແລະ ແຜ່ຂະຫຍາຍຢ່າງກວ້າງຂວາງ

ການໂຄສະນາການທ່ອງທ່ຽວຫວຽດນາມ ໃນງານວາງສະແດງໃຫຍ່ຢູ່ ການາດາ
ຊາວຫວຽດນາມອາໄສຢູ່ອົດສະຕາລີ ກໍ່ສ້າງໂຮງຮຽນທີ່ມີມູນຄ່າກວ່າ 1.1 ຕື້ດົ່ງໃຫ້ແກ່ເດັກນ້ອຍໃນເຂດພູດອຍດ້ຽນບຽນ.
ເທດສະການວັດທະນະທຳຫວຽດນາມ ຢູ່ໂອຊາກ້າ, ປະເທດຍີ່ປຸ່ນ ຈຳລອງພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ທີ່ເຕັມໄປດ້ວຍຄວາມຕື້ນຕັນໃຈ ແລະ ແຜ່ຂະຫຍາຍຢ່າງກວ້າງຂວາງ
ທ່ານ ຫງວຽນເຈື່ອງເຊີນ, ກົງສຸນໃຫຍ່ຫວຽດນາມ ປະຈຳ ໂອຊາກ້າ ກ່າວຄຳເຫັນ. (ແຫຼ່ງຂໍ້ມູນ: ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ໂອຊາກ້າ)

ກິດຈະກຳດັ່ງກ່າວດຶງດູດຜູ້ເຂົ້າຮ່ວມຫຼາຍສິບພັນເທື່ອຄົນ, ເຊິ່ງລວມມີຊຸມຊົນຊາວຫວຽດນາມ ທີ່ກຳລັງດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ປະເທດຍີ່ປຸ່ນ ພ້ອມດ້ວຍປະຊາຊົນທ້ອງຖິ່ນ ແລະ ເພື່ອນມິດສາກົນຢ່າງຫຼວງຫຼາຍ.

ກ່າວຄຳເຫັນໄຂພິທີ, ທ່ານ ຫງວຽນເຈື່ອງເຊີນ, ກົງສຸນໃຫຍ່ຫວຽດນາມ ປະຈຳ ໂອຊາກ້າ ໄດ້ເນັ້ນໜັກເຖິງຄວາມໝາຍອັນພິເສດຂອງການຮັກສາເທດສະການດັ່ງກ່າວຕະຫຼອດ 9 ປີຜ່ານມາ. ທ່ານກົງສຸນໃຫຍ່ ຖືວ່າ, ຄວາມເຊື່ອຖືໃນການໄຫວ້ບູຊາພະເຈົ້າຮຸ່ງ ທີ່ໄດ້ຮັບການຮັບຮອງຈາກ UNESCO ເປັນມໍລະດົກວັດທະນະທຳນາມມະທຳຂອງມວນມະນຸດນັ້ນ, ບໍ່ພຽງແຕ່ແມ່ນສັນຍະລັກຂອງຄຸນສົມບັດ "ກິນນ້ຳໃຫ້ຄິດຮອດບ່ອນມາ" (Uống nước nhớ nguồn) ເທົ່ານັ້ນ ແຕ່ຍັງແມ່ນສາຍໃຍຜູກພັນຈິດໃຈແຫ່ງຊາດສຳລັບຊາວຫວຽດນາມຢູ່ທຸກຫົນແຫ່ງໃນທົ່ວໂລກ.

ການຈຳລອງພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ຢູ່ປະເທດຍີ່ປຸ່ນ ແມ່ນຫຼັກຖານທີ່ຊັດເຈນໃຫ້ແກ່ພະລັງແຫ່ງຊີວິດທີ່ຍືນຍົງຂອງວັດທະນະທຳຫວຽດນາມ ແລະ ຈິດໃຈແຫ່ງຄວາມສາມັກຄີຂອງຊຸມຊົນຊາວຫວຽດນາມທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ.

ນີ້ກໍ່ແມ່ນໂອກາດເພື່ອໃຫ້ຊຸມຊົນຊາວຫວຽດນາມຢູ່ປະເທດຍີ່ປຸ່ນ ພ້ອມກັນຫັນໄປຫາກົກເຄົ້າເຫງົ້າກໍຂອງຊາດ, ລະລຶກເຖິງຄຸນງາມຄວາມດີໃນການສ້າງຕັ້ງປະເທດຊາດຂອງບັນດາພະເຈົ້າຮຸ່ງ, ພ້ອມທັງຮັດແໜ້ນເອກະລັກທາງວັດທະນະທຳໃນສະພາບແວດລ້ອມສາກົນ. ທ່ານກົງສຸນໃຫຍ່ ຫງວຽນເຈື່ອງເຊີນ ເນັ້ນໜັກວ່າ, ເທດສະການດັ່ງກ່າວບໍ່ພຽງແຕ່ມີຄວາມໝາຍທາງດ້ານວັດທະນະທຳເທົ່ານັ້ນ ແຕ່ຍັງມີບົດບາດເປັນຂົວຕໍ່ທີ່ສຳຄັນໃນການຊຸກຍູ້ການພົບປະແລກປ່ຽນລະຫວ່າງປະຊາຊົນ ແລະ ການຮ່ວມມືທາງດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.

ເທດສະການວັດທະນະທຳຫວຽດນາມ ຢູ່ໂອຊາກ້າ, ປະເທດຍີ່ປຸ່ນ ຈຳລອງພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ທີ່ເຕັມໄປດ້ວຍຄວາມຕື້ນຕັນໃຈ ແລະ ແຜ່ຂະຫຍາຍຢ່າງກວ້າງຂວາງ
ທ່ານ Saito Naoki, ເຈົ້າເມືອງ ອີຄູໂນ ກ່າວຄຳເຫັນໃນເທດສະການ. (ແຫຼ່ງຂໍ້ມູນ: TTXVN)

ຕາງໜ້າຝ່າຍຍີ່ປຸ່ນ, ທ່ານ ໄຊໂຕ ນາໂອກິ (Saito Naoki), ເຈົ້າເມືອງ ອີຄູໂນ, ໄດ້ສະແດງຄວາມດີໃຈຕໍ່ກັບການຂະຫຍາຍຕົວຢ່າງແຂງແຮງຂອງຊຸມຊົນຊາວຫວຽດນາມຢູ່ທ້ອງຖິ່ນ. ທ່ານໄດ້ຕີລາຄາສູງຕໍ່ກັບບັນດາເທດສະການວັດທະນະທຳຄືແນວນີ້ ເພາະບໍ່ພຽງແຕ່ຊ່ວຍໃຫ້ຊາວຫວຽດນາມຮັກສາຮີດຄອງປະເພນີເທົ່ານັ້ນ ແຕ່ຍັງປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມຜູກພັນກັບປະຊາຊົນຍີ່ປຸ່ນ.

ອຳນາດການປົກຄອງທ້ອງຖິ່ນກໍ່ຢືນຢັນວ່າ, ຈະສືບຕໍ່ຮ່ວມເດີນທາງ ແລະ ສະໜັບສະໜູນບັນດາກິດຈະກຳວັດທະນະທຳຂອງຊຸມຊົນຊາວຫວຽດນາມໃນຕໍ່ໜ້າ.

ທ່ານນາງ ເລທືອງ, ຫົວໜ້າຄະນະຈັດຕັ້ງເທດສະການ, ປະທານສະມາຄົມຊາວຫວຽດນາມ ເຂດ ຄັນໄຊ (Kansai), ໃຫ້ຮູ້ວ່າ ການຈັດກິດຈະກຳຖືກກັບວັນວັດທະນະທຳບັນດາເຜົ່າຫວຽດນາມ (19/4) ແມ່ນມີຄວາມໝາຍພິເສດ, ແນໃສ່ເຊີດຊູຄວາມຫຼາກຫຼາຍທາງດ້ານວັດທະນະທຳຂອງ 54 ເຜົ່າອ້າຍນ້ອງ ແລະ ຢືນຢັນເຖິງພະລັງແຮງແຫ່ງຄວາມສາມັກຄີປວງຊົນທັງຊາດ.

ໃນພື້ນທີ່ວັດທະນະທຳຢູ່ປະເທດຍີ່ປຸ່ນ, ຈິດໃຈດັ່ງກ່າວແຮງມີຄວາມໝາຍກວ່າເກົ່າ ເມື່ອຊຸມຊົນຊາວຫວຽດນາມໄດ້ພ້ອມກັນຮັກສາ ແລະ ແຜ່ຂະຫຍາຍເອກະລັກຂອງບ້ານເກີດເມືອງນອນ.

ຈຸດເດັ່ນຂອງເທດສະການແມ່ນພິທີຈຳລອງການໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ດ້ວຍບັນດາອົງປະກອບຕາມຮີດຄອງປະເພນີຢ່າງຄົບຖ້ວນ ເຊັ່ນ: ການຈຸດທູບທຽນ, ເຄື່ອງບູຊາ ແລະ ພິທີການທີ່ສະຫງ່າຜ່າເຜີຍ. ພື້ນທີ່ເທດສະການໄດ້ຮັບການອອກແບບໃຫ້ເຕັມໄປດ້ວຍກິ່ນອາຍຂອງຫວຽດນາມ, ຊ່ວຍໃຫ້ຜູ້ເຂົ້າຮ່ວມມີຄວາມຮູ້ສຶກຄືກັບວ່າກຳລັງໄດ້ກັບຄືນສູ່ບ້ານເກີດເມືອງນອນຂອງຕົນ.

ເທດສະການວັດທະນະທຳຫວຽດນາມ ຢູ່ໂອຊາກ້າ, ປະເທດຍີ່ປຸ່ນ ຈຳລອງພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ທີ່ເຕັມໄປດ້ວຍຄວາມຕື້ນຕັນໃຈ ແລະ ແຜ່ຂະຫຍາຍຢ່າງກວ້າງຂວາງ
ຈຳລອງພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ໃນເທດສະການ. (ແຫຼ່ງຂໍ້ມູນ: TTXVN)

ຄຽງຄູ່ກັນນັ້ນ, ບັນດາລາຍການສະແດງສິລະປະພື້ນເມືອງ, ການຟ້ອນ ແລະ ເພງພື້ນເມືອງ ພ້ອມກັບບັນດາຮ້ານອາຫານທີ່ອຸດົມສົມບູນ ໄດ້ສ້າງເປັນພາບວາດທາງວັດທະນະທຳທີ່ມີຊີວິດຊີວາ, ດຶງດູດແຂກເຂົ້າມາຢ້ຽມຊົມຢ່າງຫຼວງຫຼາຍ.

ທ່ານ ກາວແທັງດິ້ງ ທີ່ມາຈາກ ຮີໂຣຊິມ້າ (Hiroshima), ໃຫ້ຮູ້ວ່າ ເຖິງວ່າຈະຕ້ອງເດີນທາງໄກກວ່າ 300 ກິໂລແມັດ, ທ່ານກໍ່ຍັງຕັດສິນໃຈມາເຂົ້າຮ່ວມ ຍ້ອນຄວາມໝາຍອັນສັກສິດຂອງວັນໄຫວ້ບູຊາບັນພະບຸລຸດ. "ເມື່ອໄດ້ຍິນສຽງກອງໃນງານເທດສະການ, ຂ້ອຍຮູ້ສຶກຄືກັບວ່າໄດ້ກັບຄືນສູ່ບ້ານເກີດເມືອງນອນ. ເຖິງວ່າຈະຢູ່ຫ່າງໄກ, ພວກຂ້ອຍກໍ່ຍັງຫັນໄປຫາແຜ່ນດິນບັນພະບຸລຸດສະເໝີ ແລະ ພາກພູມໃຈທີ່ເປັນຄົນຫວຽດນາມ", ທ່ານກ່າວດ້ວຍຄວາມຕື້ນຕັນໃຈ.

ທ່ານນາງ ເລທືອງ ໃຫ້ຮູ້ວ່າ, ເທດສະການວັດທະນະທຳນຳມາເຊິ່ງຄຸນຄ່າແຫ່ງການເຊື່ອມຕໍ່ຊຸມຊົນຢ່າງແຂງແຮງ. ປີນີ້ ເທດສະການມີການເຂົ້າຮ່ວມຂອງຊາວຫວຽດນາມຈາກຫຼາຍເຂດນອກເໜືອຈາກ ຄັນໄຊ ແລະ ທັງຈາກປະເທດອື່ນໆ, ເຊິ່ງສະແດງໃຫ້ເຫັນເຖິງການແຜ່ຂະຫຍາຍທີ່ນັບມື້ນັບກວ້າງຂວາງຂອງລາຍການ. ພ້ອມດຽວກັນນັ້ນ, ເທດສະການກໍ່ໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າຈາກອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາອົງການຈັດຕັ້ງພາຍໃນປະເທດ, ໃນນັ້ນມີແຂວງ ຝູເຖາະ (Phu Tho) - ເຊິ່ງແມ່ນບ້ານເກີດຂອງວັດພະເຈົ້າຮຸ່ງ.

ທ່ານ ຮີໂຣໂນຣິ ຊາໄກ (Hironori Sakai), ປະທານສະມາຄົມມິດຕະພາບ ຍີ່ປຸ່ນ-ຫວຽດນາມ ໃຫ້ທັດສະນະວ່າ, ບັນດາກິດຈະກຳທາງວັດທະນະທຳ ເຊັ່ນ ພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ບໍ່ພຽງແຕ່ຊ່ວຍໃຫ້ຊຸມຊົນຊາວຫວຽດນາມມີຄວາມຜູກພັນກັນຫຼາຍຂຶ້ນເທົັ້ນັ້ນ ແຕ່ຍັງສ້າງໂອກາດໃຫ້ຄົນຍີ່ປຸ່ນເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວັດທະນະທຳຫວຽດນາມ. ນີ້ຄືພື້ນຖານທີ່ສຳຄັນເພື່ອຊຸກຍູ້ສາຍພົວພັນມິດຕະພາບລະຫວ່າງສອງປະເທດ.

ພາຍຫຼັງຈັດຕັ້ງມາໄດ້ 9 ຄັ້ງ, ເທດສະການຈຳລອງການໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ໄດ້ກາຍເປັນກິດຈະກຳປະຈຳປີທີ່ມີຄວາມໝາຍອັນເລິກເຊິ່ງຢູ່ ຄັນໄຊ. ບໍ່ພຽງແຕ່ປະກອບສ່ວນໃນການຮັກສາຮີດຄອງປະເພນີເທົ່ານັ້ນ, ເທດສະການຍັງຢືນຢັນເຖິງທີ່ຕັ້ງຂອງຊຸມຊົນຊາວຫວຽດນາມຢູ່ປະເທດຍີ່ປຸ່ນ - ເຊິ່ງແມ່ນຊຸມຊົນທີ່ຫ້າວຫັນ, ສາມັກຄີ ແລະ ຫັນໄປຫາກົກເຄົ້າເຫງົ້າກໍຂອງຊາດສະເໝີ.

ຊາວຫວຽດນາມ ອາໄສຢູ່ລາວ ໄປຖະຫວາຍທູບທຽນເພື່ອຮູ້ບຸນຄຸນບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ລາວ - ຫວຽດນາມ ຊາວຫວຽດນາມ ອາໄສຢູ່ລາວ ໄປຖະຫວາຍທູບທຽນເພື່ອຮູ້ບຸນຄຸນບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ລາວ - ຫວຽດນາມ

ຍສໝ - ໃນຕອນເຊົ້າວັນທີ 12 ເມສາ, ທ່ານຫງວຽນມິງເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ພ້ອມດ້ວຍຄະນະປະຕິບັດງານ, ຊາວຫວຽດນາມ ອາໄສຢູ່ລາວ ພ້ອມກັບຄະນະຜູ້ແທນສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ແລະ ຜູ້ນຳແຂວງ ຊຽງຂວາງ ໄດ້ເຂົ້າວາງພວງມາລາ ແລະ ໄປຖະຫວາຍທູບທຽນ ເພື່ອອາໄລຫາບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ແລະ ...

ເພື່ອນມິດສາກົນ ແລະ ຊາວຫວຽດນາມອາໄສຢູ່ຕ່າງປະເທດ: ເຊື່ອໝັ້ນຕໍ່ໄລຍະແຫ່ງການພັດທະນາໃໝ່ຂອງຫວຽດນາມ ເພື່ອນມິດສາກົນ ແລະ ຊາວຫວຽດນາມອາໄສຢູ່ຕ່າງປະເທດ: ເຊື່ອໝັ້ນຕໍ່ໄລຍະແຫ່ງການພັດທະນາໃໝ່ຂອງຫວຽດນາມ

ຍສໝ - ການທີ່ສະພາແຫ່ງຊາດ ຊຸດທີ XVI ປັບປຸງບູລະນະບັນດາຕຳແໜ່ງການນຳຫຼັກແຫຼ່ງ ແມ່ນໄດ້ຮັບການຕີລາຄາຈາກຫຼາຍອົງການຈັດຕັ້ງສາກົນ, ຄູ່ຮ່ວມມື ແລະ ຊຸມຊົນຄົນຫວຽດນາມຢູ່ຕ່າງປະເທດວ່າ ແມ່ນຂີດໝາຍທາງດ້ານການເມືອງທີ່ສຳຄັນ, ຮັບປະກັນຄວາມຕໍ່ເນື່ອງໃນການບໍລິຫານ, ຮັດແໜ້ນຄວາມເຊື່ອໝັ້ນ, ພ້ອມທັງເປີດໂອກາດໃຫ້ແກ່ການຊຸກຍູ້ການປະຕິຮູບ, ການເຊື່ອມໂຍງ ແລະ ຍົກສູງບົດບາດຂອງປະເທດຊາດ ໃນໄລຍະແຫ່ງການພັດທະນາໃໝ່.

Link: https://huunghivietlao.thoidai.com.vn/detail-article-21877.html

In bài biết