ຫວຽດນາມ - ຈຸດໝາຍປາຍທາງຂອງການເດີນທາງ, ຈຸດພັກເຊົາຂອງຫົວໃຈ
| ເບ້ນແຈ່ ໄດ້ຄັດເລືອກເອົາເປັນຈຸດໝາຍປາຍທາງທີ່ດຶງດູດຢູ່ແຄມແມ່ນ້ຳໃນອາຊີ | |
| ສະເໜີລາວ, ກຳປູເຈຍ, ໄທ, ຫວຽດນາມ ພ້ອມກັນພັດທະນາການທ່ອງທ່ຽວ “4 ປະເທດ 1 ຈຸດໝາຍປາຍທາງ” |
ໃນຊຸມປີມໍ່ໆມານີ້, ພາບພົດຂອງຄົນຕ່າງປະເທດທີ່ອາໄສຢູ່, ເຮັດວຽກ ແລະ ສຶກສາຮ່ຳຮຽນຢູ່ ຫວຽດນາມ ໄດ້ກາຍເປັນສິ່ງທີ່ຄຸ້ນເຄີຍ. ພວກເຂົາບໍ່ພຽງແຕ່ມາແລ້ວກໍ່ໄປ, ແຕ່ມີນັບມື້ນັບຫຼາຍຄົນທີ່ເລືອກຈະຢູ່ຕໍ່ໃນໄລຍະຍາວ, ຕະຫຼອດຮອດຖືວ່າ ຫວຽດນາມ ແມ່ນບ້ານເກີດແຫ່ງທີສອງຂອງຕົນເອງ.
ມື້ທຳອິດທີ່ເຕັມໄປດ້ວຍຄວາມແປກໃໝ່
ໃນຊ່ວງມື້ທຳອິດຢູ່ ຫວຽດນາມ, ຄວາມຫຍຸ້ງຍາກທີ່ສຸດສຳລັບຄົນຕ່າງປະເທດຫຼາຍຄົນແມ່ນເລີ່ມຈາກຄວາມຮູ້ສຶກທີ່ຕ້ອງໄດ້ປັບຕົວເຂົ້າກັບສິ່ງພື້ນຖານທີ່ສຸດ. ຄວາມແຕກຕ່າງດ້ານພາສາ, ອຸປະສັກດ້ານວັດທະນະທຳ ຫຼື ວິທີການເຮັດວຽກ, ກົດລະບຽບ, ຄວາມຊິນເຄີຍ ຫຼື ມາລະຍາດການປະພຶດ ທີ່ຕ້ອງໄດ້ສັງເກດ, ປັບປຸງ ແລະ ຮຽນຮູ້ເພື່ອປັບຕົວເຂົ້າກັບສະພາບແວດລ້ອມໃໝ່.
ເມື່ອຖືກຖາມກ່ຽວກັບການເດີນທາງເພື່ອປັບຕົວເຂົ້າກັບຊີວິດຢູ່ ຫວຽດນາມ, ທ່ານນາງ Paige - ຄູສອນຊາວອັງກິດ ທີ່ອາໄສຢູ່ ຮ່າໂນ້ຍ ມາເປັນເວລາ 3 ປີແລ້ວ ຍັງຄົງຈື່ຈຳຄວາມຫຍຸ້ງຍາກໃນເວລານັ້ນໄດ້ດີ.
ທ່ານນາງ Paige ໃຫ້ຮູ້ວ່າ: “ຂ້ອຍຮູ້ສຶກ ‘ຕົກໃຈ’ ແທ້ໆກັບການປ່ຽນແປງຕ່າງໆ. ມັນແມ່ນຊ່ວງເວລາທີ່ຍາກລຳບາກສຳລັບຂ້ອຍ ໃນຂະນະທີ່ຕ້ອງຮຽນຮູ້ການປັບຕົວ ແລະ ເລີ່ມຕົ້ນວຽກງານການສິດສອນໄປພ້ອມໆກັນ”.
![]() |
| ວຽກງານການສິດສອນຊ່ວຍໃຫ້ Paige ຄົ້ນພົບຄວາມຜູກພັນ ແລະ ຄວາມຮູ້ສຶກຄືຢູ່ “ບ້ານ” ທີ່ຫວຽດນາມ. (ຮູບພາບ: Ha Anh) |
ເຖິງຢ່າງໃດກໍ່ຕາມ, ຍ້ອນໄດ້ຮັບການຊ່ວຍເຫຼືອຈາກເພື່ອນຮ່ວມງານ, ຄຳແນະນຳຈາກຜູ້ຊ່ວຍສອນ ທັງໃນການດຳລົງຊີວິດ ແລະ ການສິດສອນ ໄດ້ຊ່ວຍໃຫ້ລາວຄ່ອຍໆຄຸ້ນເຄີຍກັບຈັງຫວະຊີວິດ ແລະ ວຽກງານ. “ຄ່ອຍໆໄປ, ຂ້ອຍກໍ່ບໍ່ຮູ້ສຶກຢ້ານອີກຕໍ່ໄປ ແຕ່ຖືວ່າມັນເປັນສ່ວນໜຶ່ງຂອງການເດີນທາງເພື່ອປັບຕົວ ແລະ ເຂົ້າໃຈຊີວິດຢູ່ ຫວຽດນາມ ຫຼາຍຂຶ້ນ”, Paige ກ່າວ.
ຄວາມຜູກພັນທີ່ມາຈາກສິ່ງທຳມະດາສາມັນ
ເມື່ອຄຸ້ນເຄີຍກັບຈັງຫວະຊີວິດແລ້ວ, ສິ່ງທີ່ດຶງດູດຄົນຕ່າງປະເທດໃຫ້ຢູ່ຕໍ່ ກໍ່ຄືປະສົບການໃນຊີວິດປະຈຳວັນ ແລະ ຄວາມມີນ້ຳໃຈໄມຕີຈິດຂອງຄົນທ້ອງຖິ່ນ. ແມ່ນສິ່ງທຳມະດາສາມັນໃນຊີວິດປະຈຳວັນເຫຼົ່ານັ້ນເອງ ທີ່ສ້າງຄວາມຮູ້ສຶກໃກ້ຊິດ ແລະ ຄຸ້ນເຄີຍໃຫ້ແກ່ແຂກຜູ້ມາຢືອນຈາກແດນໄກ.
ໃນນາມເປັນນັກສຶກສາລາວ ທີ່ກຳລັງສຶກສາຢູ່ ມະຫາວິທະຍາໄລການຄ້າຕ່າງປະເທດ (Foreign Trade University), ໃນເບື້ອງຕົ້ນ, ວຽງສະຫວັນ ເພັງເພັງເມືອງ ພຽງແຕ່ຖືວ່າ ຫວຽດນາມ ແມ່ນສະຖານທີ່ສຳລັບການສຶກສາເທົ່ານັ້ນ.
ແຕ່ເຖິງຢ່າງໃດກໍ່ຕາມ, ໃນຂະບວນການດຳລົງຊີວິດ, ວຽງສະຫວັນ ກໍ່ໄດ້ຮັບຄວາມປະທັບໃຈຈາກຄວາມເປີດກວ້າງ ແລະ ຄວາມເປັນກັນເອງຂອງຄົນອ້ອມຂ້າງ. “ແມ່ນເພື່ອນມິດຄົນຫວຽດນາມທີ່ຊ່ວຍໃຫ້ຂ້ອຍປັບຕົວໄດ້ຢ່າງວ່ອງໄວ, ພ້ອມກັນນັ້ນ, ຄູອາຈານກໍ່ໄດ້ໃຫ້ຄຳແນະນຳຢ່າງໃກ້ຊິດທຸກຄັ້ງທີ່ຂ້ອຍຮຽນບໍ່ທັນໝູ່ໃນຫ້ອງ”, ວຽງສະຫວັນ ແບ່ງປັນ.
![]() |
| ຈາກສະຖານທີ່ສຳລັບການສຶກສາ, ຫວຽດນາມ ຄ່ອຍໆກາຍເປັນ “ບ້ານຫຼັງທີສອງ” ສຳລັບ ວຽງສະຫວັນ (ຮູບພາບ: Ha Anh) |
ຈຸດພັກເຊົາຂອງຫົວໃຈ
ເມື່ອຄວາມຮູ້ສຶກຄຸ້ນເຄີຍມີຫຼາຍພໍ, ການເລືອກທີ່ຈະຢູ່ຕໍ່ກໍ່ບໍ່ແມ່ນການຕັດສິນໃຈທີ່ຍາກອີກຕໍ່ໄປ ແຕ່ມັນໄດ້ກາຍເປັນສິ່ງທີ່ເປັນໄປເອງຕາມທຳມະຊາດທີ່ອອກມາຈາກຫົວໃຈ.
ເມື່ອເວົ້າເຖິງຄວາມປະທັບໃຈຄັ້ງທຳອິດ, ຄອບຄົວຂອງທ່ານນາງ Heather Summers ຍັງຈື່ຈຳຄວາມຄຶກຄື້ນ ແລະ ວົນແຊວຂອງ ຮ່າໂນ້ຍ ໄດ້ດີ: “ທຸກຢ່າງມັນເກີນຄວາມຄາດໝາຍຂອງຂ້ອຍ. ເຖິງວ່າເມືອງນີ້ຈະມີສຽງດັງ ແລະ ວົນແຊວ ແຕ່ກໍ່ຍັງມີຄວາມເປັນມິດ ແລະ ເຮັດໃຫ້ຮູ້ສຶກເຕັມໄປດ້ວຍພະລັງງານ”.
ຜ່ານໄລຍະເວລາ 6 ປີ ກັບອາຊີບຄູ, ສອງຜົວເມຍ Summers ໄດ້ມີຄວາມໃກ້ຊິດກັບວັດທະນະທຳຢູ່ ຫວຽດນາມ. ຕາມທີ່ທ່ານນາງແບ່ງປັນ, ທຸກຄົນລ້ວນແຕ່ເປີດກວ້າງ ແລະ ມີນ້ຳໃຈຕໍ່ຄອບຄົວຂອງລາວ, ຕະຫຼອດຮອດ “ພວກເຂົາຍັງໄດ້ເຊີນຄອບຄົວຂອງຂ້ອຍເຂົ້າຮ່ວມໃນວັນບຸນໃຫຍ່ຕ່າງໆ ເພື່ອສະເຫຼີມສະຫຼອງຮ່ວມກັນ”, ນາງກ່າວ.
![]() |
| ສຳລັບຄອບຄົວ Heather Summers, ຫວຽດນາມ ໄດ້ກາຍເປັນບ່ອນເກັບຮັກສາຄວາມຊົງຈຳ ແລະ ຄວາມຜູກພັນທີ່ຍາວນານ. (ຮູບພາບ: Ha Anh) |
ຍ້ອນສິ່ງເຫຼົ່ານັ້ນເອງ, ຫວຽດນາມ ຈຶ່ງໄດ້ກາຍເປັນສະຖານທີ່ທີ່ຄອບຄົວຂອງລາວຢາກຜູກພັນໄປຕະຫຼອດ. “ລູກສອງຄົນຂອງພວກເຮົາກໍ່ເກີດຢູ່ທີ່ນີ້ ແລະ ປະເທດນີ້ໄດ້ບັນທຶກຄວາມຊົງຈຳທີ່ສວຍງາມຂອງຄອບຄົວພວກເຮົາໄວ້ຢ່າງຫຼວງຫຼາຍ. ຍ້ອນແນວນັ້ນ, ພວກເຮົາຈຶ່ງໄດ້ຕັດສິນໃຈຈະຕັ້ງຖິ່ນຖານຢູ່ ຫວຽດນາມ”, ທ່ານ Jimmy Egan, ສາມີຂອງທ່ານນາງ Heather ກ່າວເປີດໃຈ.
ຈາກການເດີນທາງທີ່ແຕກຕ່າງກັນ, ສາມາດເຫັນໄດ້ວ່າ, ຂະບວນການຈາກຄວາມແປກໜ້າຈົນເຖິງຄວາມຕັ້ງໃຈທີ່ຈະຜູກພັນ ແມ່ນຜົນມາຈາກປະສົບການທີ່ໜ້າຈົດຈຳ, ຈາກວຽກງານ, ການສຶກສາ, ຈົນເຖິງສາຍພົວພັນອ້ອມຂ້າງ. ຈຸດຮ່ວມໃນເລື່ອງລາວຂອງພວກເຂົາກໍ່ຄືຄວາມຮູ້ສຶກທີ່ໄດ້ຮັບການຕ້ອນຮັບ ແລະ ຄວາມຮັກແພງ.
ແມ່ນການເຊື່ອມຕໍ່ເຫຼົ່ານັ້ນເອງທີ່ເຮັດໃຫ້ ຫວຽດນາມ, ຈາກດິນແດນທີ່ແປກຕາ, ຄ່ອຍໆກາຍເປັນຄວາມໃກ້ຊິດ ແລະ ແສນຮັກໃນສາຍຕາຂອງຄົນຕ່າງປະເທດຫຼາຍຄົນ. ເມື່ອຄວາມແຕກຕ່າງດ້ານພາສາ, ວັດທະນະທຳ ຫຼື ຈັງຫວະຊີວິດ ບໍ່ແມ່ນອຸປະສັກອີກຕໍ່ໄປ ແຕ່ໄດ້ກາຍເປັນສ່ວນໜຶ່ງທີ່ຄຸ້ນເຄີຍຂອງຊີວິດປະຈຳວັນ, ການຢູ່ຕໍ່ທີ່ ຫວຽດນາມ ຈຶ່ງກາຍເປັນທາງເລືອກທີ່ເປັນທຳມະຊາດ, ເຊິ່ງອອກມາຈາກຫົວໃຈຢ່າງແທ້ຈິງ.
| ຫຼາຍຈຸດໝາຍປາຍທາງທີ່ດຶງດູດຢູ່ ຫວຽດນາມ ສຳລັບນັກທ່ອງທ່ຽວ ຝຣັ່ງ ຍສໝ - ທີ່ລາຍການເເນະນຳການທ່ອງທ່ຽວ ຫວຽດນາມ (“Vietnam Tourism Roadshow”) ໄດ້ດຳເນີນຢູ່ Paris ວັນທີ 25 ມິຖຸນາ, ມີຫຼາຍຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກພິເສດ, ສະເພາະຂອງຫວຽດນາມ ໄດ້ຮັບການແນະນຳໂດຍກົມທ່ອງທ່ຽວແຫ່ງຊາດ ໄປເຖິງນັກທ່ອງທ່ຽວຊາວ ຝຣັ່ງ. |
| ສະເໜີລາວ, ກຳປູເຈຍ, ໄທ, ຫວຽດນາມ ພ້ອມກັນພັດທະນາການທ່ອງທ່ຽວ “4 ປະເທດ 1 ຈຸດໝາຍປາຍທາງ” ຍສໝ - ຕອນບ່າຍວັນທີ 17 ມັງກອນ 2024 (ຕາມເວລາທ້ອງຖິ່ນ) ຢູ່ Davos ປະເທດສະວິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ດ້ວຍຖານະນັກປາຖະກະຖາຫຼັກທີ່ກອງປະຊຸມປຶກສາຫາລື “ບົດຮຽນຈາກ ອາຊຽນ” ໃນຂອບກອງປະຊຸມປະຈຳປີຄັ້ງທີ 54 ຂອງເວທີປາໄສເສດຖະກິດໂລກ (WEF) Davos ປີ ... |
ແທັງຮັ່ງ


