10:33 | 15/04/2026

ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ມິດ​ຕະ​ພາບ ຫວຽດ​ນາມ - ຈີນ, ຍົກ​ສູງ​ກາ​ນ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່

ໜ້າ​ທີ່​ສຳ​ຄັນ​ແຖວ​ໜ້າ​ຂອງ​ລັດ​ຖະ​ບານ​ຊຸດ​ໃໝ່​ແມ່ນ​ສ້າງ​ສະ​ພາບ​ແວດ​ລ້ອມ​ພັດ​ທະ​ນາ
ປ​ຊ​ຊ ​ມີຄວາມ​ຫວັງ​ວ່າ ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ໂຕ​ເລິມ ແລະ ກົງ​ຈັກ​ການ​ນຳ​ພັກ​ສະ​ໄໝ​ທີ XIV ຈະ​ນ​ຳປະ​ເທດ​ຊາດ​ພັດ​ທະ​ນາ​ໃນ​ສັງ​ກາດ​ໃໝ່
ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ມິດ​ຕະ​ພາບ ຫວຽດ​ນາມ - ຈີນ, ຍົກ​ສູງ​ກາ​ນ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ທ່ານ​ເລ​ຂາ​ທິ​ກາຍ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ​ສີ​ຈີ້ນ​ຜິງ (ພາບ: VNA)

ໃນ​ບົດ​ຂຽນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ຢັ້ງ​ຢືນ​ວ່າ ພັກ, ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ກຳ​ນົດ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ກັບ ຈີນ​ ແມ່ນ​ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ແມ່ນຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ພາ​ວະ​ວິ​ໄສ, ​ແມ່ນການ​ເລືອກ​ເຟັ້ນ​ຍຸດ​ທະ​ສາດ ແລະ ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​​ເປັນ​ເອ​ກະ​ລາດ, ກຸ້ມ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຫັນ​ເປັນຫຼາຍ​ຮູບຫຼາຍ​ແບບ. ພັກ, ລັດ ຈີນ ກໍ​ກຳ​ນົດ​ວ່າ ຫວຽດ​ນາມ ແມ່ນທິດ​ທາງ​ບຸ​ລິດ​ມະ​ສິດ​ໃນ​ການ​ທູດ​ບ້ານ​ໃກ້​ເຮືອນ​ຄຽງ ແລະ ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ສັງ​ລວມ​ຂອງ ຈີນ.

ເພື່ອ​ໃຫ້​ສາຍ​ພົວ​ພັນ ຫວຽດ​ນາມ - ຈີນ ບັນ​ລຸ​ໄດ້​ບັນ​ດາ​ຄວາມ​ຮ​ຽກ​ຮ້ອງ​ຕ້ອງ​ການ​ໃໝ່​ຂອງ​ຍຸກ​ສະ​ໄໝ ແລະ ຈາກ​ບັນ​ດາ​ໜ້າ​ທີ່​ພັດ​ທະ​ນາ​ໃໝ່​ຂອງ​ແຕ່​ລະ​ປະ​ເທດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ໃຫ້​ສອງ​ຝ່າຍ ຕ້ອງ​ສືບ​ຕໍ່​ປັບ​ປຸງ​ພື້ນ​ຖານ​ທາງ​ດ້ານ​ການ​ເມືອງ; ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ເປັນ​ປະ​ຈຳ, ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຍຸ​ດ​ທະ​ສາດ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ບັນ​ດາ​ກົນ​ໄກ​ທີ່​ມີ​ຢູ່​ແລ້ວໃຫ້​ເປັນ​ຢ່າງ​ດີ, ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ໃນ​ທຸກ​ຊ່ອງ​ທາງ​ພັກ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ, ແນວ​ໂຮມ​ປະ​ເທດ​ຊາດ, ກໍ​ຄື​ລະ​ຫວ່າງ​ບັນ​ດາ​ຂະ​ແໜງການ ແລະ ຂັ້ນ​ຕ່າງໆ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ແຈ້ງວ່າ ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ການ​ພັດ​ທະ​ນາ​ອັນ​ໝັ້ນ​ທ່ຽງ, ມີ​ຄຸນ​ນະ​ພາບ​ສູງ​ຂອງ ຈີນ ແມ່ນ​ປັດ​ໄຈ​ສຳ​ຄັນ​ຕໍ່​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ​ການພັດ​ທະ​ນາ​ຢູ່​ພາກ​ພື້ນ, ​ທັງ​ແມ່ນ​ໂອ​ກາດ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄ​ຽງ, ໃນ​ນັ້ນ ມີ ຫວຽດ​ນາມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ ຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ ຄັ້ງ​ນີ້ ຈະ​ເປີດ​ເຂດ​ພັດ​ທະ​ນາ​ໃໝ່, ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມ​າ​ເຖິງ.

ຕາມ vovworld.vn

https://vovworld.vn/lo-LA/khaawedn/esiim-kha-hnyaany-muun-esyy-mid-ha-phaab-hwnyd-naam-chiin-nyok-suung-kaa-n-esyym-hm-nyud-tha-saad-2427576.vov5

ຍົກ​ສູງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ ຂຶ້ນ​ສູ່​ລະ​ດັບ​ໃໝ່ ແລະ ສ້າງ​ບາດ​ກ້າວ​ພັດ​ທະ​ນາ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ. ຍົກ​ສູງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ ຂຶ້ນ​ສູ່​ລະ​ດັບ​ໃໝ່ ແລະ ສ້າງ​ບາດ​ກ້າວ​ພັດ​ທະ​ນາ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ.

ຍສໝ - ຕາມ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເລ​ຮ່ວາຍ​ຈູງ ​ແລ້ວ, ກອງ​ປະຊຸມ​ຄັ້ງ​ທີ 48 ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ລາວ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ 2 ພັກ ​ແລະ ລັດ ​ເພື່ອ​ຍົກ​ສູງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ໃໝ່, ມີ​ການ​ພົວພັນ​ຍຸດ​ທະ​ສາດ.

ຫວຽດ​ນາມ ຕ້ອງ​ຂ້ຽວ​ຂາດ​ກ​ວ່າ, ກ້າ​ຫານ​ກ​ວ່າ​ໃນ​ການ​ພັດ​ທະ​ນາ​ບັນ​ດາ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ຫວຽດ​ນາມ ຕ້ອງ​ຂ້ຽວ​ຂາດ​ກ​ວ່າ, ກ້າ​ຫານ​ກ​ວ່າ​ໃນ​ການ​ພັດ​ທະ​ນາ​ບັນ​ດາ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ

ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນ ຂໍ້ກຸນແຈຄຳ, ແມ່ນປັດໄຈເປັນຕາຍເພື່ອຜ່ານກັບດັກ ລາຍຮັບປານກາງ ແລະ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045.

ຕາມ vovworld.vn

Link: https://huunghivietlao.thoidai.com.vn/detail-article-21843.html

In bài biết