10:29 | 14/04/2026

ຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ສະໂລວາກີ

ການເຊື່ອມຕໍ່ການຄ້າ ລະຫວ່າງ ວິສາຫະກິດທ່ອງທ່ຽວ ຫວຽດນາມ ແລະ ສາກົນ
ຊຸກຍູ້​ຄວາມ​ເຂົ້າ​ໃຈ ​ແລະ ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ລະຫວ່າງ ຫວຽດນາມ ​ແລະ ​ໄທ
ຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ສະໂລວາກີ
ທ່ານເລມິງຮຶງ, ນາຍົກລັດຖະມົນຕີ ແລະ ທ່ານ Robert Fico, ນາຍົກລັດຖະມົນຕີ ພົບປະກັບສື່ມວນຊົນ - ພາບ: VGP/ຍັດບັກ

ນັບຕັ້ງແຕ່ການສ້າງຕັ້ງສາຍພົວພັນທາງການທູດໃນປີ 1950 ເປັນຕົ້ນມາ, ຫວຽດນາມ ແລະ ສະໂລວາກີ ໄດ້ສ້າງສັນ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານທີ່ດີງາມ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ຄວາມສະເໝີພາບ, ການເຄົາລົບເຊິ່ງກັນ ແລະ ກັນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ເສີມຂະຫຍາຍພື້ນຖານ 75 ປີ ແຫ່ງສາຍພົວພັນສອງຝ່າຍ, ທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະໂລວາກີ ໄດ້ເຫັນດີເປັນເອກະພາບຜ່ານຖະແຫຼງການຮ່ວມ ວ່າດ້ວຍການຍົກລະດັບສາຍພົວພັນ ຫວຽດນາມ - ສະໂລວາກີ ຂຶ້ນເປັນ ຄູ່ຮ່ວມຍຸດທະສາດ.

ການສ້າງຕັ້ງຂອບການພົວພັນຄູ່ຮ່ວມຍຸດທະສາດ ແມ່ນແນໃສ່ນຳເອົາສາຍພົວພັນສອງປະເທດກ້າວຂຶ້ນສູ່ລະດັບສູງໃໝ່, ຮັດແໜ້ນບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວ, ພ້ອມທັງຊອກຫາບັນດາວິທີການໃໝ່ ເພື່ອເຮັດໃຫ້ການຮ່ວມມືສອງປະເທດເລິກເຊິ່ງກວ່າເກົ່າ ໃນທັງລະດັບສອງຝ່າຍ ແລະ ຫຼາຍຝ່າຍ.

ໃນຂອບການພົວພັນຄູ່ຮ່ວມຍຸດທະສາດ, ຫວຽດນາມ ແລະ ສະໂລວາກີ ຈະສືບຕໍ່ເຮັດໃຫ້ການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈເລິກເຊິ່ງກວ່າເກົ່າ ແນໃສ່ນຳມາຊຶ່ງຜົນປະໂຫຍດທີ່ແທດຕົວຈິງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນ ຢູ່ໃນພາກພື້ນ ແລະ ໃນໂລກ, ໂດຍສຸມໃສ່ບັນດາຂົງເຂດດັ່ງລຸ່ມນີ້:

I. ເພີ່ມທະວີການຮ່ວມມືດ້ານການເມືອງ ແລະ ການທູດ

ສອງຝ່າຍຢືນຢັນຄືນໃໝ່ກ່ຽວກັບບົດບາດຂອງບັນດາການຢ້ຽມຢາມລະດັບສູງ ໃນການຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ເປີດໂອກາດການຮ່ວມມືທີ່ແທດຕົວຈິງລະຫວ່າງ ຫວຽດນາມ ແລະ ສະໂລວາກີ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ກໍ່ຄືສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ. ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການສົນທະນາທາງດ້ານການເມືອງໃນທຸກລະດັບ, ໂດຍສະເພາະແມ່ນລະດັບສູງ; ຄົ້ນຄວ້າສ້າງຕັ້ງບັນດາກົນໄກການຮ່ວມມືໃໝ່ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.

ສອງຝ່າຍເຫັນດີເປັນເອກະພາບຮັກສາການພົບປະໃນທຸກຊ່ອງທາງທີ່ເໝາະສົມ, ລວມທັງລະຫວ່າງບັນດາອົງການຂອງພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ທ້ອງຖິ່ນ ຫວຽດນາມ ກັບບັນດາຄູ່ຮ່ວມມື ສະໂລວາກີ ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ການປະສານງານດ້ານນະໂຍບາຍ ແລະ ການຮ່ວມມືດ້ານເສດຖະກິດ-ສັງຄົມ. ການປຶກສາຫາລືທາງດ້ານການເມືອງຕາມກຳນົດເວລາລະຫວ່າງສອງກະຊວງການຕ່າງປະເທດ ສືບຕໍ່ໄດ້ຮັບການກຳນົດວ່າແມ່ນກົນໄກຕົ້ນຕໍ ເພື່ອກວດກາຄືນການຮ່ວມມື ແລະ ແລກປ່ຽນກ່ຽວກັບບັນດາບັນຫາສອງຝ່າຍ, ພາກພື້ນ ແລະ ສາກົນ.

ສອງຝ່າຍເຫັນດີເພີ່ມທະວີສາຍພົວພັນລະຫວ່າງບັນດາອົງການນິຕິບັນຍັດ ຜ່ານການແລກປ່ຽນຄະນະຜູ້ແທນ, ການພົບປະສອງຝ່າຍ ແລະ ຫຼາຍຝ່າຍ, ໂດຍສະເພາະແມ່ນລະຫວ່າງຜູ້ນຳ, ບັນດາກຳມາທິການວິຊາສະເພາະ ແລະ ກຸ່ມສະມາຊິກສະພາໄມຕີຈິດ.

ສອງຝ່າຍຢືນຢັນຄືນໃໝ່ຄຳໝັ້ນສັນຍາຕໍ່ກັບລັດທິຫຼາຍຝ່າຍ, ເນັ້ນໜັກເຖິງບົດບາດໃຈກາງຂອງອົງການສະຫະປະຊາຊາດ ແລະ ລະບຽບການສາກົນບົນພື້ນຖານກົດໝາຍ; ສະໜັບສະໜູນການແກ້ໄຂຂໍ້ຂັດແຍ່ງດ້ວຍມາດຕະການສັນຕິວິທີ, ເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ບໍ່ຂົ່ມຂູ່ ຫຼື ນຳໃຊ້ກຳລັງອາວຸດ.

ສອງຝ່າຍຈະເພີ່ມທະວີການປະສານງານຢູ່ບັນດາເວທີປາໄສສາກົນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວລານຳສະເໜີຕົວເຂົ້າໃນບັນດາອົງການຈັດຕັ້ງສາກົນ, ພ້ອມທັງຮ່ວມມືກັນຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງແບບດັ້ງເດີມ ແລະ ແບບໃໝ່ ເຊັ່ນ: ພະຍາດລະບາດ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງທາງດ້ານພະລັງງານ, ສະບຽງອາຫານ ແລະ ແຫຼ່ງນ້ຳ.

ສອງຝ່າຍຢືນຢັນຄືນໃໝ່ກ່ຽວກັບຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ເສລີພາບໃນການເດີນເຮືອ ແລະ ການບິນ; ແກ້ໄຂຂໍ້ຂັດແຍ່ງບົນພື້ນຖານກົດໝາຍສາກົນ, ໂດຍສະເພາະແມ່ນ UNCLOS 1982; ປະຕິບັດ DOC ຢ່າງມີປະສິດທິຜົນ ແລະ ຊຸກຍູ້ໃຫ້ບັນລຸ COC ທີ່ແທດຕົວຈິງໂດຍໄວ, ສອດຄ່ອງກັບກົດໝາຍສາກົນ.

II. ເປີດກວ້າງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ

ສອງຝ່າຍກຳນົດວ່າ ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ແມ່ນເສົາຄ້ຳອັນສຳຄັນຂອງສາຍພົວພັນສອງຝ່າຍ. ບົນພື້ນຖານບັນດາສັນຍາທີ່ມີຢູ່ແລ້ວ ແລະ ລັກສະນະຊ່ວຍໜູນເຊິ່ງກັນ ແລະ ກັນ ລະຫວ່າງສອງພື້ນຖານເສດຖະກິດ, ສອງຝ່າຍເຫັນດີຊຸກຍູ້ສະພາບແວດລ້ອມການດຳເນີນທຸລະກິດທີ່ເປີດກວ້າງ, ໂປ່ງໃສ, ສະເໝີພາບ ແລະ ບໍ່ຈຳແນກການປະຕິບັດ.

ສອງຝ່າຍຢືນຢັນຄືນໃໝ່ເຖິງບົດບາດຂອງ ຄະນະກຳມະການຮ່ວມລັດຖະບານ ຫວຽດນາມ – ສະໂລວາກີ ວ່າດ້ວຍການຮ່ວມມືດ້ານເສດຖະກິດ ໃນຖານະເປັນກົນໄກຕົ້ນຕໍ ເພື່ອກຳນົດ ແລະ ຊຸກຍູ້ບັນດາຂົງເຂດການຮ່ວມມື; ພ້ອມທັງຊຸກຍູ້ການສ້າງຕັ້ງບັນດາອະນຸກຳມະການວິຊາສະເພາະ ແນໃສ່ກວດກາຄືນການຈັດຕັ້ງປະຕິບັດຂໍ້ຕົກລົງ ແລະ ສະເໜີບັນດາມາດຕະການຊຸກຍູ້ການຄ້າ, ການລົງທຶນ, ເພື່ອກ້າວໄປສູ່ການດຸ່ນດ່ຽງການຄ້າສອງຝ່າຍ.

ສອງຝ່າຍເຫັນດີສ້າງເງື່ອນໄຂສະດວກໃຫ້ແກ່ການລົງທຶນເອກະຊົນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງ ແລະ ຄວາມຕ້ອງການ ເຊັ່ນ: ອຸດສາຫະກຳລົດຍົນ, ເອເລັກໂຕຣນິກ, ຄົມມະນາຄົມຂົນສົ່ງ, ພະລັງງານ (ລວມທັງພະລັງງານນິວເຄຼຍ), ເຕັກໂນໂລຊີສີຂຽວ, ເພສັດຊະກຳ, ກົນຈັກການຜະລິດ, ວິທະຍາສາດ - ເຕັກໂນໂລຊີ, ການຫັນເປັນດີຈີຕອນ ແລະ ປັນຍາປະດິດ.

ສອງຝ່າຍເນັ້ນໜັກເຖິງການນຳໃຊ້ກຳໂອກາດຕ່າງໆໃນຂອບການພົວພັນ ຫວຽດນາມ – EU, ສະໜັບສະໜູນການຜັນຂະຫຍາຍ EVFTA ຢ່າງມີປະສິດທິຜົນ ແລະ ຊຸກຍູ້ການໃຫ້ສັດຕະຍາບັນ EVIPA ແນໃສ່ເພີ່ມທະວີຄວາມແນ່ນອນດ້ານນິຕິກຳ ແລະ ສະພາບແວດລ້ອມການລົງທຶນທີ່ໂປ່ງໃສ.

ສອງຝ່າຍກໍ່ເຫັນດີເພີ່ມທະວີການເຊື່ອມໂຍງທາງດ້ານການຄ້າກັບບັນດາຄູ່ຮ່ວມມື EU ແລະ ASEAN, ຊຸກຍູ້ການຄ້າສິນໄນນ້ຳແບບຍືນຍົງ ຕາມມາດຕະຖານສາກົນ.

III. ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະ ຄວາມໝັ້ນຄົງ

ສອງຝ່າຍເຫັນດີຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຜ່ານການແລກປ່ຽນຄະນະຜູ້ແທນ, ການກໍ່ສ້າງບຸກຄະລາກອນ, ການສຶກສາການທະຫານ, ການຮັກສາສັນຕິພາບຂອງອົງການສະຫະປະຊາຊາດ, ການເກັບກູ້ລະເບີດ ແລະ ການຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງແບບໃໝ່.

ສອງຝ່າຍຈະຄົ້ນຄວ້າສ້າງຕັ້ງກົນໄກການປຶກສາຫາລືດ້ານປ້ອງກັນຊາດເປັນປະຈຳ, ພ້ອມທັງເປີດກວ້າງການຮ່ວມມືໃນຂົງເຂດຄວາມໝັ້ນຄົງທາງໄຊເບີ, ຄວາມປອດໄພທາງຂໍ້ມູນຂ່າວສານ ແລະ ການປ້ອງກັນຕ້ານອາດຊະຍາກຳທາງໄຊເບີ.

ສອງຝ່າຍໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການເຮັດສຳເລັດບັນດາຂັ້ນຕອນທີ່ກ່ຽວຂ້ອງເຖິງສົນທິສັນຍາອົງການສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ; ເພີ່ມທະວີການປະສານງານປ້ອງກັນຕ້ານອາດຊະຍາກຳຂ້າມຊາດ, ແລກປ່ຽນຂໍ້ມູນຂ່າວສານຜ່ານ INTERPOL ແລະ ASEANAPOL ຕາມບັນດາຂໍ້ຕົກລົງທີ່ມີຢູ່ແລ້ວ.

IV. ຊຸກຍູ້ການຮ່ວມມືທີ່ແທດຕົວຈິງໃນບັນດາຂົງເຂດ

ວິທະຍາສາດ – ເຕັກໂນໂລຢີ

ສອງຝ່າຍເຫັນດີເຮັດໃຫ້ການຮ່ວມມືໃນວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳເລິກເຊິ່ງກວ່າເກົ່າ, ໂດຍສະເພາະແມ່ນການຫັນເປັນດີຈີຕອນ ແລະ ເສດຖະກິດດີຈີຕອນ; ຊຸກຍູ້ການຜັນຂະຫຍາຍບັນດາແຜນງານການຮ່ວມມືຕາມໄລຍະ, ສະໜັບສະໜູນການຄົ້ນຄວ້າ, ການຖ່າຍທອດເຕັກໂນໂລຊີ ລະຫວ່າງບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດ.

ສອງຝ່າຍຊຸກຍູ້ການແບ່ງປັນປະສົບການການຄຸ້ມຄອງ, ການວາງນະໂຍບາຍວິທະຍາສາດ – ເຕັກໂນໂລຊີ ແລະ ເພີ່ມທະວີການເຂົ້າຮ່ວມຂອງວິສາຫະກິດ, ກອງທຶນນະວັດຕະກຳ.

ການສຶກສາ – ກໍ່ສ້າງ

ສອງຝ່າຍສະໜັບສະໜູນການເພີ່ມທະວີການຮ່ວມມືການສຶກສາຊັ້ນສູງ ແລະ ຫຼັງປະລິນຍາຕີ, ຊຸກຍູ້ການເຊື່ອມຕໍ່ລະຫວ່າງບັນດາສະຖານການສຶກສາ ແລະ ວິສາຫະກິດ; ຊຸກຍູ້ການແລກປ່ຽນນັກສຶກສາ, ຄູອາຈານ ແລະ ຜູ້ຊ່ຽວຊານ.

ບັນດາຂົງເຂດບຸລິມະສິດ ລວມມີ: ເຄິ່ງຊັກນຳ (semiconductor), ປັນຍາປະດິດ, ໂຣບັອດ, ອັດຕະໂນມັດ, ເຕັກໂນໂລຊີຄວັນຕຳ, ວິທະຍາສາດຂໍ້ມູນ, fintech. ສອງຝ່າຍຈະຊຸກຍູ້ບັນດາແຜນງານທຶນການສຶກສາ, ເຂົ້າຮ່ວມບັນດາແຜນງານຂອງ EU ເຊັ່ນ ERASMUS+ ແລະ ຕິດພັນການກໍ່ສ້າງກັບຄວາມຕ້ອງການຂອງຕະຫຼາດແຮງງານ.

ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ

ສອງຝ່າຍໃຫ້ຄຳໝັ້ນສັນຍາເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ຜ່ານບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ, ສິລະປະ, ງານວາງສະແດງ, ຮູບເງົາ, ກິລາ, ໂດຍສະເພາະແມ່ນໃນບັນດາໂອກາດສະເຫຼີມສະຫຼອງທີ່ສຳຄັນ.

ສອງຝ່າຍຊຸກຍູ້ການຮ່ວມມືການທ່ອງທ່ຽວ, ສ້າງເງື່ອນໄຂສະດວກໃນການໄປມາຫາສູ່, ເຊື່ອມຕໍ່ວິສາຫະກິດທ່ອງທ່ຽວ, ນຳໃຊ້ບັນດານະໂຍບາຍວີຊາທີ່ມີໃນປັດຈຸບັນ; ພ້ອມທັງພິຈາລະນາການເຈລະຈາສັນຍາຍົກເວັ້ນວີຊາສຳລັບໜັງສືຜ່ານແດນລັດຖະການ.

ແຮງງານ

ສອງຝ່າຍພ້ອມແລ້ວທີ່ຈະເປີດກວ້າງການຮ່ວມມືການສະໜອງແຮງງານ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ ແລະ ລະບຽບກົດໝາຍ; ຍົກສູງປະສິດທິຜົນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈປີ 2008; ພິຈາລະນາການເຈລະຈາສັນຍາປະກັນສັງຄົມສຳລັບແຮງງານເຄື່ອນຍ້າຍ.

ກະສິກຳ

ສອງຝ່າຍຊຸກຍູ້ການຮ່ວມມືໃນຂະແໜງກະສິກຳ, ການປຸງແຕ່ງຜະລິດຕະພັນກະສິກຳ, ການຄຸ້ມຄອງແຫຼ່ງນ້ຳ; ເພີ່ມທະວີການແລກປ່ຽນເຕັກນິກ, ຮັບປະກັນຄວາມປອດໄພທາງດ້ານອາຫານ, ການກັກກັນພືດ; ປະຍຸກໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳເຂົ້າໃນການຜະລິດກະສິກຳ.

ການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມ

ສອງຝ່າຍຮ່ວມມືກັນມຸ່ງໄປສູ່ເປົ້າໝາຍການປ່ອຍອາຍພິດສຸດທິເປັນສູນ, ແບ່ງປັນປະສົບການກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ, ການກຳນົດລາຄາກາກບອນ; ຊຸກຍູ້ການຫັນປ່ຽນແຫຼ່ງພະລັງງານໃຫ້ມີຄວາມຫຼາກຫຼາຍ ແລະ ການຫັນປ່ຽນໄປສູ່ພະລັງງານສະອາດ ເຊັ່ນ ພະລັງງານທົດແທນ ແລະ ນິວເຄຼຍ.

ສອງຝ່າຍກໍ່ເພີ່ມທະວີການຮ່ວມມືກ່ຽວກັບເສດຖະກິດໝູນວຽນ, ການຄຸ້ມຄອງສິ່ງເສດເຫຼືອ ແລະ ເຕັກໂນໂລຊີສີຂຽວ, ຊຸກຍູ້ການເຂົ້າຮ່ວມຂອງພາກລັດ ແລະ ເອກະຊົນ.

ສາທາລະນະສຸກ

ສອງຝ່າຍຊຸກຍູ້ການຮ່ວມມືພັດທະນາຊັບພະຍາກອນມະນຸດດ້ານການແພດ, ແລກປ່ຽນປະສົບການ ແລະ ຂໍ້ມູນຂ່າວສານ; ເປີດກວ້າງການຮ່ວມມືໃນຂົງເຂດການບຳບັດດ້ວຍນ້ຳ, ການຟື້ນຟູໜ້າທີ່ການ, ການແພດຟີຊິກ ແລະ ການທ່ອງທ່ຽວການແພດຄວບຄູ່ກັບການເບິ່ງແຍງສຸຂະພາບ.

ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳ

ສອງຝ່າຍແລກປ່ຽນກ່ຽວກັບຄວາມສາມາດໃນການລົງນາມບົດບັນທຶກຄວາມເຂົ້າໃຈການຮ່ວມມືສະບັບໃໝ່ ລະຫວ່າງ ກະຊວງຍຸຕິທຳຂອງສອງປະເທດ, ເພື່ອປ່ຽນແທນເອກະສານປີ 2014, ໃຫ້ສອດຄ່ອງກັບສະພາບການໃໝ່.

ການຮ່ວມມືທ້ອງຖິ່ນ ແລະ ການແລກປ່ຽນລະຫວ່າງປະຊາຊົນ

ສອງຝ່າຍຖືວ່າ ການຮ່ວມມືທ້ອງຖິ່ນ ແລະ ການແລກປ່ຽນລະຫວ່າງປະຊາຊົນ ແມ່ນພື້ນຖານທາງສັງຄົມອັນສຳຄັນຂອງສາຍພົວພັນສອງຝ່າຍ; ຊົມເຊີຍການຮ່ວມມືລະຫວ່າງ ນະຄອນ ໂຮ່ຈີມິນ ແລະ Košice; ຊຸກຍູ້ການສ້າງຕັ້ງບັນດາຂອບການຮ່ວມມືໃໝ່ລະຫວ່າງບັນດາທ້ອງຖິ່ນ.

ສອງຝ່າຍຈະສະໜັບສະໜູນຊຸມຊົນຊາວ ຫວຽດນາມ ຢູ່ ສະໂລວາກີ, ເພີ່ມທະວີການແລກປ່ຽນລະຫວ່າງບັນດາອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງມິດຕະພາບ, ຊຸກຍູ້ການໄປມາຫາສູ່ ແລະ ການເຊື່ອມຕໍ່ປະຊາຊົນສອງປະເທດ.

V. ການຈັດຕັ້ງປະຕິບັດ

ບົນພື້ນຖານຖະແຫຼງການຮ່ວມ, ກະຊວງການຕ່າງປະເທດສອງປະເທດ ຈະປະສານງານກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອສ້າງແຜນການເຄື່ອນໄຫວ ແນໃສ່ຜັນຂະຫຍາຍບັນດາເປົ້າໝາຍການຮ່ວມມືທີ່ໄດ້ວາງອອກຢ່າງມີປະສິດທິຜົນ.

ນຳການພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ມົງ​ໂກລີ ພັດທະນາຢ່າງແທດຈິງ, ມີ​ປະສິດທິ​ຜົນ ​ແລະ ຮອບດ້ານ ນຳການພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ມົງ​ໂກລີ ພັດທະນາຢ່າງແທດຈິງ, ມີ​ປະສິດທິ​ຜົນ ​ແລະ ຮອບດ້ານ

ຍສໝ - ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນກວາງເຟືອງ ຕີ​ລາຄາ​ວ່າ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ມົງ​ໂກ​ລີ ພວມ​ຢູ່​ໃນ​ໄລຍະ​ພັດທະນາ​ທີ່ດີງາມ​ທີ່​ສຸດ.

ຊຸກຍູ້​ການ​ຮ່ວມ​ມື​​ລັດ​ຖະ​ສະພາ​ລະຫວ່າງ​​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຊຸກຍູ້​ການ​ຮ່ວມ​ມື​​ລັດ​ຖະ​ສະພາ​ລະຫວ່າງ​​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຍສໝ - ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ເລແອງຕ໋ວນ ໄດ້​ຕອບ​ຄຳສຳພາດ​ຕໍ່​ນັກ​ຂ່າວ​ໃນ​ໂອກາດການໄປປະຕິບັດງານຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ລະຫວ່າງ​​​ລັດ​ຖະ​ສະພາ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຄັ້ງ​ທີ 46 (AIPA-46) ​ແລະ ການ​ຢ້ຽມຢາມ​ມາ​ເລ​ເຊຍ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 16-20 ກັນຍາ 2025.

Link: https://huunghivietlao.thoidai.com.vn/detail-article-21832.html

In bài biết