09:13 | 14/04/2026

ຊາວຫວຽດນາມອາໄສຢູ່ອົດສະຕາລີ ກໍ່ສ້າງໂຮງຮຽນທີ່ມີມູນຄ່າກວ່າ 1.1 ຕື້ດົ່ງໃຫ້ແກ່ເດັກນ້ອຍໃນເຂດພູດອຍດ້ຽນບຽນ.

ການເຕີບໂຕຂອງໄຕມາດທີ 1 ວາງພື້ນຖານໃຫ້ແກ່ການບັນລຸເປົ້າໝາຍການເຕີບໂຕສອງຕົວເລກ
ບົດທີ 1: ບໍ່ສາມາດພິສູດໃຫ້ຄວາມຮຸນແຮງແນໃສ່ຕໍ່ພົນລະເຮືອນ
ຊາວຫວຽດນາມອາໄສຢູ່ອົດສະຕາລີ ກໍ່ສ້າງໂຮງຮຽນທີ່ມີມູນຄ່າກວ່າ 1.1 ຕື້ດົ່ງໃຫ້ແກ່ເດັກນ້ອຍໃນເຂດພູດອຍດ້ຽນບຽນ.

ຈຸດໂຮງຮຽນ ຫ້ວຍເມົ້າ ໄດ້ຮັບການກໍ່ສ້າງດ້ວຍສະຖາປັດຕະຍະກຳທີ່ເປັນມິດກັບສິ່ງແວດລ້ອມ, ສ້າງບັນຍາກາດທີ່ໂລ່ງໂຖງ ແລະ ເຢັນສະບາຍ, ອຳນວຍຄວາມສະດວກໃຫ້ແກ່ຄູ ແລະ ນັກຮຽນໃນການຮຽນ-ການສອນ. (ຮູບ: ຢຸຍລິງ)

ໃນວັນທີ 11 ເມສາ, ຢູ່ຕາແສງ ຈ່ຽງຊິງ, ແຂວງ ດ້ຽນບຽນ, ຈຸດໂຮງຮຽນ ຫ້ວຍເມົ້າ ສັງກັດໂຮງຮຽນອະນຸບານ ຄອງຮິນ ໄດ້ຈັດພິທີເປີດນຳໃຊ້ຢ່າງເປັນທາງການ. ສິ່ງກໍ່ສ້າງດັ່ງກ່າວແມ່ນການຮ່ວມມືລະຫວ່າງ ກຸ່ມສະຖາປັດຕະຍະກຳກໍ່ສ້າງ 94–97, ກຸ່ມມະນຸດສະທຳ ເມວເບີນ ແລະ ຫ້ອງການສະຖາປັດຕະຍະກຳ 1+1>2. ນີ້ແມ່ນໂຄງການອາສາສະໝັກ ໂດຍຊາວຫວຽດນາມທີ່ອາໄສຢູ່ ເມວເບີນ ປະເທດອົດສະຕຣາລີ ໄດ້ລະດົມທຶນເພື່ອຊ່ວຍເຫຼືອປະເທດຊາດ.

ຊາວຫວຽດນາມອາໄສຢູ່ອົດສະຕາລີ ກໍ່ສ້າງໂຮງຮຽນທີ່ມີມູນຄ່າກວ່າ 1.1 ຕື້ດົ່ງໃຫ້ແກ່ເດັກນ້ອຍໃນເຂດພູດອຍດ້ຽນບຽນ.

ຫ້ວຍເມົ້າ ແມ່ນບ້ານທີ່ທຸກຍາກທີ່ສຸດຂອງຕາແສງ ຈ່ຽງຊິງ, ເຊິ່ງປັດຈຸບັນຍັງບໍ່ທັນມີຕາຄ່າຍໄຟຟ້າແຫ່ງຊາດ ແລະ ບໍ່ມີສັນຍານໂທລະສັບມືຖື. (ຮູບ: ຢຸຍລິງ)

ຈຸດໂຮງຮຽນ ຫ້ວຍເມົ້າ ຕັ້ງຢູ່ບ້ານ ຫ້ວຍນົມ – ເຊິ່ງເປັນເຂດທີ່ຍັງມີຄວາມຫຍຸ້ງຍາກຫຼາຍ. ໃນເມື່ອກ່ອນ, ຫ້ອງຮຽນສ່ວນໃຫຍ່ເປັນເຮືອນປະກອບທີ່ຊົ່ວຄາວ, ແຄບ, ຊຸດໂຊມ, ມັກມີນ້ຳຮົ່ວ ແລະ ນ້ຳຖ້ວມຂັງໃນລະດູຝົນ, ເຊິ່ງສົ່ງຜົນກະທົບຕໍ່ການເບິ່ງແຍງ ແລະ ການຮຽນຂອງເດັກນ້ອຍອະນຸບານ.

ຫຼັງຈາກການລົງສຳຫຼວດຕົວຈິງ, ບັນດາກຸ່ມອາສາສະໝັກໄດ້ຕົກລົງກໍ່ສ້າງໂຮງຮຽນໃໝ່ທີ່ກວ້າງຂວາງ ແລະ ເປັນມິດກັບເດັກນ້ອຍ. ໂຄງການໄດ້ເລີ່ມກໍ່ສ້າງຕັ້ງແຕ່ວັນທີ 29 ພະຈິກ 2025, ແລະ ສຳເລັດຕາມກຳນົດເວລາ ເຖິງວ່າເງື່ອນໄຂການກໍ່ສ້າງຢູ່ເຂດສູງຈະພົບອຸປະສັກຫຼາຍດ້ານກ່ຽວກັບການຄົມມະນາຄົມ ແລະ ການສື່ສານ. ງົບປະມານການກໍ່ສ້າງທັງໝົດແມ່ນຫຼາຍກວ່າ 1,1 ຕື້ດົ່ງ.

ຊາວຫວຽດນາມອາໄສຢູ່ອົດສະຕາລີ ກໍ່ສ້າງໂຮງຮຽນທີ່ມີມູນຄ່າກວ່າ 1.1 ຕື້ດົ່ງໃຫ້ແກ່ເດັກນ້ອຍໃນເຂດພູດອຍດ້ຽນບຽນ.

ບັນດາການນຳຕາແສງ ຈ່ຽງຊິງ ພ້ອມດ້ວຍຕົວແທນຜູ້ໃຈບຸນ ໄດ້ຮ່ວມກັນຕັດແຖບຜ້າເປີດໂຮງຮຽນອະນຸບານ ຫ້ວຍເມົ້າ. (ຮູບ: ຢຸຍລິງ)

ເນື່ອງໃນໂອກາດພິທີເປີດ, ຄະນະຈັດຕັ້ງ ແລະ ຜູ້ສະໜັບສະໜູນ ໄດ້ມອບຂອງຂວັນ 200 ຊຸດໃຫ້ແກ່ນັກຮຽນ, 20 ຊຸດໃຫ້ແກ່ຄອບຄົວທີ່ທຸກຍາກ ພ້ອມກັບອຸປະກອນການຮຽນ-ການສອນຫຼາຍຢ່າງ, ລວມມູນຄ່າທັງໝົດກວ່າ 155 ລ້ານດົ່ງ. ຊາວທ້ອງຖິ່ນຍັງໄດ້ປະກອບສ່ວນແຮງງານຫຼາຍຮ້ອຍວັນເພື່ອເຮັດໃຫ້ບໍລິເວນໂຮງຮຽນສົມບູນແບບ.

ຊາວຫວຽດນາມອາໄສຢູ່ອົດສະຕາລີ ກໍ່ສ້າງໂຮງຮຽນທີ່ມີມູນຄ່າກວ່າ 1.1 ຕື້ດົ່ງໃຫ້ແກ່ເດັກນ້ອຍໃນເຂດພູດອຍດ້ຽນບຽນ.

ບັນດາຜູ້ໃຈບຸນຖ່າຍຮູບຮ່ວມກັບຄູ ແລະ ນັກຮຽນຢູ່ຈຸດໂຮງຮຽນອະນຸບານ ຫ້ວຍເມົ້າ. (ຮູບ: ຢຸຍລິງ)

ການນຳໃຊ້ຈຸດໂຮງຮຽນ ຫ້ວຍເມົ້າ ບໍ່ພຽງແຕ່ຊ່ວຍປັບປຸງເງື່ອນໄຂການສຶກສາຢູ່ເຂດທຸກຍາກເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນເຖິງຄວາມຮັກແພງທີ່ມີຕໍ່ບ້ານເກີດເມືອງນອນຂອງຊຸມຊົນຊາວຫວຽດນາມຢູ່ ອົດສະຕຣາລີ, ປະກອບສ່ວນແຜ່ຂະຫຍາຍນ້ຳໃຈມະນຸດສະທຳ ແລະ ການເຊື່ອມຕໍ່ການທູດລະຫວ່າງປະຊາຊົນສອງປະເທດ.

ກອງປະຊຸມເຄິ່ງຊັກນຳໄຟຟ້າຫວຽດນາມ - ຍີ່ປຸ່ນ ຄັ້ງທີ 1: ວາງພື້ນຖານການຮ່ວມມືຄົ້ນຄວ້າ ແລະ ບຳລຸງສ້າງລະຫວ່າງ 2 ປະເທດ ກອງປະຊຸມເຄິ່ງຊັກນຳໄຟຟ້າຫວຽດນາມ - ຍີ່ປຸ່ນ ຄັ້ງທີ 1: ວາງພື້ນຖານການຮ່ວມມືຄົ້ນຄວ້າ ແລະ ບຳລຸງສ້າງລະຫວ່າງ 2 ປະເທດ

ຍສໝ - ກອງປະຊຸມເຄິ່ງຊັກນຳໄຟຟ້າຫວຽດນາມ - ຍີ່ປຸ່ນ ຄັ້ງທີ 1 (Viet Nam-Japan Semiconductor Symposium – VJSS 2025) ໄດ້​ຮັບ​ການ​ຮ່ວມ​ມື​ໂດຍ​ສະ​ມາ​ຄົມ​ນັກ​ປັນ​ຍາ​ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ແລະ ສະ​ຖານ​ກົງ​ສຸນ​ໃຫຍ່​ຫວຽດ​ນາມ ປະ​ຈຳ Osaka ສົມທົບ​ກັບ​ສະ​ມາ​ຄົມນັກປັນຍາຜູ້ຍິງຫວຽດ​ນາມ - ຍີ່​ປຸ່ນ ແລະ ...

ບົດທີ 1: ຫົວໃຈເພື່ອນມິດ ບົດທີ 1: ຫົວໃຈເພື່ອນມິດ

ຍສໝ - ນັບ​ແຕ່​ປະ​ເທດ​ສ້າງ​ຕັ້ງ​ຂຶ້ນ, ທຸກ​ບາດ​ກ້າວ​ຂອງ​ຊາວ​ຫວຽດ​ນາມ ຍາມ​ໃດ​ກໍ່​ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ. ມື້​ນີ້, ເພື່ອນມິດສາກົນ​ໄດ້​ກັບ​ຄືນ​ປະ​ເທດ​ຫວຽດ​ນາມ​ເພື່ອ​ເຕົ້າ​ໂຮມ, ​ສະ​ເຫຼີມ​ສະ​ຫຼອງ​ກັນ. ພວກເຮົາໃຫ້ພວກເຮົາຈື່ຈໍາຄວາມຊົງຈໍາແລະຫວັງວ່າຈະໄດ້ອະນາຄົດທີ່ສວຍງາມ ແລະ ມະນຸດ.

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-21828.html

In bài biết