ສີສັນສົດໃສຂອງການສະຫຼອງປີໃໝ່ປະຈຳຊາດຂອງ ກຳປູເຈຍ, ລາວ ແລະ ໄທ ຢູ່ນະຄອນ ໂຮ່ຈິມິນ
| ເພີ່ມທະວີຂໍ້ພິສູດໃຫ້ແກ່ການຮ່ວມສຳພັນຍຸດທະສາດ ຫວຽດນາມ-ລາວ ໃຫ້ເລິກເຊິ່ງກວ່າເກົ່າ | |
| ້ເຊື່ອມໂຍງສາຍພົວພັນຫວຽດນາມ-ລາວຜ່ານງານບຸນປີໃໝ່ກັບເພື່ອນມິດລາວທີ່ຮ່າໂນ້ຍ |
![]() |
| ນັກສຶກສາ ລາວ ແລະ ກຳປູເຈຍ ຈຳນວນຫຼວງຫຼາຍ ທີ່ຮຽນຢູ່ນະຄອນ ໂຮ່ຈິມິນ ໄດ້ເຂົ້າຮ່ວມງານບຸນສະເຫຼີມສະຫຼອງປີໃໝ່ປະຈຳຊາດຂອງຕົນ |
ເຂົ້າຮ່ວມງານບຸນດັ່ງກ່າວມີທ່ານ ພອນສີ ບຸນມີໄຊ, ກົງສຸນໃຫຍ່ ລາວ ປະຈຳນະຄອນ ໂຮ່ຈິມິນ; ທ່ານ Chan Sorykan, ກົງສຸນໃຫຍ່ ກຳປູເຈຍ ປະຈຳນະຄອນ ໂຮ່ຈິມິນ; ຜູ້ຕາງໜ້າຈາກສະຖານກົງສຸນໃຫຍ່ ໄທ ປະຈຳນະຄອນ ໂຮ່ຈິມິນ, ພ້ອມກັບນັກຮຽນ ແລະ ສະມາຊິກຊຸມຊົນ ກຳປູເຈຍ, ລາວ ແລະ ໄທ ທີ່ອາໄສ, ຮ່ຳຮຽນ ແລະ ເຮັດວຽກຢູ່ໃນພື້ນທີ່ດັ່ງກ່າວເປັນຈຳນວນຫຼວງຫຼາຍ.
ກ່າວຄຳປາໃສທີ່ພິທີ, ທ່ານ ໂຮ່ຊວນເລິມ, ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈິມິນ, ໄດ້ເນັ້ນໜັກວ່າ ຫວຽດນາມ, ກຳປູເຈຍ, ລາວ ແລະ ໄທ ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດ, ລ້ວນແຕ່ເປັນສະມາຊິກຂອງປະຊາຄົມ ອາຊຽນ, ມີມູນເຊື້ອແຫ່ງຄວາມສາມັກຄີ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນໃນຫຼາຍປີຜ່ານມາ. ບັນດາປະເທດເຫຼົ່ານີ້ໄດ້ຮ່ວມເດີນທາງກັນຢ່າງສະເໝີຕົ້ນສະເໝີປາຍ, ແບ່ງປັນ ແລະ ມຸ່ງໄປສູ່ເປົ້າໝາຍໃນການສ້າງປະຊາຄົມ ອາຊຽນ ທີ່ສັນຕິພາບ, ໝັ້ນຄົງ, ຮ່ວມມື ແລະ ຈະເລີນຮຸ່ງເຮືອງ.
ງານບຸນປີໃໝ່ ກຳປູເຈຍ - ລາວ - ໄທ ໄດ້ຈັດຕັ້ງເປັນປະຈຳປີຢູ່ນະຄອນ ໂຮ່ຈິມິນ ແມ່ນກິດຈະກຳທາງການທູດປະຊາຊົນທີ່ມີຄວາມໝາຍແທດຈິງ, ປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ພັດທະນາສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ບັນດາປະເທດໃນພາກພື້ນ. ໂດຍຜ່ານການສະທ້ອນໃຫ້ເຫັນບັນດາຮີດຄອງປະເພນີທີ່ເປັນເອກະລັກ, ເຫດການດັ່ງກ່າວສ້າງພື້ນທີ່ໃຫ້ແກ່ການແລກປ່ຽນວັດທະນະທຳ, ເພີ່ມທະວີຄວາມເຂົ້າໃຈ ແລະ ການເຊື່ອມຕໍ່ລະຫວ່າງບັນດາປະເທດ.
![]() |
| ພະສົງປະຕິບັດພິທີຫົດນ້ຳເພື່ອອະທິຖານຄວາມສະຫງົບສຸກ ແລະ ອວຍພອນໃຫ້ແກ່ທຸກຄົນໃນງານບຸນ. |
ພາຍໃນຂອບເຂດຂອງງານບຸນ, ມີຫຼາຍພິທີກຳພື້ນເມືອງທີ່ເປັນເອກະລັກສະເພາະທີ່ໄດ້ຈັດຂຶ້ນ, ເຊັ່ນ: ການຈູດທ່ຽນເພື່ອຄວາມສະຫງົບສຸກ, ການສົງພະພຸດທະເຈົ້າ, ພິທີມັດແຂນ, ແລະ ການຫົດນໍ້າເພື່ອຂໍພອນ - ເຊິ່ງເປັນພິທີສັນຍະລັກຂອງປີໃໝ່ພື້ນເມືອງ Chol Chhnam Thmey ໃນປະເທດ ກຳປູເຈຍ, ບຸນປີໃໝ່ໃນ ລາວ, ແລະ ບຸນສົງການໃນປະເທດ ໄທ. ບັນດາພິທີກຳເຫຼົ່ານີ້ມີຄວາມໝາຍທາງດ້ານຈິດໃຈຢ່າງເລິກເຊິ່ງ, ສະແດງຄວາມປາດຖະໜາໃຫ້ມີປີໃໝ່ທີ່ສະຫງົບສຸກ ແລະ ໂຊກດີ, ພ້ອມທັງສ່ອງແສງໃຫ້ເຫັນເຖິງຄວາມຄ້າຍຄືກັນໃນຊີວິດດ້ານວັດທະນະທຳ ແລະ ສາສະໜາຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.
ໃນໂອກາດອວຍພອນໃຫ້ແກ່ຜູ້ແທນທີ່ເຂົ້າຮ່ວມງານບຸນ, ພະມະຫາອາຈານ ທິກທ້ຽນເຕີມ, ຮອງປະທານສະພາບໍລິຫານ, ຮອງຫົວໜ້າຄະນະກຳມະການວຽກງານພຸດທະສາສະໜາສາກົນ ຂອງຄະນະກຳມະການສູນກາງສະມາຄົມພຸດທະສາສະໜາຫວຽດນາມ, ຫົວໜ້າຄະນະກຳມະການວຽກງານພຸດທະສາສະໜາສາກົນ ຂອງສະມາຄົມພຸດທະສາສະໜາ ຫວຽດນາມ ປະຈຳນະຄອນ ໂຮ່ຈິມິນ, ໄດ້ເນັ້ນໜັກເຖິງຄຸນຄ່າຂອງຈິດໃຈແຫ່ງຄວາມສາມັກຄີ ແລະ ຄວາມກົມກຽວອັນຍິ່ງໃຫຍ່ລະຫວ່າງບັນດາເຜົ່າ ແລະ ບັນດາປະເທດ - ເຊິ່ງເປັນປັດໃຈພື້ນຖານທີ່ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ.
ໃນນາມກົງສຸນໃຫຍ່ຂອງບັນດາປະເທດທີ່ເຂົ້າຮ່ວມ, ທ່ານ ພອນສີ ບຸນມີໄຊ ໄດ້ສະແດງຄວາມຍິນດີທີ່ໄດ້ເຂົ້າຮ່ວມງານບຸນດັ່ງກ່າວ ແລະ ພ້ອມທັງສະແດງຄຳຂອບໃຈລັດຖະບານ ແລະ ປະຊາຊົນນະຄອນ ໂຮ່ຈິມິນ ທີ່ໄດ້ເອົາໃຈໃສ່ ແລະ ສ້າງເງື່ອນໄຂໃນການຊ່ວຍເຫຼືອຊຸມຊົນ ລາວ, ກຳປູເຈຍ ແລະ ໄທ ອະນຸລັກ ແລະ ສົ່ງເສີມເອກະລັກວັດທະນະທຳພື້ນເມືອງຂອງຕົນ. ຕາມທ່ານແລ້ວ ການຈັດງານບຸນດັ່ງກ່າວປະກອບສ່ວນເຮັດໃຫ້ປະຊາຊົນຂອງບັນດາປະເທດເຫຼົ່ານີ້ໃກ້ຊິດກັນຫຼາຍຂຶ້ນ, ເພີ່ມທະວີຄວາມສາມັກຄີ ແລະ ມຸ່ງໄປເຖິງເປົ້າໝາຍການພັດທະນາຮ່ວມກັນ.
ເນື່ອງໃນໂອກາດນີ້, ຄະນະກຳມະການຈັດງານໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາ ລາວ ແລະ ກຳປູເຈຍ ທີ່ຮຽນຢູ່ນະຄອນ ໂຮ່ຈິມິນ, ເຊິ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ການສະໜັບສະໜູນຕົວຈິງຕໍ່ລຸ້ນໜຸ່ມ - ເປັນຂົວຕໍ່ທີ່ສຳຄັນໃນການສົ່ງເສີມສາຍພົວພັນມິດຕະພາບລະຫວ່າງບັນດາປະເທດ.
![]() |
| ມອບທຶນການສຶກສາໃຫ້ແກ່ນັກສຶກສາ ລາວ ແລະ ກຳປູເຈຍ ທີ່ຮຽນຢູ່ນະຄອນ ໂຮ່ຈິມິນ. |
ງານບຸນໄດ້ດຳເນີນໄປໃນບັນຍາກາດທີ່ມ່ວນຊື່ນ ແລະ ອົບອຸ່ນ ດ້ວຍການເຂົ້າຮ່ວມຢ່າງກະຕືລືລົ້ນຂອງປະຊາຄົມໂລກ ແລະ ປະຊາຊົນນະຄອນ, ດັ່ງນັ້ນຈຶ່ງຢືນຢັນຕື່ມອີກເຖິງບົດບາດຂອງນະຄອນ ໂຮ່ຈິມິນ ໃນຖານະເປັນຈຸດໝາຍປາຍທາງແຫ່ງການພົບປະແລກປ່ຽນວັດທະນະທຳ, ທັງເປັນຂົວຕໍ່ທີ່ສຳຄັນໃນການທູດປະຊາຊົນຂອງ ຫວຽດນາມ.
ສືບຕໍ່ກິດຈະກຳຕ່າງໆ, ໃນວັນທີ 12 ເມສາ, ສະຫະພັນອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈິມິນ ໄດ້ຈັດງານມະຫະກຳກິລາປີໃໝ່ພື້ນເມືອງ ກຳປູເຈຍ - ລາວ ປະຈຳປີ 2026 ສຳລັບນັກຮຽນ ແລະ ຊຸມຊົນຈາກທັງສອງປະເທດທີ່ອາໄສ, ຮ່ຳຮຽນ ແລະ ເຮັດວຽກຢູ່ໃນເມືອງ. ງານບຸນດັ່ງກ່າວລວມມີກິລາເຊັ່ນ: ບານເຕະ, ດອກປິກໄກ່, ໝາກຮຸກພື້ນເມືອງ, ພ້ອມກັບບັນດາກິດຈະກຳພົບປະແລກປ່ຽນສີລະປະ ແລະ ອາຫານພື້ນເມືອງ, ປະກອບສ່ວນເຂົ້າໃນການເຜີຍແຜ່ນ້ຳໃຈສາມັກຄີ ແລະ ມິດຕະພາບລະຫວ່າງປະຊາຊົນໃນພາກພື້ນ.
| ຮັດແໜ້ນນ້ຳໃຈມິດຕະພາບໂດຍຜ່ານການພົບປະແລກປ່ຽນຊາວໜຸ່ມຫວຽດນາມ ແລະ ລາວ ແລະ ກຳປູເຈຍ ຍສໝ - ໃນວັນທີ 8 ເມສາ, ຄະນະກໍາມະການປະຊາຊົນແຂວງ ດົ່ງນາຍ ໄດ້ຈັດຕັ້ງການໂຮມຊຸມນຸມສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ (ລາວ) ແລະ Chol Chnam Thmay (ກຳປູເຈຍ), ແລະ ງານບຸນວັດທະນະທໍາມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ໃຫ້ແກ່ນັກສຶກສາ ລາວ ແລະ ກຳປູເຈຍ ... |
| ປະກອບສ່ວນເຂົ້າໃນການປັບປຸງ ແລະ ຍົກລະດັບສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ, ລາວ, ແລະ ກຳປູເຈຍ. ຍສໝ - ກ່ອນການຢ້ຽມຢາມຢ່າງເປັນທາງການຂອງສະຫາຍ ເຈິ່ນເກີມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາທິການ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງຫວຽດນາມ, ທ່ານ ຫງວຽນແມັງເກື່ອງ, ກຳມະການສູນກາງພັກ, ຮອງເລຂາຜູ້ປະຈຳຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດກ່ຽວກັບຄວາມໝາຍ, ຈຸດປະສົງ, ແລະ ຄວາມສຳຄັນຂອງການຢ້ຽມຢາມດັ່ງກ່າວ. |


