14:39 | 12/04/2026

ໂຄສະນາພາບພົດຂອງຫວຽດນາມ ທີ່ງານຕະຫຼາດນັດການທ່ອງທ່ຽວສາກົນທີ່ໃຫຍ່ທີ່ສຸດຂອງ ປາກິດສະຖານ

ຜູ້ອຳນວຍການໃຫຍ່ WTO ຊົມເຊີຍການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ.
ການເຊື່ອມຕໍ່ການຄ້າ ລະຫວ່າງ ວິສາຫະກິດທ່ອງທ່ຽວ ຫວຽດນາມ ແລະ ສາກົນ

ຕາມຂ່າວຈາກສະຖານທູດ ຫວຽດນາມ ປະຈຳ ປາກິດສະຖານ ໃຫ້ຮູ້ວ່າ ງານຕະຫຼາດນັດທ່ອງທ່ຽວ ປາກີສະຖານ 2026 ແມ່ນງານຕະຫຼາດນັດທ່ອງທ່ຽວໃຫຍ່ກວ່າໝູ່ຂອງປີ, ໂດຍມີວິສາຫະກິດປາກີສະຖານ, ບໍລິສັດທ່ອງທ່ຽວສາກົນ ແລະສະຖານທູດໃນຂອບເຂດປະມານ 250 ອົງການເຂົ້າຮ່ວມ. ງານຕະຫຼາດນັດປີນີ້ມີຫົວຂໍ້ວ່າ "ສ້າງອະນາຄົດການທ່ອງທ່ຽວ: ນະວັດຕະກຳ, ຄວາມຍືນຍົງ ແລະ ການເຊື່ອມຕໍ່ທົ່ວໂລກ".

ໂຄສະນາພາບພົດຂອງຫວຽດນາມ ທີ່ງານຕະຫຼາດນັດການທ່ອງທ່ຽວສາກົນທີ່ໃຫຍ່ທີ່ສຸດຂອງ ປາກິດສະຖານ
ພື້ນທີ່ຮ້ານຂອງ ຫວຽດນາມ ທີ່ງານວາງສະແດງ

ໃນການເຄື່ອນໄຫວເປັນເວລາ 2 ວັນ, ພະນັກງານສະຖານທູດພ້ອມກັບບັນດາອົງການ ປາກິສຖານ ທີ່ສົ່ງເສີມການທ່ອງທ່ຽວ ຫວຽດນາມ ໄດ້ຕ້ອນຮັບ ແລະ ແນະນຳບັນດານັກທ່ອງທ່ຽວ ແລະ ວິສາຫະກິດ ປາກິສຖານ ກ່ຽວກັບ 3 ກຸ່ມຜະລິດຕະພັນທ່ອງທ່ຽວຕົ້ນຕໍຄື: ມໍລະດົກ ແລະ ວັດທະນະທຳ (ອ່າວຮ່າລ້ອງ, ໂຮ້ຍອານ, ເຫ້ວ, ໝີເຊີນ...); ທະເລເກາະ ແລະ ຜົກຜ່ອນບຳລຸງສຸຂະພາບ (ຝູກ໋ວກ, ດານັງ, ຍາຈ່າງ); ການທ່ອງທ່ຽວ MICE ແລະ ການລົງທຶນຢູ່ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ.

ໂຄສະນາພາບພົດຂອງຫວຽດນາມ ທີ່ງານຕະຫຼາດນັດການທ່ອງທ່ຽວສາກົນທີ່ໃຫຍ່ທີ່ສຸດຂອງ ປາກິດສະຖານ
ແຂກທ່ອງທ່ຽວມາຢ້ຽມຢາມພື້ນທີ່ຮ້ານຂອງ ຫວຽດນາມ

ນອກຈາກຮ້ານວາງສະແດງແລ້ວ, ສະຖານທູດໄດ້ຈັດຕັ້ງການພົບປະສອງຝ່າຍເປັນຈຳນວນຫຼວງຫຼາຍກັບຜູ້ຕາງໜ້າບັນດາບໍລິສັດທ່ອງທ່ຽວ, ບໍລິສັດການບິນ, ກຸ່ມໂຮງແຮມ ແລະ ນັກລົງທຶນຂອງ ປາກີສະຖານ, ມຸ່ງໄປເຖິງການສ້າງສາຍພົວພັນຄູ່ຮ່ວມມືໃນໄລຍະຍາວ ແລະ ລົງນາມບັນດາບົດບັນທຶກຊ່ວຍຈຳ (MOU).

ໃນການເຄື່ອນໄຫວເປັນເວລາ 2 ວັນ, ພະນັກງານສະຖານທູດພ້ອມກັບບັນດາອົງການ ປາກິສຖານ ທີ່ສົ່ງເສີມການທ່ອງທ່ຽວ ຫວຽດນາມ ໄດ້ຕ້ອນຮັບ ແລະ ແນະນຳບັນດານັກທ່ອງທ່ຽວ ແລະ ວິສາຫະກິດ ປາກິສຖານ ກ່ຽວກັບ 3 ກຸ່ມຜະລິດຕະພັນທ່ອງທ່ຽວຕົ້ນຕໍຄື: ມໍລະດົກ ແລະ ວັດທະນະທຳ (ອ່າວຮ່າລ້ອງ, ໂຮ້ຍອານ, ເຫ້ວ, ໝີເຊີນ...); ທະເລເກາະ ແລະ ຜົກຜ່ອນບຳລຸງສຸຂະພາບ (ຝູກ໋ວກ, ດານັງ, ຍາຈ່າງ); ການທ່ອງທ່ຽວ MICE ແລະ ການລົງທຶນຢູ່ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ. -ແຂກທ່ອງທ່ຽວມາຢ້ຽມຢາມພື້ນທີ່ຮ້ານຂອງ ຫວຽດນາມ.- ນອກຈາກຮ້ານວາງສະແດງແລ້ວ, ສະຖານທູດໄດ້ຈັດຕັ້ງການພົບປະສອງຝ່າຍເປັນຈຳນວນຫຼວງຫຼາຍກັບຜູ້ຕາງໜ້າບັນດາບໍລິສັດທ່ອງທ່ຽວ, ບໍລິສັດການບິນ, ກຸ່ມໂຮງແຮມ ແລະ ນັກລົງທຶນຂອງ ປາກີສະຖານ, ມຸ່ງໄປເຖິງການສ້າງສາຍພົວພັນຄູ່ຮ່ວມມືໃນໄລຍະຍາວ ແລະ ລົງນາມບັນດາບົດບັນທຶກຊ່ວຍຈຳ (MOU).

ຜູ້ຕາງໜ້າຈາກສະຖານທູດຍັງໄດ້ເຂົ້າຮ່ວມກອງປະຊຸມນະໂຍບາຍສາກົນດ້ວຍຫົວຂໍ້ວ່າ: “ການອຳນວຍຄວາມສະດວກດ້ານວີຊາ, ລະບຽບການດ້ານຄວາມປອດໄພ ແລະ ໃບອະນຸຍາດເດີນທາງ: ການລົບລ້າງສິ່ງກີດຂວາງໃຫ້ແກ່ການເຕີບໂຕດ້ານການທ່ອງທ່ຽວ”.

ຢູ່ທີ່ນີ້, ຫວຽດນາມ ໄດ້ແບ່ງປັນປະສົບການທີ່ແທດຈິງກ່ຽວກັບນະໂຍບາຍເປີດກ້ວາງວີຊາ ແລະ ວິທີແກ້ໄຂເພື່ອອຳນວຍຄວາມສະດວກໃຫ້ແກ່ການເດີນທາງຢູ່ພາກພື້ນ ອາຊຽນ; ນະໂຍບາຍ ວິຊາເອເລັກໂຕນິກຂອງ ຫວຽດນາມ ໄດ້ຮັບຄວາມເອົາໃຈໃສ່ຈາກບັນດາຄູ່ຮ່ວມມື ປາກິດສະຖານ. ບັນດາບໍລິສັດ ແລະ ບັນດາວິສາຫະກິດທີ່ເຂົ້າຮ່ວມກອງປະຊຸມໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນ ແລະ ຄວາມດຶງດູດຂອງສະພາບແວດລ້ອມການທ່ອງທ່ຽວຂອງ ຫວຽດນາມ.

ໂຄສະນາພາບພົດຂອງຫວຽດນາມ ທີ່ງານຕະຫຼາດນັດການທ່ອງທ່ຽວສາກົນທີ່ໃຫຍ່ທີ່ສຸດຂອງ ປາກິດສະຖານ
ບໍລິການໃຫ້ຄຳປຶກສາກ່ຽວກັບການເຊື່ອມຕໍ່ການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ປາກິດສະຖານ

ຫຼາຍບໍລິສັດ, ວິສາຫະກິດທ່ອງທ່ຽວ ປາກີສະຖານ ສະເໜີໃຫ້ ຫວຽດນາມ ມີ​ນະ​ໂຍ​ບາຍ​ທີ່​ຈະ​ໃຫ້​ວີ​ຊາ​ທີ່​ສະ​ດວກ ​ແລະ​ ການ​ຢູ່​ທີ່​ຍາວ​ກວ່າ​ສໍາ​ລັບ​ພົນ​ລະ​ເມືອງ​ ປາ​ກິ​ດສະ​ຖານ; ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ສ້າງ​ຖ້ຽວ​ບິນ​ໂດຍ​ກົງ​ໃນ​ເບື້ອງ​ຕົ້ນ ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຄ້າ, ການ​ເຊື່ອມ​ຕໍ່​ການ​ຂົນ​ສົ່ງ ແລະ ນັກທ່ອງ​ທ່ຽວ; ​​ຄົ້ນຄວ້າ​ຄວາມ​ເປັນ​ໄປ​ໄດ້​ຂອງ​ສອງ​ປະ​ເທດ​ທີ່​ຈະ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ສອງ​ຝ່າຍ​ໃນ​ໄວໆ​ນີ້.

ຍູ້ແຮງການໂຄສະນາ ແລະ ພັດທະນາການທ່ອງທ່ຽວເຂດເຂດທົ່ງພຽງແມ່ນ້ຳຂອງ ຍູ້ແຮງການໂຄສະນາ ແລະ ພັດທະນາການທ່ອງທ່ຽວເຂດເຂດທົ່ງພຽງແມ່ນ້ຳຂອງ

ຍສໝ - ໃນວັນທີ 10 ເມສາ ນີ້, ໃນຂອບເຂດງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ ປີ 2026 (VITM 2026), ສະມາຄົມການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ສົມທົບກັບ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງຫວີງລອງ ຈັດກອງປະຊຸມຊຸກຍູ້ ແລະ ໂຄສະນາການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ.

“ເຊື່ອມໂຍງມໍລະດົກ, ແຜ່ຂະຫຍາຍເອກະລັກ” – ສ້າງຜະລິດຕະພັນການທ່ອງທ່ຽວແບບເຊື່ອມໂຍງລະຫວ່າງພາກສ່ວນ “ເຊື່ອມໂຍງມໍລະດົກ, ແຜ່ຂະຫຍາຍເອກະລັກ” – ສ້າງຜະລິດຕະພັນການທ່ອງທ່ຽວແບບເຊື່ອມໂຍງລະຫວ່າງພາກສ່ວນ

ຍສໝ - ຮຶງອຽນ – ນິງບິ່ງ – ກ່າເມົາ ແມ່ນບັນດາແຂວງທີ່ມີທ່າແຮງ ແລະ ຂໍ້ໄດ້ປຽບທີ່ອຸດົມສົມບູນ ທາງດ້ານຊັບພະຍາກອນການທ່ອງທ່ຽວ ດ້ວຍປູຊະນີຍະສະຖານທາງດ້ານປະຫວັດສາດ – ວັດທະນະທຳ ແລະ ສະຖານທີ່ທ່ອງທ່ຽວທຳມະຊາດທີ່ມີຊື່ສຽງຫຼາຍແຫ່ງ. ສະຖານທີ່ເຫຼົ່ານີ້ ແມ່ນບ່ອນລວມຕົວຂອງຫຼາຍຮູບແບບການທ່ອງທ່ຽວທີ່ດຶງດູດໃຈ ເຊັ່ນ: ການທ່ອງທ່ຽວທາງດ້ານວັດທະນະທຳ – ປະຫວັດສາດ, ການທ່ອງທ່ຽວທາງດ້ານຈິດວິນຍານ, ການທ່ອງທ່ຽວແບບອະນຸລັກທຳມະຊາດ, ການທ່ອງທ່ຽວແບບທົດລອງ ...

Link: https://huunghivietlao.thoidai.com.vn/detail-article-21819.html

In bài biết