ເພື່ອນມິດສາກົນ ແລະ ຊາວຫວຽດນາມອາໄສຢູ່ຕ່າງປະເທດ: ເຊື່ອໝັ້ນຕໍ່ໄລຍະແຫ່ງການພັດທະນາໃໝ່ຂອງຫວຽດນາມ
| ເພີ່ມທະວີຂໍ້ພິສູດໃຫ້ແກ່ການຮ່ວມສຳພັນຍຸດທະສາດ ຫວຽດນາມ-ລາວ ໃຫ້ເລິກເຊິ່ງກວ່າເກົ່າ | |
| ້ເຊື່ອມໂຍງສາຍພົວພັນຫວຽດນາມ-ລາວຜ່ານງານບຸນປີໃໝ່ກັບເພື່ອນມິດລາວທີ່ຮ່າໂນ້ຍ |
ໃນການສົນທະນາກັບນັກຂ່າວສຳນັກຂ່າວສານຫວຽດນາມ, ທ່ານນາງ Rachel Nguyen Isenschmid, ເລຂາໃຫຍ່ ເວທີປາໄສເສດຖະກິດ ສະວິດ-ຫວຽດນາມ (SVEF), ໄດ້ຕີລາຄາວ່າ ນີ້ແມ່ນບາດກ້າວຫັນປ່ຽນທີ່ສຳຄັນ, ທັງຮັບປະກັນຄວາມຕໍ່ເນື່ອງໃນການນຳພາ, ທັງເປີດໂອກາດໃຫ້ແກ່ການຊຸກຍູ້ການປະຕິຮູບ ແລະ ການຮ່ວມມື ໃນທ່າມກາງການເຊື່ອມໂຍງຢ່າງກວ້າງຂວາງ ແລະ ເລິກເຊິ່ງ. ຕາມທ່ານນາງແລ້ວ, ດ້ວຍທິດທາງທີ່ມີສະຖຽນລະພາບ, ຄວາມໂປ່ງໃສ ແລະ ການປະຕິຮູບ, ຫວຽດນາມ ພວມຢືນຢູ່ຕໍ່ໜ້າໂອກາດໃນການຍົກສູງບົດບາດຂອງຕົນ ໃນແຜນທີ່ເສດຖະກິດໂລກ.
![]() |
| ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ 16. (ຮູບພາບ: ສະພາແຫ່ງຊາດ) |
ຕົວແທນຈາກ SVEF ເຊື່ອໝັ້ນວ່າ ດ້ວຍຄະນະຜູ້ນຳຊຸດໃໝ່, ຫວຽດນາມ ຈະສືບຕໍ່ຊຸກຍູ້ບັນດາຂອບເຂດການຮ່ວມມືສາກົນ, ໃນນັ້ນມີການພົວພັນຍຸດທະສາດກັບບັນດາຄູ່ຮ່ວມມືຄື ສະວິດ, ເພື່ອແນໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ກະແສທຶນ, ຄວາມຮູ້ ແລະ ເຕັກໂນໂລຊີ ໄດ້ມີການໝູນວຽນຢ່າງມີປະສິດທິຜົນ.
ທ່ານນາງ Rachel Nguyen Isenschmid ເນັ້ນໜັກວ່າ ນີ້ບໍ່ພຽງແຕ່ແມ່ນໄລຍະເວລາເພື່ອໃຫ້ສອງປະເທດທົບທວນຄືນເສັ້ນທາງແຫ່ງການຮ່ວມມືທີ່ຜ່ານມາເທົ່ານັ້ນ ແຕ່ຍັງແມ່ນເພື່ອການກຳນົດບັນດາບາດກ້າວຍຸດທະສາດໃຫ້ແກ່ອະນາຄົດ, ໃນນັ້ນສາມາດສຸມໃສ່ 3 ທິດທາງຕົ້ນຕໍ.
ທີໜຶ່ງ, ເພີ່ມທະວີການສົນທະນາດ້ານນະໂຍບາຍ ແລະ ປັບປຸງຂອບເຂດນິຕິກຳໃຫ້ສົມບູນ, ໂດຍສະເພາະແມ່ນໃນຂົງເຂດຕ່າງໆຄື: ການເງິນ, ການລົງທຶນ, ນະວັດຕະກຳ ແລະ ການພັດທະນາຢ່າງຍືນຍົງ. ການຊຸກຍູ້ບັນດາສັນຍາການຄ້າ ແລະ ການຮ່ວມມືສອງຝ່າຍ ຈະມີບົດບາດສຳຄັນໃນການສ້າງພື້ນຖານໄລຍະຍາວ.
ທີສອງ, ຊຸກຍູ້ການເຊື່ອມຕໍ່ລະຫວ່າງວິສາຫະກິດ ແລະ ລະບົບນິເວດນະວັດຕະກຳ, ໂດຍຜ່ານບັນດາເວທີປາໄສຄື SVEF, ບັນດາແຜນງານສົ່ງເສີມການຄ້າ, ແລະ ການຮ່ວມມືລະຫວ່າງບັນດາສູນກາງການເງິນ, ເຕັກໂນໂລຊີຂອງສອງປະເທດ. ນີ້ແມ່ນຂົວຕໍ່ທີ່ແທດຕົວຈິງ ເພື່ອຊ່ວຍໃຫ້ວິສາຫະກິດສອງຝ່າຍເຂົ້າໃຈແຈ້ງກວ່າເກົ່າກ່ຽວກັບຕະຫຼາດ, ຄວາມຕ້ອງການ ແລະ ໂອກາດໃນການຮ່ວມມື.
ທີສາມ, ລົງທຶນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ແລະ ການແລກປ່ຽນດ້ານການສຶກສາ, ເພາະວ່າປັດໄຈມະນຸດແມ່ນແກນກາງໃນທຸກສາຍພົວພັນທີ່ຍືນຍົງ. ບັນດາແຜນງານການຮ່ວມມືລະຫວ່າງມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດ ຈະປະກອບສ່ວນເຂົ້າໃນການສ້າງພື້ນຖານການຮ່ວມມືໄລຍະຍາວ.
ທ່ານນາງ Rachel Nguyen Isenschmid ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງພາກລັດ ແລະ ພາກເອກະຊົນ, ກໍ່ຄືການຮ່ວມເດີນທາງຂອງບັນດາອົງການຈັດຕັ້ງຄື SVEF, ສາຍພົວພັນ ຫວຽດນາມ-ສະວິດ ຈະສືບຕໍ່ຂະຫຍາຍຕົວຢ່າງກວ້າງຂວາງ, ແທດຕົວຈິງ ແລະ ນຳເອົາຄຸນຄ່າໄລຍະຍາວມາໃຫ້ແກ່ທັງສອງປະເທດ.
![]() |
| ທ່ານນາງ Rachel Nguyen Isenschmid, ເລຂາໃຫຍ່ເວທີປາໄສເສດຖະກິດ ສະວິດ - ຫວຽດນາມ (SVEF) ໃນການເຮັດວຽກ ຢູ່ແຂວງ ວິງລອງ, ເດືອນກໍລະກົດ ປີ 2025. (ພາບ: VNA) |
ທ່ານນາງ Ramla Khalidi, ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ (UNDP) ປະຈຳຫວຽດນາມ ຖືວ່າ: ບັນດາຄາດໝາຍທີ່ຫວຽດນາມວາງອອກສຳລັບໄລຍະແຫ່ງການພັດທະນາໃໝ່ ແມ່ນສອດຄ່ອງກັບທ່າອ່ຽງການພັດທະນາຢ່າງຍືນຍົງຂອງໂລກ. ຕາມທ່ານນາງແລ້ວ, ຫວຽດນາມ ພວມປະຕິບັດວິໄສທັດໄລຍະຍາວຢ່າງຈະແຈ້ງຄື: ກາຍເປັນປະເທດທີ່ມີລາຍຮັບປານກາງສູງ ໃນປີ 2030 ແລະ ກ້າວໄປສູ່ການມີລາຍຮັບສູງ ໃນປີ 2045. ຫວຽດນາມ ໄດ້ຫັນບັນດາຄາດໝາຍນີ້ໃຫ້ເປັນຮູບປະທຳເທື່ອລະກ້າວ ຜ່ານບັນດານະໂຍບາຍ ແລະ ການປະຕິຮູບໃນຫຼາຍຂົງເຂດ, ນັບແຕ່ ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ, ສາທາລະນະສຸກ ຈົນເຖິງການປັບປຸງກົງຈັກ ແລະ ການເຊື່ອມໂຍງສາກົນ.
ຕາມຜູ້ຕາງໜ້າ UNDP ແລ້ວ, ຈຸດທີ່ໜ້າສົນໃຈບໍ່ພຽງແຕ່ຢູ່ທີ່ຄາດໝາຍການເຕີບໂຕ ຫຼື ການປະຕິຮູບເທົ່ານັ້ນ, ແຕ່ຍັງແມ່ນວິທີການເຂົ້າເຖິງການພັດທະນາຂອງຫວຽດນາມ - ເຊິ່ງເອົາຄົນເປັນສູນກາງ.
"ຈຸດໜຶ່ງທີ່ພວກເຮົາເຫັນວ່າໜ້າສົນໃຈທີ່ສຸດແມ່ນ ໃນບັນດາບົດປາໄສເຂົ້າຮັບຕຳແໜ່ງຂອງບັນດາຜູ້ນຳຫວຽດນາມ, ມີຂໍ້ຄວາມໜຶ່ງທີ່ໄດ້ຮັບການເນັ້ນໜັກຢ່າງສະເໝີຕົ້ນສະເໝີປາຍ ຄື: ຈຸດປະສົງສຸດທ້າຍຂອງທຸກຄວາມພະຍາຍາມພັດທະນາ ກໍ່ແມ່ນເພື່ອມະນຸດ. ປະຊາຊົນຕ້ອງແມ່ນສູນກາງ ແລະ ແມ່ນຜູ້ທີ່ໄດ້ຮັບຜົນປະໂຫຍດຈາກໝາກຜົນແຫ່ງການພັດທະນາ", ທ່ານນາງ ຣາມລາ ຄາລິດີ ກ່າວ.
ທ່ານ Ito Naoki, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ ກໍ່ໄດ້ສະແດງຄວາມເຊື່ອໝັ້ນຕໍ່ແນວໂນ້ມການປະຕິຮູບ ແລະ ການເຕີບໂຕຂອງຫວຽດນາມ. ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ຍີ່ປຸ່ນ ຈະສືບຕໍ່ສະໜັບສະໜູນຂະບວນວິວັດແຫ່ງການປະຕິຮູບ, ພ້ອມທັງເຊື່ອໝັ້ນວ່າ ຄະນະຜູ້ນຳຊຸດໃໝ່ຈະຊຸກຍູ້ການປະຕິຮູບໃຫ້ໄວຂຶ້ນ ເພື່ອບັນລຸຄາດໝາຍການເຕີບໂຕສູງ ແລະ ບັນດາຂີດໝາຍການພັດທະນາໄລຍະຍາວ. ການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ສືບຕໍ່ໄດ້ຮັບການຮັດແໜ້ນ, ໃນນັ້ນພົ້ນເດັ່ນແມ່ນບັນດາແຜນງານໜູນຊ່ວຍການພັດທະນາ ທີ່ສຸມໃສ່ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ ແລະ ບັນດາຂົງເຂດເຕັກໂນໂລຊີຍຸດທະສາດ.
ໃນຂະນະດຽວກັນ, ທ່ານນາງ Gillian Bird, ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳຫວຽດນາມ ຕີລາຄາວ່າ ການປັບປຸງບູລະນະກົງຈັກການນຳ ໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຢ່າງແຮງກ້າຕໍ່ອະນາຄົດແຫ່ງການພັດທະນາຂອງຫວຽດນາມ. ທ່ານນາງ ໄດ້ເນັ້ນໜັກເຖິງບັນດາຜົນສຳເລັດດ້ານເສດຖະກິດ - ສັງຄົມ ທີ່ໜ້າປະທັບໃຈໃນໄລຍະຜ່ານມາ, ພ້ອມທັງຢືນຢັນວ່າ ອົດສະຕຣາລີ ຈະສືບຕໍ່ຮ່ວມເດີນທາງກັບຫວຽດນາມ ບົນພື້ນຖານສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ, ໂດຍສະເພາະແມ່ນໃນການຊຸກຍູ້ການເຊື່ອມໂຍງ ແລະ ຮັກສາວິທີການເຂົ້າເຖິງແບບເປີດກວ້າງ.
ບັນດາຄຳເຫັນຍັງໄດ້ຈົດຈຳບົດບາດທີ່ນັບມື້ນັບເປັນເຈົ້າການຂອງຫວຽດນາມ ໃນເວທີສາກົນ, ເຊິ່ງສະແດງອອກໂດຍຜ່ານການເຂົ້າຮ່ວມຢ່າງຕັ້ງໜ້າໃນບັນດາກົນໄກຫຼາຍຝ່າຍ ແລະ ການປະກອບສ່ວນເຂົ້າໃນບັນດາບັນຫາທົ່ວໂລກ. ສິ່ງດັ່ງກ່າວໄດ້ປະກອບສ່ວນຮັດແໜ້ນພາບພົດຂອງປະເທດຊາດທີ່ມີຄວາມຂະຫຍັນຂັນເຄື່ອນ, ມີຄວາມຮັບຜິດຊອບ ແລະ ຍົກສູງຄວາມເຊື່ອໝັ້ນຂອງບັນດາຄູ່ຮ່ວມມື.
ໜັງສືພິມ ໂລກ ແລະ ຫວຽດນາມ ໄດ້ຄັດຄຳເວົ້າຂອງ ທ່ານ ຟ້າມແຄ້ງນາມ, ບັນນາທິການໃຫຍ່ ວາລະສານ ເຮືອງຫວຽດ ຢູ່ ສປ ເຢຍລະມັນ ທີ່ຖືວ່າ: ການປັບປຸງບູລະນະກົງຈັກການນຳ ໄດ້ສົ່ງຂໍ້ຄວາມຢ່າງຈະແຈ້ງກ່ຽວກັບສະຖຽນລະພາບ ແລະ ຄວາມສະເໝີຕົ້ນສະເໝີປາຍໃນແນວທາງການພັດທະນາ, ເຊິ່ງມີຄວາມສຳຄັນເປັນພິເສດໃນທ່າມກາງສະພາບການໂລກທີ່ມີການຜັນແປຢ່າງຫຼວງຫຼາຍ. ຕາມທ່ານແລ້ວ, ນີ້ແມ່ນພື້ນຖານເພື່ອຮັດແໜ້ນຄວາມເຊື່ອໝັ້ນຂອງປະຊາຊົນ ແລະ ຊຸມຊົນສາກົນ.
ທ່ານ ກໍ່ໄດ້ເນັ້ນໜັກເຖິງຄວາມຕ້ອງການທີ່ຈະສືບຕໍ່ປ່ຽນແປງໃໝ່ຮູບແບບການເຕີບໂຕ, ປັບປຸງສະຖາບັນເສດຖະກິດຕະຫຼາດໃຫ້ສົມບູນ, ຊຸກຍູ້ການຫັນເປັນດີຈີຕອນ ແລະ ນະວັດຕະກຳ ເພື່ອຍົກສູງຄຸນນະພາບ, ປະສິດທິຜົນ ແລະ ສະມັດຖະພາບການແຂ່ງຂັນຂອງພື້ນຖານເສດຖະກິດ. ພ້ອມດຽວກັນນັ້ນ, ຕ້ອງເສີມຂະຫຍາຍແຫຼ່ງພະລັງຂອງຄົນຫວຽດນາມຢູ່ຕ່າງປະເທດ ເພື່ອເປັນຂົວຕໍ່ທີ່ສຳຄັນໃນການຮ່ວມມືສາກົນ, ໂດຍສະເພາະແມ່ນຢູ່ ເອີຣົບ.
ກ່ຽວຂ້ອງກັບສາຍພົວພັນກັບ ສະຫະພາບ ເອີຣົບ (EU), ທ່ານ ຕີລາຄາວ່າ ຫວຽດນາມ ພວມມີໂອກາດຫຼາຍຢ່າງ ເມື່ອບັນດາຄູ່ຮ່ວມມືຊຸກຍູ້ການຫັນເປັນຫຼາຍຮູບຫຼາຍແບບຂອງຕ່ອງໂສ້ອຸປະທານ, ແຕ່ກໍ່ຕ້ອງຕອບສະໜອງໃຫ້ດີກວ່າເກົ່າຕໍ່ກັບບັນດາມາດຕະຖານສູງທາງດ້ານສິ່ງແວດລ້ອມ, ແຮງງານ ແລະ ການບໍລິຫານ ເພື່ອຍາດແຍກຜົນປະໂຫຍດຈາກບັນດາສັນຍາການຄ້າເສລີຢ່າງມີປະສິດທິຜົນ.
ຊຸມຊົນຄົນຫວຽດນາມຢູ່ຕ່າງປະເທດ ກໍ່ໄດ້ສະແດງຄວາມເຊື່ອໝັ້ນ ແລະ ຄວາມມຸ່ງຫວັງ. ອົງການແລກປ່ຽນສາກົນ ຫວຽດນາມ-ຍີ່ປຸ່ນ (FAVIJA) ໄດ້ສົ່ງຈົດໝາຍອວຍພອນມາຍັງບັນດາຜູ້ນຳຂັ້ນສູງຂອງຫວຽດນາມ, ໂດຍຢືນຢັນວ່າ ການປັບປຸງບູລະນະກົງຈັກການນຳ ແມ່ນຂໍ້ພິສູດໃຫ້ແກ່ຄວາມເຊື່ອໝັ້ນຂອງພັກ, ສະພາແຫ່ງຊາດ ແລະ ປະຊາຊົນ, ພ້ອມທັງຫວັງວ່ານີ້ຈະແມ່ນກຳລັງດັນນຳພາປະເທດຊາດສືບຕໍ່ພັດທະນາຢ່າງຍືນຍົງ ແລະ ຍົກສູງບົດບາດສາກົນ.
FAVIJA ໃຫ້ຮູ້ວ່າ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່, ຊຸກຍູ້ການແລກປ່ຽນລະຫວ່າງປະຊາຊົນ, ໜູນຊ່ວຍຊຸມຊົນຄົນຫວຽດນາມຢູ່ຍີ່ປຸ່ນ ແລະ ປະກອບສ່ວນເຂົ້າໃນສາຍພົວພັນມິດຕະພາບລະຫວ່າງສອງປະເທດ.
| ເຮັດໃຫ້ເນື້ອໃນບັນຈຸຂ້າງໃນ "ການພົວພັນຍຸດທະສາດ" ໃນສາຍພົວພັນລະຫວ່າງຫວຽດນາມ-ລາວເລິກເຊິ່ງກ່ວາອີກ ຍສໝ - ການຢ້ຽມຢາມລາວຂອງທ່ານ ເຈິ່ນເກີມຕູ໋, ຜູ້ປະຈຳຄະນະເລຂາທິການໃນຄັ້ງນີ້ ບໍ່ພຽງແຕ່ມີຄວາມໝາຍສຳຄັນໃນການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການກຳນົດທິດທາງທີ່ສຳຄັນໃຫ້ແກ່ການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ອີກດ້ວຍ. |
| ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດບຸນເຕັດບຸນປີໃໝ່ ຍສໝ - ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດບຸນເຕັດບຸນປີໃໝ່ຕອນບ່າຍວັນທີ 6 ເມສາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ໂດຍທ່ານ ຫງວຽນດັກວິງ, ກໍາມະການສູນກາງພັກ, ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ, ປະທານສະມາຄົມໄດ້ໄປອວຍພອນສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດປີ 2026 (ພ.ສ 2569). |

