ເພີ່ມທະວີຂໍ້ພິສູດໃຫ້ແກ່ການຮ່ວມສຳພັນຍຸດທະສາດ ຫວຽດນາມ-ລາວ ໃຫ້ເລິກເຊິ່ງກວ່າເກົ່າ
| ້ເຊື່ອມໂຍງສາຍພົວພັນຫວຽດນາມ-ລາວຜ່ານງານບຸນປີໃໝ່ກັບເພື່ອນມິດລາວທີ່ຮ່າໂນ້ຍ | |
| ເຮັດໃຫ້ເນື້ອໃນບັນຈຸຂ້າງໃນ "ການພົວພັນຍຸດທະສາດ" ໃນສາຍພົວພັນລະຫວ່າງຫວຽດນາມ-ລາວເລິກເຊິ່ງກ່ວາອີກ |
![]() |
ສະຫາຍ ເຈິ່ນເກີ໋ມຕູ້, ຜູ້ປະຈຳການຄະນະເລຂາທິການ ເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ. (ພາບ: VNA) |
ສືບຕໍ່ບັນດາການຢ້ຽມຢາມລັດຖະກິດຂອງສອງຜູ້ນຳສູງສຸດຂອງສອງພັກ, ສອງລັດ, ການທີ່ສະຫາຍ ເຈິ່ນເກີ໋ມຕູ້, ຜູ້ປະຈຳການຄະນະເລຂາທິການ ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດໃນການຢ້ຽມຢາມ ໃນຖານະເປັນຜູ້ປະຈຳການຄະນະເລຂາທິການ ສະໄໝທີ XIV ໃນທ່າມກາງບັນຍາກາດທີ່ສອງປະເທດຫາກໍ່ຈັດຕັ້ງສຳເລັດກອງປະຊຸມໃຫຍ່ຂອງພັກ, ການເລືອກຕັ້ງສະພາແຫ່ງຊາດ ແລະ ປັບປຸງບູລະນະບັນດາຕຳແໜ່ງການນຳໃນແຕ່ລະປະເທດນັ້ນ, ແມ່ນຂໍ້ພິສູດອັນເລິກເຊິ່ງຕື່ມອີກໃຫ້ແກ່ສາຍພົວພັນອັນສະໜິດສະໜົມຮັກແພງ ລະຫວ່າງບັນດາສະຫາຍອ້າຍນ້ອງ.
ການຢ້ຽມຢາມໄດ້ຢືນຢັນເຖິງແນວທາງການຕ່າງປະເທດອັນສະເໝີຕົ້ນສະເໝີປາຍຂອງຫວຽດນາມ - ທີ່ຍາມໃດກໍ່ໃຫ້ບຸລິມະສິດສູງສຸດ ແລະ ເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຮ່ວມສຳພັນຍຸດທະສາດ” ຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ. ບັນດາຈຸດຄ້າຍຄືກັນໄດ້ປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນພື້ນຖານຄວາມເຊື່ອໝັ້ນທາງດ້ານການເມືອງ, ແມ່ນຂໍ້ພິສູດອັນມີຊີວິດຊີວາໃຫ້ແກ່ຄວາມສາມັກຄີພິເສດ ທີ່ຫາໄດ້ຍາກ, ຮັດແໜ້ນສາຍພົວພັນຂອງສອງປະເທດ, ສ້າງກຳລັງດັນອັນສຳຄັນເພື່ອຮ່ວມກັນຈັດຕັ້ງປະຕິບັດບັນດາທິດທາງຍຸດທະສາດໃໝ່.
ການເຄື່ອນໄຫວວຽກງານທີ່ດຳເນີນໃນລະຫວ່າງເວລາ 8:00 ໂມງ ຫາ 19:00 ໂມງ ຂອງວັນທີ 9 ເມສາ, ແມ່ນການສືບຕໍ່ຢ່າງຕໍ່ເນື່ອງຂອງບັນດາເຫດການທີ່ສຳຄັນ. ບັນດາບັນຫາທີ່ໄດ້ນຳມາປຶກສາຫາລື ແລະ ເປັນເອກະພາບກັນ ແມ່ນແນແສ່ເຮັດໃຫ້ບັນດາທິດທາງການພັດທະນາສາຍພົວພັນສອງຝ່າຍເລິກເຊິ່ງກວ່າເກົ່າ, ໂດຍສະເພາະແມ່ນເນື້ອໃນ “ການຮ່ວມສຳພັນຍຸດທະສາດ” ທີ່ໄດ້ກຳນົດໄວ້ໃນການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງສະຫາຍ ເລຂາທິການໃຫຍ່ ໂຕ ເລິມ (ເດືອນ 12/2025) - ເຊິ່ງແມ່ນແນວຄວາມຄິດທີ່ໄດ້ຮັບການຕີລາຄາວ່າ ສະແດງເຖິງລະດັບການຮ່ວມມືອັນກວ້າງຂວາງ ແລະ ເລິກເຊິ່ງ, ມີຄວາມກົມກຽວກັນແຕ່ລະດັບວິໄສທັດການພັດທະນາ ຈົນເຖິງນະໂຍບາຍລະອຽດ.
ໃນການພົບປະເຈລະຈາຂອງສະຫາຍ ເຈິ່ນເກີ໋ມຕູ້, ຜູ້ປະຈຳການຄະນະເລຂາທິການ ກັບ ສະຫາຍ ວິໄລ ລັກຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປະຊາຊົນ ປະຕິວັດລາວ; ໃນການເຂົ້າຢ້ຽມຂໍ່ານັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ; ເຂົ້າຢ້ຽມຂໍ່ານັບ ທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ; ບັນດາຜູ້ນຳສອງຝ່າຍໄດ້ຮ່ວມກັນແບ່ງປັນຄວາມເຊື່ອໝັ້ນ, ຍ້ອງຍໍຊົມເຊີຍຕໍ່ບັນດາຜົນສຳເລັດທີ່ສອງພັກ, ສອງລັດຍາດມາໄດ້; ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນຍິ່ງໃຫຍ່, ຈິງໃຈ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບທີ່ສອງຝ່າຍໄດ້ມອບໃຫ້ແກ່ກັນ.
ບັນດາຜູ້ນຳສອງປະເທດໄດ້ເນັ້ນໜັກເປັນພິເສດເຖິງຄວາມຕ້ອງການທີ່ຈະສືບຕໍ່ເຮັດໃຫ້ບັນດາຫຼັກການພື້ນຖານໃນສາຍພົວພັນພິເສດລະຫວ່າງສອງພັກ, ສອງລັດ ເລິກເຊິ່ງກວ່າເກົ່າ, ຈົດຈຳຄວາມຜູກພັນອັນສະໜິດແໜ້ນທີ່ຫາໄດ້ຍາກ ລະຫວ່າງປະຊາຊົນສອງປະເທດ; ຮ່ວມກັນແລກປ່ຽນທິດສະດີ, ຂໍ້ມູນຂ່າວສານ ແລະ ແບ່ງປັນບົດຮຽນກ່ຽວກັບການກໍ່ສ້າງພັກ, ການຮັດແໜ້ນລະບົບການເມືອງ; ການຕ້ານການສໍ້ລາດບັງຫຼວງ ແລະ ການຟຸ່ມເຟືອຍ; ການພັດທະນາເສດຖະກິດ-ສັງຄົມ, ການປະຕິຮູບລັດວິສາຫະກິດ, ການຮັກສາສະຖຽນລະພາບເສດຖະກິດມະຫາພາກ, ການຮັບປະກັນປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຂະຫຍາຍສາຍພົວພັນຕ່າງປະເທດ ແລະ ການເຊື່ອມໂຍງສາກົນ... ໃຫ້ສອດຄ່ອງກັບຄວາມຕ້ອງການພັດທະນາຂອງແຕ່ລະປະເທດໃນໄລຍະໃໝ່.
ບົນພື້ນຖານການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນທີ່ສືບຕໍ່ມີການຫັນປ່ຽນໃນທາງບວກ, ຮອດປັດຈຸບັນ, ຫວຽດນາມ ມີ 276 ໂຄງການລົງທຶນຢູ່ລາວ ດ້ວຍທຶນຈົດທະບຽນທັງໝົດ 6,21 ຕື້ໂດລາສະຫະລັດ, ທຶນສະສົມບັນລຸ 3,5 ຕື້ໂດລາສະຫະລັດ (ກວມເອົາ 56,3% ຂອງທຶນຈົດທະບຽນທັງໝົດ). ໃນປີ 2025, ທຶນຈົດທະບຽນລົງທຶນໄປລາວແມ່ນ 590,3 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 7,5 ເທົ່າ ເມື່ອທຽບໃສ່ປີ 2024. ຫຼາຍໂຄງການດຳເນີນງານຢ່າງມີປະສິດທິຜົນ, ຕິດພັນກັບຜົນປະໂຫຍດຕົວຈິງຂອງປະຊາຊົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ແຮງງານຫຼາຍພັນຄົນ ແລະ ປະກອບສ່ວນເຂົ້າໃນງົບປະມານຂອງລາວ.
ຂົງເຂດວັດທະນະທຳ-ສັງຄົມ, ວິທະຍາສາດ-ເຕັກໂນໂລຊີ, ການແລກປ່ຽນລະຫວ່າງປະຊາຊົນ ໄດ້ຮັບການຊຸກຍູ້ຢ່າງແຂງແຮງ, ໂດຍສະເພາະແມ່ນການຮ່ວມມືລະຫວ່າງບັນດາທ້ອງຖິ່ນທີ່ມີຊາຍແດນຕິດຈອດກັນ.
ທຸກໆການເຄື່ອນໄຫວໃນຂອບເຂດການຢ້ຽມຢາມລ້ວນແຕ່ມີຄວາມໝາຍຢ່າງຍິ່ງ, ເຕັມໄປດ້ວຍຄວາມເຫັນອົກເຫັນໃຈ, ການແບ່ງປັນ ແລະ ການຮ່ວມມືມິດຕະພາບ. ສອງຝ່າຍສືບຕໍ່ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການຈັດຕັ້ງປະຕິບັດບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ເປັນເອກະພາບໃນການຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆດ້ວຍຫຼາຍຮູບແບບ, ຮ່ວມກັນແລກປ່ຽນຫຼາຍເນື້ອໃນຢ່າງກວ້າງຂວາງ, ຮອບດ້ານ ແລະ ແທດຕົວຈິງ ກ່ຽວກັບບັນດາບັນຫາຫຼັກ ບົນ 3 ເສົາຄ້ຳຕົ້ນຕໍຄື: ຄວາມເຊື່ອໝັ້ນທາງດ້ານການເມືອງສູງ, ການຮ່ວມມືດ້ານເສດຖະກິດທີ່ນັບມື້ນັບກວ້າງຂວາງ ແລະ ເລິກເຊິ່ງ ແລະ ການແລກປ່ຽນລະຫວ່າງປະຊາຊົນທີ່ນັບມື້ນັບສະໜິດແໜ້ນ.
ໃນບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ການຮ່ວມມື, ສະຫາຍ ເຈິ່ນເກີ໋ມຕູ້ ແລະ ບັນດາຜູ້ນຳຫຼັກແຫຼ່ງຂອງລາວ ໄດ້ແບ່ງປັນຄວາມມຸ່ງໝັ້ນຂອງສອງພັກ ທີ່ຈະສູ້ຊົນນຳພາ-ຊີ້ນຳການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກໃນສະໄໝໃໝ່ ແລະ ບັນດາແຜນການເຄື່ອນໄຫວ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ໄລຍະປີ 2026-2030 ໃຫ້ປາກົດຜົນເປັນຈິງ. ດ້ວຍຄວາມພາກພູມໃຈຕໍ່ຄຸນຄ່າມູນເຊື້ອອັນດີງາມໃນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ບັນດາຜູ້ນຳປາດຖະໜາໃຫ້ສອງຝ່າຍຮ່ວມມືກັນຢ່າງແໜ້ນແຟ້ນໃນການໂຄສະນາ, ສຶກສາອົບຮົມໄວໜຸ່ມຮຸ່ນຫຼັງ ໃຫ້ປົກປັກຮັກສາ ແລະ ເສີມຂະຫຍາຍຊັບສົມບັດລວມອັນລ້ຳຄ່າຂອງສອງຊາດ, ຖືວ່ານີ້ແມ່ນໜ້າທີ່ທີ່ມີຄວາມໝາຍຍຸດທະສາດ ແລະ ຍາວນານ ໃນຂະບວນວິວັດແຫ່ງການພັດທະນາຂອງແຕ່ລະປະເທດ.
ດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນຂອງບັນດາສະຫາຍຜູ້ນຳພັກ, ລັດ ແລະ ປະຊາຊົນລາວ ທີ່ໄດ້ມອບໃຫ້ແກ່ຄະນະຜູ້ແທນຂັ້ນສູງຫວຽດນາມ, ສະຫາຍ ເຈິ່ນ ເກີ໋ມ ຕູ້ ແລະ ຄະນະ ໄດ້ສິ້ນສຸດການຢ້ຽມຢາມຢ່າງເປັນທາງການ ຢູ່ ສປປ ລາວ ດ້ວຍຜົນສຳເລັດອັນຈົບງາມ. ຕະຫຼອດໄລຍະການເຄື່ອນໄຫວຢ້ຽມຢາມ, ຄະນະຜູ້ແທນໄດ້ຮັບການຕ້ອນຮັບຢ່າງສົມກຽດ ແລະ ເອົາໃຈໃສ່ເປັນພິເສດ ບໍ່ພຽງແຕ່ໃນຖານະເປັນແຂກຄົນສຳຄັນເທົ່ານັ້ນ ແຕ່ຍັງສະແດງໃຫ້ເຫັນເຖິງຄວາມຮັກແພງອັນສະໜິດສະໜົມ ແລະ ໃກ້ຊິດ ຂອງບັນດາສະຫາຍອ້າຍນ້ອງ ທີ່ເຄີຍຮ່ວມສຸກຮ່ວມທຸກໃນໄລຍະປ
ະຫວັດສາດແຫ່ງການປະຕິວັດ ຈົນເຖິງການຮ່ວມເດີນທາງໃນຂະບວນວິວັດແຫ່ງການຫັນບັນດາເປົ້າໝາຍຍຸດທະສາດຂອງສອງພັກ, ສອງປະເທດ ໃຫ້ເປັນຈິງ. ນັ້ນຄືຊັບສົມບັດລວມອັນລ້ຳຄ່າທີ່ຈະສືບຕໍ່ນຳເອົາສາຍພົວພັນລະຫວ່າງສອງພັກ, ສອງປະເທດ ກ້າວຂຶ້ນສູ່ລະດັບສູງໃໝ່, ສອດຄ່ອງກັບຜົນປະໂຫຍດຂອງສອງຊາດ ແລະ ທ່າອ່ຽງແຫ່ງສັນຕິພາບ, ການພັດທະນາຂອງພາກພື້ນ.
ຈຸດພິເສດທີ່ມີຄວາມໝາຍທາງດ້ານວັດທະນະທຳອັນເລິກເຊິ່ງໃນການຢ້ຽມຢາມຄັ້ງນີ້ຂອງ ສະຫາຍ ເຈິ່ນ ເກີ໋ມ ຕູ້ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ແມ່ນການມາຢ້ຽມຢາມໃນທ່າມກາງບັນຍາກາດບຸນປີໃໝ່ລາວ, ໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ, ເຊິ່ງແມ່ນວັດທະນະທຳຮີດຄອງປະເພນີທີ່ແຜ່ຫຼາຍໃນຊີວິດການເປັນຢູ່ຂອງປະຊາຊົນລາວ...
ໃນຂອບເຂດການຢ້ຽມຢາມ, ສະຫາຍ ເຈິ່ນເກີ໋ມຕູ້ ແລະ ບັນດາສະຫາຍຜູ້ນຳພັກ, ລັດ ໄດ້ມີການພົບປະກັບພະນັກງານ, ເຈົ້າໜ້າທີ່ສະຖານທູດຫວຽດນາມ ປະຈຳລາວ ແລະ ຄົນເຊື້ອຊາດຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ສຶກສາຮ່ຳຮຽນຢູ່ລາວ. ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ການປະກອບສ່ວນຕົວຈິງຂອງຊຸມຊົນຄົນຫວຽດນາມຢູ່ລາວ, ຮັບຟັງຄວາມມຸ່ງມາດປາດຖະໜາ ແລະ ນ້ຳໃຈຂອງຊຸມຊົນທີ່ຍາມໃດກໍ່ຫັນໜ້າຫາປະເທດຊາດ. ສະຫາຍ ຜູ້ປະຈຳການຄະນະເລຂາທິການ ປາດຖະໜາໃຫ້ພໍ່ແມ່ພີ່ນ້ອງຈົ່ງສືບຕໍ່ມານະພະຍາຍາມບຸກບືນຂຶ້ນ, ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ເພີ່ມທະວີຄວາມສາມັກຄີ, ການຊ່ວຍເຫຼືອເບິ່ງແຍງເຊິ່ງກັນ ແລະ ກັນ; ສຶກສາອົບຮົມໄວໜຸ່ມຮຸ່ນຫຼັງໃຫ້ຮັກສາພາສາຫວຽດ, ຮ່ວມກັນສ້າງຊຸມຊົນໃຫ້ນັບມື້ນັບເຂັ້ມແຂງ, ມີກຽດສັກສີໃນສັງຄົມປະເທດເຈົ້າພາບ ແລະ ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ-ລາວ.
ກ່າວຄຳອຳລາ ນະຄອນຫຼວງວຽງຈັນ, ໃນຍາມແລງທີ່ມີແສງແດດອ່ອນໆອັນສວຍງາມ, ທ່າມກາງສີເຫຼືອງສົດໃສຂອງດອກຄູນ ແລະ ດອກຈຳປາ - ເຊິ່ງແມ່ນສອງຊະນິດດອກໄມ້ທີ່ບົ່ງບອກເຖິງຍາມບຸນປີໃໝ່ຂອງລາວ, ສະຫາຍ ເຈິ່ນເກີ໋ມຕູ້ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມຢ່າງເປັນທາງການ ຢູ່ ສປປ ລາວ ດ້ວຍຜົນສຳເລັດອັນຈົບງາມ ໃນຄວາມອາໄລອາວອນຂອງບັນດາສະຫາຍອ້າຍນ້ອງອັນສະໜິດສະໜົມ ແລະ ໃຫ້ຄຳໝັ້ນສັນຍາວ່າຈະຮ່ວມເດີນທາງໄປດ້ວຍກັນສະເໝີ ບົນເສັ້ນທາງແຫ່ງການພັດທະນາຢ່າງຍືນຍົງ, ສັນຕິພາບ ແລະ ວັດທະນາຖາວອນຂອງແຕ່ລະປະເທດ.
| ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດບຸນເຕັດບຸນປີໃໝ່ ຍສໝ - ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດບຸນເຕັດບຸນປີໃໝ່ຕອນບ່າຍວັນທີ 6 ເມສາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ໂດຍທ່ານ ຫງວຽນດັກວິງ, ກໍາມະການສູນກາງພັກ, ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ, ປະທານສະມາຄົມໄດ້ໄປອວຍພອນສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດປີ 2026 (ພ.ສ 2569). |
| ເຜີຍແຜ່ພາສາຫວຽດນາມ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ-ລາວ ໃນໝູ່ຊາວໜຸ່ມ ຍສໝ - ຕອນເຊົ້າວັນທີ 3 ເມສາ ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມປະຈຳລາວ ສົມທົບກັບຄະນະກຳມະການພາສາຫວຽດນາມ ສະມາຄົມຊາວຫວຽດນາມປະຈຳລາວ ໄດ້ຈັດການແຂ່ງຂັນ “ທູດພາສາຫວຽດນາມໃນອະນາຄົດ” ຄັ້ງທຳອິດ ສຳລັບນັກຮຽນຈາກສະຖາບັນການສຶກສາຕ່າງໆໃນບໍລິເວນດັ່ງກ່າວ. |
