10:59 | 10/04/2026

ໜ້າ​ທີ່​ສຳ​ຄັນ​ແຖວ​ໜ້າ​ຂອງ​ລັດ​ຖະ​ບານ​ຊຸດ​ໃໝ່​ແມ່ນ​ສ້າງ​ສະ​ພາບ​ແວດ​ລ້ອມ​ພັດ​ທະ​ນາ

ສະ​ພາ​ແຫ່ງ​ຊາດ​ຕ້ອງປ່ຽນ​ແປງ​ໃໝ່​ຢ່າງ​ແຮງກວ່າ, ແທດ​ຈິງກວ່າເພື່ອສົມ​ກັບ​ພາ​ລະ​ສຳ​ຄັນ ​ເຊິ່ງ​ລັດ​ຖະ​ທຳ​ມະ​ນູນ​ໄດ້​ກຳ​ນົດ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ສ້າງ​ລັດ​ຖະ​ບານ​ທັນ​ສະ​ໄໝ, ສ້າງ​ສາ ແລະ ຮັບ​ໃຊ້​ປະ​ຊາ​ຊົນ
ໜ້າ​ທີ່​ສຳ​ຄັນ​ແຖວ​ໜ້າ​ຂອງ​ລັດ​ຖະ​ບານ​ຊຸດ​ໃໝ່​ແມ່ນ​ສ້າງ​ສະ​ພາບ​ແວດ​ລ້ອມ​ພັດ​ທະ​ນາ
ກອງ​ປະ​ຊຸມ​ປະ​ກາດ​ຂໍ້​ຕົກ​ລົງ​ຂອງ​ກົມ​ການ​ເມືອງ ​ບົ່ງ​ຕົວ​ຄະ​ນະ​ບໍ​ລິ​ຫານ​ງານ, ຄະ​ນະ​ປະ​ຈຳ, ເລ​ຂາ, ຮອງ​ເລ​ຂາ​ພັກ​ລັດ​ຖະ​ບານ ແລະ ປະ​ກາດ​ໃຊ້​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່ 2026 – 2031. (ພາບ: VOV)

ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ ມີ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ; ​ທ່ານອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ; ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ; ທ່ານ​ ເຈິ່ນ​ເກີມ​ຕູ ຜູ້​ປະ​ຈ​ຳ​ການ​ຄະ​ນະ​ເລ​ຂາ​ທິ​ການ.

ທີ່​ພິ​ທີ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ມອບ​ຂໍ້​ຕົກ​ລົງ​ຂອງ​ກົມ​ການ​ເມືອງ​ບົ່ງ​ຕົວ​ຄະ​ນະ​ບໍ​ລິ​ຫານ, ຄະ​ນະ​ປະ​ຈຳ, ເລ​ຂາ, ຮອງ​ເລ​ຂາ​ພັກ​ລັດ​ຖະ​ບານ​ໃຫ້​ແກ່​ທ່ານ ເລ​ມິງ​ຮຶງ ເລ​ຂາ​ພັກ​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ບັນ​ດາ​ຜູ້​ປະ​ຈຳ​ພັກ​ລັດ​ຖະ​ບານ; ມອບ​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ​ບັນ​ດາ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ ແລະ ຫົວ​ໜ້າ​ບັນ​ດາ​ອົງ​ການ​ທຽບ​ເທົ່າ​ກະ​ຊວງ.

ໜ້າ​ທີ່​ສຳ​ຄັນ​ແຖວ​ໜ້າ​ຂອງ​ລັດ​ຖະ​ບານ​ຊຸດ​ໃໝ່​ແມ່ນ​ສ້າງ​ສະ​ພາບ​ແວດ​ລ້ອມ​ພັດ​ທະ​ນາ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VOV)

ເມື່ອ​ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ແຈ້ງວ່າ ອາ​ຍຸ​ການໃໝ່ 2026 – 2031 ໄດ້​ດຳ​ເນີນ​ໃນ​ສະ​ພາບ​ທີ່​ພິ​ເສດ, ທັງ​ແມ່ນ​​ອາ​ຍຸ​ການ​ທຳ​ອິດ​ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຊຸດ​ທີ XIV ຂອງ​ພັກ, ທັງ​ແມ່ນ​ໄລ​ຍະ​ບານ​ພັບ​ຕັດ​ສິນ​ເລື່ອງ ຫວຽດ​ນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບ​ສູງ​ພັດ​ທະ​ນາ​ໃໝ່ຫຼື​ບໍ່. ດັ່ງ​ນັ້ນ, ໜ້າ​ທີ່​ສຳ​ຄັນ​ແຖວ​ໜ້າ​ຂອງ​ລັດ​ຖະ​ບານ​ຊຸດ​ໃໝ່​ ແມ່ນ​ສ້າງ​ສະ​ພາບ​ແວດ​ລ້ອມ​ພັດ​ທະ​ນາ, ເປີດ​ພື້ນ​ທີ່​ເຕີບ​ໂຕ, ສ້າງ​ກຳ​ລັງ​ໜູນ​ເຕີບ​ໂຕ​ໃໝ່ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາ​ດ​ຈັດ​ຕັ້ງ​ປະ​ຕິ​ບັດ​ເພື່ອ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ທີ່​ວາງ​ອອກ. ທ່ານ​ກ່າ​ວ​ວ່າ:

“ຕ້ອງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ປັບ​ປຸງ​ບັນ​ດາ​ດຸ່ນ​ດ່ຽງ​ໃຫຍ່, ຄວບ​ຄຸມ​ຄວາມ​ສ່ຽງ​ໃຫ້​ເປັນ​ຢ່າງ​ດີ, ພ້ອມ​ທັງ​ສ້າງ​ກຳ​ລັງ​ໜູນ​ເຕີບ​ໂຕ​ໃໝ່; ປະ​ຕິ​ບັດ​ເປົ້າ​ໝາຍ​ເຕີບ​ໂຕ​ສູງ ແລະ ຍືນ​ຍົງ​ໃຫ້​ໄດ້. ລັດ​ຖະ​ບານ​ຕ້ອງ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ສະ​ບັບ​ຕ່າງໆ​ຂອງ​ພັກ, ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ກົດ​ໝາຍ​ຂອງ​ລັດ; ເຮັດ​ໃຫ້​ກົດ​ໝາຍ ແລະ ມະ​ຕິ​ເຂົ້າ​ສູ່​ຊີ​ວິດ​ຢ່າງວ່ອງ​ໄວ​ກວ່າ, ໂປ່ງ​ໃສ​ກວ່າ, ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍກວ່າ; ເຮັດ​ໃຫ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ຮູ້​ສຶກ​ອຸ່ນ​ອ່ຽນ​ໃຈ​ເມື່ອ​ລົງ​ທຶນ, ປະ​ດິດ​ຄິດ​ສ້າງ ແລະ ດຳ​ເນີນ​ທຸ​ລະ​ກິດ​ຢ່າງແທ້​ຈິງ; ເຮັດ​ໃຫ້​ຂໍ້​ຕົກ​ລົງ​ບ​ໍ​ລິ​ຫານ​ລັດ​ແຕ່​ລະ​ສະ​ບັບ​ ກາຍ​ເປັນ​ປັດ​ໄຈ​ຊຸກ​ຍູ້​ການ​ພັດ​ທະ​ນາ”.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຮຽກ​ຮ້ອງ​ໃຫ້​ແຕ່​ລະ​ສະ​ມາ​ຊິກ​ລັດ​ຖະ​ບານ​ຕ້ອງ​ແມ່ນ​ຜູ້​ແບກ​ຫາບຄວາມ​ຮັບ​ຜິດ​ຊອບ​ແຫ່ງ​ຊາດ​ໃນ​ຂົງ​ເຂດ​ທີ່​ຕົນ​ຮັບ​ຜິດ​ຊອບ, ແຕ່​ລະ​ກະ​ຊວງ, ຂະ​ແໜງ​ການ​ຕ້ອງ​ຖື​ຜົນ​ປະ​ໂຫຍດ​ລວມ​ຂອງ​ຊາດ, ປະ​ສິດ​ທິ​ຜົນ​ລວມ​ຂ​ອງ​ພື້ນ​ຖານ​ເສດ​ຖະ​ກິດ, ຄວາມ​ສະ​ດວກ​ຂອງ​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ຕ້ອງ​ເໜືອກວ່າ​ສິ່ງ​ໃດ​ໝົດ; ພ້ອມ​ດຽວ​ກັນ​ນັ້ນ ຕ້ອງ​ຖື​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ​ແມ່ນ​ພື້ນ​ຖານ​ຂອງ​ຮູບ​ແບບ​ເຕີບ​ໂຕ​ໃໝ່.

ໜ້າ​ທີ່​ສຳ​ຄັນ​ແຖວ​ໜ້າ​ຂອງ​ລັດ​ຖະ​ບານ​ຊຸດ​ໃໝ່​ແມ່ນ​ສ້າງ​ສະ​ພາບ​ແວດ​ລ້ອມ​ພັດ​ທະ​ນາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ມອບ​ຂໍ້​ຕົກ​ລົ​ງ​ໃຫ້​ແກ່​ບັນ​ດາ​ສະ​ມາ​ຊິກຂອງ​ຄະ​ນະ​ລັດ​ຖະ​ບານ ສະ​ໄໝ 2026 – 2031 (ພາບ: VOV)

ຕາງ​ໜ້າ​ລັດ​ຖະ​ບານ, ຄະ​ນະ​ພັກລັດ​ຖະ​ບານ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນ​ວ່າ:

“ພວກ​ເຮົາ​ຮັບ​ໜ້າ​ທີ່​ໃນ​ຂະ​ນະ​ປະ​ເທດ​ພວມ​ຢືນ​ຢູ່​ຕໍ່​ໜ້າ​ບັນ​ດາ​ກາ​ລະໂອ​ກາດ​ໃຫຍ່ ແຕ່​ກໍ​ປະ​ສົບ​ກັບ​ສິ່ງ​ທ້າ​ທາຍ​ນາໆ​ປະ​ການ, ເພື່ອ​ສົມ​ກັບ​ຄວາມ​ເຊື່ອ​ໝັ້ນ​ຂອງ​ພັກ ແລະ ຄວາມ​ຫວັງ​ຂອງ​ປະ​ຊາ​ຊົນ, ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ບັນ​ດາ​ສະ​ຫາຍ​ ຍາມ​ໃດ​ກໍ​ຍົກ​ສູງ​ນ້ຳ​ໃຈ​ສາ​ມັກ​ຄີ, ຮ່ວມ​ແຮງ​ຮ່ວມ​ໃຈ, ມີ​ລະ​ບຽບ​ວິ​ໄນ, ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຢ່າງ​ບໍ່​ຢຸດ​ຢັ້ງ, ກ້າ​ຄິດ, ກ້າ​ເວົ້າ, ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ​, ມີ​ຈັນ​ຍາ​ບັນ, ກ້າ​ຕໍ່​ສູ້ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າທາຍ ແລະ ການ​ກະ​ທຳ​ອັນ​ຂ້ຽວ​ຂາດ ແລະ ມີ​ປະ​ສິດ​ທິ​ຜົນ”.

ກ່ອນ​ໜ້າ​ນັ້ນ, ກໍ​ໃນ​ຕອນ​ເຊົ້າ​ຂອງວັນ​ດຽວ​ກັນ, ໃນ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ສະ​ບັບ​ຕ່າງໆ, ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ສະ​ເໜີ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ການ​ແຕ່ງ​ຕັ້ງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ 6 ທ່ານ ແລະ ລັດ​ຖະ​ມົນ​ຕີ 14 ທ່ານ, ຫົວ​ໜ້າ 3 ອົງ​ການ​ທຽບ​ເທົ່າ​ກະ​ຊວງຂອງ​ລັດ​ຖະ​ບານ​ສະ​ໄໝ 2026 – 2031. ອີງ​ໃສ່​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ປີ 2013, ບັນ​ດາ​ມະ​ຕິ​ຂອງກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI, ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​​ເຊັນ​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ​ບັນ​ດາ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັ​ດ​ຖະ​ມົນ​ຕີ ແລະ ສະ​ມາ​ຊິກ​ອື່ນ​ຂອງ​ຄະ​ນະ​ລັດ​ຖະ​ບານ ສະ​ໄໝ 2026 – 2031. ຕາມ​ນັ້ນ​ແລ້ວ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ໄໝ​ 2026-2031 ລວມ​ມີ: ທ່ານ​ພົນ​ເອກ ຟານ​ວັນ​ຢາງ; ທ່ານ ຟ້າມ​ຢາ​ຕຸກ; ທ່ານ​ນາງ ຟ້າມ​ແທັງ​ຈ່າ; ທ່ານ ໂຮ່ກັວກ​ຢຸງ; ທ່ານ ຫງວຽນ​ວັນ​ຖັງ ແລະ ທ່ານ ເລ​ຕຽນ​ເຈົາ

ຕາມ vov.vn

ຕາມ https://vovworld.vn/lo-LA/khaawedn/hnaa-thii-sam-khn-eithw-hnaa-khng-ld-tha-baan-sud-ayhm-eimn-saang-sa-phaab-eiwd-lm-phd-tha-naa-2426085.vov5

ທ່ານນາງ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ ຄຳເພົາ ​ເອີນ​ທະ​ວັນ: ຫວຽດ​ນາມ​ຢືນ​ຢັນທີ່ຕັ້ງດ້ວຍຄວາມ​ຕັ້ງ​ໜ້າ​ອັນ​ແຮງ​ກ້າ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ທີ່​ຈະ​ລຸກ​ຂຶ້ນ.. ທ່ານນາງ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ ຄຳເພົາ ​ເອີນ​ທະ​ວັນ: ຫວຽດ​ນາມ​ຢືນ​ຢັນທີ່ຕັ້ງດ້ວຍຄວາມ​ຕັ້ງ​ໜ້າ​ອັນ​ແຮງ​ກ້າ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ທີ່​ຈະ​ລຸກ​ຂຶ້ນ..

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ, ໃນການໃຫ້ສໍາພາດກັບວາລະສານ ຍຸກສະໄໝ, ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ຫວຽດນາມ ນາງ ຄຳເພົາ ​ເອີນ​ທະ​ວັນ ຢືນຢັນວ່າ ການເດີນທາງພັດທະນາຂອງ ຫວຽດນາມ ໃນໄລຍະ 8 ທົດສະວັດຜ່ານມາ ໄດ້ສະແດງໃຫ້ເຫັນເຖິງກຳລັງແຮງ ແລະ ຄວາມມຸ່ງມາດປາດຖະໜາຂອງສາກົນນັບມື້ນັບເພີ່ມຂຶ້ນ.

ອົງການ MCNV: 80 ລ້ານ​ EUR ເພື່ອ​ສຸ​ຂະ​ພາບ, ການຫາລ້ຽງຊີບ ແລະ ​ສິ່ງ​ແວດ​ລ້ອມ​​ຫວຽດ​ນາມ ອົງການ MCNV: 80 ລ້ານ​ EUR ເພື່ອ​ສຸ​ຂະ​ພາບ, ການຫາລ້ຽງຊີບ ແລະ ​ສິ່ງ​ແວດ​ລ້ອມ​​ຫວຽດ​ນາມ

ຍສໝ - ດ້ວຍແຫຼ່ງອຸປະຖຳ 80 ລ້ານ​ EUR ໃນໄລຍະເກືອບ 6 ທົດສະວັດ, ອົງການ MCNV ໄດ້ພ້ອມກັບ ຫວຽດນາມ ໃນ 4 ເສົາຄໍ້າຄື: ການພັດທະນາສາທາລະນະສຸກ, ການເຊື່ອມໂຍງເຂົ້າກັບສັງຄົມ, ການປັບຕົວ​ເໝາະກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາການຫາລ້ຽງຊີບ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນນັບແສນຄົນ.

Link: https://huunghivietlao.thoidai.com.vn/detail-article-21788.html

In bài biết