ສະຫະພັນບັນດາອົງການມິດຕະພາບແຂວງ ດົ່ງນາຍ: ເຜີຍແຜ່ມິດຕະພາບຜ່ານບັນດາການແຂ່ງຂັນທີ່ມີລັກສະນະສ້າງສັນ
| PeaceTrees Vietnam: ປະກອບສ່ວນປິ່ນປົວບາດແຜຈາກສົງຄາມ, ເພີ່ມພູນຄູນສ້າງອານາຄົດ | |
| ທົດສະວັດຂອງການຄົ້ນຄວ້າເພື່ອຍົກສູງຄວາມປອດໄພດ້ານອາຫານ: ການປະກອບສ່ວນຂອງ ILRI ໃຫ້ແກ່ຫວຽດນາມ |
![]() |
| ທ່ານປະທານສະຫະພັນບັນດາອົງການມິດຕະພາບແຂວງ ດົ່ງນາຍ ຫງວຽນແທງຈີ໋ ໄດ້ຮັບທຸງຂອງໜ່ວຍງານນຳໜ້າໃນການເຄື່ອນໄຫວເຊີດຊູວຽກງານການຕ່າງປະເທດຂອງປະຊາຊົນປີ 2024. (ພາບ: Dinh Hoa) |
ສະຫນາມຫຼິ້ນສ້າງສັນ
ຈຸດພົ້ນເດັ່ນອັນໜຶ່ງແມ່ນການແຂ່ງຂັນທາງອິນເຕີແນັດ “ຊອກຮູ້ການຕ່າງປະເທດຂອງປະຊາຊົນ”, ໄດ້ຈັດຂຶ້ນຢ່າງບໍ່ຢຸດຢັ້ງເປັນເວລາ 3 ປີ, ດຶງດູດຜູ້ເຂົ້າຮ່ວມນັບໝື່ນຄົນ. ຜ່ານການຊອກຮູ້ ແລະ ຕອບຄຳຊັກຖາມ, ຜູ້ເຂົ້າຮ່ວມຕ້ອງຕັ້ງໜ້າເຂົ້າຮ່ວມບັນດາເອກະສານ, ແລກປ່ຽນກັບຍາດຕິພີ່ນ້ອງ ແລະ ເພື່ອນຮ່ວມງານ, ເພື່ອຊ່ວຍໃຫ້ຄວາມຮູ້ກ່ຽວກັບວຽກງານການຕ່າງປະເທດປະຊາຊົນແຜ່ລາມອອກສູ່ວົງຄະນາຍາດ.
![]() |
| ກອງປະຊຸມແຫ່ງໜຶ່ງຂອງຄະນະຈັດຕັ້ງການແຂ່ງຂັນຊອກຮູ້ວຽກງານການທູດປະຊາຊົນແຂວງ ດົ່ງນາຍ ປີ 2024. (ພາບ: ໜັງສືພິມ ດົ່ງນາຍ) |
ສະຫະພັນ ດົ່ງນາຍ ຮັກສາ ແລະ ຜັນຂະຫຍາຍບັນດາການແຂ່ງຂັນທີ່ມີຫົວຄິດປະດິດສ້າງສູງຄື: ອອກແບບຜະລິດຕະພັນສື່ສານສອງພາສາ, ອອກແບບຂອງຂວັນມິດຕະພາບ, ແຕ່ງເພງກ່ຽວກັບມິດຕະພາບ... ບັນດາລາຍການໄດ້ກາຍເປັນແຫຼ່ງຜະລິດຕະພັນສື່ມວນຊົນມີຄຸນນະພາບ, ຮັບໃຊ້ວຽກງານການທູດປະຊາຊົນຢ່າງມີປະສິດທິຜົນ, ພ້ອມກັນນັ້ນໄດ້ປະກອບສ່ວນໂຄສະນາພາບພົດວັດທະນະທຳ ແລະ ທ່ອງທ່ຽວ ດົ່ງນາຍ ເຖິງເພື່ອນມິດສາກົນ.
ນັບແຕ່ປີ 2020, ສະຫະພັນ ໄດ້ຈັດຕັ້ງງານບຸນ “ເພງມິດຕະພາບ” ແລະ ບັນດາໂຄງການແລກປ່ຽນກັບສະຖານກົງສຸນໃຫຍ່ບັນດາປະເທດຢູ່ນະຄອນ ໂຮ່ຈີມິນ ແລະ ສະຫະພັນບັນດາແຂວງ, ນະຄອນ. ແຕ່ລະລາຍການສະແດງແມ່ນ “ເລື່ອງເລົ່າວັດທະນະທຳ” ທີ່ຕິດພັນກັບເອກະລັກຂອງຊາດ ແລະ ຄວາມສາມັກຄີສາກົນ, ປະກອບສ່ວນເຜີຍແຜ່ຂ່າວສານແຫ່ງສັນຕິພາບ, ມິດຕະພາບ ແລະ ພາບພົດຂອງ ຫວຽດນາມ ທີ່ເປັນມິດ ແລະ ເປີດກວ້າງ. ນີ້ແມ່ນການເຄື່ອນໄຫວທາງການທູດທາງດ້ານວັດທະນະທຳ, ໄດ້ຮັບການຕີລາຄາສູງຕໍ່ຂະໜາດ, ຄວາມປະດິດສ້າງ ແລະ ການແຜ່ກະຈາຍ.
![]() |
| ການສະແດງໃນໂຄງການມະໂຫລານ “ເພງມິດຕະພາບ” ປີ 2023 ໂດຍສະຫະພັນ ດົ່ງນາຍ. (ພາບ: ໜັງສືພິມ ດົງນາຍ) |
ນອກຈາກນັ້ນ, ບັນດາສະມາຄົມມິດຕະພາບທີ່ເປັນສະມາຊິກຂອງສະຫະພັນແຂວງ ດົ່ງນາຍ ຍັງມີບົດບາດຕັ້ງໜ້າໃນການຈັດຕັ້ງການເຄື່ອນໄຫວທີ່ມີຫຼາຍຮູບຫຼາຍແບບຄື: ງານແຂ່ງຂັນແຕ້ມຮູບ, ງານວາງສະແດງ, ງານແຂ່ງຂັນຮ້ອງເພງ ຫວຽດນາມ - ອາເມລິກາ, ຫວຽດນາມ - ລາວ, ຫວຽດນາມ - ຈີນ, ການແຂງຂັນປາກເວົ້າພາສາອັງກິດ, ຝຣັ່ງ, ຈີນ, ສ.ເກົາຫຼີ, ຍີ່ປຸ່ນ... ບໍ່ພຽງແຕ່ໄດ້ເສີມຂະຫຍາຍຄວາມເຂົ້າໃຈກ່ຽວກັບວັດທະນະທຳ, ປະຫວັດສາດ, ປະຊາຊົນຫວຽດນາມ ແລະ ບັນດາປະເທດເທົ່ານັ້ນ, ຍັງຊ່ວຍໃຫ້ຊາວໜຸ່ມ ດົ່ງນາຍ ໄດ້ຝຶກຝົນພາສາຕ່າງປະເທດ, ມີຫົວຄິດວິຈານ, ທັກສະໃນການສື່ສານສາກົນ. ນີ້ແມ່ນບັນດາຂໍ້ກຳນົດສຳຄັນໃນໄລຍະເຊື່ອມໂຍງຢ່າງເລິກເຊິ່ງເພື່ອໃຫ້ລຸ້ນໜຸ່ມ ສືບຕໍ່ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ດົ່ງນາຍ ກັບບັນດາປະເທດ.
![]() |
| ປະທານສະຫະພັນບັນດາອົງການມິດຕະພາບແຂວງ ດົ່ງນາຍ ຫງວຽນແທງຈີ໋ ໄດ້ມອບລາງວັນທີ 1 ການແຂ່ງຂັນເວົ້າພາສາຝຣັ່ງ ໃນເດືອນ ເມສາ 2024. (ພາບ: ໜັງສືພິມ ດົ່ງນາຍ) |
ຄຽງຄູ່ກັບການບຸກເບີກການຈັດຕັ້ງການແຂ່ງຂັນ, ສະຫະພັນ ດົ່ງນາຍ ຍັງສົມທົບກັບຄະນະໂຄສະນາ ແລະ ຂົນຂວາຍປະຊາຊົນພັກແຂວງ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ດົ່ງນາຍ ໄດ້ຈັດຕັ້ງບັນດາກອງປະຊຸມ, ຝຶກອົບຮົມ, ສຳມະນາ, ໂອ້ລົມສົນທະນາກ່ຽວກັບຫົວເລື່ອງການທູດປະຊາຊົນ. ກອງປະຊຸມຄັ້ງນີ້ໄດ້ດຶງດູດພະນັກງານຫຼັກແຫຼ່ງ, ນັກຂ່າວ, ເຈົ້າໜ້າທີ່ຮັບຜິດຊອບວຽກງານຖະແຫຼງຂ່າວຕ່າງປະເທດເປັນຈຳນວນຫຼວງຫຼາຍ, ຜ່ານນັ້ນໄດ້ຊ່ວຍເຜີຍແຜ່ແນວທາງນະໂຍບາຍຂອງພັກກ່ຽວກັບການທູດປະຊາຊົນຢ່າງກວ້າງຂວາງ, ສ້າງຄວາມສາມັກຄີໃນຄວາມຮັບຮູ້ ແລະ ການເຄື່ອນໄຫວ.
ເພື່ອລົງເລິກວຽກງານການຕ່າງປະເທດຂອງປະຊາຊົນ, ແຕ່ປີ 2020 ເປັນຕົ້ນມາ, ສະຫະພັນ ດົ່ງນາຍ ໄດ້ສ້າງຕັ້ງໜ່ວຍງານລາຍງານ, ໄດ້ສ້າງບົດບັນຍາຍກ່ຽວກັບວຽກງານໂຄສະນາທາງປາກເປົ່າ ແລະ ໄດ້ວາງສະແດງຄຳຂວັນ “ແຕ່ລະກົມກອງ ແລະ ສະມາຊິກພັກແມ່ນຜູ້ໂຄສະນາເຜີຍແຜ່ວຽກງານການຕ່າງປະເທດຂອງປະຊາຊົນ”. ເກືອບ 11.000 ສະມາຊິກຂອງສະຫະພັນ ດົ່ງນາຍ ໄດ້ກາຍເປັນ “ທູດນ້ອຍ” ເຜີຍແຜ່ບັນດາການເຄື່ອນໄຫວວຽກງານການຕ່າງປະເທດ, ທັງໂຄສະນາຮູບພາບຫວຽດນາມ ແລະ ແນະນຳວັດທະນະທໍາຂອງບັນດາປະເທດໃນປະຊາຄົມທ້ອງຖິ່ນ.
![]() |
| ພາບບັນຍາກາດກອງປະຊຸມຝຶກອົບຮົມວຽກງານການທູດປະຊາຊົນແຂວງ ດົ່ງນາຍ ຈັດຕັ້ງໃນເດືອນ ພະຈິກ 2022. (ພາບ: ໜັງສືພິມ ດົງນາຍ) |
ສະຫະພັນ ດົ່ງນາຍ ຕັ້ງໜ້າສົມທົບກັບບັນດາການເຄື່ອນໄຫວຂໍ້ມູນຂ່າວສານຕ່າງປະເທດເຂົ້າໃນບັນດາເຫດການພົບປະແລກປ່ຽນ, ວາງສະແດງ, ວາງສະແດງເອກະສານ, ການສະແດງສິລະປະ, ເຜີຍແຜ່ສິ່ງພິມ ແລະ ສະໜອງອຸປະກອນໂຄສະນາ, ປະກອບສ່ວນໂຄສະນາຮູບພາບຂອງແຂວງ ດົ່ງນາຍ ອອກສູ່ໂລກ; ສົມທົບກັບໜັງສືພິມ ດົງນາຍ ແລະ ສະຖານີວິທະຍຸກະຈາຍສຽງ ດົງນາຍ ກໍ່ສ້າງຖັນແຖວ “ຂົວມິດຕະພາບ” ອອກອາກາດປະຈໍາເດືອນ; ເຜີຍແຜ່ “ຈົດໝາຍຂ່າວມິດຕະພາບ” ປະຈໍາໄຕມາດ ແລະ ຮັກສາເວັບໄຊທ໌ ແລະ ເຄືອຄ່າຍສັງຄົມທີ່ປັບປຸງເປັນປົກກະຕິ, ປະກອບສ່ວນນໍາວຽກງານຂອງສະມາຄົມມິດຕະພາບປະຊາຊົນເຂົ້າໃກ້ປະຊາຊົນ.
![]() |
| ການສະແດງສິລະປະທີ່ສະແດງຢູ່ສັບປະດາວັດທະນະທຳ - ກິລາ ມິດຕະພາບແຂວງ ດົ່ງນາຍ ປີ 2025. (ພາບ: ໜັງສືພິມ ດົງນາຍ) |
ໃນປີ 2025 – ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊຶ້ອຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະຫະພັນບັນດາອົງການມິດຕະພາບແຂວງ ດົ່ງນາຍ ໄດ້ຈັດຕັ້ງສັບປະດາວັດທະນະທຳ ແລະ ກິລາມິດຕະພາບ 2025 ຢ່າງສຳເລັດຜົນ, ດ້ວຍເກືອບ 30 ເຫດການໂດຍສະຫະພັນ ແລະ ບັນດາອົງການມິດຕະພາບສະມາຊິກ. ເຫດການໄດ້ດຶງດູດພະນັກງານ, ສະມາຊິກ, ປະຊາຊົນ, ວິສາຫະກິດ FDI, ຜູ້ຕາງໜ້າບັນດາອົງການການທູດ, ອົງການຈັດຕັ້ງສາກົນ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດເຂົ້າຮ່ວມ, ສ້າງຄວາມປະທັບໃຈຢ່າງແຮງໃນວຽກງານການທູດປະຊາຊົນຂອງແຂວງ.
| ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ: ຂໍ້ມູນຂ່າວສານຕ່າງປະເທດໄດ້ແຜ່ລາມຜ່ານບັນດາການເຄື່ອນໄຫວປະຕິບັດຕົວຈິງ ຍສໝ - ຕອນເຊົ້າວັນທີ 5 ພະຈິກ 2025, ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ໄດ້ສົມທົບກັບຫໍສະໝຸດການທະຫານ ຈັດຕັ້ງຢູ່ຮ່າໂນ້ຍ, ປື້ມແນະນຳຂອງນັກຂຽນ ຫງວຽນກວາງແຈ໋ງ ກ່ຽວກັບບັນດາວິລະຊົນ, ທະຫານພິເສດທີ່ກ້າຫານ, ແລະບັນດາກອງບັນຊາການ Saigon ໃນສົງຄາມຕ້ານອາເມລິກາ, ພິມຈຳໜ່າຍເປັນພາສາລັດເຊຍ. ພົນເອກຫຼາຍທ່ານຂອງກອງທັບປະຊາຊົນຫວຽດນາມ; ພະນັກງານ, ສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ... |
| VUFO: ເປັນຂົວຕໍ່ຊ່ວຍ Plan International ເຜີຍແຜ່ຄຸນຄ່າໃຫ້ແກ່ເດັກນ້ອຍ ແລະ ຊຸມຊົນ ຍສໝ - ນັ້ນແມ່ນການແບ່ງປັນຂອງທ່ານນາງ ເລກວິ່ງລານ, ຜູ້ອຳນວຍການໃຫຍ່ປະເທດຂອງອົງການ Plan International ຫວຽດນາມ ໄດ້ແບ່ງປັນເມື່ອກ່າວເຖິງການເດີນທາງຂອງຫຼາຍກວ່າ 30 ປີກັບລູກຫຼານຫວຽດນາມ. ສຳລັບທ່ານນາງແລ້ວ, ການໜູນຊ່ວຍ ແລະ ການເຊື່ອມໂຍງຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ສ້າງເງື່ອນໄຂສຳຄັນໃຫ້ແກ່ Plan International ປະຕິບັດບັນດາໂຄງການພັດທະນາຢ່າງມີປະສິດທິຜົນ, ເຜີຍແຜ່ຄຸນຄ່າມະນຸດສະທຳ ແລະ ຍືນຍົງໃຫ້ແກ່ເດັກນ້ອຍ. |
ທ່ານປະລິນຍາໂທ. ຫງວຽນແທງຈີ໋, ປະທານສະຫະພັນບັນດາອົງການມິດຕະພາບແຂວງ ດົ່ງນາຍ





