ຫວຽດນາມ - ມາເລເຊຍ ຮ່ວມມືຕ້ານການຫາປາຜິດກົດໝາຍ
|  | ເຕັກໂນໂລຢີດິຈິຕອນໃນການຕິດຕາມກວດກາເຮືອຫາປາ: ກະແຈປ້ອງກັນການຂຸດຄົ້ນ IUU | 
|  | ຊຸກຍູ້ຄວາມເຂົ້າໃຈ ແລະ ການຮ່ວມມືດ້ານການສຶກສາລະຫວ່າງ ຫວຽດນາມ ແລະ ໄທ | 
ຕາມສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ແລ້ວ, ການເຄື່ອນໄຫວນີ້ແມ່ນສ່ວນໜຶ່ງຂອງຂະບວນການຮ່ວມມື ແລະ ການພົວພັນເປັນປະຈຳລະຫວ່າງບັນດາອົງການຄຸ້ມຄອງກະສິກຳຂອງ 2 ປະເທດໃນຊຸມປີຜ່ານມາ, ຮັກສາ ແລະ ສົ່ງເສີມໂດຍສະຖານທູດ, ເພີ່ມທະວີການສົມທົບກັນໃນຂົງເຂດກະສິກຳ, ການປະມົງ ແລະ ຕ້ານການຫາປາທີ່ຜິດກົດໝາຍ, ບໍ່ມີລາຍງານ ແລະ ບໍ່ມີລະບຽບການ (IUU). ນີ້ກໍ່ແມ່ນບາດກ້າວສະເພາະເພື່ອປະຕິບັດທິດທາງຂອງທ່ານນາຍົກລັດຖະມົນຕີ ໃນ “ເດືອນສູງສຸດເພື່ອຕ້ານການຫາປາຜິດກົດໝາຍ ແລະ ພັດທະນາອຸດສາຫະກຳການປະມົງຫວຽດນາມ ຢ່າງຍືນຍົງ” (ມະຕິຕົກລົງເລກທີ 2310/QD-TTg ລົງວັນທີ 21 ຕຸລາ 2025).
|  | 
| ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ຟຸ່ງດຶກຕ໋ຽນ (ແຖວໜ້າ, ຂວາ) ທີ່ການເຮັດວຽກກັບບັນດາການນຳກະຊວງກະສິກຳ ແລະ ຄ້ຳປະກັນສະບຽງອາຫານ ມາເລເຊຍ. (ພາບ: ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ) | 
ທີ່ການພົບປະ, 2 ຝ່າຍໄດ້ເຫັນດີສ້າງຕັ້ງຄະນະເຮັດວຽກຮ່ວມເພື່ອກວດກາ ແລະ ປັບປຸງບົດບັນທຶກຊ່ວຍຈຳ (MOU) ລະຫວ່າງ 2 ກະຊວງ, ສ້າງກົນໄກແລກປ່ຽນຂໍ້ມູນຂ່າວສານສາມຝ່າຍລະຫວ່າງບັນດາອົງການການປະມົງຂອງ 2 ປະເທດ ແລະ ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ, ເພີ່ມທະວີການສົມທົບກັນຄຸ້ມຄອງການປະມົງ ແລະ ປະຕິບັດບັນດາກຳປັ່ນຫາປາ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ດິງຫງອກລິງ ແລະ ບັນດາພະນັກງານສະຖານທູດໄດ້ສະໜັບສະໜູນການເຊື່ອມຕໍ່, ສ້າງເງື່ອນໄຂສະດວກເພື່ອໃຫ້ສອງກະຊວງມີການພົບປະແລກປ່ຽນຢ່າງເລິກເຊິ່ງ, ສ້າງບັນດາບາດກ້າວຮ່ວມມືສະເພາະໃນໄລຍະຈະມາເຖິງ.
2 ຝ່າຍກໍ່ປຶກສາຫາລືບັນດາກາລະໂອກາດລົງທຶນໃຫ້ບັນດາວິສາຫະກິດ ຫວຽດນາມ ໃນຂະແໜງອາຫານທະເລຢູ່ ມາເລເຊຍ, ເປີດກ້ວາງຄວາມສາມາດຮ່ວມມືໃນການປຸງແຕ່ງ, ຊົມໃຊ້ ແລະ ພັດທະນາຕ່ອງໂສ້ຄຸນຄ່າອາຫານທະເລສີຂຽວ ແລະ ຍືນຍົງ.
ຄາດວ່າ, ຄະນະປະຕິບັດງານຮ່ວມລະຫວ່າງສອງກະຊວງຈະຈັດກອງປະຊຸມຄັ້ງທຳອິດໃນຕົ້ນເດືອນພະຈິກ 2025, ເພື່ອແນໃສ່ສ້າງເນື້ອໃນການຮ່ວມມື, ປະກອບສ່ວນເພີ່ມທະວີການສົນທະນາດ້ານນະໂຍບາຍ, ປະສານສົມທົບການເຄື່ອນໄຫວເພື່ອແນໃສ່ພັດທະນາການປະມົງຢ່າງມີຄວາມຮັບຜິດຊອບ ແລະ ລົບລ້າງຄຳຕັກເຕືອນ IUU “ບັດເຫຼືອງ” ຂອງສະຫະພາບເອີລົບ (EU).
|   | ຊຸກຍູ້ການຮ່ວມມືພັດທະນາການທ່ອງທ່ຽວ ຫວຽດນາມ ກັບບັນດາຄູ່ຮ່ວມມືສາກົນ ຍສໝ - ວິສາຫະກິດທ່ອງທ່ຽວຫວຽດນາມ ມີການຄ້າກັບກຸ່ມທ່ອງທ່ຽວ ສ.ເກົາຫຼີ ແລະ ຟີລິບປິນ, ເປີດກວ້າງການຮ່ວມມື ແລະ ຊຸກຍູ້ການເຕີບໂຕຂອງນັກທ່ອງທ່ຽວສາກົນ. | 
|   | ເພີ່ມທະວີການຮ່ວມມືກໍ່ສ້າງພັກລະຫວ່າງ ຫວຽດນາມ - ລາວ ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ , ຕອນບ່າຍວັນທີ 19 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ຂອງຄະນະຜູ້ແທນຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໂດຍສະຫາຍ ຫງວຽນແທ່ງເຕີມ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະ ເປັນຫົວໜ້າຄະນະຜູ້ແທນ, ໄດ້ໂອ້ລົມສົນທະນາກັບຄະນະຜູ້ແທນຄະນະຈັດຕັ້ງສູນກາງພັກ ປະຊາຊົນປະຕິວັດລາວ ນຳໂດຍສະຫາຍ ບຸນສະດີ ທະນາມມວງ, ຄະນະກຳມະການສູນກາງພັກ, ... | 
ມີງດຶກ
