13:36 | 29/10/2025

APEC 2025: ຢືນຢັນຮູບພາບ​ແຫ່ງ​ຄວາມ​ໝັ້ນ​ໃຈ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ຢືດໝັ້ນ​ຄົງ​ຕົວ​ຂອງ​ຫວຽດນາມ ​ເຂົ້າ​ສູ່​ຍຸກ​ໃໝ່​ແຫ່ງ​ການ​ພັດທະນາ

ຊຸກຍູ້​ຄວາມ​ເຂົ້າ​ໃຈ ​ແລະ ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ລະຫວ່າງ ຫວຽດນາມ ​ແລະ ​ໄທ
ການ​ຫັນ​ເປັນ​ດິ​ຈິ​ຕອນ​ຂອງ​ຫວຽດ​ນາມ​ເຂົ້າ​ສູ່​ໄລ​ຍະ​ເລັ່ງ​ລັດ, ປະ​ສິດ​ທິ​ຜົນ ແລະ ໃກ້​ຊິດ​ກັບ​ປະ​ຊາ​ຊົນ
APEC 2025: ຢືນຢັນຮູບພາບ​ແຫ່ງ​ຄວາມ​ໝັ້ນ​ໃຈ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ຢືດໝັ້ນ​ຄົງ​ຕົວ​ຂອງ​ຫວຽດນາມ ​ເຂົ້າ​ສູ່​ຍຸກ​ໃໝ່​ແຫ່ງ​ການ​ພັດທະນາ

ທ່ານ​ນາງຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນມິງຮັ່ງ ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ

​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ ສ.​ເກົາຫຼີ Lee Jae-myung, ທ່ານ​ປະທານ​ປະ​ເທດ ເລືອງເກື່ອງ ຈະ​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ APEC ຄັ້ງ​ທີ 32 ​ແລະ ດຳ​ເນີນ​ບັນດາ​ການ​ພົບ​ປະ​ສອງ​ຝ່າຍ​ຢູ່ ສ. ​ເກົາຫຼີ ​ແຕ່​ວັນ​ທີ 29 ຕຸລາ – 1 ພະຈິກ 2025.

ທ່ານ​ນາງຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນມິງຮັ່ງ ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຫວຽດນາມ ກ່ອນ​ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ ​ເລືອງ​ເກື່ອງ.

ຂໍຮຽນທ່ານ​ນາງຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ຂໍທ່ານນາງໃຫ້ຮູ່ກ່ຽວກັບຄວາມ​ໝາຍ​ຂອງ​ປີ APEC 2025 ແລະ ຄວາມ​ຄາດ​ໝາຍ​ຂອງ​ຫວຽດ​ນາມ​ ໃນສັບປະດາຂັ້ນສູງ​ປີນີ້ໄດ້ບໍ?

ທ່ານ​ນາງຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນມິງຮັ່ງ: ໃນໄລຍະ 3 ທົດສະວັດແຫ່ງການສ້າງຕັ້ງ ແລະ ພັດທະນາ, ເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ໄດ້ກາຍເປັນກົນໄກຮ່ວມມືດ້ານເສດຖະກິດແຖວໜ້າໃນພາກພື້ນ, ດ້ວຍ 21 ພື້ນຖານເສດຖະກິດສະມາຊິກ, 3 ໃນ 5 ເສດຖະກິດອັນດັບຕົ້ນຂອງໂລກ, ກວມເອົາ 46% ຍອດວົງເງິນການຄ້າທົ່ວໂລກ ແລະ 61% GDP ທົ່ວໂລກ. ອາທິດ​ທີ່​ກອງ​ປະຊຸມ​ສຸດ​ຍອດ APEC 2025 ດຳ​ເນີນ​ໄປ​ໃນ​ສະພາບ​ການ​ຜັນ​ແປ​ທາງ​ດ້ານ​ການ​ເມືອງ ​ແລະ ພື້ນຖານ​ເສດຖະກິດ​ຢ່າງ​ວ່ອງ​ໄວ ​ແລະ ສັບສົນ, ການ​ຄ້າ​ທົ່ວ​ໂລກ​ປະສົບ​ກັບ​ການ​ທ້າ​ທາຍ​ຫຼາຍ​ຢ່າງ, ​ໂລກ​ພວມ​ຢູ່​ໃນ​ໄລຍະ​ແຫ່ງ​ການ​ຫັນປ່ຽນ​ຢ່າງ​ເລິກ​ເຊິ່ງ. ​ໃນ​ນັ້ນ, ສັບປະດາຂັ້ນສູງ​ APEC 2025 ​ແມ່ນ​ມີ​ຄວາມ​ສຳຄັນ​ເປັນ​ພິ​ເສດ​ເພື່ອ​ຮັກສາ ​ແລະ ​ເພີ່ມ​ທະວີ​ຈິດ​ໃຈ​ການ​ເຈລະຈາ ​ແລະ ການ​ຮ່ວມ​ມື, ຊຸກຍູ້​ການ​ຄ້າ, ການ​ລົງທຶນ, ການ​ເຊື່ອມ​ໂຍງ​ເສດຖະກິດ, ຮັກສາ​ທ່າ​ເຕີບ​ໂຕ​ຟື້ນ​ຟູ, ຕອບ​ສະໜອງ​ບັນດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ ​ແລະ ຜັນ​ຂະຫຍາຍ​ການ​ພັດທະນາ​ຂອງ​ພາກ​ພື້ນ​ໃນ​ອະນາຄົດ​ບົນ​ພື້ນຖານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ນະວັດຕະກຳ ​ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ.

ດ້ວຍ​ຫົວ​ຂໍ້ “ສ້າງ​ອະນາຄົດ​ແບບ​ຍືນ​ຍົງ” ​ແລະ 3 ບຸລິມະສິດ “ການ​ເຊື່ອມ​ຈອດ”, “ນະ​ວັດ​ຕະ​ກຳ” ​ແລະ “ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ”, ກອງ​ປະຊຸມ​ສຸດ​ຍອດ APEC ​ຄັ້ງ​ທີ 32 ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຄາດ​ໝາຍ​ຈາກ​ບັນດາ​ສະມາຊິກ APEC ​ແລະ ປະຊາ​ຄົມ​ໂລກ.

ກ່ອນ​ອື່ນ​ໝົດ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ 21 ປະ​ເທດ​ສະມາຊິກ APEC, ກອງ​ປະຊຸມ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ໃນ​ການ​ຊຸກຍູ້​ການ​ເຈລະຈາ​ຂັ້ນ​ສູງ​ກ່ຽວ​ກັບ​ບັນດາ​ບັນຫາ​ຕົ້ນຕໍ​ທີ່​ເສດຖະກິດ, ການ​ຄ້າ ​ແລະ ການ​ພັດທະນາ​ຂອງ​ໂລກ​ພວມ​ປະ​ເຊີນ​ໜ້າ. ການ​ຊຸກຍູ້​ການ​ເຈລະຈາ, ການ​ຮ່ວມ​ມື ​ແລະ ຮ່ວມ​ກັນ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ຮ່ວມ​ແມ່ນ​ຈຳ​ເປັນ​ທີ່​ສຸດ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ​ໃນ​ໄລຍະ​ປະຈຸ​ບັນ. ການ​ພົວພັນ​ລະຫວ່າງ​ບັນດາ​ການ​ນຳ APEC ​ໃນ​ໂອກາດ​ນີ້ ຍັງ​ຈະ​ສ້າງ​ຄວາມ​ຄືບ​ໜ້າ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ເສດຖະກິດ - ການ​ຄ້າ, ຜ່ານ​ນັ້ນ​ສ້າງ​ສະພາບ​ແວດ​ລ້ອມ​ສາກົນ​ທີ່​ສະດວກ ​ເພື່ອ​ຊຸກຍູ້​ຂະ​ບວນການ​ຄ້າ ​ແລະ ການ​ລົງທຶນ​ທີ່​ໝັ້ນຄົງ, ​ເຕີບ​ໂຕ​ແບບ​ຍືນ​ຍົງ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ​ເປັນ​ເອກະ​ພາບ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ທີ່ສອງ, ປະຊາ​ຄົມ​ໂລກ​ຄາດ​ວ່າ​ກອງ​ປະຊຸມ​ສຸດ​ຍອດ​ປີ​ນີ້​ຈະ​ສ້າງ​ຂອບ​ເຂດ​ການ​ຮ່ວມ​ມື​ຢ່າງ​ກວ້າງ​ຂວາງ​ຢູ່ APEC ​ໃນ​ຂົງ​ເຂດ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ປັນຍາ​ປະດິດ (AI). ນີ້ແມ່ນບູລິມະສິດສູງສໍາລັບສະມາຊິກໃນປະຈຸບັນເພື່ອເພີ່ມໂອກາດແລະຫຼຸດຜ່ອນຄວາມສ່ຽງຈາກການພັດທະນາຂອງ AI. ກອງ​ປະຊຸມ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ສະມາຊິກ​ຊຸກຍູ້​ການ​ຮ່ວມ​ມື, ​ແກ້​ໄຂ​ບັນຫາ​ຕ່າງໆ​ເຊັ່ນ: ການ​ເຕີບ​ໂຕ​ຂອງ​ປະຊາກອນ, ຊຸກຍູ້​ການ​ເຕີບ​ໂຕ​ໃໝ່, ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລຢີ, ເສດຖະກິດ​ສ້າງສັນ, ອຸດສາຫະກຳ​ວັດທະນະທຳ ​ແລະ ອື່ນໆ.

ທີ​ສາມ, ຊຸກຍູ້​ກຳລັງ​ແຮງ​ຂອງ APEC ​ໃນ​ການ​ເຊື່ອມ​ຕໍ່​ລັດຖະບານ​ກັບ​ບັນດາ​ວິ​ສາ​ຫະກິດ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ວິ​ສາ​ຫະກິດ​ນຳ​ໜ້າ​ໃນ​ພາກ​ພື້ນ, ​ໃນ​ອາທິດ​ນີ້ APEC ຄາດ​ວ່າ​ຈະ​ສ້າງ​ກຳລັງ​ແຮງ​ຊຸກຍູ້​ການ​ຮ່ວມ​ມື​ພາກ​ລັດ - ເອກະ​ຊົນ ​ເພື່ອຍູ້ແຮງການລະດົມແຫຼ່ງຊັບພະຍາກອນເພື່ອຮັບໃຊ້ການຫັນເປັນດິຈິຕອລ, ການຫັນເປັນສີຂຽວ, ການຫັນເປັນພະລັງງານ, ການພັດທະນາພື້ນຖານໂຄງລ່າງຍຸດທະສາດ, ການເຊື່ອມຈອດເສດຖະກິດ, ຜ່ານນັ້ນປະກອບສ່ວນຊຸກຍູ້ການຫັນປ່ຽນຮູບແບບການເຕີບໂຕຂອງເສດຖະກິດສະມາຊິກ.

ຫວຽດນາມ ປາດຖະໜາ ແລະ ເຊື່ອໝັ້ນວ່າ​ ພາຍໃຕ້ການເປັນປະທານຂອງ ສ.ເກົາຫຼີ, ບັນດາໝາກຜົນອັນດີງາມຂອງ APEC 2025 ຈະປະກອບສ່ວນສືບຕໍ່ຮັກສາບົດບາດເປັນກຳລັງໜູນຊຸກຍູ້ການເຕີບໂຕເສດຖະກິດ ແລະ ເຊື່ອມຕໍ່ເຊິ່ງເວທີປາໄສ APEC ໄດ້ຢັ້ງຢືນໃນຫຼາຍທົດສະວັດຜ່ານມາ, ພ້ອມທັງຊຸກຍູ້ບົດບາດບຸກເບີກຂອງ APEC ໃນຍຸກເຕັກໂນໂລຢີ ແລະ ນະວັດຕະກຳປະຈຸບັນ.

ຂໍຮຽນທ່ານ​ນາງຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ຂໍທ່ານນາງໃຫ້ຮູ່​ຄວາມ​ໝາຍ, ເປົ້າໝາຍ​ຂອງ​ປະຕິບັດງານຂອງ​ທ່ານ​ປະທານ​ປະ​ເທດ ​ເລືອງ​ເກື່ອງ ​ເພື່ອ​ເຂົ້າ​ຮ່ວມສັບປະດາຂັ້ນສູງ APEC 2025 ​ແລະ ເຮັດວຽກສອງ​ຝ່າຍ​ຢູ່ ສ.​ເກົາຫຼີ ໄດ້ບໍ?

ທ່ານ​ນາງຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນມິງຮັ່ງ: ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ ສ.​ເກົາຫຼີ Lee Jae-myung, ທ່ານ​ປະທານ​ປະ​ເທດ ​ເລືອງ​ເກື່ອງ ຈ​ະ​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ APEC ຄັ້ງ​ທີ 32 ​ແລະ ດຳ​ເນີນ​ບັນດາ​ການ​ພົບ​ປະ​ສອງ​ຝ່າຍ​ຢູ່ ສປປ ​ເກົາຫຼີ ​ແຕ່​ວັນ​ທີ 29 ຕຸລາ – 1 ພະຈິກ 2025.

ທີ່ກອງປະຊຸມສຸດຍອດ APEC ປີນີ້, ດ້ວຍຖານະແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີລະດັບເຕີບໂຕສູງສຸດໃນພາກພື້ນ,ດ້ວຍ​ບົດບາດ ​ແລະ ຖານະ​ສາກົນ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ຫວຽດນາມ ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່, ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ທີ່​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ຈັດ​ຕັ້ງ APEC ​ເປັນ​ຄັ້ງ​ທີ 3 ​ໃນ​ປີ 2027, ຫວຽດນາມ ຈະ​ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື APEC, ຊຸກຍູ້​ລັດທິຫຼາຍ​ຝ່າຍ, ສົມທົບ​ກັນ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ພັດທະນາ​ແບບ​ຍືນ​ຍົງ ​ແລະ ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ. ດ້ວຍ​ຈິດ​ໃຈ​ນັ້ນ, ການ​ໄປ​ເຮັດ​ວຽກ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື່ອງ ​ແມ່ນ​ສຳ​ຄັນ​ທີ່​ສຸດ​ໃນ​ຫຼາຍ​ດ້ານ.

ກ່ອນ​ອື່ນ​ໝົດ, ການ​ເຂົ້າ​ຮ່ວມສັບປະດາຂັ້ນສູງຂອງ​ທ່ານ​ປະທານ​ປະ​ເທດ APEC ​ແມ່ນ​ບາດກ້າວ​ສຳຄັນ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ, ນະ​ໂຍບາຍ, ຄວາມ​ຕັດສິນ​ໃຈ​ໃຫຍ່​ຂອງ​ພັກ ​ແລະ ລັດ, ພິ​ເສດ​ແມ່ນ​ມະຕິ​ເລກທີ 59-NQ/TW ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນ​ສະພາບ​ການ​ໃໝ່, ສືບ​ຕໍ່​ຫັນ​ແນວ​ຄິດ ​ແລະ ທິດ​ທາງ​ໃໝ່​ເຂົ້າ​ສູ່​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຈາກ​ແນວ​ຄິດຮັບຮອງເອົາ” ໄປແນວຄວາມຄິດຂອງ “ການປະກອບສ່ວນ”, ຈາກການເຊື່ອມໂຍງໄປສູ່ການເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ, ຈາກຖານະຂອງພື້ນຖານເສດຖະກິດທີ່ຊັກຊ້າລົງໄປສູ່ເສດຖະກິດທີ່ພົ້ນເດັ່ນ, ເປັນບຸກເບີກໃນຫຼາຍຂົງເຂດໃໝ່. ທ່ານ​ປະທານ​ປະ​ເທດ​ຈະ​ປຶກສາ​ຫາລື​ກັບ​ບັນດາ​ການ​ນຳ APEC ບັນດາ​ບັນຫາ​ສຳຄັນ​ກ່ຽວ​ກັບ​ການ​ຮ່ວມ​ມື ​ແລະ ພັດທະນາ, ​ເຫັນ​ດີ​ກ່ຽວ​ກັບ​ບັນດາ​ທິດ​ທາງ​ຊຸກຍູ້​ການ​ຄ້າ, ການ​ລົງທຶນ, ການ​ເຊື່ອມ​ຕໍ່, ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ການ​ຫັນປ່ຽນ​ສີຂຽວ, ການ​ຫັນ​ເປັນ​ດີ​ຈີ​ຕອນ ​ແລະ ຫຼາຍ​ຂົງ​ເຂດ​ສຳຄັນ​ອື່ນໆ.

ທີ່ສອງ, ທ່ານປະທານປະເທດ ເລືອງເກື່ອງ ຈະມີການເຄື່ອນໄຫວພົວພັນກັບການນຳຫຼາຍປະເທດຂອງພື້ນຖານເສດຖະກິດ APEC, ພົບປະກັບບັນດາການນຳບັນດາວິສາຫະກິດ, ວິສາຫະກິດແຖວໜ້າຂອງໂລກ, ປະກອບສ່ວນເຮັດໃຫ້ການພົວພັນສອງຝ່າຍກັບບັນດາຄູ່ຮ່ວມມືເຂົ້າສູ່ລວງເລິກ, ລະດົມແຫຼ່ງກຳລັງເພື່ອຮັບໃຊ້ເປົ້າໝາຍພັດທະນາເສດຖະກິດ - ສັງຄົມຂອງປະເທດ.

ພິ​ເສດ, ທ່ານ​ປະທານ​ປະ​ເທດ ຈະ​ເຂົ້າ​ຮ່ວມ, ​ໂອ້​ລົມ​ສົນທະນາ ​ແລະ ກ່າວ​ຄຳ​ປາ​ໄສ​ທີ່​ສຳຄັນ​ທີ່​ກອງ​ປະຊຸມສຸດຍອດCEO APEC 2025 ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ເກືອບ 2.000 ຄົນ​ຂອງ​ບັນດາ​ວິ​ສາ​ຫະກິດ​ນຳ​ໜ້າ​ໃນ​ພາກ​ພື້ນ ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ຄວາມ​ສາມາດ​ບົ່ມ​ຊ້ອນ, ຄວາມ​ໄດ້​ປຽບ, ຄວາມ​ຕັດສິນ​ໃຈ ​ແລະ ບັນດາ​ບາດກ້າວ​ບຸກທະລຸ​ຍຸດ​ທະ​ສາດ. ສິ່ງດັ່ງກ່າວຈະຊ່ວຍໃຫ້ເພື່ອນມິດສາກົນສືບຕໍ່ໄປພ້ອມໆກັນ, ສະໜັບສະໜູນ ແລະ ຢືນຄຽງຂ້າງພວກເຮົາໃນບາດກ້າວພັດທະນາໃໝ່, ໂດຍສະເພາະແມ່ນການລະດົມແຫຼ່ງທຶນ ແລະ ເຕັກໂນໂລຢີ… ເພື່ອຮັບໃຊ້ເປົ້າໝາຍຫັນປ່ຽນຮູບແບບການເຕີບໂຕ, ຊຸກຍູ້ນະວັດຕະກຳ, ການຫັນເປັນສີຂຽວ ແລະ ຫັນເປັນດີຈີຕອນ.

ທີ​ສາມ, ບົນ​ພື້ນຖານ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ສ.​ເກົາຫຼີ ​ແມ່ນ​ຄູ່​ຮ່ວມ​ມື​ເສດຖະກິດ​ແຖວ​ໜ້າ​ຂອງ​ຫວຽດນາມ ​ແລະ ​ໃນ​ສະພາບ​ການ​ການ​ພົວພັນ​ຫວຽດນາມ - ສ.​ເກົາຫຼີ ພວມ​ພັດທະນາ​ຢ່າງ​ດີງາມ, ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ ເລືອງເກື່ອງ ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ປະ​ເທດ​ສືບ​ຕໍ່​ຮັດ​ແໜ້ນ ​ແລະ ຮັດ​ແໜ້ນ​ພື້ນຖານ​ການ​ພົວພັນ​ທາງ​ການ​ເມືອງ​ອັນ​ດີງາມ, ຊຸກຍູ້​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ ​ແລະ ຂໍ້​ຕົກລົງ​ຂັ້ນ​ສູງ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ມໍ່ໆ​ມາ​ນີ້.

ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ ເລືອງເກື່ອງ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ APEC 2025 ​ແລະ ບັນດາ​ການ​ພົບ​ປະ​ສອງ​ຝ່າຍ​ຢູ່ ສ.​ເກົາຫຼີ ຈະ​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ປະກອບສ່ວນ​ສືບ​ຕໍ່​ຢັ້ງຢືນ​ຮູບ​ພາບ​ຄວາມ​ເຊື່ອ​ໝັ້ນ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ຢືດໝັ້ນ​ຂອງ​ຫວຽດນາມ ​ເຂົ້າ​ສູ່​ຍຸກ​ໃໝ່​ແຫ່ງ​ການ​ພັດທະນາ, ປະກອບສ່ວນ​ຢ່າງ​ມີ​ຄວາມ​ຮັບຜິດຊອບ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ອີກ​ໃຫ້​ແກ່​ບັນດາ​ບັນຫາ​ຮ່ວມ​ມື​ຂອງ​ມວນ​ມະນຸດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​ຂອງ​ໂລກ.

ປະ​ເທດ​ ແລະ ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ 48 ແຫ່ງ ຈະ​ເຂົ້າ​ຮ່ວມ​ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ຢູ່​ຮ່າ​ໂນ້ຍ. ປະ​ເທດ​ ແລະ ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ 48 ແຫ່ງ ຈະ​ເຂົ້າ​ຮ່ວມ​ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ຢູ່​ຮ່າ​ໂນ້ຍ.

ຍສໝ - ແຕ່​ວັນ​ທີ 3-5 ຕຸລາ​ນີ້, ຢູ່ເຂດຮ່ອງຮອຍສູນກາງກຳແພງພະລາຊະວັງທັງລອງ (ຮ່າຸໂນ້ຍ), ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ຄັ້ງ​ທຳ​ອິດ​ຈະ​ດຳ​ເນີນ​ໄປ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 48 ສະ​ຖານ​ທູດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ສູນ​ວັດ​ທະ​ນະ​ທຳ​ຕ່າງ​ປະ​ເທດປະຈຳຫວຽດນາມ. ນີ້​ແມ່ນ​ຂໍ້​ລິ​ເລີ່ມ​ໃໝ່​ເພື່ອ​ຢັ້ງຢືນ​ບົດບາດ​ຂອງ​ວັດທະນະທຳ​ໃນ​ການ​ເຊື່ອມ​ຕໍ່​ມະນຸດ, ຊຸກຍູ້​ສັນຕິພາບ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ.

ບາດ​ກ້າວ​ຍຸດ​ທະ​ສາດ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ຂອງ ຫວຽດ​ນາມ ບາດ​ກ້າວ​ຍຸດ​ທະ​ສາດ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ຂອງ ຫວຽດ​ນາມ

ຍສໝ - ໂດຍກຳນົດພະລັງງານແມ່ນເສັ້ນເລືອດຂອງພື້ນຖານເສດຖະກິດ, ແມ່ນເສົາຄ້ຳຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຫວ່າງມໍ່ໆມານີ້ ຫວຽດນາມ ໄດ້ປະກາດໃຊ້ມະຕິສະບັບເລກທີ 70 – NQ/TW ຂອງສູນກາງ ວ່າດ້ວຍການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ຮອດປີ 2030, ວິໄສທັດຮອດປີ 2045. ນີ້ແມ່ນບາດກ້າວຍຸດທະສາດ, ຕອບສະໜອງການຮັບປະກັນຄວາມໝັ້ນຄົງແບບໃໝ່ຂອງຍຸກສະໄໝຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21306.html

In bài biết