12:01 | 23/10/2025

ເປີດພື້ນທີ່ຮ່ວມມືໃຫມ່​ສໍາ​ລັບ​ການ​ຮ່ວມ​ມື​ກັບ ບູນກາຣີ ແລະ Balkans​

ຊຸ​ກ​ຍູ້​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ
ຫວຽດນາມ - Morocco ຊຸກຍູ້​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ສະມາຄົມ​ມິດຕະພາບ

ຫວ່າງ​ມໍ່ໆ​ນີ້, ທ່ານ​ນາງຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ທິທູ​ຮັ່ງ ໃຫ້​ສຳພາດ​ກ່ຽວ​ກັບ​ການ​ຢ້ຽມຢາມ​ບຸນ​ກາຣີຂອງ​ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ.

ເປີດພື້ນທີ່ຮ່ວມມືໃຫມ່​ສໍາ​ລັບ​ການ​ຮ່ວມ​ມື​ກັບ ບູນກາຣີ ແລະ Balkans​

ທ່ານ​ນາງຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ທິທູ​ຮັ່ງ ໃຫ້​ສຳພາດ​ກ່ຽວ​ກັບ​ການ​ຢ້ຽມຢາມ​ບຸນ​ກາຣີຂອງ​ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ.

ຂໍຮຽນທ່ານນາງຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ຂໍທ່ານນາງໃຫ້ຄວາມໝາຍ ແລະ ຈຸດປະສົງຂອງການ​ຢ້ຽມຢາມ​ບຸນ​ກາຣີຢ່າງເປັນທາງການຂອງ​ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ໄດ້ບໍ?

ທ່ານ​ນາງຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ທິທູ​ຮັ່ງ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານປະທານາທິບໍດີ ບຸນກາຣີ Rumen Radev, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະມາຢ້ຽມຢາມ ສາທາລະນະລັດ ບູນກາຣີ ຢ່າງເປັນທາງການ ໃນລະຫວ່າງວັນທີ 22 – 24 ຕຸລາ 2025. ການ​ຢ້ຽມຢາມ​ໄດ້​ດຳ​ເນີນ​ໄປ​ໃນ​ເວລາ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ, ​ເມື່ອ​ຫວຽດນາມ ​ແລະ ບຸນ​ກາຣີ ​ໄດ້​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ​ແລະ ນີ້​ແມ່ນ​ການ​ຢ້ຽມຢາມ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ພາຍຫຼັງ​ການ​ຫັນປ່ຽນ​ສະ​ຖາ​ບັນ​ຂອງ ບຸນກາຣີ ​ເມື່ອ​ປີ 1990.

ພາຍຫຼັງການຢ້ຽມຢາມ ແຟງລັງ, ການຢ້ຽມຢາມ ບຸນກາຣີ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ໂຕເລີມ ກໍ່ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຄວາມເຄົາລົບນັບຖືອັນຈິງໃຈຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ສຳລັບບັນດາຄູ່ຮ່ວມມືທີ່ເປັນມູນເຊື້ອ, ບັນດາເພື່ອນມິດທີ່ໄດ້ໃຫ້ການສະໜັບສະໜູນອັນລ້ຳຄ່າ ແລະ ປະກອບສ່ວນອັນລ້ຳຄ່າໃຫ້ແກ່ການຕໍ່ສູ້ປົກປັກຮັກສາປະເທດຊາດໃນເມື່ອກ່ອນ ແລະ ພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ. ການ​ຢ້ຽມຢາມ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ ​ເປີດ​ກວ້າງ​ຊ່ອງ​ຫວ່າງ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ກັບ ບຸນກາຣີ ​ເວົ້າ​ສະ​ເພາະ ​ແລະ ບັນດາ​ປະ​ເທດ Balkan ​ເວົ້າ​ລວມ.

​ໂດຍ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ກັບ ຫວຽດນາມ ເປັນທຳອິດ, ນັບ​ແຕ່​ປີ 1950 ​ເປັນ​ຕົ້ນ​ມາ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຫວຽດນາມ - ບຸນ​ກາຣີ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ຈາກ​ການ​ນຳ​ລຸ້ນຕ່າງໆ ​ແລະ ປະຊາຊົນ​ສອງ​ປະ​ເທດ. ເດືອນສິງຫາ 1957, ປະທານ ໂຮ່ຈີມິນ ໄດ້ໄປຢ້ຽມຢາມ ບຸນກາຣີ ຢ່າງເປັນທາງການ, ວາງພື້ນຖານ ແລະ ເປີດໄລຍະແຫ່ງການພັດທະນາອັນດີງາມຂອງການພົວພັນລະຫວ່າງ 2 ປະເທດ ດ້ວຍການຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈອັນລ້ຳຄ່າ ເຊິ່ງ ບຸນກາຣີ ມອບໃຫ້ ຫວຽດນາມ ໃນພາລະກິດປົດປ່ອຍ ແລະ ປົກປັກຮັກສາປະເທດຊາດ. ຊາວ​ຫວຽດ​ນາມ ຍາມ​ໃດ​ກໍ​ລະ​ນຶກ​ເຖິງ​ພາບ​ພົດ​ຂອງ​ບັນ​ດາ​ນັກ​ສຶກ​ສາ ແລະ ປະ​ຊາ​ຊົນ ບຸນ​ກາ​ຣີ ນັບ​ພັນ​ຄົນ​ເດີນ​ຂະ​ບວນ​ປະ​ທ້ວງ​ສົງ​ຄາມ​ຢູ່​ຫວຽດ​ນາມ. ໂຮງໝໍ ຫວຽດ-ບຸນ ຢູ່ ໄທບິ່ງ ແລະ ໂຮງຮຽນອະນຸບານ ຫວຽດ-ບຸນ ຢູ່ນະຄອນຫຼວງ ຮ່າໂນ້ຍ ແມ່ນຂອງຂວັນທີ່ມີຄວາມໝາຍທີ່ຊາວ ບຸນກາຣີ ມອບໃຫ້ປະຊາຊົນນະຄອນຫຼວງ. ບຸນ​ກາຣີ ເຄີຍ​ຝຶກ​ອົບ​ຮົມ​ບັນດາ​ນັກ​ຊ່ຽວຊານ​ມະຫາວິທະຍາ​ໄລ ​ແລະ ປະລິນຍາ​ຕີ ​ແລະ ຄົນ​ງານ​ທີ່​ມີ​ສີມື​ດີ​ນັບ​ໝື່ນ​ຄົນ​ໃຫ້​ແກ່​ຫວຽດນາມ, ​ແມ່ນ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ອັນ​ລ້ຳ​ຄ່າ​ເພື່ອ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ຫວຽດນາມ.

ການຢ້ຽມຢາມຄັ້ງນີ້ຈະແມ່ນໂອກາດເພື່ອໃຫ້ການນຳຂັ້ນສູງ 2 ປະເທດກວດກາຄືນບັນດາໝາກຜົນແຫ່ງການພັດທະນາການພົວພັນ, ຜ່ານນັ້ນມີບັນດາທິດທາງຍຸດທະສາດ, ນຳການພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານລະຫວ່າງ ຫວຽດນາມ ແລະ ບຸນກາຣີ ກ້າວຂຶ້ນສູ່ລະດັບໃໝ່, ພິເສດແມ່ນບັນດາຂົງເຂດຮ່ວມມືເຊິ່ງ ບຸນກາຣີ ມີກຳລັງແຮງ ແລະ ຫວຽດນາມ ພວມມີຄວາມຕ້ອງການຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ປະລິມານ, ປັນຍາປະດິດ (AI), ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ພ້ອມກັນນັ້ນກໍ່ແມ່ນກາລະໂອກາດຂອງສອງປະເທດ. ກໍ່ສ້າງ​ຂົວ​ແຫ່ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊື່ອມ​ຕໍ່​ບັນ​ດາ​ປະ​ເທດ​ບຸນ​ກາຣີ ກັບ ອາ​ຊຽນ ແລະ ກົງ​ກັນ​ຂ້າມ, ຫວຽດນາມ ກັບ EU.

ຂໍຮຽນທ່ານນາງຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ຂໍທ່ານນາງຕີ​ລາຄາ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ບຸນ​ກາຣີ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ແລະ ຄວາມ​ຄາດ​ໝາຍ​ຂອງ​ທ່ານນາງ ​ໃນ​ການ​ຢ້ຽມຢາມ​ເຮັດ​ວຽກ​ຄັ້ງ​ນີ້​ຂອງ​ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ?

ທ່ານ​ນາງຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ທິທູ​ຮັ່ງ: 75 ປີ​ແຫ່ງ​ວັນ​ສ້າງສາ ​ແລະ ພັດທະນາ​ການ​ພົວພັນ​ແມ່ນ​ໄລຍະ​ປະຫວັດສາດ​ຂອງ​ການ​ນຳ​ເຊິ່ງກັນ ​ແລະ ກັນ​ໃນ​ຂະ​ບວນການ​ກໍ່ສ້າງ ​ແລະ ພັດທະນາ ​ເປັນ​ຕົ້ນ​ແມ່ນ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ຂອງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.

​ໃນ​ດ້ານ​ການ​ເມືອງ ​ແລະ ການ​ທູດ, 2 ຝ່າຍ​ເປັນ​ປະຈຳ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ, ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ເປັນ​ປະຈຳ, ຜ່ານ​ນັ້ນ​ສ້າງ​ພື້ນຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ​ໃນ​ດ້ານ​ການ​ສຶກສາ ​ແລະ ບຳລຸງ​ສ້າງ, ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ໂຄງການ​ຮ່ວມ​ມື​ໄລຍະ 2025-2028 ​ແລະ ພວມ​ພິຈາລະນາ​ສຶກສາ ​ແລະ ​ເປີດ​ກວ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ການ​ຝຶກ​ອົບຮົມ​ໃນ​ບັນດາ​ຂົງ​ເຂດ​ທີ່​ເຂັ້ມ​ແຂງ​ຄື: ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ, ລັດ​ຖະບານ​ອີ​ເລັກ​ໂທຣນິກ, ບໍລິຫານ​ລັດ... ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນໆ​ຄື: ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ, ວັດທະນະທຳ, ແຮງ​ງານ.

2 ຝ່າຍ​ພວມ​ຜັນ​ຂະຫຍາຍ​ບັນດາ​ວຽກ​ງານ​ຮ່ວມ​ມື​ຄົ້ນຄວ້າ​ວິທະຍາສາດ; ສ້າງຕັ້ງຄະນະກຳມາທິການຮ່ວມມືວິທະຍາສາດ ແລະ ເຕັກໂນໂລຊີ, ສຸມໃສ່ເຂົ້າໃນຂະແໜງການໃໝ່ຄື: ເຕັກໂນໂລຢີຊີວະນາ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ, ການຫັນເປັນດີຈີຕອນ, ປັນຍາປະດິດ, ພະລັງງານສີຂຽວ… ສັນຍາຈະນຳເອົາກອບການຮ່ວມມືໃໝ່ທີ່ເໝາະສົມກັບທ່າແຮງ ແລະ ຄວາມຕ້ອງການຂອງແຕ່ລະຝ່າຍ, ຜ່ານນັ້ນປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງແຕ່ລະປະເທດ.

ພວກ​ເຮົາຄາດ​ວ່າ​ການ​ຢ້ຽມຢາມ​ຈະ​ເປີດ​ກາລະ​ໂອກາດ​ຮ່ວມ​ມື​ໃໝ່​ໃນ​ຂົງ​ເຂດ​ການ​ຄ້າ ​ແລະ ການ​ລົງທຶນ​ໂດຍ​ຜ່ານ​ການ​ເປີດ​ກວ້າງ​ຕະຫຼາດ​ໃຫ້​ແກ່​ກັນ; ປະຕິບັດ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - EU (EVFTA) ຢ່າງ​ມີ​ປະສິດທິ​ຜົນ, ຮຽກຮ້ອງ​ໃຫ້​ຄະນະ​ກຳມະການ​ເອີ​ລົບ ​ໃຫ້​ສັດຕະຍາບັນ​ສັນຍາ​ປົກ​ປ້ອງ​ການ​ລົງທຶນ​ຫວຽດນາມ - EU (EVIPA) ຢ່າງໂດຍ​ໄວ, ຜ່ານ​ນັ້ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ ຫວຽດນາມ ​ແລະ ບຸນ​ກາຣີ ​ແລະ ບັນດາ​ຄູ່​ຮ່ວມ​ມື​ອື່ນໆ​ໃນ EU.

ບົນ​ພື້ນຖານ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ, ຂ້າພະ​ເຈົ້າຫວັງ​ວ່າ​ການ​ຢ້ຽມຢາມ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ, ຊຸກຍູ້​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ, ວັດທະນະທຳ, ການ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະ ບຳລຸງ​ສ້າງ. ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ເຫັນ​ໄດ້​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ສິລະ​ປະ​ຢູ່ 2 ປະ​ເທດ, ພາຍຫຼັງ​ບຸນ​ກຸດ​ຈີນ, ວັນ​ວັດທະນະທຳ​ການ​ຂຽນ Slavơ ຢູ່ ຮ່າ​ໂນ້ຍ..., ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ດຳ​ເນີນ​ງານ​ບຸນ​ສິລະ​ປະ​ສາກົນ​ຢູ່ Burgas, Festival ສິລະ​ປະ​ສາກົນ​ຢູ່ Sozopol... ​ໄດ້​ຮັບ​ຜົນ​ສັກສິດ​ໃນ​ໄລຍະ​ຜ່ານ​ມາ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ດ້ວຍ​ຄວາມ​ຮູ້ສຶກ​ຈິງ​ໃຈ ​ແລະ ​ໃກ້ຊິດ, ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ບຸນ​ກາຣີ ​ເປັນ​ທາງ​ການ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ຈະ​ເປີດ​ກວ້າງ​ແງ່​ຫວັງ​ການ​ຮ່ວມ​ມື, ສອດຄ່ອງ​ກັບ​ທິດ​ທາງ​ຍຸດ​ທະ​ສາດ​ຂອງ​ຫວຽດນາມ ​ໃນ​ໄລຍະ​ໃໝ່, ນຳ​ມາ​ເຊິ່ງໝາກຜົນ​ອັນ​ດີງາມ​ຫລາຍ​ຢ່າງ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ແຕ່ລະ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ປັບປຸງ ແລະ ​ເປີດ​ກວ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ ລະຫວ່າງ ຫວຽດນາມ ​ແລະ Morocco ປັບປຸງ ແລະ ​ເປີດ​ກວ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ ລະຫວ່າງ ຫວຽດນາມ ​ແລະ Morocco

ຍສໝ - ຄວາມໝາຍທຳອິດຂອງການຢ້ຽມຢາມ ມາຣົກ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໃນໄລຍະຈະມາເຖິງ ແມ່ນການພິສູດຢ່າງຈະແຈ້ງໃຫ້ແກ່ເຈດຈຳນົງທາງການເມືອງຢ່າງຈິງໃຈຈາກທັງສອງຝ່າຍໃນການຊຸກຍູ້, ປັບປຸງ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດ.

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອ​ງ​ຝ່າຍ​ຕາມ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອ​ງ​ຝ່າຍ​ຕາມ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ

ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ສະເໜີທ່ານເອກອັກຄະລັດຖະທູດ ແລະ ສະຖານທູດສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວເຊື່ອມຕໍ່, ຊຸກຍູ້ການຮ່ວມມື, ຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍ ຫວຽດນາມກາຍເປັນສູນເຕັກໂນໂລຢີສູງຂອງພາກພື້ນ ແລະ ແມ່ນຕາໂສ້ສຳຄັນໃນລະບົບສະໜອງເຄິ່ງຊັກນຳໄຟຟ້າທົ່ວໂລກ

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21285.html

In bài biết