ປະເທດ ແລະ ອົງການຈັດຕັ້ງສາກົນ 48 ແຫ່ງ ຈະເຂົ້າຮ່ວມງານບຸນວັດທະນະທຳໂລກຢູ່ຮ່າໂນ້ຍ.
![]() | ໄຂເປີດສັບປະດາວັດທະນະທຳລາວ ຢູ່ ຫວຽດນາມ ປີ 2025 |
![]() | ອອກແຜນການຈັດຕັ້ງ "ວັນວັດທະນະທໍາໂລກ" ຄັ້ງທໍາອິດ |
ວັນທີ 26 ກັນຍານີ້, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໄດ້ສົມທົບກັບກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງກອງປະຊຸມຂ່າວແນະນຳລາຍການ. ທ່ານ ເລຫາຍບິ່ງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ເປັນປະທານກອງປະຊຸມຂ່າວໂດຍມີການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາອົງການການທູດ, ອົງການຈັດຕັ້ງສາກົນ, ການນຳຂອງຫຼາຍອົງການສູນກາງ ແລະ ທ້ອງຖິ່ນ.
ກ່າວຄຳປາໄສທີ່ນີ້, ທ່ານຮອງລັດຖະມົນຕີ ເລຫາຍບິ່ງ ເນັ້ນໜັກວ່າ “ງານບຸນວັດທະນະທຳໂລກຢູ່ ຮ່າໂນ້ຍ ແມ່ນຂໍ້ລິເລີ່ມສຳຄັນເພື່ອຍົກໃຫ້ວັດທະນະທຳເປັນເສົາຄ້ຳແຫ່ງການພັດທະນາແບບຍືນຍົງ, ພ້ອມກັນນັ້ນກໍ່ແມ່ນຂົວເຊື່ອມຕໍ່ບັນດາປະເທດ ແລະ ປະຊາຊົນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກຕ່າງໆຄື: ການປະທະກັນ, ການແຜ່ລະບາດ, ການປ່ຽນແປງຂອງດິນຟ້າອາກາດ, ມຸ່ງໄປເຖິງສັນຕິພາບ ແລະ ວັດທະນາຖາວອນ”. ທ່ານກໍປາດຖະໜາວ່າ ວັນບຸນຈະກາຍເປັນເຫດການປະຈຳປີທີ່ບັນດາເອກະລັກສະເພາະຂອງຊົນເຜົ່າໄດ້ຮັບການແນະນຳ, ອະນຸລັກຮັກສາ ແລະ ເຜີຍແຜ່, ປະກອບສ່ວນເສີມຂະຫຍາຍຮູບພາບວັດທະນະທຳຫຼາຍຮູບແບບທົ່ວໂລກ.
![]() |
ກອງປະຊຸມຂ່າວເພື່ອແນະນຳງານບຸນວັດທະນະທຳໂລກຄັ້ງທຳອິດຢູ່ຮ່າໂນ້ຍ. (ພາບ: ວາລະສານພົນລະເມືອງ ແລະ ການຊຸກຍູ້ການຮຽນຮູ້) |
ຕາມທ່ານ ຫງວຽນເຟືອງຮວ່າ, ຫົວໜ້າກົມຮ່ວມມືສາກົນ (ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ), ໄລຮອດວັນທີ 25 ກັນຍາ, ມີອົງການຜູ້ຕ່າງໜ້າການທູດ, ອົງການຈັດຕັ້ງສາກົນ, ສູນກາງວັດທະນະທໍາຕ່າງປະເທດ 48 ແຫ່ງ ໄດ້ລົງທະບຽນເຂົ້າຮ່ວມ. ງານບຸນຈະມີ: ພື້ນທີ່ວັດທະນະທໍາແຫ່ງຊາດ 45 ແຫ່ງ; ຮ້ານສະແດງ 33 ແຫ່ງ; ຄະນະສິລະປະສາກົນ 16 ຄະນະ; ຫົວຫນ່ວຍແນະນຳປື້ມ 12 ແຫ່ງ; ປະເທດທີ່ສົ່ງຮູບເງົາເຂົ້າຮ່ວມການຄັດເລືອກ 20 ປະເທດ.
ໃນຂອບເຂດຂອງລາຍການ, ປະຊາຊົນຈະໄດ້ສຳຜັດກັບຫຼາຍກິດຈະກຳທີ່ເປັນເອກະລັກສະເພາະຄື: ງານບຸນວັດທະນະທຳໂລກຮ່າໂນ້ຍ, ງານບຸນຊຸດເຊື້ອຍ່າວ, ລາຍການອາຫານສາກົນ, ເບິ່ງຮູບເງົາ, ຟ້ອນພື້ນເມືອງ, ສິລະປະ, ງານວາງສະແດງຊຸດອາພອນສາກົນ, ງານບຸນປື້ມ... ງານບຸນສັນຍາວ່າຈະເຕົ້າໂຮມບັນດາວັດທະນະທຳຂອງ 5 ທະວີບຢູ່ນະຄອນຫຼວງຂອງອາລະຍະທຳພັນປີ.
ທີ່ການປະຊຸມຂ່າວ, ຄະນະຈັດຕັ້ງໄດ້ປະກາດເວັບໄຊທາງການຂອງໂຄງການຢູ່ທີ່: https://Worldculturefestival.vn, ເພື່ອໃຫ້ຂໍ້ມູນຂ່າວສານຢ່າງຄົບຖ້ວນ ແລະ ຊ່ວຍໃຫ້ປະຊາຊົນເຂົ້າເຖິງງານມະໂຫລານໄດ້ສະດວກກວ່າ.
ດ້ວຍຄຳຂວັນ “ວັດທະນະທຳແມ່ນພື້ນຖານ - ສິລະປະແມ່ນເຄື່ອງໝາຍ”, ງານບຸນວັດທະນະທຳໂລກຄັ້ງທຳອິດຢູ່ ຮ່າໂນ້ຍ ຄາດວ່າຈະກາຍເປັນງານວັດທະນະທຳສາກົນປະຈຳປີ, ປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງຫວຽດນາມ ແລະ ເພື່ອນມິດສາກົນ, ຢືນຢັນບົດບາດວັດທະນະທຳໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ.
![]() | ການເຄື່ອນໄຫວວັດທະນະທຳຫວຽດນາມ ທີ່ເປັນເອກະລັກສະເພາະຫຼາຍຢ່າງ ໄດ້ດຳເນີນຢູ່ນະຄອນ Budapest, ຮົງກາຣີ. ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ຮຸງກາຣີ, ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ໄດ້ສົມທົບກັບອຳນາດການປົກຄອງເມືອງ 3, ນະຄອນຫຼວງ Budapest ຈັດຕັ້ງວັນວັດທະນະທຳ ຫວຽດນາມ ດ້ວຍບັນດາການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະຄື: ງານວາງສະແດງພາບແຕ້ມ, ຮູບພາບ, ລາຍການຮູບເງົາເອກະສານ, ແນະນຳປະເທດຊາດ, ປະຊາຊົນ ແລະ ... |
![]() | ທ່ານນາງເລຂາຄະນະພັກແຂວງຕວຽນກວາງ ຮ່າທິງາ ໄດ້ຮັບການເຄື່ອນໄຫວເຂົ້າຮ່ວມຄະນະພັກແນວໂຮມປະເທດຊາດຫວຽດນາມ, ບັນດາອົງຄະນະສູນກາງ. ຍສໝ - ວັນທີ 30 ມິຖຸນາ, ຄະນະພັກແນວໂຮມປະເທດຊາດ, ບັນດາອົງຄະນະສູນກາງໄດ້ຈັດຕັ້ງກອງປະຊຸມປະກາດໃຊ້ຂໍ້ຕົກລົງຂອງກົມການເມືອງກ່ຽວກັບວຽກງານພະນັກງານ. ທ່ານ ໂດ້ວັນຈ໋ຽນ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກແນວໂຮມປະເທດຊາດ, ບັດດາອົງຄະນະສູນກາງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນປະທານກອງປະຊຸມ. |
ມີງດຶກ