11:49 | 04/10/2025

ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ປຸກ​ລະ​ດົມ​ການ​ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ຖືກ​ເສຍ​ຫາຍ​ຍ້ອນ​ພາ​ຍຸ Bualoi

ຊຸກຍູ້ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ປະ​ຊາ​ຊາດ
ທ່ານນາງ​ເລ​ຂາ​ຄະນະພັກແຂວງຕວຽນ​ກວາງ ຮ່າ​ທິ​ງາ ໄດ້​ຮັບ​ການ​ເຄື່ອນ​ໄຫວ​ເຂົ້າ​ຮ່ວມ​ຄະ​ນະ​ພັກ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ບັນດາອົງຄະນະ​ສູນ​ກາງ.
ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ປຸກ​ລະ​ດົມ​ການ​ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ຖືກ​ເສຍ​ຫາຍ​ຍ້ອນ​ພາ​ຍຸ Bualoi

ທີ່ພິທີປຸກລະດົມການໜູນຊ່ວຍພໍ່ແມ່ປະຊາຊົນທີ່ຖືກຜົນເສຍຫາຍຈາກ ພາຍຸ Bualoi ທີ່ໄດ້ດຳເນີນໃນວັນທີ 2 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ໄດ້ອ່ານຄຳຮຽກຮ້ອງຂອງຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກ່ຽວກັບການຂົນຂວາຍການໜູນຊ່ວຍພໍ່ແມ່ປະຊາຊົນ ແກ້ໄຂຜົນເສຍຫາຍທີ່ເກີດຈາກພາຍຸ Bualoi. ຕາມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລ້ວ, ຜົນເສຍຫາຍທີ່ຕາມມາພາຍຫຼັງພາຍຸນ້ຳຖ້ວມແມ່ນໃຫຍ່ຫຼວງທີ່ສຸດ, ມີຫຼາຍຄອບຄົວ, ບຸກຄົນຕ້ອງການການໜູນຊ່ວຍ, ຊ່ວຍເຫຼືອ. ພັກ, ລັດ ໄດ້ ແລະ ພວມຜັນຂະຫຍາຍຫຼາຍມາດຕະການ, ແຫຼ່ງກຳລັງເພື່ອຟື້ນຟູພື້ນຖານໂຄງລ່າງ, ໜູນຊ່ວຍການຜະລິດຄືນໃໝ່, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ. ທີ່ພິທີ, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຮັບເງິນເປັນຈຳນວນກ່ວາ 673 ຕື້ ດົ່ງ (ປະມານ 25,5 ລ້ານ USD) ຈາກບັນດາອົງການ, ໜ່ວຍງານ, ສຳນັກງານ, ສ່ວນບຸກຄົນ.

ຄະນະ, ຫົວໜ່ວຍ 19 ແຫ່ງຂອງອົງການຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ເລີ່​ມດຳ​ເນີນ​ການ​ເຄື່ອນ​ໄຫວ​ຕາມ​ຮູບ​ແບບ​ໃໝ່. ຄະນະ, ຫົວໜ່ວຍ 19 ແຫ່ງຂອງອົງການຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ເລີ່​ມດຳ​ເນີນ​ການ​ເຄື່ອນ​ໄຫວ​ຕາມ​ຮູບ​ແບບ​ໃໝ່.

ຍສໝ - ວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະປະຈໍາຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະກາດບັນດາມະຕິກ່ຽວກັບວຽກງານພະນັກງານ. ຕາມ​ນັ້ນ​ແລ້ວ, ອົງການຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ມີຄະນະ, ຫົວໜ່ວຍຂຶ້ນກັບ 19 ແຫ່ງ, ​ໄດ້​ເລີ່​ມດຳ​ເນີນ​ການ​ເຄື່ອນ​ໄຫວ​ຕາມ​ຮູບ​ແບບ​ໃໝ່ແຕ່​ວັນ​ທີ 1 ກໍລະກົດ 2025.

​ສູນກາງແນວ​ໂຮມ​ປະ​ເທດ​​ຫວຽດ​ນາມ ເຊີດຊູຕົວແທນ​ພີ່ນ້ອງ​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດທີ່ດີເດັ່ນ 8 ກົມກອງລວມໝູ່ ແລະ 18 ບຸກຄົນ ​ສູນກາງແນວ​ໂຮມ​ປະ​ເທດ​​ຫວຽດ​ນາມ ເຊີດຊູຕົວແທນ​ພີ່ນ້ອງ​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດທີ່ດີເດັ່ນ 8 ກົມກອງລວມໝູ່ ແລະ 18 ບຸກຄົນ

ຍສໝ - ຕອນ​ເຊົ້າ​ວັນ​ທີ 19 ມັງກອນ 2025, ພີ່ນ້ອງ​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ 8 ກົມກອງລວມໝູ່ ແລະ 18 ບຸກຄົນ ໄດ້ຮັບການຍ້ອງຍໍຈາກ ຄະນະ​ບໍລິຫານ​ງານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຍ້ອນ​ໄດ້ມີ​ປະກອບສ່ວນ​ຢ່າງແທດຈິງ​ເຂົ້າ​ໃນວຽກງານ​ສ້າງສາ ​, ເຕົ້າ​ໂຮມ ​ແລະ ສາມັກຄີວົງຄະນະຍາດ.

Link: https://huunghivietlao.thoidai.com.vn/detail-article-21224.html

In bài biết