10:26 | 03/10/2025

ຫວຽດນາມ - ລາວ ​ເຊື່ອມ​ຕໍ່​ມໍລະດົກ, ​ໂຄສະນາ​ວັດທະນະທຳ ​ແລະ ພັດທະນາ​ການທ່ອງທ່ຽວ

ພັດທະນາ​ພາສາ​ຫວຽດນາມ, ສຶກສາລຸ້ນໜຸ່ມ​ເພື່ອ​ເຊື່ອມຕໍ່ປະຊາຄົມຊາວ​ຫວຽດນາມ​ຢູ່​ລາວ
ເພື່ອນມິດສາກົນ: ຫວຽດນາມ ສົ່ງແຮງບັນດານໃຈການປົດປ່ອຍ ແລະ ພັດທະນາ

ຕອນ​ເຊົ້າ​ວັນ​ທີ 2 ຕຸລາ ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໂຮ່ອານ​ຟອງ ​ໄດ້​ຕ້ອນຮັບ​ທ່ານ​ນາງ ດາຣານີ ພົມມະວົງສາ, ຫົວໜ້າຄະນະສິລະປະກອນລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແລະ ເປັນປະທານສັບປະດາວັດທະນະທຳລາວ 2025. ທີ່ການພົບປະ, ທ່ານຮອງລັດຖະມົນຕີ ໂຮ່ອານ​ຟອງ ຢືນຢັນວ່າ ການພົວພັນຮ່ວມມືດ້ານວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ - ລາວ ມີມູນເຊື້ອອັນດີງາມມາແຕ່ດົນນານ ແລະ ນຳມາເຊິ່ງໝາກຜົນແທດຈິງ, ປາດຖະໜາວ່າບັນດາການເຄື່ອນໄຫວພົບປະແລກປ່ຽນນີ້ຈະເປັນຂີດໝາຍພິເສດ, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງ 2 ປະເທດໃຫ້ເລິກເຊິ່ງກວ່າອີກ.

ທີ່ການໂອ້ລົມສົນທະນາ, ທ່ານຮອງລັດຖະມົນຕີ ​ໂຮ່ອານ​ຟອງ ​ຂໍ້ມູນວ່າ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ພວມເລັ່ງລັດຜັນຂະຫຍາຍໂຄງການສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ໃນເນື້ອທີ່ກວ່າ 30.000 ຕາແມັດ, ຄາດວ່າຈະມອບໃຫ້ກ່ອນເດືອນທັນວາ 2025. ໂຄງການດັ່ງກ່າວ ຖືວ່າເປັນສັນຍາລັກອັນສະຫງ່າງາມຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ນອກຈາກນັ້ນ, ກະຊວງຍັງພວມບູລະນະການເຄື່ອນໄຫວຂອງສູນວັດທະນະທໍາຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ແລະ ສະເໜີສ້າງຕັ້ງສູນທ່ອງທ່ຽວແມ່ນໍ້າຂອງຢູ່ນະຄອນຫຼວງວຽງຈັນ, ສ້າງພື້ນທີ່ໂຄສະນາມໍລະດົກ, ຊຸກຍູ້ການເຊື່ອມຕໍ່ດ້ານ​ການທ່ອງທ່ຽວ ​ແລະ ການ​ແລກປ່ຽນ​ປະຊາຊົນ.

ຫວຽດນາມ - ລາວ ​ເຊື່ອມ​ຕໍ່​ມໍລະດົກ, ​ໂຄສະນາ​ວັດທະນະທຳ ​ແລະ ພັດທະນາ​ການທ່ອງທ່ຽວ
ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໂຮ່ອານ​ຟອງ (ຂວາ) ​ໄດ້​ຕ້ອນຮັບທ່ານ​ນາງ ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ ລາວ ດາຣານີ ພົມມະວົງສາ. (ພາບ: ໜັງສືພິມ ປະຊາຊົນ)

ການ​ຮ່ວມ​ມືກ່ຽວກັບດ້ານ​ມໍ​ລະ​ດົກ​ລະ​ຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ຂີດໝາຍບັນ​ດາ​ບາດ​ກ້າວ​ສຳ​ຄັນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ວັນ​ທີ 13 ກໍລະກົດ 2025, ອົງການ UNESCO ​ໄດ້​ຮັບຮອງປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ (ຄຳມວ່ນ, ລາວ) ເປັນມໍລະດົກໂລກທາງທຳມະຊາດ, ມີຊາຍແດນຕິດກັບປ່າສະຫງວນແຫ່ງຊາດ ຟອງຍາ–ແກ້ບ່າງ (ຫວຽດນາມ). ນີ້​ແມ່ນ​ມໍລະດົກ​ທຳ​ມະ​ຊາດ​ຂ້າມ​ຊາຍ​ແດນ​ແຫ່ງ​ທຳ​ອິດ​ຂອງ​ຫວຽດນາມ ​ແລະ ລາວ. ໃນເດືອນສິງຫາ 2025, ລາວ ໄດ້ຮັບຮູ້ “ເສັ້ນທາງ ເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ບົນດິນລາວ” ເປັນມໍລະດົກທາງປະຫວັດສາດແຫ່ງຊາດ, ເຊີດຊູບົດບາດຍຸດທະສາດຂອງເສັ້ນທາງປະຫວັດສາດໃນການຕໍ່ສູ້ປົດປ່ອຍຊາດຫວຽດນາມ ແລະ ການປະຕິວັດລາວ. ຕາມທ່ານຮອງລັດຖະມົນຕີ ໂຮ່ອານຟອງ ແລ້ວ, ຜົນສຳເລັດດັ່ງກ່າວ ແມ່ນຫຼັກຖານສະແດງການຮ່ວມມືຢ່າງມີປະສິດທິຜົນ, ພ້ອມກັນນັ້ນກໍ່ແມ່ນພື້ນຖານເພື່ອໃຫ້ສອງຝ່າຍສືບຕໍ່ສົມທົບກັນໃນການອະນຸລັກຮັກສາ, ຂຸດຄົ້ນຢ່າງຍືນຍົງ ແລະ ຫັນບັນດາຄຸນຄ່າມໍລະດົກລວມເປັນຜະລິດຕະພັນທີ່ມີການແຂ່ງຂັນກັບສາກົນ.

ໂດຍສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ການຮ່ວມມືຮອບດ້ານຂອງຫວຽດນາມ, ທ່ານ ດາຣານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ທ່ອງທ່ຽວລາວ ຢືນຢັນວ່າ ສອງກະຊວງຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນຫຼາຍຂົງເຂດຄື: ແລກປ່ຽນຄະນະຜູ້ແທນ, ເຂົ້າຮ່ວມບັນດາເວທີປາໄສສາກົນ, ພິມຈຳໜ່າຍບັນດາສື່ສິ່ງພິມວັດ​ທະ​ນະ​ທຳ​ - ສິ​ລະ​ປະ, ພ້ອມກັນນັ້ນ ​ຈັດ​ຕັ້ງ​ບັນ​ດາ​ໂຄງ​ການ​ທີ່​ກ່ຽວ​ຂ້ອງ​ກັບ​ບັນ​ດາ​ເຫດ​ການ​ສຳ​ຄັນ. ​ໄລຍະ 2024-2025, ສູນ​ວັດທະນະທຳ ຫວຽດນາມ ປະຈຳ ລາວ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເພາະ​ຄື: ລາຍການ​ສິລະ​ປະ​ສະ​ເຫຼີມສະຫຼອງ 135 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນ, ບົດລະຄອນ ໃບຮ້ອງຟ້ອງທີ່ 72, ພິທີ​ໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ, ງານ​ວາງສະ​ແດງ​ຮູບ​ພາບ​ກ່ຽວ​ກັບ​ບຸນປີ​ໃໝ່​ປະຈຳ​ຊາດ​ລາວ, ຫຼື ລາຍການ ຫວຽດນາມ - ຍຸກສະໄໝ ໂຮ່ຈີມິນ ມຸ່ງໄປເຖິງສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ...

ບໍ່​ພຽງ​ແຕ່​ເຊື່ອມ​ຈອດ​ກັນ​ຜ່ານ​ມໍລະດົກ ​ແລະ ວັດທະນະທຳ​ເທົ່າ​ນັ້ນ, ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ​ສອງ​ປະ​ເທດ​ກໍ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ຕັ້ງໜ້າ. ຫວຽດນາມ ​ແມ່ນ​ຕະຫຼາດ​ທ່ອງ​ທ່ຽວ​ໃຫຍ່​ອັນ​ດັບ​ສອງ​ຂອງ​ລາວ​ໃນ​ຫຼາຍ​ປີ​ມາ​ນີ້, ​ໃນ​ນັ້ນ​ລາວ​ແມ່ນ​ໜຶ່ງ​ໃນ 15 ຕະຫຼາດ​ທ່ອງ​ທ່ຽວ​ໃຫຍ່​ຂອງ​ຫວຽດນາມ. ​ໃນ 8 ​ເດືອນ​ຕົ້ນ​ປີ 2025, ຫວຽດນາມ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ລາວ 134.000 ກວ່າ​ຄົນ, ​ເພີ່ມ​ຂຶ້ນ 33,1% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ; ຂະນະ​ທີ່​ລາວ​ຕ້ອນຮັບ​ແຂກ​ຫວຽດນາມ​ເກືອບ 589.000 ຄົນ​ໃນ 6 ​ເດືອນ​ຕົ້ນ​ປີ ​ເພີ່ມ​ຂຶ້ນ 15%. ການ​ເຄື່ອນ​ໄຫວ​ໂຄສະນາ​ຈຸດໝາຍ​ປາຍທາງ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ປະຈຳ, ປະກອບສ່ວນ​ຍົກ​ສູງ​ຮູບ​ພາບ​ການ​ທ່ອງ​ທ່ຽວ​ຂອງ​ສອງ​ປະ​ເທດ, ພ້ອມ​ທັງ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ທຸລະ​ກິດ, ຮັກສາ​ອັດຕາ​ການ​ເຕີບ​ໂຕ​ຂອງ​ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ມີ​ການ​ແລກປ່ຽນ.

ສັບປະດາວັດທະນະທຳ​ລາວ​ຢູ່​ຫວຽດນາມ 2025 ​ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 1 – 7 ຕຸລາ ຢູ່​ຮ່າ​ໂນ້ຍ ​ແລະ ​ແທງ​ຮ໋ວາ, ດ້ວຍ​ພິທີ​ເປີດ​ໃນ​ຕອນ​ຄ່ຳ​ວັນ​ທີ 2 ຕຸລາ ຢູ່​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ. ເຫດການດັ່ງກ່າວບໍ່ພຽງແຕ່ແນະນຳເຖິງບັນດາລາຍການສະແດງສິລະປະຂອງຊາວຫວຽດນາມ ທີ່ຝັງເລິກເຖິງເອກະລັກຂອງຊາດລາວເທົ່ານັ້ນ, ຫາກຍັງຢັ້ງຢືນເຖິງຄວາມມຸ່ງໝັ້ນຮ່ວມຂອງ 2 ປະເທດເພື່ອຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນໄລຍະໃໝ່.

Pedro da Oliveira: ຈາກຫ້ອງບັນຍາຍ Sao Paulo ຫາ​ຂົວ​ເຊື່ອມ​ຕໍ່​ ຫວຽດ​ນາມ - ບຣາຊິນ Pedro da Oliveira: ຈາກຫ້ອງບັນຍາຍ Sao Paulo ຫາ​ຂົວ​ເຊື່ອມ​ຕໍ່​ ຫວຽດ​ນາມ - ບຣາຊິນ

ຍສໝ - ປີ 1968, ຢູ່ຫ້ອງບັນຍາຍມະຫາວິທະຍາ​ໄລ Sao Paulo (ບຣາຊິນ), ການ​ສາຍ​ຮູບ​ເງົາ​ກ່ຽວ​ກັບ​ສົງຄາມ​ຫວຽດນາມ ​ໄດ້​ເປີດ​ຈຸດ​ຫັນປ່ຽນ​ຊີວິດ​ຂອງ​ຜູ້ບ່າວນັກສຶກສາໃໝ່ Pedro de Oliveira. ຈາກ​ເວລາ​ນັ້ນ, ທ່ານ​ໄດ້​ເລີ່​ມຕົ້ນ​ການ​ເດີນທາງ​ຂອງ​ຕົນ​ໄປ​ຍັງ​ປະ​ເທດ​ໜຶ່ງ​ໃນ​ອີກ​ດ້ານ​ໜຶ່ງ​ຂອງ​ໂລກ. ເປັນເວລາກວ່າເຄິ່ງສະຕະວັດ, ທ່ານ Pedro de Oliveira ແມ່ນທັງນັກຂ່າວ ແລະ ນັກປະຫວັດສາດທີ່ດຸໝັ່ນຄົ້ນຄວ້າຫວຽດນາມ, ແລະແມ່ນ “ຂົວ” ...

ບັກນິງ ໄດ້ເຜີຍແຜ່ບັນດາຄຸນຄ່າປະຫວັດສາດ, ວັດທະນະທຳ ແລະ ຈິດໃຈສາມັກຄີແຫ່ງຊາດໃຫ້ເຖິງປະຊາຊົນ ແລະ ເພື່ອນມິດສາກົນ. ບັກນິງ ໄດ້ເຜີຍແຜ່ບັນດາຄຸນຄ່າປະຫວັດສາດ, ວັດທະນະທຳ ແລະ ຈິດໃຈສາມັກຄີແຫ່ງຊາດໃຫ້ເຖິງປະຊາຊົນ ແລະ ເພື່ອນມິດສາກົນ.

ຍສໝ - ບັກ​ນິງ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສິ​ລະ​ປະ​ສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ວັນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ 2 ກັນຍາ, ເພື່ອ​ແນ​ໃສ່​ເຜີຍ​ແຜ່​ບັນ​ດາ​ຄຸນ​ຄ່າ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ຈິດ​ໃຈ​ສາ​ມັກ​ຄີ​ແຫ່ງ​ຊາດ​ເຖິງ​ປະ​ຊາ​ຊົນ ແລະ ເພື່ອນ​ມິດ​ສາ​ກົນ.

Link: https://huunghivietlao.thoidai.com.vn/detail-article-21221.html

In bài biết