ແນວໂຮມປະເທດຊາດຫວຽດນາມ ໂຮ່ຈີມິນ ມອບທຶນການສຶກສາເຕັມທຶນໃຫ້ບັນດາພະນັກງານແນວໂຮມ ແລະ ນັກສຶກສາລາວ
![]() | ນະຄອນ ໂຮ່ຈີມິນ - Hyogo (ຍີ່ປຸ່ນ) ຊຸກຍູ້ການຮ່ວມມືຫັນເປັນສີຂຽວ ແລະ ດີຈີຕອນ |
![]() | ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກແອບຮ່ວມຢູ່ນະຄອນ ໂຮ່ຈີມິນ |
ວັນທີ 30 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາງ ເຈືອງທິບິກແຫ້ງ - ຮອງປະທານຜູ້ປະຈຳຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ພົບປະເຈລະຈາກັບຄະນະຜູ້ແທນແນວລາວສ້າງຊາດ ຢູ່ ນະຄອນຫຼວງວຽງຈັນ ໂດຍທ່ານ ສົມໃຈ ຊຽງຊອງແຕງ - ຮອງປະທານ ເປັນຫົວໜ້າຄະນະ.
![]() |
ກອງປະຊຸມເຮັດວຽກລະຫວ່າງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ປະຈຳ ນະຄອນ ໂຮ່ຈີມິນ ແລະ ແນວລາວສ້າງຊາດ ຢູ່ນະຄອນຫຼວງ ວຽງຈັນ. (ພາບ: A.H) |
ທີ່ການພົບປະ, ສອງຝ່າຍໄດ້ຕີລາຄາໝາກຜົນການຮ່ວມມືໄລຍະ 2022 – 2024 ແລະ ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ. ໜຶ່ງໃນບັນດາລາຍການດີເດັ່ນແມ່ນ “ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ”.
ຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດນະຄອນ ໄດ້ສ້າງໂຄງການໄລຍະ 2021 – 2025 ດ້ວຍການສົມທົບຂອງຄະນະຊາວໜຸ່ມນະຄອນ, ສະຫະພັນແມ່ຍິງ, ສະຫະພັນແຮງງານ, ສະມາຄົມນັກຮົບເກົ່າ, ສະມາຄົມຊາວກະສິກອນ ແລະ ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ. ມາຮອດປະຈຸບັນ, ມີ 219 ຄອບຄົວຊາວຫວຽດນາມ ໄດ້ເຂົ້າຮ່ວມໜູນຊ່ວຍນັກສຶກສາລາວ 385 ຄົນ, ປະກອບສ່ວນຮັດແໜ້ນຄວາມມິດຕະພາບກັບປະຊາຊົນ.
ໃນໄລຍະ 2022 – 2024, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງ 2 ຄະນະປະຕິບັດງານໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ; ຕ້ອນຮັບຄະນະຜູ້ແທນແນວໂຮມປະເທດຊາດລາວ ແລະ ບັນດາຄອບຄົວນັກສຶກສາລາວ ໄປແລກປ່ຽນຢູ່ນະຄອນໂຮ່ຈິມິນ. ບັນດາການເຄື່ອນໄຫວດັ່ງກ່າວຖືກຕີລາຄາວ່າໄດ້ປະກອບສ່ວນຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືມິດຕະພາບລະຫວ່າງ 2 ທ້ອງຖິ່ນ.
![]() |
ທ່ານ ສົມໃຈ ຊຽງຊອງແຕງ ທີ່ກອງປະຊຸມ. (ພາບ: A.H) |
ທ່ານ ສົມໃຈ ຊຽງຊອງແຕງ ຕີລາຄາສູງການໜູນຊ່ວຍຕົວຈິງຂອງນະຄອນ ໂຮ່ຈີມິນ ໃນວຽກງານຂອງແນວໂຮມປະເທດຊາດ ຫວຽດນາມ, ຈາກການສະໜອງອຸປະກອນ, ແບ່ງປັນປະສົບການໃນການປຸກລະດົມຂົນຂວາຍປະຊາຊົນຢ່າງທັນການ, ຊ່ວຍເຫຼືອຜູ້ປະສົບຄວາມຫຍຸ້ງຍາກ, ຜ່ານນັ້ນເປັນການຊຸກຍູ້ຄວາມສາມັກຄີ, ຄວາມຕິດພັນລະຫວ່າງປະຊາຊົນສອງປະເທດ.
ທີ່ການເຈລະຈາ, ການນຳແນວຮົບສອງປະເທດໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໄລຍະ 2025-2030 ດ້ວຍຫຼາຍເນື້ອໃນສຳຄັນຄື: ຍູ້ແຮງໂຄສະນາເຜີຍແຜ່ກ່ຽວກັບການພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ; ເພີ່ມທະວີການແລກປ່ຽນ ແລະ ແລກປ່ຽນປະສົມການໃນວຽກງານແນວໂຮມ;
ຊຸກຍູ້ໃຫ້ວິສາຫະກິດຂອງສອງປະເທດຮ່ວມມື ແລະ ເຊື່ອມໂຍງເສດຖະກິດ; ຈັດຕັ້ງການພົບປະແລກປ່ຽນ; ຜູ້ສົ່ງກວມຄ່າໄປກັບຕ່າງປະເທດ); ປະຕິບັດການຮ່ວມມືດ້ານວິຊາຊີບຕາມຄວາມຕ້ອງການຂອງແຕ່ລະຝ່າຍ.
![]() |
2 ຫົວໜ່ວຍມີຫຼາຍການເຄື່ອນໄຫວປະກອບສ່ວນຮັກສາສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ນະຄອນຫຼວງວຽງຈັນ. (ພາບ: A.H) |
ພິເສດ, ໃນແຕ່ລະປີ ນະຄອນ ໂຮ່ຈີມິນ ຈະໃຫ້ອຸປະຖຳທຶນການສຶກສາປະລິນຍາໂທເຕັມທຶນ ໃຫ້ແກ່ພະນັກງານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ຈຳນວນ 1 ທຶນ ແລະ ທຶນການສຶກສາ ປະລິນຍາໂທເຕັມທຶນໃຫ້ແກ່ນັກສຶກສາລາວ 3 ຄົນ ຢູ່ນະຄອນຫຼວງວຽງຈັນ.
ທ່ານນາງຮອງປະທານຜູ້ປະຈຳຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ເຈືອງທິບິກແຫ້ງ ຢືນຢັນວ່າ ນະຄອນຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍ ແລະ ຄຽງຂ້າງແນວລາວສ້າງປະເທດນະຄອນຫຼວງ ວຽງຈັນ ໃນບັນດາການເຄື່ອນໄຫວ. ພ້ອມກັນນັ້ນ, ກໍ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ພະນັກງານ, ນັກຮຽນລາວໄປຍັງຮ່ຳຮຽນ, ປະກອບສ່ວນປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ແໜ້ນແຟ້ນລະຫວ່າງສອງທ້ອງຖິ່ນ.
![]() | ກຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ຢ້ຽມຢາມ ແລະພົບປະແລກປ່ຽນຢູ່ນະຄອນ ໂຮ່ຈີມິນ ຫວ່າງແລ້ວນີ້ ຢູ່ນະຄອນໂຮ່ຈີມິນ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ຈັດພິທີຕ້ອນຮັບກຳປັ່ນ ຂຶ້ນກັບລາຍການກໍາປັ່ນຊາວໜມອາຊີຕາເວັນອອກສຽງໃຕ້ ແລະ ຍີ່ປຸ່ນ (SSEAYP) ຄັ້ງທີ 48, ປີ 2024. |
![]() | ແນວໂຮມປະເທດຊາດຫວຽດນາມ ປາດຖະໜາຢາກເປັນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົບປະແລກປ່ຽນຫວຽດນາມ - ອິນເດຍ ຍສໝ - ໃນລະຫວ່າງວັນທີ 7-11 ພະຈິກ, ຄະນະປະຕິບັດງານຂອງຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ນໍາໂດຍທ່ານນາງ ຫງວຽນທິທູຮ່າ, ຮອງປະທານ ທັງເປັນເລຂາທິການໃຫຍ່ ໄປຢ້ຽມຢາມ ແລະເຮັດວຽກຢູ່ອິນເດຍ ເພື່ອຊອກຮູ້ຄວາມສາມາດບົ່ມຊ້ອນຊຸກຍູ້ການພົວພັນພົບປະແລກປ່ຽນປະຊາຊົນ, ແລກປ່ຽນວັດທະນະທຳ ແລະການຮ່ວມມືລະຫວ່າງບັນດາອົງການ, ອົງການຈັດຕັ້ງມະຫາຊົນຂອງສອງປະເທດ. |
ແທັງຮັ່ງ