ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມື ຫວຽດນາມ - MERCOSUR 2025
![]() | ຫວຽດນາມ ໄດ້ເຜີຍແຜ່ຖະແຫຼງການສັນຕິພາບຢູ່ກອງປະຊຸມໂລກປີ 2025 ຕ້ານລະເບີດປະລະມານູ ແລະ ອາຍຮີໂດຣແຊນ |
![]() | ໄຂເປີດງານຕະຫຼາດນັດສິນຄ້າຫວຽດນາມ - ລາວ 2025 |
ຕອນເຊົ້າວັນທີ 16 ກັນຍາ, ຢູ່ນະຄອນຫຼວງ Brasília, ສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ໄດ້ຈັດຕັ້ງການສຳມະນາ “ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມືລະຫວ່າງ ຫວຽດນາມ - MERCOSUR 2025” ເພື່ອແລກປ່ຽນ, ຊອກຮູ້ ແລະ ຮັບເອົາບັນດາແນວຄວາມຄິດເພື່ອເພີ່ມທະວີການພົວພັນ, ຮ່ວມມືລະຫວ່າງ ຫວຽດນາມ ແລະ ບຣາຊິນ, ບັນດາປະເທດໃນ MERCOSUR ກໍ່ຄືບັນດາປະເທດເພື່ອນມິດອື່ນໆຢູ່ອາເມລິກາ ລາຕິນ.
ເຂົ້າຮ່ວມການສຳມະນາມີຜູ້ແທນ 60 ກວ່າຄົນ, ໃນນັ້ນ ມີບັນດາເຈົ້າໜ້າທີ່ ແລະ ສະມາຊິກລັດຖະສະພາສະຫະລັດ ບຣາຊິນ, ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າບັນດາສະຖານທູດຂອງບັນດາປະເທດໃນ MERCOSUR ແລະ ບັນດາປະເທດທີ່ສະຖານທູດຫວຽດນາມຄວບຕຳແໜ່ງ, ນັກຮຽນຮູ້, ນັກຂ່າວ, ປະຊາຄົມວິສາຫະກິດ, ນັກສຶກສາຂະແໜງການການຄ້າຕ່າງປະເທດ ແລະ ການພົວພັນສາກົນ.
![]() |
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ບຣາຊິນ ບຸຍວັນຫງິ້ ກ່າວຄຳປາໄສທີ່ການສຳມະນາ “ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມື ຫວຽດນາມ - MERCOSUR 2025”. |
ການສຳມະນາມີການເຂົ້າຮ່ວມ ແລະ ກ່າວຄຳປາໄສໂດຍທ່ານ Inácio Arruda, ຮອງລັດຖະມົນຕີຮັບຜິດຊອບວຽກງານວິທະຍາສາດ ແລະ ເຕັກໂນໂລຊີເພື່ອພັດທະນາສັງຄົມ (ກະຊວງວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ ບຣາຊິນ), ປະທານສະມາຄົມມິດຕະພາບບຣາຊິນ - ຫວຽດນາມ (ABRAVIET); ທ່ານ Paco Britto, ຜູ້ອຳນວຍການການຕ່າງປະເທດຂອງນະຄອນຫຼວງ Brasília. ທີ່ປຶກສາການຄ້າຫວຽດນາມ ປະຈຳ ບຣາຊິນ ທ່ານນາງ ຟ້າມຮົ່ງຈາງ ໄດ້ເຂົ້າຮ່ວມທາງອອນໄລນ໌ ຈາກນະຄອນ São Paulo.
ໃນກ່າວຄຳປາໄສທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ ບຸຍວັນຫງິ້ ເນັ້ນໜັກວ່າ MERCOSUR ບໍ່ພຽງແຕ່ແມ່ນຕົວແບບແຫ່ງການເຊື່ອມໂຍງພາກພື້ນຢ່າງເລິກເຊິ່ງ, ມີຊີວິດຊີວາ ແລະ ມີປະສິດທິຜົນເທົ່ານັ້ນ, ຫາກຍັງເປັນຄູ່ຮ່ວມມືຍຸດທະສາດສຳຄັນຂອງຫວຽດນາມ ໃນສະພາບການໂລກາພິວັດ ແລະ ຂຶ້ນກັບນັບມື້ນັບເລິກເຊິ່ງລະຫວ່າງບັນດາພາກພື້ນ ແລະ ບັນດາພື້ນຖານເສດຖະກິດ, ແຕ່ກໍ່ຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍໃໝ່ເກີດຂຶ້ນໃນການຄ້າ, ຮ່ວມມື ເສດຖະກິດສາກົນ.
ທ່ານເອກອັກຄະລັດຖະທູດກໍ່ທົບທວນບັນດາຜົນງານດ້ານເສດຖະກິດທີ່ພົ້ນເດັ່ນຂອງຫວຽດນາມ ເຊັ່ນ GDP ໃນປີ 2024 ບັນລຸ 476,3 ຕື້ USD; ອັດຕາການເຕີບໂຕທີ່ໝັ້ນຄົງ 6-7%/ປີ; ວົງເງິນການຄ້າໃນ 8 ເດືອນຕົ້ນປີ 2025 ບັນລຸເກືອບ 600 ຕື້ USD, ສ່ວນເກີນການຄ້າ ເກືອບ 14 ຕື້ USD.
ກ່ຽວກັບການພົວພັນຫວຽດນາມ - ບຣາຊິນ, ທ່ານເອກອັກຄະລັດຖະທູດ ບຸຍວັນຫງິ້ ຢືນຢັນວ່າ: ບຣາຊິນ ແມ່ນຄູ່ຮ່ວມມືໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ MERCOSUR ແລະ ສົມທົບກັນ 2 ປະເທດບັນລຸໄດ້ຫຼາຍບາດກ້າວສຳຄັນຄື: ການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (ເດືອນພະຈິກ 2024), ບຣາຊິນ ໄດ້ຮັບຮູ້ຫວຽດນາມ ແມ່ນພື້ນຖານເສດຖະກິດຕະຫຼາດ ແລະ ເປີດປະຕູຕະຫຼາດກະສິກຳໃຫ້ແກ່ກັນ (ມີນາ 2020).
ວົງເງິນການຄ້າສອງຝ່າຍໄດ້ເພີ່ມຂຶ້ນຈາກ 200 ລ້ານ USD ໃນປີ 2000 ຂຶ້ນເປັນເກືອບ 8 ຕື້ USD ໃນປີ 2024, ກວມເອົາ 35% ຍອດວົງເງິນການຄ້າລະຫວ່າງຫວຽດນາມ - ອາເມລິກາລາຕິນ. 2 ມຸ່ງໄປເຖິງເປົ້າໝາຍບັນລຸ 15 ຕື້ USD ໃນປີ 2030.
![]() |
ການສຳມະນານີ້ມີການເຂົ້າຮ່ວມຂອງຜູ້ແທນ 60 ກວ່າທ່ານ, ໃນນັ້ນມີເຈົ້າໜ້າທີ່ ແລະ ມີບັນດາເຈົ້າໜ້າທີ່ ແລະ ສະມາຊິກລັດຖະສະພາສະຫະລັດ ບຣາຊິນ, ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າສະຖານທູດບັນດາປະເທດ MERCOSUR... |
ທ່ານເອກອັກຄະລັດຖະທູດ ບຸຍວັນຫງິ້ ເນັ້ນໜັກວ່າ ດ້ວຍການພົວພັນຄູ່ຮ່ວມມືຍຸດທະສາດ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງສູງ, ພື້ນຖານຊ່ວຍຊູກັນ ແລະ ກັນ, ຫວຽດນາມ ແລະ ບຣາຊິນ ຕ້ອງແບ່ງປັນຢ່າງສັດຊື່ເພື່ອແກ້ໄຂຄວາມຫຍຸ້ງຍາກ, ພ້ອມກັນນັ້ນ ກໍ່ເພີ່ມທະວີຄວາມເຂົ້າໃຈກ່ຽວກັບຕະຫຼາດ, ເຊື່ອມຕໍ່ບັນດາສະມາຄົມວິສາຫະກິດ ແລະ ຊຸກຍູ້ການເຂົ້າຮ່ວມ ແລະ ໜູນຊ່ວຍຂອງບັນດາສະມາຊິກລັດຖະສະພາສະຫະລັດ ແລະ ເຈົ້າໜ້າທີ່ອຳນາດການປົກຄອງລັດ ແລະ ຂັ້ນລັດຂອງ ບຣາຊິນ.
ພິເສດ, ໃນອາຍຸການດຳລົງຕຳແໜ່ງຂອງ Brazil ໃນຖານະເປັນປະທານໝູນວຽນຂອງ MERCOSUR, ການເລີ່ມຕົ້ນການເຈລະຈາມຸ່ງໄປເຖິງສັນຍາຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ການຄ້າເສລີ (FTA) ເໝາະສົມກັບຜົນປະໂຫຍດລວມຂອງ 2 ຝ່າຍແມ່ນມີລັກສະນະແທດຈິງ ແລະ ຍຸດທະສາດ.
ພ້ອມກັນນັ້ນ, ບັນດາການເຄື່ອນໄຫວແລກປ່ຽນຄະນະລັດຖະບານ, ລັດຖະສະພາ ແລະ ວິສາຫະກິດລະຫວ່າງຫວຽດນາມ ແລະ ບັນດາປະເທດໃນ MERCOSUR ຕ້ອງໄດ້ຮັບການຊຸກຍູ້, ເພື່ອໝູນໃຊ້ກາລະໂອກາດເພຶ່ອເຊື່ອມຕໍ່ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ 2 ຝ່າຍ.
![]() |
ທີ່ປຶກສາການຄ້າຫວຽດນາມ ທ່ານນາງ ຟ້າມຮົ່ງຈາງ ຢືນຢັນວ່າ ການພົວພັນລະຫວ່າງ ຫວຽດນາມ - MERCOSUR ພວມປະເຊີນໜ້າກັບກາລະໂອກາດອັນໃຫຍ່ຫຼວງ. |
ສືບຕໍ່ກ່າວຄຳປາໄສຂອງທ່ານເອກອັກຄະລັດຖະທູດ, ທີ່ປຶກສາການຄ້າຫວຽດນາມ ທ່ານນາງ ຟ້າມຮົ່ງຈາງ, ຫົວໜ້າຕາງໜ້າການຄ້າຫວຽດນາມ ປະຈຳ ບຣາຊິນ ແບ່ງປັນວ່າ ການພົວພັນລະຫວ່າງ ຫວຽດນາມ - MERCOSUR ພວມປະເຊີນໜ້າກັບບັນດາກາລະໂອກາດອັນໃຫຍ່ຫຼວງ ເມື່ອມີພື້ນຖານທີ່ດີ, ເພີ່ມເຕີມເສດຖະກິດທີ່ຈະແຈ້ງ, ແລະ ພ້ອມກັບແບ່ງປັນຄວາມມຸ່ງມາດປາດຖະໜາເພື່ອພັດທະນາແບບຍືນຍົງ.
![]() |
ທ່ານຮອງລັດຖະມົນຕີ Inácio Arruda ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການພົວພັນລະຫວ່າງບັນດາປະເທດ ອາເມລິກາໃຕ້ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້. |
ຕາງໜ້າໃຫ້ລັດຖະບານກາງ, ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ ບຣາຊິນ Inácio Arruda ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການພົວພັນລະຫວ່າງບັນດາປະເທດອາເມລິກາໃຕ້ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ການຜັນຂະຫຍາຍາຕະຫຼາດ ແລະ ຕ່ອງໂສ້ການຜະລິດ ແມ່ນບາດກ້າວຈຳເປັນເພື່ອເປີດກວ້າງການຮ່ວມມືລະຫວ່າງ ບຣາຊິນ ແລະ ຫວຽດນາມ.
ທ່ານຮອງລັດຖະມົນຕີ Inácio Arruda ໃຫ້ຮູ້ວ່າ: ຂະບວນການເຊື່ອມໂຍງເສດຖະກິດຕ້ອງໄປຄຽງຄູ່ກັບບັນດາຂໍ້ລິເລີ່ມຍຸດທະສາດເພື່ອເພີ່ມທະວີຄວາມສາມາດຢືດຢຸ່ນ ແລະ ລັກສະນະການຊ່ວຍຊູກັນລະຫວ່າງສອງພາກພື້ນ.
ພິເສດ, ທ່ານຮອງລັດຖະມົນຕີ Inácio Arruda ໄດ້ສະເໜີວ່າ ບຣາຊິນ ແລະ ຫວຽດນາມ ຄວນຍູ້ແຮງການຮ່ວມມື 2 ຝ່າຍໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຢີກວ່າອີກ, ບໍ່ພຽງແຕ່ຢຸດຕິແລກປ່ຽນດ້ານການເມືອງ, ການທູດ ແລະ ການຄ້າເທົ່ານັ້ນ, ຫາກຍັງຈັດຕັ້ງບັນດາຄະນະຜູ້ແທນແລກປ່ຽນວິທະຍາສາດເປັນປະຈຳ. ບັນດາການເຄື່ອນໄຫວເຫຼົ່ານີ້ຈະເປັນພື້ນຖານອັນສຳຄັນເພື່ອປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນໄລຍະຍາວນານ.
![]() |
ຜູ້ອຳນວຍການການຕ່າງປະເທດນະຄອນຫຼວງ Brasília Paco Britto ໃຫ້ຮູ້ວ່າ ລະຫວ່າງສິ່ງທີ່ຫວຽດນາມມີ ແລະ ສິ່ງທີ່ MERCOSUR ຕ້ອງການ, ມີລັກສະນະຕອບແທນກັນທາງທຳມະຊາດ. |
ຜູ້ອຳນວຍການການຕ່າງປະເທດ ນະຄອນ Brasília ທ່ານ Paco Britto ໄດ້ຕີລາຄາສູງບົດບາດທີ່ພົ້ນເດັ່ນຂອງ ຫວຽດນາມ ຢູ່ພາກພື້ນ ອາຊີ, ເນັ້ນໜັກວ່າ ຫວຽດນາມ ແມ່ນ “ສູນກາງຍຸດທະສາດ ທີ່ມີປະຊາກອນໜຸ່ມ, ມີຄວາມຂະຫຍັນຂັນເຄື່ອນ, ມີກຳລັງແຮງດ້ານເຕັກໂນໂລຢີ, ກະສິກຳ ແລະ ພະລັງງານສ້າງໃໝ່”.
ທ່ານ Paco Britto ໃຫ້ຮູ້ວ່າ: ລະຫວ່າງສິ່ງທີ່ຫວຽດນາມ ມີ ແລະ ສິ່ງທີ່ MERCOSUR ຕ້ອງການ, ມີລັກສະນະຕອບແທນກັນທາງທຳມະຊາດຄື: ຫວຽດນາມ ສົ່ງອອກເຕັກໂນໂລຢີ, ຕ່ຳຜ້າ, ເອເລັກໂຕຣນິກ ແລະ ອາຫານປຸງແຕ່ງ; ໃນຂະນະທີ່ MERCOSUR ສະຫນອງປະເພດເມັດ, ຊີ້ນ, ຫມາກໄມ້, ເຫຼົ້າແວງ ແລະ ການແກ້ໄຂພະລັງງານ.
![]() |
ທ່ານ Fabio Maia ຜູ້ອຳນວຍການຝ່າຍລົງທຶນຂອງກຸ່ມບໍລິສັດ JBS ໃຫ້ຮູ້ວ່າ: JBS ໄດ້ເປີດກະແສການຄ້າກັບ ຫວຽດນາມ ຢ່າງເປັນທາງການ ເມື່ອຕູ້ຄອນເທນເນີ ຊີ້ນງົວ JBS Brazil ທຳອິດໄດ້ມາຮອດ ຫວຽດນາມ, ໃນຂະນະທີ່ JBS ໄດ້ນຳເຂົ້າປານິນຈາກ ຫວຽດນາມ ໄປຕະຫຼາດ Brazil. |
ໂດຍສະເພາະ JBS ໄດ້ອະນຸມັດແຜນການລົງທຶນກໍ່ສ້າງໂຮງງານປຸງແຕ່ງຊີ້ນຢູ່ຫວຽດນາມ, ເພື່ອແນໃສ່ຫັນຫວຽດນາມ ໃຫ້ກາຍເປັນສູນສົ່ງອອກໄປຍັງອາຊີທັງໝົດ, ພິເສດແມ່ນຈີນ ແລະ ອາຊຽນ.
ທ່ານຜູ້ອຳນວຍການ Fabio Maia ກໍ່ຂອບໃຈສະຖານທູດ ຫວຽດນາມ ປະຈຳ Brazil ໄດ້ໃຫ້ການສະໜັບສະໜູນ ແລະ ຢືນຢັນວ່າ JBS ໃຫ້ຄຳໝັ້ນສັນຍາພ້ອມກັບການພັດທະນາແບບຍືນຍົງຂອງ ຫວຽດນາມ.
![]() |
ບັນດາຜູ້ແທນເຂົ້າຮ່ວມການສຳມະນາຖາມ-ຕອບ. |
ກອງປະຊຸມໄດ້ດຳເນີນໄປພ້ອມໆກັນກັບກອງປະຊຸມລັດຖະມົນຕີການຕ່າງປະເທດ MERCOSUR ຢູ່ Rio de Janeiro - ເຊິ່ງບັນດາບຸລິມະສິດຂອງປະທານາທິບໍດີ ບຣາຊິນ ເປັນປະທານໝູນວຽນ, ໄດ້ລົງນາມໃນສັນຍາ MERCOSUR - ສະຫະພາບເອີລົບ FTA ພາຍຫຼັງ 15 ປີ, ແລະ ຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງ, ສິດທິມະນຸດ, ຕ້ານຄວາມທຸກຍາກ.
ໃນສະພາບການນັ້ນ, ການເພີ່ມທະວີການເຈລະຈາກັບ MERCOSUR ຂອງຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ການພົວພັນທາງການທູດດ້ານເສດຖະກິດມີບົດບາດເປັນຂົວຕໍ່, ຊ່ວຍໃຫ້ຕະຫຼາດມີຄວາມຫຼາກຫຼາຍ, ສ້າງກຳລັງແຮງໃຫ້ແກ່ການພົວພັນຄູ່ຮ່ວມມືລະຫວ່າງ 2 ພາກພື້ນ.
![]() |
ບັນດາຜູ້ແທນເຂົ້າຮ່ວມການສຳມະນາໄດ້ຖ່າຍຮູບທີ່ລະນຶກ. |
ພາຍຫຼັງສຳເລັດກອງປະຊຸມດຶງດູດຄວາມເອົາໃຈໃສ່ຂອງລັດຖະບານ ບຣາຊິນ ມາຍັງ ຫວຽດນາມ, ໃນຕອນເຊົ້າວັນທີ 17 ກັນຍາ, ຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳ Brasília, ທ່ານເອກອັກຄະລັດຖະທູດ ບຸຍວັນຫງິ້ ໄດ້ໃຫ້ການຕ້ອນຮັບທ່ານ Márcio Honáiser, ສະມາຊິກລັດຖະສະພາສະຫະລັດ ແລະ ທ່ານ José Gonçalves Lima, ເຈົ້າຄອງນະຄອນ Davinó, ລັດ Maranhão.
ຝ່າຍ ບຣາຊິນ ສະເໜີທ່າແຮງການພັດທະນາຂອງລັດ Maranhão ແລະ ພາກພື້ນ Matopiba, ພິເສດແມ່ນຄວາມຕ້ອງການຮ່ວມມືດ້ານກະສິກຳ (ຖົ່ວເຫຼືອງ, ສາລີ, ຝ້າຍ ແລະ ເອທານອນ) ກໍ່ຄືຈຸດທີ່ຕັ້ງຍຸດທະສາດຂອງທ່າກຳປັ່ນແຫ້ງ Davinópolis ໃນລະບົບການຂົນສົ່ງແຫ່ງຊາດ.
![]() |
ທ່ານເອກອັກຄະລັດຖະທູດ ບຸຍວັນຫງິ້ ໄດ້ໃຫ້ການຕ້ອນຮັບທ່ານ Márcio Honáiser, ສະມາຊິກລັດຖະສະພາສະຫະລັດ ແລະ ທ່ານ José Gonçalves Lima, ເຈົ້າຄອງນະຄອນ Davinópolis, ລັດ Maranhão. |
ເຈົ້າຄອງນະຄອນ José Gonçalves Lima ປາດຖະໜາຢາກໃຫ້ທ່ານເອກອັກຄະລັດຖະທູດມາຢ້ຽມຢາມລັດ ແລະ ປາດຖະໜາວ່າ ຫວຽດນາມ ເຂົ້າຮ່ວມການລົງທຶນ, ການຮ່ວມມື, ຄຸ້ມຄອງ ແລະ ແລກປ່ຽນບັນດາປະສົບການຂຸດຄົ້ນທ່າກຳປັ່ນ.
ທ່ານເອກອັກຄະລັດຖະທູດ ບຸຍວັນຫງິ້ ຢືນຢັນວ່າ ຫວຽດນາມ ມີຄວາມສົນໃຈຊຸກຍູ້ການຮ່ວມມືໃນຂົງເຂດກະສິກຳ, ຄວາມໝັ້ນຄົງສະບຽງອາຫານ ແລະ ພະລັງງານຊີວະພາບ, ແລະ ສະເໜີການສົມທົບລະຫວ່າງສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຄົມວິສາຫະກິດ 2 ປະເທດ ສະໜັບສະໜູນ ແລະ ຊຸກຍູ້ການເຈລະຈາສັນຍາການຄ້າເສລີ ຫວຽດນາມ - MERCOSUR ໂດຍໄວ.
![]() | ປະສົບການ Hanbok ແລະ ດົນຕີ Kpop ຢູ່ “ງານບຸນວັດທະນະທຳມິດຕະພາບ ຫວຽດນາມ - ສ.ເກົາຫຼີ 2025” ຍສໝ - ນັບແຕ່ວັນທີ 26-27 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ ຈະດຳເນີນ “ງານບຸນວັດທະນະທຳມິດຕະພາບ ຫວຽດນາມ - ສ.ເກົາຫຼີ 2025” ດ້ວຍການເຄື່ອນໄຫວວັດທະນະທຳ ແລະ ບັນເທີງຫຼາຍຢ່າງ. |
![]() | ກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມງານວາງສະແດງອຸດສາຫະກຳປ້ອງກັນຊາດຢູ່ ຕວັກກີ 2025 ຍສໝ - ງານວາງສະແດງ IDEF ປີນີ້ ຈັດຂຶ້ນແຕ່ວັນທີ 22 – 27 ກໍລະກົດ |
ແທັງຮັ່ງ