ສ້າງກອບຮ່ວມມືກ່ຽວກັບມໍລະດົກຂ້າມຊາຍແດນ
![]() | ເພີ່ມທະວີການຮ່ວມມືປົກປັກຮັກສາຊາຍແດນ, ເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ |
![]() | ບົດຮຽນໃນການພັດທະນາເສດຖະກິດມໍລະດົກຢູ່ ຫວຽດນາມ ແລະ ລາວ - ບັນດາການແນະນຳນະໂຍບາຍ |
![]() |
ການນຳຄະນະຄຸ້ມຄອງປ່າສະຫງວນແຫ່ງຊາດ ຟອງຍາ - ແກ໋ບ່າງ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: baoquangtri.vn) |
ຕອນເຊົ້າວັນທີ 16 ກັນຍາ, ຢູ່ຕາແສງ ດົ່ງເຫີຍ (ແຂວງ ກວ໋າງຈິ, ຫວຽດນາມ) ຄະນະຄຸ້ມຄອງປ່າສະຫງວນແຫ່ງຊາດ ຟອງຍາ - ແກ໋ບ່າງ ໄດ້ສົມທົບກັບພະແນກກະສິກຳ-ປ່າໄມ້ ແຂວງ ຄຳມ່ວນ (ລາວ), ໂຄງການປ້ອງກັນ ແລະ ນຳໃຊ້ລະບົບນິເວດປ່າ ແລະ ຊີວະນາໆພັນ (ProFEB) ແບບຍືນຍົງ, ໄດ້ຈັດກອງປະຊຸມສໍາມະນາສາກົນຄັ້ງທີ 2 ກ່ຽວກັບການ “ສ້າງກອບຮ່ວມມື ມໍລະດົກຂ້າມຊາຍແດນປ່າສະຫງວນແຫ່ງຊາດ ຟອງຍາ - ແກ໋ບ່າງ (ຫວຽດນາມ) ກັບ ອຸທິຍານແຫ່ງຊາດ ຫີນໜາມໜໍ່ (ລາວ). ກອງປະຊຸມສໍາມະນາ ແນໃສ່ຫັນບັນດາເປົ້າໝາຍທີ່ບັນລຸໄດ້ໃນກອງປະຊຸມຄັ້ງທີ 1 ຢູ່ ທ່າແຂກ (ຄຳມ່ວນ, ລາວ) ກ່ຽວກັບວິໄສທັດລວມ ແລະ 8 ເປົ້າໝາຍຮ່ວມມືຄຸ້ມຄອງຮອດປີ 2050 ໃຫ້ປະກົດຜົນເປັນຈິງ. ໃນນັ້ນ, ມີບັນດາການເຄື່ອນໄວອະນຸລັກຮັກສາຊີວະນາໆພັນ, ຄົ້ນຄວ້າວິທະຍາສາດ, ພັດທະນາການທ່ອງທ່ຽວນິເວດ, ຍົກສູງຄ່າຄອງຊີບຂອງວົງຄະນະຍາດ ແລະ ບໍລິຫານມໍລະດົກຂ້າມຊາຍແດນ; ຜ່ານນັ້ນ, ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກລວມໃຫ້ແກ່ລຸ້ນຄົນປັດຈຸບັນ ແລະ ລຸ້ນຕໍ່ໆໄປ.
ໃນລະຫວ່າງວັນທີ 15 – 19 ກັນຍາ, ສອງຝ່າຍຈະຍົກອອກການວິເຄາະ, ຂໍ້ສະເໜີແນະທີ່ກ່ຽວຂ້ອງເຖິງວິໄສທັດໄລຍະກາງ ແລະ ໄລຍະຍາວ ແລະ ບັນດາເປົ້າໝາຍຮ່ວມມືຄຸ້ມຄອງ. ບັນດາຂໍ້ສະເໜີກໍເນັ້ນໜັກເຖິງເປົ້າໝາຍປົກປັກຮັກສາມໍລະດົກຂ້າມຊາຍແດນ, ພັດທະນາການທ່ອງທ່ຽວຊຸມຊົນຕິດພັນກັບວັດທະນະທຳ ແລະ ການຮັກສາວິທີຫາເງິນລ້ຽງຊີບແບບຍືນຍົງ.
![]() | ອາຊຽນ ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍໃນການດຳເນີນທຸລະກິດ ແລະ ສິດທິມະນຸດ ຍສໝ - ດ້ວຍຫົວຂໍ້ “ກອງປະຊຸມສໍາມະນາພາກພື້ນ ອາຊຽນ ກ່ຽວກັບທັດສະນະຄວາມສະເໝີພາບລະຫວ່າງຍິງ-ຊາຍໃນການດຳເນີນທຸລະກິດ ແລະ ສິດທິມະນຸດ”, ບັນດາຜູ້ແທນໄດ້ສຸມໃສ່ການສ້າງຂອບເຂດການແກ້ໄຂບັນດາສິ່ງທ້າທາຍກ່ຽວກັບເພດ ແລະ ການປະພຶດກ່ຽວກັບດ້ານໂຄງສ້າງ ແລະ ວັດທະນະທຳ, ພ້ອມທັງເພີ່ມທະວີການປົກປ້ອງສິດໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ. |
![]() | ສ້າງກອບນິຕິກຳໃຫ້ສົມບູນແບບເພື່ອໃຫ້ຫວຽດນາມ ປະກອບສ່ວນເຂົ້າໃນສັນຕິພາບໃນໂລກ ຍສໝ - ກົດໝາຍ ວ່າດ້ວຍ ຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບ ຂອງ ສປຊ ຄາດວ່າຈະລົງຄະແນນສຽງຮັບຮອງເອົາໃນວັນທີ 26 ມິຖຸນາ, ຢູ່ກອງປະຊຸມຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV. ນີ້ແມ່ນຂີດໝາຍສຳຄັນ, ເປັນຄັ້ງທຳອິດ ຫວຽດນາມ ມີປະມວນກົດໝາຍສົມບູນເພື່ອປັບປຸງທຸກການເຄື່ອນໄຫວຜັນຂະຫຍາຍກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ເປີດໄລຍະໃໝ່ໃນວິວັດການສືບຕໍ່ປະກອບສ່ວນເພື່ອສັນຕິພາບໂລກ. |
ມີງດຶກ