14:47 | 12/09/2025

ສະຖານທູດ ຫວຽດນາມ ປະຈຳ ຈີເລ ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ

ສະເຫຼີມສະຫຼອງວັນຊາດ ຫວຽດນາມຄົບຮອບ 80 ປີ ຢູ່ນະຄອນຫຼວງ Minsk: ເບລາຣຸດ ແມ່ນເພື່ອນມິດຂອງ ຫວຽດນາມ ຕະຫຼອດໄປ
ສະແດງຄວາມຮູ້ບຸນຄຸນຕໍ່ເພື່ອນມິດສາກົນ: 80 ປີທີ່ພວກເຈົານໄດ້ຢູ່ກັບພວກຂາ້ພະເຈົ້າ
ສະຖານທູດ ຫວຽດນາມ ປະຈຳ ຈີເລ ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ
ພາບລວມຂອງພິທີສະເຫຼີມສະຫຼອງ. (ພາບ: baoquocte.vn)

ວັນ​ທີ 9 ກັນຍາ​ນີ້, ຢູ່​ນະຄອນຫຼວງ Santiago, ສະຖານທູດ​ຫວຽດນາມ ປະຈຳ ຈີ​ເລ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ສິງຫາ (19 ສິງຫາ 1945 – 19 ສິງຫາ 2025) ແລະ ວັນ​ຊາດ 2 ກັນຍາ.

ໂດຍເຂົ້າຮ່ວມພິທີມີທ່ານເອກອັກຄະລັດຖະທູດ Rodrigo Olsen Olivares, ຮັກສາການຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີ​ເລ; ທ່ານນາງ Patricia Aburzua Munoz, ປະທານສະຖາບັນວັດທະນະທຳມິດຕະພາບ ຈີເລ - ຫວຽດນາມ, ພ້ອມດ້ວຍແຂກຖືກເຊີນ 200 ກວ່າຄົນ, ລວມມີຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ດຖະບານ, ສະພາແຫ່ງຊາດ, ບັນດາພັກການເມືອງ, ສະຖານທູດ, ທີ່ປຶກສາຝ່າຍທະຫານ, ວິສາຫະກິດ, ນັກຂ່າວ, ເພື່ອນມິດຈີເລ ແລະ ປະຊາຄົມຊາວຫວຽດນາມ ຢູ່ ຈີເລ.

ສະຖານທູດ ຫວຽດນາມ ປະຈຳ ຈີເລ ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ
ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຫວຽດ​ເກື່ອງ ກ່າວ​ຄຳປາໄສ​ທີ່​ພິທີ. (ພາບ: baoquocte.vn)

ກ່າວ​ຄຳປາໄສ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຫວຽດ​ເກື່ອງ ຢືນຢັນ​ວ່າ ​ເຫດການ​ປະທານ ​ໂຮ່ຈີ​ມິນ ອ່ານ​ຖະ​ແຫຼ​ງການ​ປະກາດ​ເອກະລາດ​ວັນ​ທີ 2 ກັນຍາ 1945 ບໍ່​ພຽງ​ແຕ່​ໃຫ້​ປະ​ເທດ​ຊາດ​ເປັນ​ເອກະລາດ​ເທົ່າ​ນັ້ນ, ຫາກ​ຍັງ​ເປີດ​ຍຸກ​ສະ​ໄໝ​ໃໝ່​ແຫ່ງ​ຄວາມ​ເສລີ, ຄວາມ​ຜາ​ສຸກ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ.

ພາຍໃຕ້ການນຳພາຂອງພັກ ແລະ ປະທານ ໂຮ່ຈີມິນ, ປະຊາຊົນ ຫວຽດນາມ ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ, ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ປະຕິບັດຂະບວນການປ່ຽນໃໝ່, ນຳ ຫວຽດນາມ ກາຍເປັນປະເທດສັນຕິພາບ, ໝັ້ນຄົງ, ມິດຕະພາບ ແລະ ມີຄວາມຂະຫຍັນຂັນເຄື່ອນໃນເວທີສາກົນ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຫວຽດ​ເກື່ອງ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ດີ​ເດັ່ນ​ຂອງ​ຫວຽດນາມ ​ໃນ​ໄລຍະ 80 ປີຜ່ານມາ. ພາຍຫຼັງ​ເກືອບ 40 ປີ​ແຫ່ງ​ວັນປ່ຽນໃໝ່, ຫວຽດນາມ ​ໄດ້​ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ ​ແລະ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ພື້ນຖານ​ເສດຖະກິດ​ເຄື່ອນ​ໄຫວ​ທີ່​ສຸດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ລາຍຮັບຕໍ່ຫົວຄົນໃນປີ 1990 ມີພຽງແຕ່ປະມານ 100 USD, ແຕ່ຮອດປີ 2024 ເພີ່ມຂຶ້ນເປັນ 4.700 USD, ເຮັດໃຫ້ຂະໜາດເສດຖະກິດບັນລຸເກືອບ 500 ຕື້ USD, ຢືນອັນດັບທີ 3 ຂອງອາຊຽນ.

ປະຈຸປັນ, ຫວຽດນາມ ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ກັບບັນດປະເທດຊາດ 194 ແຫ່ງ, ແມ່ນ​ສະມາຊິກ​ຂອງອົງການ​ຈັດ​ຕັ້ງ​ສາກົນກ່ວາ 70 ແຫ່ງ, ມີ​ການ​ພົວພັນ​ດ້ານ​ການ​ຄ້າ​ກັບບັນດາປະ​ເທດ ​ແລະ ​ເຂດ​ແຄ້ວ​ນ 230 ແຫ່ງ, ເຂົ້າ​ຮ່ວມ​ສັນຍາ​ການ​ຄ້າ​ເສລີ​ສະບັບ​ໃໝ່ 17 ສະບັບ ​ແລະ ພວມ​ຜັນ​ຂະຫຍາຍ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ​ທຸກ​ຂັ້ນ.

ຫວຽດນາມ ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ເປັນ​ປະ​ເທດ​ພັດທະນາ ​ແລະ ມີ​ລາຍ​ຮັບ​ສູງ​ຮອດ​ປີ 2045 ບົນ​ພື້ນຖານ “ 4 ​ເສົາ​ຄ້ຳ”: ຊຸກຍູ້​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ ​ແລະ ນະ​ວັດຕະກຳ; ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ; ພັດທະນາ​ເສດຖະກິດ​ເອກະ​ຊົນ​ຢ່າງ​ເຂັ້ມແຂງ; ນະວັດຕະກໍາອັນຮອບດ້ານໃນການສ້າງກົດໝາຍ ແລະ ການບັງຄັບໃຊ້.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ຈີ​ເລ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຈາກ​ການ​ພົບ​ປະ​ຄັ້ງ​ປະຫວັດສາດ​ລະຫວ່າງ​ປະທານ ​ໂຮ່ຈີ​ມິນ ​ແລະ ທ່ານ​ປະທານາທິບໍດີ Salvador Allende ​ໃນ​ເດືອນ ພຶດສະພາ 1969 ​ແລະ ສືບ​ຕໍ່​ແມ່ນເລື່ອງ ຈີເລ ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ ແຫ່ງທຳອິດ ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ກັບ ຫວຽດນາມ ​ໃນ​ປີ 1971.

ການຢ້ຽມຢາມ ຈີເລ ຢ່າງເປັນທາງການ ໃນເດືອນ ພະຈິກ 2024 ຂອງປະທານປະເທດ ເລືອງເກື່ອງ ກໍ່ແມ່ນຂີດໝາຍສຳຄັນ, ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ 2 ປະເທດເລິກເຊິ່ງກວ່າອີກ.

ສະຖານທູດ ຫວຽດນາມ ປະຈຳ ຈີເລ ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ
ທ່ານເອກອັກຄະລັດຖະທູດ ຫງວຽນຫວຽດເກື່ອງ ແລະ ທ່ານເອກອັກຄະລັດຖະທູດ Rodrigo Olsen Olivares, ຮັກສາການຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີ​ເລ. (ພາບ: baoquocte.vn)

ຕາງໜ້າ​ໃຫ້​ລັດຖະບານ ຈີ​ເລ, ທ່ານຮັກສາການຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Rodrigo Olsen Olivares ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ ​ແລະ ອວຍພອນ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ບັນດາ​ເຫດການ​ປະຫວັດສາດ​ທີ່​ມີ​ຄວາມ​ໝາຍ​ໃນ​ປີ 2025 ​ເຊັ່ນ: ວັນ​ຄົບຮອບ 50 ປີ​ແຫ່ງ​ການ​ປົດ​ປ່ອຍ​ພາກ​ໃຕ້ ​ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30 ເມສາ 1975 - 30 ເມສາ 2025), 80 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ.

ທ່ານ Rodrigo Olsen ສະແດງຄວາມຊົມເຊີຍຕໍ່ວິລະຊົນປະຫວັດສາດຂອງຊາວ ຫວຽດນາມ ແລະ ມີຄວາມພາກພູມໃຈທີ່ ຈີເລ ແມ່ນປະເທດອາເມລິກາລາຕິນທີສອງທີ່ໄດ້ຮັບຮູ້ປະເທດ ຫວຽດນາມ ປະຊາທິປະໄຕ ສາທາລະນະລັດ.

ທ່ານຮັກສາການຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Rodrigo Olsen Olivares ກໍ່ໄດ້ຢືນຢັນຄືນຄວາມໝາຍຄວາມສຳຄັນຂອງການຢ້ຽມຢາມ ຈີເລ ໃນເດືອນ ພະຈິກ 2024 ຂອງປະທານປະເທດ ເລືອງເກື່ອງ. ໃນໄລຍະການຢ້ຽມຢາມ, ສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມືສຳຄັນຫຼາຍຢ່າງໃນຂົງເຂດປ້ອງກັນຊາດ, ກະສິກຳ, ວັດທະນະທຳ ແລະ ອື່ນໆ.

ໃນ​ຂະນະ​ນັ້ນ, ທ່ານ Rodrigo Olsen ​ກໍ​ໄດ້​ຕີ​ລາຄາ​ສູງ​ການ​ພົບ​ປະ​ສອງ​ຝ່າຍ​ລະຫວ່າງ​ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ປະທານນາທິບໍດີ ຈີ​ເລ Gabriel Boric ​ໃນ​ເດືອນ ກໍລະກົດ 2025 ປິ່ນອ້ອມກອງ​ປະຊຸມ​ສຸດ​ຍອດ BRICS.

ສະຖານທູດ ຫວຽດນາມ ປະຈຳ ຈີເລ ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ
ພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ປະຈຳ ຈີເລ. (ພາບ: baoquocte.vn)

ນອກຈາກນັ້ນ, ການຮ່ວມມືລະຫວ່າງ 2 ປະເທດທີ່ບັນດາເວທີປາໄສຫຼາຍຝ່າຍສືບຕໍ່ໄດ້ຮັບການຊຸກຍູ້, ພິເສດແມ່ນບັນດາກົນໄກທີ່ 2 ປະເທດເປັນສະມາຊິກຄື: ສະຫະປະຊາຊາດ, APEC ແລະ CPTPP.

ທ່ານ Rodrigo Olsen ປາດ​ຖະໜາ​ວ່າ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຈີ​ເລ - ຫວຽດນາມ ຈະ​ພັດທະນາ​ກວ່າ​ອີກ​ໃນ​ທຸກ​ຂົງ​ເຂດ, ເໝາະ​ສົມ​ກັບ​ທ່າ​ແຮງ​ຮ່ວມ​ມື​ຂອງ​ແຕ່ລະ​ປະ​ເທດ.

​ເນື່ອງ​ໃນ​ໂອກາດ​ນີ້, ສະຖານທູດ​ຫວຽດນາມ ປະຈຳ ຈີ​ເລ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ຮູບ​ຖ່າຍ​ກ່ຽວ​ກັບ​ຊີວິດ ​ແລະ ພາລະກິດ​ຂອງ​ປະທານ ​ໂຮ່ຈີ​ມິນ, ​ພ້ອມກັນນັ້ນ ໄດ້​ຈັດ​ຕັ້ງ​ງານ​ແຂ່ງຂັນ​ແຕ້ມ​ຮູບ​ກ່ຽວ​ກັບ​ການ​ພົວພັນ​ຫວຽດນາມ - ຈີ​ເລ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ (25 ມີນາ 1971 – 25 ມີນາ 2026). ພິທີມອບລາງວັນຄາດວ່າຈະຈັດຂຶ້ນໃນເດືອນມີນາ 2026.

ບັນດາ​ເພື່ອນ​ມິດ​ຈີນ ​ແບ່ງປັນ​ຄວາມ​ຊົງ​ຈຳ ​ແລະ ຄວາມ​ຮູ້ສຶກ​ໃນ​ໂອກາດ​ວັນ​ຊາດ​ຫວຽດນາມ ຄົບຮອບ 80 ປີ ບັນດາ​ເພື່ອນ​ມິດ​ຈີນ ​ແບ່ງປັນ​ຄວາມ​ຊົງ​ຈຳ ​ແລະ ຄວາມ​ຮູ້ສຶກ​ໃນ​ໂອກາດ​ວັນ​ຊາດ​ຫວຽດນາມ ຄົບຮອບ 80 ປີ

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ຊາດ​ແຫ່ງ​ສາທາລະນະ​ລັດ​ສັງຄົມ​ນິຍົມຫວຽດນາມ, ນັກ​ຂ່າວ​ຂອງ​ວາລະສານຍຸກສະໄໝ ​ໄດ້​ມີ​ໂອກາດ​ໂອ້​ລົມ​ກັບ​ເພື່ອນ​ມິດ​ຈີນ​ທີ່​ສະໜິດສະໜົມ​ກັບ​ຫວຽດນາມ​ໃນ​ຊຸມ​ປີ​ແຫ່ງ​ການ​ຕໍ່ຕ້ານ ​ແລະ ​ໃນ​ວຽກ​ງານ​ປົກ​ປັກ​ຮັກສາ ​ແລະ ​ເພີ່ມ​ທະວີ​ມິດຕະພາບ​ໃນ​ທຸກ​ວັນ​ນີ້. ບັນດາ​ບົດ​ລາຍ​ງານ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄວາມ​ປາດ​ຖະໜາ​ອັນ​ຈິງ​ໃຈ​ຂອງ​ເຂົາ​ເຈົ້າ​ຢືນຢັນ​ອີກ​ເທື່ອ​ໜຶ່ງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ ​ແລະ ສະຖຽນ​ລະ​ພາບ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຍາວ​ນານ.

ກອງທັບສ.ລັດເຊຍ, ລາວ ​ແລະ ກຳປູ​ເຈຍ ​ໄດ້​ເຂົ້າ​ຮ່ວມ​ການ​ຝຶກແອບ​ສວນສະໜາມເພື່ອສະເຫຼີມສະຫຼອງວັນຊາດ 2 ກັນຍາ. ກອງທັບສ.ລັດເຊຍ, ລາວ ​ແລະ ກຳປູ​ເຈຍ ​ໄດ້​ເຂົ້າ​ຮ່ວມ​ການ​ຝຶກແອບ​ສວນສະໜາມເພື່ອສະເຫຼີມສະຫຼອງວັນຊາດ 2 ກັນຍາ.

ຍສໝ - ຕອນຄ່ຳວັນທີ 21 ສິງຫາ, ຢູ່ສະໜາມຫຼວງ ບາດິ່ງ (ຮ່າໂນ້ຍ), ຕອນ​ຝຶກແອບ​ສວນສະໜາມຄັ້ງທຳອິດ ເພື່ອມຸ່ງໄປເຖີງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ໄຂຂຶ້ນ ດ້ວຍການເຂົ້າຮ່ວມຂອງພະນັກງານ, ນາຍ, ທະຫານ, ຕຳຫຼວດ, ພ້ອມກັບກຳລັງທະຫານທີ່ມາຈາກສ.ລັດເຊຍ, ລາວ, ກຳປູເຈຍ ...

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21191.html

In bài biết