14:25 | 10/09/2025

ຮັກສາການລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ, ທ່ານ ​ເລ​ຮ່ວາຍ​ຈູງ ​ໄດ້​ໂທລະສັບ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ

ຮອງ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ນາງ ​ເລ​ທິທູ​ຮັ່ງ ຢ້ຽມຢາມ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ Cyprus
ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນຢີນຽນ: ​ພາກ​ພູມ​ໃຈ​ທີ່​ຕັ້ງ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ
ຮັກສາການລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ, ທ່ານ ​ເລ​ຮ່ວາຍ​ຈູງ ​ໄດ້​ໂທລະສັບ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ
ທ່ານ​ເລຂາທິການສູນ​ກາງ​ພັກ, ຮັກສາການລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ເລ​ຮ່ວາຍ​ຈູງ ​ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ທາງ​ອິນ​ເຕີ​ເນັດ​ກັບ​ ທ່ານກຳມະການສູນ​ກາງ​ພັກ, ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ທອງ​ສະຫວັນ ພົມວິຫານ, ​ວັນ​ທີ 9 ກັນຍາ.

​ໃນ​ບັນຍາກາດ​ອັນ​ອົບ​ອຸ່ນ, ສະໜິດສະໜົມ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ທອງ​ສະຫວັນ ພົມວິຫານ ​ໄດ້​ອວຍພອນ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນ​ຊາດ 2 ກັນຍາ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃຫ້​ແກ່​ເພື່ອນ​ມິດສາ​ກົນ.

ໂດຍຊົມເຊີຍ ສະຫາຍ ເລຮ່ວາຍຈູງ ໄດ້ຮັບການມອບໝາຍໜ້າທີ່ໃໝ່ຈາກພັກ ແລະ ລັດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ຕີລາຄາສູງບັນດາຜົນງານດ້ານການຕ່າງປະເທດທີ່ສຳຄັນ, ຮອບດ້ານ ແລະ ພົ້ນເດັ່ນທີ່ຫວຽດນາມ ບັນລຸໄດ້ໃນໄລຍະມໍ່ໆມານີ້, ລວມທັງການຮັດແໜ້ນ ແລະ ພັດທະນາສາຍພົວພັນແບບພິເສດ ລາວ-ຫວຽດນາມ ຢ່າງຕໍ່ເນື່ອງ.

ສະຫາຍ ທອງສະຫວັນ ພົມວິຫານ ເນັ້ນໜັກວ່າ ການປະຕິບັດບັນດາເນື້ອໃນການຮ່ວມມືໃນໄລຍະມໍ່ໆມານີ້, ພິເສດແມ່ນບັນດາຄຳສັ່ງແນະນຳຂອງບັນດາການນຳຂັ້ນສູງລະຫວ່າງ 2 ພັກ ແລະ 2 ປະເທດ ໄດ້ດຳເນີນໄປຢ່າງຕັ້ງໜ້າ, ມີປະສິດທິຜົນ ແລະ ແທດຈິງ.

ຮັກສາການລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ, ທ່ານ ​ເລ​ຮ່ວາຍ​ຈູງ ​ໄດ້​ໂທລະສັບ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ
​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ທອງ​ສະຫວັນ ພົມວິຫານ ​ໄດ້​ອວຍພອນ​ສະຫາຍ ​ເລ​ຮ່ວາຍ​ຈູງ ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ໜ້າ​ທີ່​ໃໝ່​ຈາກ​ພັກ ​ແລະ ລັດ ຫວຽດນາມ.

ທີ່​ການ​ໂອ້​ລົມ​ທາງ​ໂທລະສັບ, ທ່ານ​ເລຂາທິການສູນ​ກາງ​ພັກ, ຮັກສາການລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ເລ​ຮ່ວາຍ​ຈູງ ​ເນັ້ນ​ໜັກ​ວ່າ ການ​ນຳ​ຂັ້ນ​ສູງ​ຂອງ​ພັກ ​ແລະ ລັດ ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ​ແລະ ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ​ແລະ ລັດ ລາວ ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນ​ຊາດ​ທີ 2 ກັນຍາ, ກໍຄື່ສົ່ງ​ຄະນະ​ຜູ້​ແທນ​ທະຫານ​ຂອງ​ກອງທັບ​ປະຊາຊົນ​ລາວ ​ເຂົ້າ​ຮ່ວມ​ການສວນສະໜາມກັບ​ກອງທັບ ​ແລະ ປະຊາຊົນ ຫວຽດນາມ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ພິທີ.

ໂດຍສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ລາວ ທີ່​ໄດ້​ພ້ອມ​ກັບ​ຫວຽດນາມ ​ໃນ​ຕະຫຼອດ​ໄລຍະ 80 ປີ​ແຫ່ງ​ການ​ກໍ່ສ້າງ ​ແລະ ພັດທະນາ, ທ່ານ ​ເລ​ຮ່ວາຍ​ຈູງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຕີ​ລາຄາ​ສູງ​ທ່ານ​ລັດຖະມົນຕີ ທອງ​ສະຫວັນ ພົມວິຫານ ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດຜູ້​ທຳ​ອິດ​ທີ່​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ, ສະ​ແດງ​ໃຫ້​ເຫັນ​ຮີດຄອງ​ປະ​ເພນີ​ຂອງ​ການ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ.

ພ້ອມ​ທັງ​ປຶກສາ​ຫາລື​ຫຼາຍ​ເນື້ອ​ໃນ​ການ​ຮ່ວມ​ມື​ທີ່​ສຳຄັນ ​ແລະ ​ແທດ​ຈິງ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຢືນຢັນ​ວ່າ ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ລາວ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ຮອບດ້ານ​ໃນ​ທຸກ​ຂົງ​ເຂດ, ນັບ​ມື້​ນັບ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ. ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະສິດ​ສູງ​ສຸດ​ໃນ​ການ​ພົວພັນ​ຮ່ວມ​ມື​ກັບ​ລາວ. ເນັ້ນໜັກໃຫ້ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບລັດຖະມົນຕີການຕ່າງປະເທດລາວ ເພື່ອປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດເວົ້າລວມ ແລະ ລະຫວ່າງສອງກະຊວງການຕ່າງປະເທດເວົ້າສະເພາະ.

ຮັກສາການລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ, ທ່ານ ​ເລ​ຮ່ວາຍ​ຈູງ ​ໄດ້​ໂທລະສັບ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ
ສອງຝ່າຍເນັ້ນໜັກເຖິງຄວາມຈຳເປັນຈະສືບຕໍ່ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດຢ່າງມີປະສິດທິຜົນ, ຊຸກຍູ້ກົນໄກປຶກສາຫາລືປະຈຳປີລະຫວ່າງການນຳ ແລະ ຫົວໜ່ວຍຂອງສອງກະຊວງ, ຕັ້ງໜ້າປຶກສາຫາລື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ພາກພື້ນ.

ຕາມ​ທ່ານຮັກສາການລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ເລ​ຮ່ວາຍ​ຈູງ ​ແລ້ວ, ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ບົດຮຽນ, ໜູນ​ຊ່ວຍ​ລາວ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ພິ​ເສດ​ແມ່ນ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ.

ເນື່ອງໃນໂອກາດນີ້, ນອກຈາກເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ກະກຽມໃຫ້ດີໃຫ້ແກ່ບັນດາການເຄື່ອນໄຫວສຳຄັນຂອງແຕ່ລະປະເທດກໍ່ຄືລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງການສ້າງບາດກ້າວບຸກທະລຸໃນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດ, ສອງຝ່າຍກໍ່ເນັ້ນໜັກເຖິງຄວາມຈຳເປັນຈະສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມືປະຈຳປີຂອງບັນດາກະຊວງ, ການຕ່າງປະເທດຂອງ 2 ປະເທດໃຫ້ມີປະສິດທິຜົນ. ຂອງ​ສອງ​ກະຊວງ, ປຶກສາ​ຫາລື ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢ່າງ​ຕັ້ງໜ້າ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ພາກ​ພື້ນ.

ທ່ານ ທອງ​ສະຫວັນ ພົມວິຫານ ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ຫວັງ​ວ່າ​ຈະ​ໄດ້​ຕ້ອນຮັບສະຫາຍ​ເລຂາທິການ​ສູນ​ກາງ​ພັກ, ຮັກສາການລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ເລ​ຮ່ວາຍ​ຈູງ ໃນ​ການ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່: “ເວ​ລາ​ຍິ່ງ​ຜ່ານ​ໄປ ຍິ່ງ​ເຫັນ​ໄດ້​ຄວາມ​ຍິ່ງ​ໃຫຍ່​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ 1945 ແລະ ການ​ສະ​ຖະ​ກະ​ນາປະ​ເທດ ສາ​ທາ​ລະ​ນະ​ລັດສັງ​ຄົມ​ນິ​ຍົມ ຫວຽດ​ນາມ” ທ່ານ​ເລ​ຂາ​ທິ​ການ​ໃຫຍ່: “ເວ​ລາ​ຍິ່ງ​ຜ່ານ​ໄປ ຍິ່ງ​ເຫັນ​ໄດ້​ຄວາມ​ຍິ່ງ​ໃຫຍ່​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ 1945 ແລະ ການ​ສະ​ຖະ​ກະ​ນາປະ​ເທດ ສາ​ທາ​ລະ​ນະ​ລັດສັງ​ຄົມ​ນິ​ຍົມ ຫວຽດ​ນາມ”

ທີ່ການໂອ້ລົມຢ່າງສະໜິດສະໜົມກັບບັນດາຜູ້ແທນ, ທ່ານເລຂາທິການໃຫຍ່ໂຕເລິມ ຢັ້ງຢືນການເສຍສະຫຼະ ຂອງຜູ້ມີຄຸນງາມຄວາມດີ ແລະ ບັນດາຜູ້ແທນທີ່ມີໜ້າຢູ່ທີ່ນີ້ ແມ່ນມີຄວາມໝາຍອັນຍິ່ງໃຫຍ່ທີ່ສຸດສຳລັບປະຊາຊົນ, ປະເທດຊາດ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທງເໝີນ ພົບ​ປະ​ກັບ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທງເໝີນ ພົບ​ປະ​ກັບ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ

ຍສໝ - ຕາມ​ທູດພິເສດສຳນັກ​ຂ່າວສານຫວຽດນາມ ແລ້ວ, ຕອນ​ເຊົ້າ​ວັນ​ທີ 30 ກໍລະກົດ​ນີ້ຕາມເວລາທ້ອງຖິ່ນ, ຢູ່ ​Geneva (ສະວິດ), ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນດາປະທານ​ສະພາ​ແຫ່ງ​ຊາດ​ໂລກ​ຄັ້ງ​ທີ 6, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ ໄດ້ຕ້ອນຮັບ​ທ່ານ​ນາງ ຮອງປະທານ​ສະພາ​ແຫ່ງ​ຊາດ ລາວ ສຸນທອນ ​ໄຊ​ຍະ​ຈັກ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21188.html

In bài biết