15:50 | 23/08/2025

ກອງທັບສ.ລັດເຊຍ, ລາວ ​ແລະ ກຳປູ​ເຈຍ ​ໄດ້​ເຂົ້າ​ຮ່ວມ​ການ​ຝຶກແອບ​ສວນສະໜາມເພື່ອສະເຫຼີມສະຫຼອງວັນຊາດ 2 ກັນຍາ.

ລາຍການສິລະປະເພື່ອສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ
ສ. ລັດເຊຍ​ສະ​ເໜີ​ເປີດ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ໄປ​ລາວ​ ຜ່ານ​ຫວຽດ​ນາມ
ກອງທັບສ.ລັດເຊຍ, ລາວ ​ແລະ ກຳປູ​ເຈຍ ​ໄດ້​ເຂົ້າ​ຮ່ວມ​ການ​ຝຶກແອບ​ສວນສະໜາມເພື່ອສະເຫຼີມສະຫຼອງວັນຊາດ 2 ກັນຍາ.
ຕອນ​ຝຶກແອບ​ສວນສະໜາມຄັ້ງທຳອິດ ເພື່ອມຸ່ງໄປເຖີງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. (ພາບ: VnExpress)

ໂດຍ​ເຂົ້າ​ຮ່ວມ ​ແລະ ຊີ້​ນຳ​ຕອນ​ຝຶກແອບ​ສວນສະໜາມມີທ່ານ ພົນເອກ ຟານ​ວັນ​ຢາງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ; ທ່ານ ພົນເອກ ຫງວຽນເຕີຍເກື່ອງ, ຫົວໜ້າເສນາທິການໃຫຍ່ການກອງທັບປະຊາຊົນຫວຽດນາມ; ພ້ອມກັບການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ຕຳຫຼວດ, ຄະນະ​ໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນ​ກາງ.

​ຕອນ​ຝຶກແອບໄດ້ເລີ່ມຂຶ້ນໃນເວລາ 20 ໂມງ ດ້ວຍ 43 ກຸ່ມກ້ອນລຸກ, 18 ກຸ່ມກ້ອນໄປ, 6 ກຸ່ມກ້ອນລົດລາທະຫານຂອງກອງທັບ ແລະ 8 ກຸ່ມກ້ອນລົດປະເພດພິເສດຂອງຕຳຫຼວດ. ບັນດາ​ກຸ່ມ​ກ້ອນສວນສະໜາມໄດ້​ເລີ່​ມ​ແຕ່​ຕໍ່ໜ້າ​ສຸສານ​ປະທານ​ໂຮ່ຈິ​ມິນ, ​ໄປ​ຕາມ​ຖະໜົນ ຮຸ່ງ​ເວືອງ, ແລ້ວ​ແບ່ງ​ອອກ​ເປັນ 4 ທິດ​ທີ່​ໄດ້​ຈັດ​ຕັ້ງ​ໄວ້​ກ່ອນ.

ກອງທັບສ.ລັດເຊຍ, ລາວ ​ແລະ ກຳປູ​ເຈຍ ​ໄດ້​ເຂົ້າ​ຮ່ວມ​ການ​ຝຶກແອບ​ສວນສະໜາມເພື່ອສະເຫຼີມສະຫຼອງວັນຊາດ 2 ກັນຍາ.
ທະຫານ​ລາວ ​ຮັກສາ​ການ​ເຄື່ອນ​ໄຫວ​ຢ່າງ​ໝັ້ນຄົງ ​ແລະ ​ເປັນ​ລະບຽບ​ຮຽບຮ້ອຍ, ​ໄດ້​ສ້າງ​ພາບ​ພົດ​ອັນ​ສະຫງ່າ​ງາມ​ໃນ​ຂະນະ​ທີ່ສວນສະໜາມຜ່ານ​ຖະໜົນ​ຫຼວງ. (ພາບ: Znews)

ກຸ່ມກ້ອນກອງທັບປະຊາຊົນລາວ ພ້ອມດ້ວຍພະນັກງານ, ນາຍ110 ຄົນ ໄດ້ເດີນທາງຈາກນະຄອນຫຼວງ ວຽງຈັນ ຫຼາຍກວ່າ 350 ກິໂລແມັດ ຜ່ານດ່ານຊາຍແດນສາກົນ ເກົາແຈ່ວ ຫາ ຮ່າໂນ້ຍ ໃນຕອນເຊົ້າວັນທີ 16 ສິງຫາ ເພື່ອເຂົ້າຮ່ວມການ​ຝຶກແອບ​ສວນສະໜາມ. ທະຫານ​ລັດ​ເຊຍ 30 ກວ່າ​ຄົນ​ທີ່​ເຂົ້າ​ຮ່ວມ​ທີມສວນສະໜາມນ​ໄດ້​ໄປ​ຮອດ​ ຮ່າ​ໂນ້ຍ ຢ່າງທັນທີ່​ໃນ​ຕອນ​ທ່ຽງ​ວັນ​ທີ 20 ສິງຫາ. ກຸ່ມກ້ອນກອງທັບ​ກຳປູ​ເຈຍ​ ​ກໍ່​ມີ​ໜາ້ດ້ວຍຮູບຖານການວາງກຳລັງຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ ​ແລະ ມີ​ບາດກ້າວ​ບຸກທະລຸ, ສ້າງ​ຈຸດ​ພົ້ນ​ເດັ່ນ​ທີ່​ສະໜາມ​ຫຼວງ ບາດິ່ງ.

ກອງທັບສ.ລັດເຊຍ, ລາວ ​ແລະ ກຳປູ​ເຈຍ ​ໄດ້​ເຂົ້າ​ຮ່ວມ​ການ​ຝຶກແອບ​ສວນສະໜາມເພື່ອສະເຫຼີມສະຫຼອງວັນຊາດ 2 ກັນຍາ.
​ເປັນ​ຄັ້ງ​ທຳ​ອິດ, ທະຫານ​ລັດ​ເຊຍ 30 ກວ່າ​ຄົນ​ຈັບປືນ, ສວນສະໜາມ​ຢູ່​ສະໜາມ​ຫຼວງ ບາດິ່ງ. (ພາບ: VnExpress)
ກອງທັບສ.ລັດເຊຍ, ລາວ ​ແລະ ກຳປູ​ເຈຍ ​ໄດ້​ເຂົ້າ​ຮ່ວມ​ການ​ຝຶກແອບ​ສວນສະໜາມເພື່ອສະເຫຼີມສະຫຼອງວັນຊາດ 2 ກັນຍາ.
ກຸ່ມກ້ອນກອງທັບ​ກຳປູ​ເຈຍ ​ໄດ້​ເດີນ​ຂະ​ບວນ​ໃນ​ທ່າ​ທີ່​ເຂັ້ມ​ງວດ, ການ​ສ້າງ​ຕັ້ງ​ທີ່​ເປັນ​ລະບຽບ​ຮຽບຮ້ອຍ, ​ແລະ​ມີ​ບາດກ້າວ​ຕັດສິນ​ໃຈ. (ພາບ: VnExpress)

​ແຕ່​ຕອນ​ທ່ຽງ​ວັນ​ທີ 21 ສິງຫາ​ນີ້, ສະໜາມ​ຫຼວງ​ບາ​ດິ່ງ ​ແລະ ຖະໜົນ​ຫົນທາງ​ອ້ອມ​ຂ້າງ​ກໍ່​ຄຶກ​ຄື້ນ​ດ້ວຍ​ຄວາມ​ປິ​ຕິ​ຊົມ​ຊື່ນ​ ແລະ ​ພາກ​ພູມ​ໃຈ. ປະຊາຊົນນະຄອນຫຼວງ ແລະ ພະນັກງານ, ນາຍທີ່ຮັບໃຊ້ທຸກຄົນໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຄວາມເບີກບານມ່ວນຊື່ນທີ່ໄດ້ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດຄັ້ງນີ້.

ທ່ານນາງ ຟ້າມທູຮ່າ, ອາຍຸ 68 ປີ, ຢູ່ນະຄອນ ວີ້ງ (ເຫງ້ອານ) ໃຫ້ຮູ້ວ່າ ໄດ້ເດີນທາງໄປຮ່າໂນ້ຍ ນັບແຕ່ວັນທີ 20 ສິງຫາ ເປັນຕົ້ນມາ ເພື່ອຊົມເຫດການ. ທ່ານນາງໄດ້ມາຢູ່ເຂດສະໜາມຫຼວງໃນເວລາ 10:30 ໂມງເຊົ້າ, ໄດ້ເອົາອາຫານ, ເສື້ອກັນຝົນ, ແລະ ຄັນຮົ່ມມາໃຫ້ນາງນັ່ງເບິ່ງເປັນເວລາດົນນານກັບລູກໆ ແລະ ຫລານໆຂອງນາງ. “ຂ້າພະເຈົ້າພົບເຫັນບັນຍາກາດທີ່ມະຫັດສະຈັນ, ສະນັ້ນຂ້າພະເຈົ້າມາທີ່ນີ້ແຕ່ຕົ້ນໆເພື່ອຊົມດ້ວຍຕາຂອງຕົນເອງ, ກ່ອນໜ້ານັ້ນ, ຂ້າພະເຈົ້າໄດ້ຊົມຂະບວນແຫ່ຂະບວນສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ຢູ່ນະຄອນໂຮ່ຈີມິນ”, ທ່ານນາງແບ່ງປັນ.

ກອງທັບສ.ລັດເຊຍ, ລາວ ​ແລະ ກຳປູ​ເຈຍ ​ໄດ້​ເຂົ້າ​ຮ່ວມ​ການ​ຝຶກແອບ​ສວນສະໜາມເພື່ອສະເຫຼີມສະຫຼອງວັນຊາດ 2 ກັນຍາ.

ຖະໜົນຫົນທາງທີ່ບັນດາກຸ່ມກ້ອນສວນສະໜາມ, ຜ່ານໄປນັ້ນ ເຕັມໄປດ້ວຍປະຊາຊົນ. (ພາບ: ໜັງສືພິມ Dan Chi)

ທ່ານນາງ ຫງວຽນທິບິງ, ອາຍຸ 23 ປີ, ຢູ່ແຂວງ ຮືງອຽນ, ພ້ອມດ້ວຍໝູ່ເພື່ອນໄດ້ມາຮອດເວລາ 11 ໂມງເຊົ້າ. ທ່ານນາງໄດ້ກະກຽມຜ້າກັນເປື້ອນ, ພັດລົມ ແລະ ນ້ຳເພື່ອຊົມການຝຶກຊ້ອມ, ແລະ ບອກວ່າຈະໄປຮອດກ່ອນວັນຊາດທີ 2 ກັນຍາ ເພື່ອເພີດເພີນກັບບັນຍາກາດພິທີການ.

ທ່ານ ຟ້າມຫງອກກ໋ຽດ, ຊາວ​ຮ່າ​ໂນ້ຍ ຜູ້ໜຶ່ງ ໄດ້ສະແດງຄວາມຕື້ນຕັນໃຈວ່າ “ມາ​ຢືນ​ຢູ່​ທີ່​ນີ້, ຂ້າພະ​ເຈົ້າ​ຮູ້ສຶກ​ເຖິງ​ນ້ຳ​ໃຈ​ຮັກ​ຊາດ ​ແລະ ຄວາມ​ພາກພູມ​ໃຈ​ຕໍ່​ບ້ານ​ເກີດ​ເມືອງ​ນອນ ​ແລະ ປະ​ເທດ​ຊາດ. ນີ້​ແມ່ນ​ຄັ້ງ​ທີ 2 ທີ່​ຂ້າພະ​ເຈົ້າ​ໄດ້​ຊົມ​ການ​ ສວນສະໜາມ, ກ່ອນ​ໜ້າ​ນີ້​ແມ່ນ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ”.

ພ້ອມ​ກັບ​ຄວາມ​ເບີກບານ​ມ່ວນ​ຊື່ນ​ຂອງ​ປະຊາຊົນ, ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ​ກໍ່​ໄດ້​ປະຕິບັດ​ຢ່າງ​ເຂັ້ມ​ງວດ. ທ່ານ ຮ້ອຍເອກ ຫງວຽນຫງອກຮືງ, ພະນັກງານກອງດັບເພີງ ແລະ ກູ້ໄພເຂດ 9 (ຕຳຫຼວດນະຄອນ ຮ່າໂນ້ຍ) ໃຫ້ຮູ້ວ່າ ໜ່ວຍງານໄດ້ມອບກໍາລັງ ແລະ ພາຫະນະໄປປະຕິບັດໜ້າທີ່ຢູ່ບັນດາເສັ້ນທາງທີ່ໄດ້ຮັບມອບໝາຍ, ສຸມໃສ່ສະກັດກັ້ນອັກຄີໄພ ແລະ ຄວາມປອດໄພຢູ່ບັນດາຈຸດເຕົ້າໂຮມ.

ບັນຍາກາດຢູ່ສະໜາມຫຼວງ ບາດິ່ງ ຕອນຄ່ຳວັນທີ 21 ສິງຫາ ໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບ, ຄວາມພາກພູມໃຈຂອງກອງທັບ ແລະ ປະຊາຊົນ, ສ້າງຄວາມລະມັດລະວັງໃນການກະກຽມງານບຸນໃຫຍ່ແຫ່ງຊາດ.

ຫວຽດນາມ - Morocco ຊຸກຍູ້​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ສະມາຄົມ​ມິດຕະພາບ ຫວຽດນາມ - Morocco ຊຸກຍູ້​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ສະມາຄົມ​ມິດຕະພາບ

ຍສໝ - ຕອນ​ເຊົ້າ​ວັນ​ທີ 26 ກໍລະກົດ​ນີ້, ຢູ່​ນະຄອນຫຼວງ Rabat, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານປະທານ​ສະມາຄົມ​ມິດຕະພາບ​ Morocco - ຫວຽດນາມ Mustapha El Ktiri ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ລາຊະ​ອານາຈັກ Morocco ຢ່າງ​ເປັນ​ທາງ​ການ. ຢູ່ທີ່ນີ້, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ການລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືລະຫວ່າງ 2 ສະມາຄົມມິດຕະພາບ, ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ແລະ ...

ຫວຽດນາມ​ ​ຮຽກຮ້ອງ ​ໄທ​ ແລະ ​ກຳປູ​ເຈຍ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນດ້ວຍ​ວິທີສັນຕິ​ພາບ ຫວຽດນາມ​ ​ຮຽກຮ້ອງ ​ໄທ​ ແລະ ​ກຳປູ​ເຈຍ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນດ້ວຍ​ວິທີສັນຕິ​ພາບ

ຍສໝ - ຕໍ່ໜ້າ​ການ​ປະ​ທະ​ກັນ​ທີ່​ເພີ່ມ​ຂຶ້ນ​ຢູ່​ເຂດ​ຊາຍ​ແດນ​ໄທ - ກຳປູ​ເຈຍ, ວັນ​ທີ 24 ກໍລະກົດ, ທ່ານນາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຟ້າມທູຮັ່ງ ເນັ້ນ​ໜັກ​ວ່າ ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ ແລະ ຮຽກຮ້ອງ​ໃຫ້​ສອງ​ຝ່າຍ​ຈົ່ງ​ອົດ​ກັ້ນ, ບໍ່​ໃຊ້​ກຳລັງ, ​ແກ້​ໄຂ​ການ​ພິພາດ​ດ້ວຍ​ສັນຕິ​ວິທີ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ ​ແລະ ຈິດ​ໃຈ​ສາມັກຄີ​ອາ​ຊຽນ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21139.html

In bài biết