15:03 | 20/08/2025

​ເພີ່ມ​ທະວີ​ການ​ຮ່ວມ​ມື​ກໍ່ສ້າງ​ພັກ​ລະຫວ່າງ ​ຫວຽດນາມ - ລາວ

ເພີ່ມ​ທະວີ​ການ​ຮ່ວມ​ມື​ຫວຽດນາມ - ລາວ ​ໃນ​ການ​ປະຕິ​ຮູບວິສາຫະກິດແຫ່ງລັດ
​ເພີ່ມ​ທະວີ​ການ​ຮ່ວມ​ມື​ປົກ​ປັກ​ຮັກສາ​ຊາຍ​ແດນ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ຫວຽດນາມ - ລາວ
​ເພີ່ມ​ທະວີ​ການ​ຮ່ວມ​ມື​ກໍ່ສ້າງ​ພັກ​ລະຫວ່າງ ​ຫວຽດນາມ - ລາວ
ທັດສະນະຂອງກອງປະຊຸມຊົນພົບປະ. (ພາບ: Xuan Tu/ນັກຂ່າວສຳນັກຂ່າວສານຫວຽກນາມ ປະຈຳລາວ)

ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ​ບັນດາ​ໝາກຜົນ​ພົ້ນ​ເດັ່ນ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ ​ແລະ ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຕ່ລະ​ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ​ໃນ​ສະພາບ​ການ​ທີ່​ສອງ​ຝ່າຍ​ກະກຽມຢ່າງຕັ້ງໜ້າ ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ, ສອງ​ຝ່າຍ​ເຫັນ​ດີ​ວ່າ ການສູນກາງພັກ​ກອມ​ມູນິດ​ຫວຽດນາມ ແບ່ງງານຄະນະ​ຈັດ​ຕັ້ງ​ສູນ​ກາງ​ເປັນ​ປະທານ​ຄະນະ​ຜູ້​ແທນໄປ​ແລກປ່ຽນ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ, ປະກອບສ່ວນ​ປັບປຸງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດເວົ້າລວມ ແລະ ລະຫວ່າງ 2 ຄະນະເວົ້າສະເພາະ.

ກ່າວ​ຄຳປາໄສ​ທີ່​ການ​ພົບ​ປະ, ສະຫາຍ ຫງວຽນແທ່ງເຕີມ ໄດ້​ສົ່ງ​ຄຳຢື້ຢາມຖາມຂ່າວ ແລະ ຄວາມ​ອວຍພອນ​ອັນ​ດີງາມ​ຂອງ​ສະຫາຍ ​ເລ​ມິງ​ຮືງ, ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ເຖິງ​ບັນດາ​ການ​ນຳ, ພະນັກງານ, ສະມາຊິກ​ພັກ​ທຸກ​ຂັ້ນ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ກໍ່ສ້າງ​ພັກ​ລະຫວ່າງ ​ຫວຽດນາມ - ລາວ
ທ່ານ​ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ຫວຽດນາມ ຫງວຽນ​ແທ່ງເຕີມ ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມພົບປະ. (ພາບ: Xuan Tu/ນັກຂ່າວສຳນັກຂ່າວສານຫວຽກນາມ ປະຈຳລາວ)

ທ່ານ​ ຫງວຽນ​ແທ່ງເຕີມ ຢືນຢັນ​ວ່າ ການປະຕິບັດງານ​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ວຽກ​ງານ​ການຈັດ​ຕັ້ງ ​ແລະ ກໍ່ສ້າງ​ພັກ, ພິ​ເສດ​ແມ່ນ​ການຈັດ​ກົງຈັກ​, ກະກຽມ​ໃຫ້​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ທຸກ​ຂັ້ນ ມຸ່ງ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 14 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. 2 ຝ່າຍ​ຍັງ​ໄດ້​ແລກປ່ຽນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ, ພັດທະນາ​ສະມາຊິກ​ພັກ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ພັກ​ຮາກ​ຖານ​ໃຫ້​ສົມບູນ​ແບບ, ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່.

ຝ່າຍລາວ, ສະຫາຍ ບຸນ​ສະ​ດີ ທະ​ນາມມວງ ໄດ້ຕີລາຄາສູງການສົມທົບກັນຢ່າງມີປະສິດທິຜົນລະຫວ່າງສອງຄະນະຈັດຕັ້ງສູນກາງພັກໃນໄລຍະມໍ່ໆມານີ້, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບໝາກຜົນພົ້ນເດັ່ນໃນວຽກງານກໍ່ສ້າງພັກຂອງພັກປະຊາຊົນ ປະຕິວັດລາວ, ໃນນັ້ນມີການກະກຽມກອງປະຊຸມໃຫຍ່ຂອງພັກທຸກຂັ້ນ, ປັບປຸງກົງຈັກການຈັດຕັ້ງ ແລະ ຍົກສູງຄຸນນະພາບຂອງຖັນແຖວພະນັກງານ, ສະມາຊິກພັກ.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ກໍ່ສ້າງ​ພັກ​ລະຫວ່າງ ​ຫວຽດນາມ - ລາວ
ສະ​ຫາຍ ບຸນ​ສະ​ດີ ທະ​ນາມມວງ, ຄະ​ນະ​ກຳ​ມະ​ການ​ສູນ​ກາງພັກ ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມພົບປະ. (ພາບ: Xuan Tu/ນັກຂ່າວສຳນັກຂ່າວສານຫວຽກນາມ ປະຈຳລາວ)

ກອງ​ປະຊຸມພົບປະໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​ທີ່​ຈິງ​ໃຈ, ສະໜິດສະໜົມ ​ແລະ ​ເປັນ​ອ້າຍ​ນ້ອງ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ສອງ​ຄະນະ​ກຳມະການ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ, ປະກອບສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ.

​ເພີ່ມ​ທະວີ​ການ​ເຜີຍ​ແຜ່​ຮູບ​ພາບ​ຂອງ​ຫວຽດນາມ​ ອອກ​ສູ່​ໂລກ ​ເພີ່ມ​ທະວີ​ການ​ເຜີຍ​ແຜ່​ຮູບ​ພາບ​ຂອງ​ຫວຽດນາມ​ ອອກ​ສູ່​ໂລກ

ຍສໝ - ວັນ​ທີ 31 ກໍລະກົດ, ຄະນະ​ຊີ້​ນຳ​ວຽກ​ງານ​ຂໍ້ມູນຕ່າງປະ​ເທດ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ກວດກາ​ຄືນ 6 ​ເດືອນ​ຕົ້ນ​ປີ, ຜັນ​ຂະຫຍາຍ​ໜາ້ທີ່ 6 ​ເດືອນ​ທ້າຍ​ປີ 2025.

ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ລາວ ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ລາວ

ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ ແລ້ວ, ໃນການໄປປະຕິບັດງານຂອງຄະນະຜູ້ແທນກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນເອກ ເລືອງຕ່າມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເປັນນຳໜ້າ, ຕອນບ່າຍວັນທີ 30 ກໍລະກົດ, ທ່ານພົນເອກ ເລືອງຕ່າມກວາງ ໄດ້ຢ້ຽມຂ່ຳນັບທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາ, ຮອງປະທານ ສປປ ລາວ. ໂດຍເຂົ້າ​ຮ່ວມ​ມີ​ທ່ານກຳມະການ​ກົມ​ການ​ເມືອງ, ...

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21129.html

In bài biết