ນັກສຶກສາລາວ ຄົ້ນຄ້ວາພາສາຫວຽດນາມ ຜ່ານການລົງຕົວຈິງຢູ່ກວາງນິງ
![]() | ພາສາຫວຽດນາມ - ສາຍພົວພັນທີ່ເຂັ້ມແຂງເຊື່ອມຕໍ່ຊາວຫວຽດນາມຢູ່ຕ່າງປະເທດກັບກົກເຄົ້າເຫງົ້າກໍ |
![]() | ສ. ລັດເຊຍສະເໜີເປີດການຂົນສົ່ງທາງທະເລໄປລາວ ຜ່ານຫວຽດນາມ |
![]() |
ວັນທີ 5 ສິງຫາ, ມະຫາວິທະຍາໄລ ເຕີນຈ່າວ ໃຫ້ຮູ້ວ່າ ຫາກໍ່ຈັດຕັ້ງໂຄງການແລກປ່ຽນຢູ່ຄະນະສ້າງຄູ - ມະຫາວິທະຍາໄລ ຮ່າລອງ (ແຂວງກວາງນິງ) ດ້ວຍການເຂົ້າຮ່ວມຂອງນັກສຶກສາຫ້ອງກະກຽມພາສາຫວຽດນາມ ສໍາລັບຊາວຕ່າງປະເທດ, ຫຼັກສູດ 2024-2025. ທີ່ການພົບປະແລກປ່ຽນ, ນັກສຶກສາລາວໄດ້ເຂົ້າຮ່ວມຫ້ອງຮຽນກັບນັກສຶກສາຂອງມະຫາວິທະຍາໄລຮ່າລອງ; ຝຶກຝົນຫຼໍ່ຫຼອມການສົນທະນາ, ຝຶກອົບຮົມການຟັງ ແລະ ເວົ້າຜ່ານເກມພາສາ ແລະ ໄດ້ມີການນຳສະເໜີແນະນຳປະເທດຊາດ ແລະ ວັດທະນະທຳຂອງລາວ ແລະ ຫວຽດນາມ. ພ້ອມກັບບັນດາການເຄື່ອນໄຫວຮໍ່າຮຽນ, ອາຈານຂອງ 2 ໂຮງຮຽນໄດ້ແລກປ່ຽນວິທີການສິດສອນພາສາຫວຽດນາມ ຄືພາສາຕ່າງປະເທດ, ແບ່ງປັນຕຳລາສອນ ແລະ ເຫັນດີເປັນເອກະພາບບາງທິດທາງໃນການປະສານງານດ້ານວິຊາຊີບໃນໄລຍະຈະມາເຖິງ. ຕາມມະຫາວິທະຍາໄລ ເຕີນຈ່າວ ແລ້ວ, ໂຄງການບໍ່ພຽງແຕ່ຊ່ວຍໃຫ້ນັກສຶກສາຕ່າງປະເທດມີຄວາມເຊື່ອໝັ້ນໃນການນຳໃຊ້ພາສາຫວຽດນາມ ແລະ ເປີດກວ້າງຄວາມເຂົ້າໃຈກ່ຽວກັບສະພາບແວດລ້ອມແຫ່ງການຮໍ່າຮຽນຢູ່ ຫວຽດນາມ ເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງສະຖາບັນຝຶກອົບຮົມພາສາຫວຽດນາມ ໃຫ້ແກ່ຊາວຕ່າງປະເທດອີກດ້ວຍ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວໃນແຜນການຍົກສູງຄຸນນະພາບການຝຶກອົບຮົມພາສາຫວຽດນາມ ໃຫ້ນັກສຶກສາຕ່າງປະເທດໄລຍະ 2024-2025. (ພາບ: ມະຫາວິທະຍາໄລ ເຕີນຈ່າວ) |
![]() | ອົງການ COPI (ອາເມລິກາ) ຈັດຕັ້ງການກວດພະຍາດໂດຍບໍ່ເສຍຄ່າໃຫ້ປະຊາຊົນເກືອບ 1.000 ຄົນຢູ່ ກວາງນາມ ຍສໝ - ໃນລະຫວ່າງວັນທີ 23-29 ພຶດສະພາ, ອົງການ Children of Peace International (COPI/ອາເມລິກາ) ໄດ້ສົມທົບກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ກວາງນາມ ເພື່ອຈັດຕັ້ງການກວດແຂ້ວ, ແນະນຳອະນາໄມປາກ ແລະ ມອບຂອງຂວັນໂດຍບໍ່ເສຍຄ່າໃຫ້ແກ່ນັກຮຽນ ແລະ ປະຊາຊົນເກືອບ 1.000 ຄົນຢູ່ເທດສະບານ ດ້ຽນບານ, ແຂວງກວາງນາມ. |
![]() | Sunflower Mission ມອບທຶນການສຶກສາ 355 ທຶນໃຫ້ນັກສຶກສາທຸກຍາກແຕ່ຮຽນເກັ່ງຢູ່ ຝູອຽນ ແລະ ກຽນຢາງ ຍສໝ - ອົງການ Sunflower Mission (ອາເມລິກາ) ຫາກໍ່ມອບທຶນສຶກສາ 355 ທຶນໃຫ້ນັກຮຽນທຸກຍາກແຕ່ຮຽນເກັ່ງຢູ່ແຂວງ ຝູອຽນ ແລະ ກຽນຢາງ ໃນເດືອນ ມີນາ ແລະ ຕົ້ນເດືອນ ເມສາ 2025.. |
ມີງດຶກ