12:25 | 07/08/2025

ເພີ່ມທະວີການເຊື່ອມຕໍ່ຊາວຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ ເພື່ອມຸ່ງໄປເຖິງສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ວັນ​ຊາດ

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ວັນ​ທີ 2 ກັນ​ຍາ: ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​​ທີ່​ຄົງ​ຕົວ ຂອງ​ເອ​ກະ​ລາດ ແລະ ເສ​ລີ​ພາບ
ຂີດໝາຍ 100 ປີ​ແຫ່ງວັນສື່ມວນຊົນປະຕິວັດຫວຽດ​ນາມ ໂດຍພິທີ​ສະ​ເຫຼີມ​ສະ​ຫຼອງດ້ວຍການມີໜາ້ຂອງການ​ນຳ​ພັກ ແລະ ລັດ.
ເພີ່ມທະວີການເຊື່ອມຕໍ່ຊາວຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ ເພື່ອມຸ່ງໄປເຖິງສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ວັນ​ຊາດ

ພາບລວມຂອງກອງປະຊຸມ. (ພາບ: Thanh Long)

ໂດຍ​ເຂົ້າ​ຮ່ວມ​ພິທີ​ມີ​ບັນດາ​ການ​ນຳ​ຂອງ​ຄະນະ, ຜູ້ຕາງໜ້າ​ບັນດາ​ຫົວໜ່ວຍ​ປະຕິບັດ​ໜ້າ​ທີ່​ພາຍ​ໃຕ້​ຄະນະ ​ແລະ ນັກ​ຂ່າວຈາກ​ບັນດາ​ອົງການ​ຂ່າວ ​ແລະ ສື່​ມວນ​ຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສ​ຢູ່​ຕ່າງ​ປະ​ເທດ​ ຫງວຽນຈຸງກ່ຽນ ໃຫ້​ຮູ້​ວ່າ ຫວຽດ​ນາມ ພວມ​ສຳເລັດບັນ​ດາ​ການ​ກະ​ກຽມ​ໃຫ້​ແກ່​ບັນ​ດາ​ເຫດ​ການ​ສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ປະ​ເທດ. ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໃນ​ທົ່ວ​ໂລກ​ມີ​ຄວາມ​ສົນ​ໃຈ ​ແລະ ຄາດ​ວ່າ​ຈະ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ລະນຶກ​ສຳຄັນ​ຂອງ​ປະ​ເທດ.

ຂໍ້ມູນໃຫ້ສື່​ມວນ​ຊົນ​, ທ່ານ ຫງວຽນຈຸງກ່ຽນ ໃຫ້​ຮູ້​ວ່າ ຄະນະ​ກຳມະການພວມ​ສະ​ເໜີ​ໃຫ້​ບັນດາຂັ້ນທີ່​ມີສິດ​ອະນຸຍາດ​ໃຫ້​ການຈັດ​ຕັ້ງ​ຄະນະ​ຜູ້​ແທນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ. ການ​ເຄື່ອນ​ໄຫວ​ນີ້​ແມ່ນ​ເພື່ອ​ຕອບ​ສະໜອງ​ຄວາມ​ປາດ​ຖະໜາ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໂດຍ​ກົງ​ເຂົ້າ​ຮ່ວມ​ບັນດາ​ເຫດການ​ໃຫຍ່​ຂອງ​ປະ​ເທດ, ພ້ອມ​ກັນ​ນັ້ນ​ກໍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບ​ຕໍ່​ການ​ປະກອບສ່ວນ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ກຳມະການ​ ຈະຜັນຂະຫຍາຍບັນດາ​ການ​ເຄື່ອນ​ໄຫວໃຫ້ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ລາຍການ “ວັນ​ເຊີດຊູພາສາ​ຫວຽດນາມ” ​ແລະ ຊຸດ​ອົບຮົມ​ໃຫ້​ບັນດາ​ຜູ້ນຳ​ບັນດາ​ສະມາຄົມ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ.

ເຜີຍ​ແຜ່​ຄວາມ​ຮັກ​ແພງພາສາ​ຫວຽດ​ນາມ

ດຳ​ເນີນ​ແຕ່​ວັນ​ທີ 29 ມີນາ – 21 ສິງຫາ, ງານ​ປະ​ກວດ​ຊອກ​ຫາ​ທູດພາສາຫວຽດ​ນາມ ປະ​ຈຳ​ປີ​ນີ້ ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ​ຂອງ​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ປະຈຸບັນການປະກວດກຳລັງເຂົ້າສູ່ຮອບສຸດທ້າຍ, ຜູ້ເຂົ້າປະກວດກຳລັງເຮັດວີດີໂອເພື່ອສົ່ງເຂົ້າປະກວດ. ຄະນະຜູ້ກວດບົດສອບເສັງຈະ​ຄັດ​ເລືອກ​ຢ່າງ​ໜ້ອຍ 5 ຜູ້​ເຂົ້າ​ຮ່ວມ​ທີ່​ດີ​ທີ່​ສຸດ​ເພື່ອ​ເປັນ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໃນ​ປີ 2025.

ທ່ານ ຫງວຽນ​ຈຸງ​ກ່ຽນ ໃຫ້​ຮູ້​ວ່ ການ​ເສັງ​ປີ​ນີ້​ໄດ້​ຮັບ​ກ່ວາ 50 ລາຍການ​ດ້ວຍ​ເນື້ອ​ໃນ​ທີ່​ອຸດົມສົມບູນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ແພງ​ອັນ​ເລິກ​ເຊິ່ງຕໍ່​ພາສາ​ຫວຽດນາມ ​ແລະ ຄວາມ​ພາກພູມ​ໃຈ​ຕໍ່​ບ້ານ​ເກີດ​ເມືອງ​ນອນ ​ແລະ ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໃນ​ທົ່ວ​ໂລກ.

ເພີ່ມທະວີການເຊື່ອມຕໍ່ຊາວຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ ເພື່ອມຸ່ງໄປເຖິງສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ວັນ​ຊາດ

ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສ​ຢູ່​ຕ່າງ​ປະ​ເທດ​ ຫງວຽນຈຸງກ່ຽນ ໄດ້ຂໍ້ມູນ​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຈຳ​ນວນ​ຫນຶ່ງ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ວັນ​ຊາດ. (ພາບ: Thanh Long)

ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ເຊີດຊູພາສາ​ຫວຽດນາມ ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ປີ 2025 ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 14 ສິງຫາ ຢູ່ ຮ່າ​ໂນ້ຍ, ​ໃນ​ທັງ​ຮູບ​ແບບອອນໄລ ແລະ ທາງໂດຍກົງ. ເຫດການໄດ້​ສະຫຼຸບ​ການ​ເຄື່ອນ​ໄຫວ​ເພື່ອ​ຕອບ​ສະໜອງ​ວັນ​ກຽດ​ສັກ​ສີ​ຂອງ​ພາສາ​ຫວຽດນາມ ​ໄລຍະ 2024-2025, ພ້ອມ​ກັນ​ນັ້ນ​ກໍ​ປຶກສາ​ຫາລື ​ແລະ ສະ​ເໜີ​ທິດ​ທາງ​ການ​ປະຕິບັດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຕໍ່​ໄປ, Gala “ພາສາຫວຽດນາມ ທີ່​ຮັກ​ແພງ” ​ແລະ ພິທີ​ມອບ​ລາງວັນ​ການແຂງຂັນຊອກ​ຫາທູດພາສາຫວຽດນາມ ຢູ່​ຕ່າງປະ​ເທດ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ສິງຫາ ດ້ວຍ​ຫົວ​ຂໍ້​ວ່າ “ແມ່ນ້ຳ​ຄົງ​ຄາ​ຕະຫຼອດ​ໄປ, ​ເຊື່ອມ​ໂຍງ​ທຸກ​ທິດ”. ຫົວ​ຂໍ້​ໄດ້​ປຸກ​ລະ​ດົມ​ພາບ​ພົດ​ຂອງ​ພາ​ສາ​ຫວຽດ​ເປັນ​ຂະ​ບວນ​ການ​ຄົງ​ຕົວ​ຂອງ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ ແລະ ຈິດ​ວິນ​ຍານ​ຂອງ​ຊາດ, ​ແຜ່​ຂະ​ຫຍາຍ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຊຸມ​ຊົນ​ຫວຽດ​ນາມ​ໃນ​ທົ່ວ​ໂລກ.

​ໂຄງການ​ເພື່ອເຊີດຊູຄວາມ​ສວຍ​ງາມ​ຂອງ​ພາສາ​ຫວຽດນາມ, ​ໂຄສະນາ​ພາສາ​ແມ່​ເປັນ​ສັນຍາ​ລັກ​ອັນ​ສັກສິດ​ເຊື່ອມ​ຕໍ່​ແຫຼ່ງກຳ​ເນີ​ດກັບ​ອະນາຄົດ. ຜ່ານບັນດາບົດເລື່ອງ, ຕົວຢ່າງ ແລະ ຄວາມຄິດສ້າງສັນຂອງ “ທູດພາສາຫວຽດນາມ”, ລາຍການປະກອບສ່ວນເຜີຍແຜ່ຄວາມຮັກແພງພາສາຫວຽດນາມ, ບໍາລຸງສ້າງຈິດໃຈຫັນໄປສູ່ບ້ານເກີດເມືອງນອນ, ປຸກລະດົມຄວາມຮັບຜິດຊອບ, ຄວາມມຸ່ງມາດປາດຖະໜາໃນການຮັກສາເອກະລັກວັດທະນະທໍາຫວຽດນາມ ຂອງເດັກນ້ອຍແຕ່ລະຄົນທີ່ອາໄສຢູ່ຕ່າງປະເທດ.

ເພີ່ມທະການເຊື່ອມຕໍ່ກັບ​ສະ​ມາ​ຄົມ​ຫວຽດ​ນາມ

ຊຸດ​ອົບຮົມ​ປີ 2025 ​ໃຫ້​ແກ່​ການ​ນຳ​ບັນດາ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 28 – 31 ສິງຫາ ຢູ່ ຮ່າ​ໂນ້ຍ. ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສ​ຢູ່​ຕ່າງ​ປະ​ເທດ​ ຫງວຽນຈຸງກ່ຽນ ໃຫ້​ຮູ້​ວ່າ ຄງ​ການ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຂອງ​ພັກ, ລັດ​ທີ່​ມີ​ຕໍ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ແລະ ນະ​ໂຍ​ບາຍ​ທີ່​ເປັນ​ເອ​ກະ​ພາບ​ອັນ​ໃຫຍ່​ຫຼວງ​ຂອງ​ປະ​ເທດ​ຊາດ.

ໃນ​ຂອບ​ເຂດ​ໂຄງການ, ບັນດາ​ຜູ້​ແທນ​ຈະ​ໄດ້​ຮັບ​ການ​ປັບປຸງ​ກ່ຽວ​ກັບ​ສະພາບ​ການ​ພາຍ​ໃນ​ປະ​ເທດ, ນະ​ໂຍບາຍ​ການ​ຕ່າງປະ​ເທດ, ໜ້າ​ທີ່ ​ແລະ ການຈັດ​ຕັ້ງ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ; ປະຊາຄົມ ແລະ ສະມາຄົມຊາວຫວຽດນາມ ຢູ່ຕ່າງປະເທດ, ການພົວພັນກັບປະເທດ; ບັນ​ຫາ​ດ້ານ​ກົດ​ໝາຍ​ຂອງ​ຫວຽດ​ນາມ ແລະ ປະ​ເທດ​ອື່ນໆ...

​ໂຄງການ​ຍັງ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ການ​ນຳ​ສະມາຄົມ​ໄດ້​ຮ່ຳຮຽນ​ໂດຍ​ກົງ ​ແລະ ​ເປັນ​ສັກຂີ​ພິຍານ​ການ​ພັດທະນາ​ຂອງ​ປະ​ເທດ, ຜ່ານ​ນັ້ນ​ກາຍ​ເປັນ​ຂົວ​ຕໍ່​ເພື່ອ​ເຜີຍ​ແຜ່​ບັນດາ​ຂໍ້​ມູນ​ຂ່າວສານ​ທີ່​ຖືກຕ້ອງ ​ແລະ ​ແທດ​ຈິງ​ກ່ຽວ​ກັບ​ຫວຽດນາມ ​ໃນ​ບັນດາ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ຕິດ​ພັນ​ກັບ​ບັນດາ​ເຫດການ​ໃຫຍ່​ຢູ່​ພາຍ​ໃນ​ປະ​ເທດ​ໃນ​ປີ 2025.

ເພີ່ມທະວີການເຊື່ອມຕໍ່ຊາວຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ ເພື່ອມຸ່ງໄປເຖິງສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ວັນ​ຊາດ

ທ່ານ ຫງວຽນຈຸງກ່ຽນ ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ. (ພາບ: Thanh Long)

ຕອບ​ຄຳ​ຊັກ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ຊາດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສ​ຢູ່​ຕ່າງ​ປະ​ເທດ​ ຫງວຽນຈຸງກ່ຽນ ໃຫ້​ຮູ້​ວ່າ ຄະນະ​ກຳມະການ​ຈັດ​ຕັ້ງ​ອະນຸຍາດ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນຢູ່​ສະໜາມ​ຫຼວງ ບ່າດິງ ຜ່ານ​ຜ່າ​ສະໜາມ​ຫຼວງ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການຈັດ​ຕັ້ງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ການ​ແຫ່​ຂະ​ບວນຍັງ​ຄົງ​ລໍຖ້າ​ຄຳ​ເຫັນ​ຢ່າງ​ເປັນ​ທາງ​ການ​ຈາກ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ, ​ໃນ​ນັ້ນ​ມີ​ຄະນະໂຄສະນາສຶກສາ ແລະ ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ. ປະຈຸ​ບັນ, ກະຊວງ​ການ​ຕ່າງປະ​ເທດ​ພວມ​ຊອກ​ຫາ​ຄວາມ​ເຫັນ​ຢ່າງ​ຕັ້ງໜ້າ ​ແລະ ຈະ​ມີ​ການ​ຕອບ​ໂຕ້​ໂດຍ​ໄວ.

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຍສໝ - ບໍ່​ວ່າ​ຈະ​ຢູ່​ໃສ, ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ຍາມ​ໃດ​ກໍ​ຫັນ​ມາ​ສູ່​ບ້ານ​ເກີດ​ເມືອງ​. ຕະຫຼອດ​ປະຫວັດສາດ, ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ຢູ່​ທົ່ວ​ທຸກ​ແຫ່ງ​ລ້ວນ​ແຕ່​ພ້ອມ​ກັບ​ປະ​ເທດ ​ແລະ ປະຊາຊົນ. ພິ​ເສດ, ເມື່ອ​ໄດ້​ຮັບ​ຟັງ​ການ​ແບ່ງ​ປັນ​ຂອງ​ການ​ນຳ​ພັກ, ລັດ ກ່ຽວ​ກັບ​ຄວາມ​ຄາດ​ໝາຍ​ຂອງ​ຍຸກ​ໃໝ່, ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ, ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ກໍ່​ມີ​ຄວາມ​ກະ​ຕື​ລື​ລົ້ນ​ຮ່ວມ​ມື, ປະ​ກອບ​ສ່ວນ​ສ້າງ​ສາ​ບ້ານ​ເກີດ​ເມືອງ​ນອນ ແລະ ປະ​ເທດ​ຊາດ​ນັບ​ມື້​ນັບ​ຈະ​ເລີນ​ຮຸ່ງ​ເຮືອງ. ການປັບປຸງກົດໝາຍວ່າດ້ວຍສັນຊາດນີ້ແມ່ນບາດກ້າວທີ່ສຳຄັນເພື່ອ “ຮັດແໜ້ນ” ສະພາບກົດໝາຍ, ເພື່ອໃຫ້ຊາວຫວຽດນາມ ບໍ່ວ່າຢູ່ພາຍໃນປະເທດ ຫຼື ດຳລົງຊີວິດ ແລະ ...

ພົບປະແລກປ່ຽນມິດຕະພາບ ຫວຽດນາມ - ກູ​ບາ ເພື່ອ​ສະ​ເຫຼີ​ມສະຫຼອງ 64 ປີ​ແຫ່ງ​ວັນ​ໄຊຊະນະ Giron ພົບປະແລກປ່ຽນມິດຕະພາບ ຫວຽດນາມ - ກູ​ບາ ເພື່ອ​ສະ​ເຫຼີ​ມສະຫຼອງ 64 ປີ​ແຫ່ງ​ວັນ​ໄຊຊະນະ Giron

ຍສໝ - ຕອນບ່າຍວັນທີ 16 ເມສາ, ຢູ່ແຂວງວິ້ງຟຸກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ກູບາ ສົມທົບກັບສະຖານທູດ ກູບາ ປະຈຳ ຫວຽດນາມ ໄດ້ຈັດຕັ້ງໂຄງການພົບປະມິດຕະພາບ ຫວຽດນາມ - ກູບາ ເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1960 – 2025) ...

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21088.html

In bài biết