15:43 | 06/08/2025

ທ່ານ​ເອກ​ອັກຄະ​ລັດຖະທູດ ນູແວນເຊລັງ: ຫວຽດນາມ ​ແມ່ນ​ປັດ​ໄຈ​ທີ່​ຕັ້ງໜ້າ​ໃນ​ການ​ສ້າງ​ຍຸດ​ທະ​ສາດ​ຂອງ​ອາ​ຊຽນ

ຫວຽດນາມ ເປັນບົດບາດສຳຄັນ​ການ​ສ້າງ​ອະນາຄົດ​ລວມຂອງ​ອາ​ຊຽນ
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອ​ງ​ຝ່າຍ​ຕາມ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ
ທ່ານ​ເອກ​ອັກຄະ​ລັດຖະທູດ ນູແວນເຊລັງ: ຫວຽດນາມ ​ແມ່ນ​ປັດ​ໄຈ​ທີ່​ຕັ້ງໜ້າ​ໃນ​ການ​ສ້າງ​ຍຸດ​ທະ​ສາດ​ຂອງ​ອາ​ຊຽນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນູແວນເຊລັງ Christopher Luxon ກ່າວຄຳປາໄສທີ່ເວທີປາໄສອະນາຄົດອາຊຽນ 2025, ເດືອນກຸມພາ 2025. (ພາບ: Tuan Anh)

ຂໍຮຽນທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນູແວນເຊລັງ Christopher Luxon ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ​ອາ​ຊຽນ (AFF) 2025 ເພື່ອ​ສະ​ແດງ​ໃຫ້​ເຫັນ​ການ​ສະ​ໜັບ​ສະ​ໜູນ​ຂໍ້​ລິ​ເລີ່ມ​ຂອງ​ຫວຽດ​ນາມ ຢູ່ ອາ​ຊຽນ. ທ່ານ​ສາມາດ​ຕີ​ລາຄາ​ຄວາມ​ພະຍາຍາມ​ຂອງ​ຫວຽດນາມ​ ໃນ​ການ​ຊຸກຍູ້​ຂໍ້​ລິ​ເລີ່​ມນີ້​ໄດ້​ບໍ?

ນູແວນເຊລັງ ຕີລາຄາສູງບົດບາດນຳໜ້າຂອງຫວຽດນາມ ໃນການລິເລີ່ມເວທີປາໄສອະນາຄົດອາຊຽນ. ພວກຂາ້ພະເຈົ້າເປັນ​ກຽດ​ທີ່​ໄດ້​ມີທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນູແວນເຊລັງ Christopher Luxon ເປັນ​ປະ​ທານ​ກອງ​ປະ​ຊຸມ​ສຳ​ຄັນ​ທີ່​ເວ​ທີ​ປາ​ໄສ​ອາ​ຊຽນ 2025 ທີ່​ຮ່າ​ໂນ້ຍ.ໃນ​ບົດ​ກ່າວ​ປາ​ໄສຂອງຕົນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ຜົນ​ງານ​ໃນ 50 ປີ​ແຫ່ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ອາ​ຊຽນ - ນູແວນເຊລັງ ໃນ​ຂົງ​ເຂດ​ການ​ຄ້າ, ການ​ພັດ​ທະ​ນາ, ຄວາມ​ປອດ​ໄພ ແລະ ການ​ແລກ​ປ່ຽນ​ປະ​ຊາ​ຊົນ.

ທ່ານ​ເອກ​ອັກຄະ​ລັດຖະທູດ ນູແວນເຊລັງ: ຫວຽດນາມ ​ແມ່ນ​ປັດ​ໄຈ​ທີ່​ຕັ້ງໜ້າ​ໃນ​ການ​ສ້າງ​ຍຸດ​ທະ​ສາດ​ຂອງ​ອາ​ຊຽນ
ທ່ານນາງ Caroline Beresford ເອກອັກຄະລັດຖະທູດນູແວນເຊລັງ ປະຈຳ ຫວຽດນາມ. (ພາບ: Thanh Long)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ສົ່ງ​ຂໍ້​ຄວາມ​ທີ່​ຈະ​ແຈ້ງ​ວ່າ​ ນູແວນເຊລັງ ຖື​ພາກ​ພື້ນນີ້ເປັນສຳຄັນ. ທ່ານ​ໄດ້​ພັນ​ລະ​ນາ​ການ​ພົວ​ພັນ​ລະຫວ່າງ ນູແວນເຊລັງ ກັບ​ອາ​ຊຽນ ​ເປັນ “ເສົາ​ຄ້ຳ​ທີ່​ຈຳ​ເປັນ” ໃນບຸລິມະສິດ​ອັນ​ດັບ​ໜຶ່ງ​ຂອງ​ລັດຖະບານ ນູແວນເຊລັງ ເພື່ອ​ຮັກສາ​ການ​ພົວພັນ​ທີ່​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ໃນ​ທົ່ວ​ພາກ​ພື້ນ​ອິນ​ໂດ​ປາ​ຊີ​ຟິກ; ພ້ອມທັງເນັ້ນ​ໜັກ​ເຖິງ​ຫຼັກ​ໝັ້ນ​ຂອງ ນູແວນເຊລັງ ທີ່​ມີ​ຕໍ່​ການ​ເປັນ​ໃຈກາງ​ຂອງ​ອາ​ຊຽນ, ສະໜັບສະໜູນ​ສະຖາປັດຕະຍະ​ກຳ​ການ​ຮ່ວມ​ມື​ຂອງ​ອາ​ຊຽນ, ​ແລະ ຄວາມ​ພະຍາຍາມ​ເພື່ອ​ເປີດ​ກວ້າງ​ ແລະ ​ລົງ​ເລິກ​ຂົງ​ເຂດ​ການ​ຮ່ວມ​ມື.

ເລື່ອງຫວຽດນາມ ເປັນເຈົ້າການໃນການສ້າງເປັນຮູບເປັນຮ່າງ​ຂໍ້​ລິ​ເລີ່​ມນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ຢ່າງເຂັ້ມແຂງໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຂອງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ພາຍ​ນອກ. ​ເວທີ​ປາ​ໄສ​ໄດ້​ເຕົ້າ​ໂຮມ​ບັນດາ​ການ​ນຳ, ພະນັກງານ, ຜູ້ນຳວິສາຫະກິດ, ນັກ​ວິ​ຊາ​ການ ​ແລະ ບັນດາ​ຜູ້​ມີ​ສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ - ປະຊາ​ຄົມ​ທີ່​ມີ​ຄວາມ​ຫຼາກ​ຫຼາຍ​ດ້ວຍ​ຄຳ​ໝັ້ນ​ສັນຍາ​ຮ່ວມ​ກັບ​ພາກ​ພື້ນ.

​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ຫວຽດນາມ ພວມນາພະຍາຍາມ​ໜູນ​ຊ່ວຍ​ບັນດາ​ບຸລິມະສິດ​ໃນ​ປະຈຸ​ບັນ​ຂອງ ອາ​ຊຽນ ທີ່​ໄດ້​ວາງ​ອອກ​ໃນ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2045: ອະນາຄົດ​ລວມຂອງ​ພວກ​ເຮົາ. ພວກ​ຂ້າພະ​ເຈົ້າ​ຮັບ​ຮູ້​ວ່າ ​ເປົ້າ​ໝາຍ​ເຫຼົ່າ​ນີ້​ແມ່ນ​ສອດຄ່ອງ​ກັບ​ບຸລິມະສິດ​ຂອງ ນູແວນເຊລັງ ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ພາກ​ພື້ນ​ອິນ​ໂດ​ປາ​ຊີ​ຟິກທີ່​ມີ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ ​ເຊິ່ງອາ​ຊຽນມີ​ບົດບາດ​ໃຈກາງ.

ຂໍຮຽນທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ແລ້ວ, ຫວຽດນາມ ມີ​ບົດບາດ​ອັນ​ໃດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ອາ​ຊຽນ - ນູແວນເຊລັງ, ພິ​ເສດ​ແມ່ນ​ບົດບາດ​ປະສານ​ງານ​ຂອງ​ຕົນ​ໄລຍະ 2024-2027? ທ່ານ​ມີ​ຄວາມ​ຄາດ​ຫວັງ​ແນວ​ໃດ​ຕໍ່​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ (CSP) ລະ​ຫວ່າງ​ ນູແວນເຊລັງ ແລະ ອາ​ຊຽນ ໃນ​ໄລ​ຍະ​ຈະ​ມາ​ເຖິງ?

ຫວຽດນາມ ​ໄດ້​ປະກອບສ່ວນເຮັດໃຫ້ການ​ພົວພັນ​ລະຫວ່າງ ນູແວນເຊລັງ ແລະ ອາຊຽນ ເລິກເຊິ່ງກ່ວາອີກ. ໃນ​ໄລຍະ​ທີ່​ຫວຽດນາມ ເປັນ​ປະທານ​ອາ​ຊຽນ​ໃນ​ປີ 2010, ກອງ​ປະຊຸມ​ຂັ້ນສູງ ນູແວນເຊລັງ - ອາຊຽນ ຄັ້ງ​ທີ 2 ​ໄດ້​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. 10 ປີ​ຕໍ່ໜ້າ, ​ໃນ​ຖານະ​ເປັນ​ປະທານ​ອາ​ຊຽນ ​ໃນ​ປີ 2020, ຫວຽດນາມ ​ໄດ້ຈັດຕັ້ງກອງ​ປະຊຸມຂັ້ນສູງ ​ອາ​ຊຽນ - ນູແວນເຊລັງ ​ຢ່າງ​ສຳ​ເລັດ​ຜົນ ​ເພື່ອ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ - ນູແວນເຊລັງ, ​ເຖິງ​ວ່າ​ຈະ​ເກີດ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19.

ປະຈຸ​ບັນ ຫວຽດນາມ ພວມ​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ຖານະ​ເປັນ​ຜູ້​ປະສານ​ງານ​ການ​ພົວພັນ ​ອາ​ຊຽນ - ນູແວນເຊລັງ. ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ວິວັດ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ (CSP) ກັບ ອາ​ຊຽນ ຮອດ​ປີ 2025.

ທ່ານ​ເອກ​ອັກຄະ​ລັດຖະທູດ ນູແວນເຊລັງ: ຫວຽດນາມ ​ແມ່ນ​ປັດ​ໄຈ​ທີ່​ຕັ້ງໜ້າ​ໃນ​ການ​ສ້າງ​ຍຸດ​ທະ​ສາດ​ຂອງ​ອາ​ຊຽນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທງ​ເຊີນ ໄດ້​ເປັນ​ປະ​ທານ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ - ນູແວນເຊລັງ ໃນ​ຂອບ​ເຂດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 58 ໃນ​ວັນ​ທີ 10 ກໍລະກົດ ຢູ່ ມາ​ເລ​ເຊຍ. (ພາບ: Quang Hoa)

ຫວ່າງ​ມໍ່ໆ​ນີ້, ຢູ່​ ກົວ​ລາ​ລຳ​ເປີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ບຸ່ຍ​ແທງ​ເຊີນ ແລະ ທ່ານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ນູແວນເຊລັງ Winston Peters ໄດ້​ເປັນ​ປະ​ທານ​ຮ່ວມ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ - ນູແວນເຊລັງ, ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາຊີ​ຕາ​ເວັນ​ອອກ (EAS) ​ແລະ ​ເວທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ (ARF). ທີ່​ການ​ພົບ​ປະ​ຄັ້ງ​ນີ້, ທ່ານ​ລັດຖະມົນຕີ Peters ​ໄດ້​ສະ​ເໜີ​ທັດສະນະ​ຂອງ ນູແວນເຊລັງ ກ່ຽວ​ກັບ​ບັນດາ​ບັນຫາ​ສຳຄັນ​ຂອງ​ພາກ​ພື້ນ, ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ພົວພັນ​ອາ​ຊຽນ - ນູແວນເຊລັງ ແລະ ດຳ​ເນີນ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫຼາຍ​ທ່ານ​ຈາກ​ພາກ​ພື້ນ.

ນູແວນເຊລັງ ມີຄວາມພູມໃຈໃນ 50 ປີແຫ່ງການພົວພັນມິດຕະພາບອັນໝັ້ນຄົງກັບອາຊຽນ ແລະ ມຸ່ງໝັ້ນທີ່ຈະລົງທຶນໃນການຮ່ວມມືໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ຕື່ມອີກ. ຍ້ອນ​ເຫດ​ນັ້ນ ​ພວກຂາ້ພະເຈົ້າມຸ່ງ​ໄປ​ເຖິງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ອາ​ຊຽນ - ​ເປັນ​ສາຍ​ພົວພັນ​ທີ່ເເທດຈິງ, ມີ​ຄວາມ​ໝາຍ, ມີ​ຜົນ​ປະ​ໂຫຍ​ດ​ເຊິ່ງກັນ ​ແລະ ກັນ ​ແລະ ສະ​ແດງ​ໃຫ້​ເຫັນ​ບົດບາດ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ ນູແວນເຊລັງ ​ໃນ​ຖານະ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ອາ​ຊຽນ.

ເນື່ອງໃນນີ້, ຂ້າພະເຈົ້າຂໍອ້າງເຖິງຄໍາສຸພາສິດ Maori ທີ່ເຫມາະສົມຫຼາຍ: "Titiro wakamuri, kōkiri wakamua" - "ເບິ່ງຄືນອາດີດ, ມຸ່ງໄປເຖິງອະນາຄົດ". ພວກຂ້າພະເຈົ້າ ຢາກ​ຊຸກຍູ້​ບັນດາ​ຂົງ​ເຂດ​ຮ່ວມ​ມື​ແບບ​ຍືນ​ຍົງ​ລະຫວ່າງ​ອາ​ຊຽນ ​ແລະ ນູແວນເຊລັງ, ລວມທັງ​ການ​ເຊື່ອມ​ໂຍງ​ເສດຖະກິດ ​ແລະ ການ​ຄ້າ, ຄວາມປອດໄພທາງ​ທະ​ເລ, ການຝຶກ​ອົບຮົມພະນັກງານວຽກຫຼວງ, ຂໍ້​ລິ​ເລີ່​ມເພື່ອສັນຕິພາບ ​ແລະ ສະຖຽນ​ລະ​ພາບ, ຄວາມ​ສາມາດຢືດຢຸ່ນກັບສິ່ງແວດລ້ອມ ແລະ ໂອກາດແລກປ່ຽນຄວາມຮູ້ໃຫ້ແກ່ຜູ້ນໍາວິສາຫະກິດໜຸ່ມ.

ພວກ​ຂ້າພະ​ເຈົ້າ​ຮັບ​ຮູ້​ວ່າ ການ​ຍົກ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ອາ​ຊຽນ - ນູແວນເຊລັງ ​ແມ່ນ​ຂີດໝາຍ​ບາດກ້າວ​ບຸກທະລຸ​ທີ່​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ດ້ວຍ​ການ​ສະໜັບສະໜູນ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຂອງ​ຫວຽດນາມ, ການ​ພົວພັນ​ຄູ່​ຮ່ວມ​ມື ອາ​ຊຽນ - ນູແວນເຊລັງ ຈະ​ສືບ​ຕໍ່​ໄດ້​ຮັບ​ການປັບປຸງ​ ແລະ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດທີ່​ແທດ​ຈິງ​ໃຫ້​ແກ່​ປະຊາຊົນ.

ຂໍຮຽນທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫວຽດນາມ ພວມ​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່, ທ່ານ​ຫວັງ​ຢ່າງ​ໃດ​ຕໍ່​ບົດບາດ​ຂອງ​ຫວຽດນາມ ​ໃນ​ການ​ປະກອບສ່ວນ​ພັດທະນາ​ການ​ພົວພັນ​ລະຫວ່າງ​ອາ​ຊຽນ ​ແລະ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື ?

ພວກ​ຂ້າພະ​ເຈົ້າ​ຊົມ​ເຊີຍ ຫວຽດນາມ ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ເຂົ້າ​ເປັນ​ສະມາຊິກ ອາ​ຊຽນ.

ນັບ​ແຕ່​ໄດ້​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ​ຢ່າງ​ເປັນ​ທາງ​ການ​ໃນ​ປີ 1995, ​ເສດຖະກິດ​ຂອງ​ຫວຽດນາມ​ໄດ້​ເຕີບ​ໂຕ 20 ​ເທົ່າ, ​ແລະ ປະຈຸ​ບັນ​ແມ່ນ​ໜຶ່ງ​ໃນ 40 ພື້ນຖານ​ເສດຖະກິດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ. ການ​ເຕີບ​ໂຕ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ບົດບາດ​ເປັນ​ສູນ​ກາງ​ການ​ຜະລິດ​ຂອງ​ພາກ​ພື້ນ ​ແລະ ​ເຄືອ​ຂ່າຍ​ສັນຍາ​ການ​ຄ້າ​ເສລີ​ຢ່າງ​ກວ້າງຂວາງ ​ໄດ້​ເຮັດ​ໃຫ້​ຫວຽດນາມ​ກາຍ​ເປັນ​ຜູ້​ມີ​ບົດບາດ​ສຳຄັນ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ເສດຖະກິດ​ພາກ​ພື້ນ ​ແລະ ​ໂລກ.

ຫວຽດນາມ ​ມີ​ໂອກາດ​ໝູນ​ໃຊ້​ອິດ​ທິພົນ​ຂອງ​ຕົນ​ໃນ​ຖານະ​ເປັນ​ຜູ້ນຳ​ພາກ​ພື້ນ ​ເພື່ອ​ກ້າວ​ໄປ​ໜ້າ​ບັນດາ​ເປົ້າ​ໝາຍ​ການ​ເຊື່ອມ​ໂຍງ​ເສດຖະກິດ ​ແລະ ການ​ຄ້າ​ຂອງ​ອາ​ຊຽນ ​ໂດຍ​ຜ່ານ​ກົນ​ໄກ​ຂອງ​ອາ​ຊຽນ, ​ໃນ​ການ​ເປັນ​ປະທານ​ໝູນວຽນ​ຂອງ 2 ກົນ​ໄກ​ສຳຄັນ​ຂອງ​ພາກ​ພື້ນ​ຄື CPTPP ​ໃນ​ປີ 2026 ​ແລະ APEC ​ໃນ​ປີ 2027.

ພວກຂ້າພະເຈົ້າຄາດຫວັງວ່າ ຫວຽດນາມ ຈະສືບຕໍ່ມີບົດບາດຢ່າງຕັ້ງໜ້າໃນການກຳນົດທິດຍຸດທະສາດຂອງ ອາຊຽນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ອິນເດຍ - ປາຊີຟິກ, ພິເສດແມ່ນໃນສະພາບການທີ່ໂລກປະເຊີນໜ້າກັບຄວາມບໍ່ແນ່ນອນຫຼາຍຢ່າງ.

ພ້ອມ​ກັນ​ນັ້ນ, ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ຂອງ​ພາກ​ພື້ນ ​ໂດຍ​ຜ່ານ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ​ເຕີບ​ໂຕ​ສີຂຽວ ​ແລະ ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ - ເສີມຂະຫຍາຍ​ທ່າ​ໄດ້​ປຽບ​ໃນ​ການ​ແຂ່ງຂັນ​ຂອງ​ປະ​ເທດ​ທີ່​ມີ​ປະຊາກອນ​ໜຸ່ມ, ມີ​ຄວາມ​ສາມາດ​ດ້ານ​ເຕັກ​ໂນ​ໂລ​ຢີ ​ແລະ ອຸດສາຫະກຳ.

ນູແວນເຊລັງ ປາດ​ຖະໜາ​ຢາກເຮັດໃຫ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກເຊິ່ງກ່ວາອີກກັບ ຫວຽດນາມ ​ແລະ ອາ​ຊຽນ ​ໃນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ນີ້.

ຂໍຂອບໃຈທ່ານທູດ!

ການ​ຢ້ຽມ​ຢາມ​ລັດ​ເຊຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໄດ້​ຢືນ​ຢັນ​ການ​ສືບ​ທອດ​ປະ​ຫວັດ​ສາດ, ສະ​ພາບ​ການ​ພົວ​ພັນ​ໃນ​ປະ​ຈຸ​ບັນ ແລະກ້າວ​ໄປ​ສູ່​ອະ​ນາ​ຄົດ​ໃໝ່ ການ​ຢ້ຽມ​ຢາມ​ລັດ​ເຊຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໄດ້​ຢືນ​ຢັນ​ການ​ສືບ​ທອດ​ປະ​ຫວັດ​ສາດ, ສະ​ພາບ​ການ​ພົວ​ພັນ​ໃນ​ປະ​ຈຸ​ບັນ ແລະກ້າວ​ໄປ​ສູ່​ອະ​ນາ​ຄົດ​ໃໝ່

ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານປະທານາທິບໍດີລັດເຊຍ Vladimir Putin, ແຕ່ວັນທີ 8 – 11 ພຶດສະພາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະມາຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່.

ບັນດາ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ ​ເພີ່ມຄວາມໄວການສົ່ງ​ອອກ​ໃນ​ໄລຍະ​ທີ່ ອາ​ເມ​ລິ​ກາ ຢຸດ​ຕິການ​ເກັບ​ພາສີ​​ຊົ່ວຄາວ ບັນດາ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ ​ເພີ່ມຄວາມໄວການສົ່ງ​ອອກ​ໃນ​ໄລຍະ​ທີ່ ອາ​ເມ​ລິ​ກາ ຢຸດ​ຕິການ​ເກັບ​ພາສີ​​ຊົ່ວຄາວ

ຍສໝ - ​ເລື່ອງ​ອາ​ເມ​ລິ​ກາ​ຢຸດຕິ​ການ​ເກັບ​ພາສີ 46% ​ເປັນ​ເວລາ 90 ວັນ ​ເປີດ​ກາລະ​ໂອກາດ​ໃຫ້​ຫວຽດນາມ ​ເພີ່ມ​ທະວີ​ການ​ເຈລະຈາ ​ແລະ ​ເລັ່ງລັດ​ການ​ສົ່ງ​ອອກ​ກະສິກຳ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ສະພາບ​ການ​ຕະຫຼາດ​ທີ່​ຜັນ​ແປ​ໄປ, ອັດຕາ​ພາສີ​ຈາກ ອາ​ເມ​ລິ​ກາ ຮຽກຮ້ອງ​ໃຫ້​ມີ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ກົງ​ໄປ​ກົງ​ມາ​ຈາກ​ບັນດາ​ອົງການ​ຄຸ້ມ​ຄອງ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ ​ເພື່ອ​ຮັບປະກັນ​ການ​ເຕີບ​ໂຕ​ການ​ສົ່ງ​ອອກ​ແບບ​ຍືນ​ຍົງ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21084.html

In bài biết