10:06 | 05/08/2025

ສ. ລັດເຊຍ​ສະ​ເໜີ​ເປີດ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ໄປ​ລາວ​ ຜ່ານ​ຫວຽດ​ນາມ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່: “ເວ​ລາ​ຍິ່ງ​ຜ່ານ​ໄປ ຍິ່ງ​ເຫັນ​ໄດ້​ຄວາມ​ຍິ່ງ​ໃຫຍ່​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ 1945 ແລະ ການ​ສະ​ຖະ​ກະ​ນາປະ​ເທດ ສາ​ທາ​ລະ​ນະ​ລັດສັງ​ຄົມ​ນິ​ຍົມ ຫວຽດ​ນາມ”
3 ຂໍ້​ສະ​ເໜີ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ອານເຊຣີ

ຂໍ້ມູນດັ່ງກ່າວ ໄດ້ຖືກປະກາດໂດຍ ທ່ານປະທານາທິບໍດີ Vladimir Putin ພາຍຫຼັງການພົບປະເຈລະຈາກັບ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ທີ່ວັງ Kremlin ໃນວັນທີ 31 ກໍລະກົດ.

ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ທີ່ Moskva ແລ້ວ, ຂໍ້ສະເໜີດັ່ງກ່າວໄດ້ຍົກອອກມາໃນສະພາບການທີ່ວົງເງິນການຄ້າ ລັດເຊຍ - ລາວ ບັນລຸລະດັບເຕີບໂຕ 66% ໃນປີ 2024 ແລະ ສືບຕໍ່ຮັກສາລະດັບເຕີບໂຕເກືອບ 20% ໃນ 5 ເດືອນຕົ້ນປີນີ້. ການ​ສ້າງ​ເສັ້ນທາງ​ຄົມມະນາຄົມ​ໃໝ່​ຄາດ​ວ່າ​ຈະ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຂົນ​ສົ່ງ​ສິນຄ້າ​ລະຫວ່າງ​ສອງ​ປະ​ເທດ.

ສ. ລັດເຊຍ​ສະ​ເໜີ​ເປີດ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ໄປ​ລາວ​ ຜ່ານ​ຫວຽດ​ນາມ
ທ່າກ່ຳປັ່ນທະເລສາກົນ Gemalink. ພາບປະກອບ: Hong Dat/TTXVN

ທີ່​ການ​ພົບ​ປະ​ເຈລະຈາ, ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງ​ໃນ​ຫຼາຍ​ຂົງ​ເຂດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ. ລາວ ສະແດງຄວາມສົນໃຈເປັນພິເສດຕໍ່ການນຳໃຊ້ເຕັກໂນໂລຢີນິວເຄຼຍນອກຂະແໜງພະລັງງານ. ຢູ່​ຝ່າຍສ. ລັດເຊຍ, ບັນດາ​ວິ​ສາ​ຫະກິດ​ພວມ​ຂຸດ​ຄົ້ນ​ຢ່າງຕັ້ງໜ້າບັນດາບໍ່ແຮ່ໂລຫະດຳ ​ແລະ ໂລຫະສີຢູ່​ລາວ, ພ້ອມທັງຄົ້ນຄ້ວາ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ພັດທະນາ​ບັນດາບໍ່ແຮ່ Boxide.

ໃນຂົງເຂດກະສິກຳ, ລາວ ໄດ້ສະແດງໃຫ້ເຫັນທ່າແຮງການສົ່ງອອກທີ່ຫຼາກຫຼາຍດ້ວຍບັນດາລາຍການເຊັ່ນ: ເຂົ້າ, ຜະລິດຕະພັນປ່າໄມ້, ຖົ່ວດິນ, ຝ້າຍ, ຊາ, ຢາສູບ, ສາລີ, ມັນຕົ້ນຫວານ ແລະ ອ້ອຍ. ສອງ​ຝ່າຍ​ຍັງ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ແງ່​ຫວັງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕຳ່​ແຜ່ນ​ຕັດຫຍິບ ​ແລະ ​ໄຟຟ້າ​ນ້ຳຕົກ, ຍາດ​ແຍ່ງ​ເອົາ​ແຫຼ່ງນ້ຳ​ທີ່​ອຸດົມສົມບູນ​ຂອງ​ລາວ.

ສະຫຼຸບກອງ​ປະຊຸມ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ສຳຄັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ແຫຼ່ງນ້ຳ, ການ​ສຶກສາ ​ແລະ ​ເສັ້ນທາງ​ການ​ຮ່ວມ​ມື​ດ້ານ​ການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ​ ເພື່ອ​ສັນຕິພາບ​ໄລຍະ 2025-2026.

ການ​ຢ້ຽມ​ຢາມ​ລັດ​ເຊຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໄດ້​ຢືນ​ຢັນ​ການ​ສືບ​ທອດ​ປະ​ຫວັດ​ສາດ, ສະ​ພາບ​ການ​ພົວ​ພັນ​ໃນ​ປະ​ຈຸ​ບັນ ແລະກ້າວ​ໄປ​ສູ່​ອະ​ນາ​ຄົດ​ໃໝ່ ການ​ຢ້ຽມ​ຢາມ​ລັດ​ເຊຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໄດ້​ຢືນ​ຢັນ​ການ​ສືບ​ທອດ​ປະ​ຫວັດ​ສາດ, ສະ​ພາບ​ການ​ພົວ​ພັນ​ໃນ​ປະ​ຈຸ​ບັນ ແລະກ້າວ​ໄປ​ສູ່​ອະ​ນາ​ຄົດ​ໃໝ່

ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານປະທານາທິບໍດີລັດເຊຍ Vladimir Putin, ແຕ່ວັນທີ 8 – 11 ພຶດສະພາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະມາຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່.

ຊອກ​ຫາ “ຊ່ອງ​ທາງ” ເພື່ອ​ສົ່ງ​ອອກ​ສິນ​ຄ້າ​ໄປ​ຍັງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໂດຍ​ຜ່ານ​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ ຊອກ​ຫາ “ຊ່ອງ​ທາງ” ເພື່ອ​ສົ່ງ​ອອກ​ສິນ​ຄ້າ​ໄປ​ຍັງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໂດຍ​ຜ່ານ​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ

ຍສໝ​ - ​ວັນ​ທີ 3 ເມສາ, ຢູ່​ແຂວງ​ສະຫວັນ​ນະ​ເຂດ (ລາວ), ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ ໄດ້​ສົມທົບ​ກັບ​ສູນ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ກອງ​ປະຊຸມ “​ການ​ເຄື່ອນ​ໄຫວ​ພັດທະນາບັນດາຊ່ອງ​ທາງ​ຈຳໜ່າຍ​ສິນຄ້າ​ນະຄອນ ​ໂຮ່ຈີ​ມິນໄປ​ຍັງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຜ່ານ​ສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ຕ່າງປະ​ເທດ”.

Link: https://huunghivietlao.thoidai.com.vn/detail-article-21077.html

In bài biết