ທ່ານເລຂາທິການໃຫຍ່: “ເວລາຍິ່ງຜ່ານໄປ ຍິ່ງເຫັນໄດ້ຄວາມຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາ 1945 ແລະ ການສະຖະກະນາປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ”
![]() |
ທ່ານເລຂາທິການໃຫຍ່ໂຕເລິມ ກ່າວຄຳເຫັນທີ່ການພົບປະ (ພາບ: VOV) |
“ເວລາຍິ່ງຜ່ານໄປ ຍິ່ງເຫັນໄດ້ຄວາມຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາ 1945 ແລະ ການສະຖະກະນາປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ”. ນີ້ແມ່ນການເນັ້ນໜັກຂອງທ່ານເລຂາທິການໃຫຍ່ໂຕເລິມໃນການພົບປະກັບບັນດາພະນັກງານ ນັກປະຕິວັດ, ອະວຸໂສກ່ອນການລູກຮື້ຂຶ້ນ, ແມ່ຫວຽດນາມວິລະຊົນ, ນາຍທະຫານ, ວິລະຊົນກຳລັງປະກອບອາວຸດປະຊາຊົນ ໃນກອງທັບປະຊາຊົນ ຫວຽດນາມ ໄດ້ດຳເນີນໃນວັນທີ 31 ກໍລະກົດ ຢູ່ຮ່າໂນ້ຍ.
ທີ່ການໂອ້ລົມຢ່າງສະໜິດສະໜົມກັບບັນດາຜູ້ແທນ, ທ່ານເລຂາທິການໃຫຍ່ໂຕເລິມ ຢັ້ງຢືນການເສຍສະຫຼະ ຂອງຜູ້ມີຄຸນງາມຄວາມດີ ແລະ ບັນດາຜູ້ແທນທີ່ມີໜ້າຢູ່ທີ່ນີ້ ແມ່ນມີຄວາມໝາຍອັນຍິ່ງໃຫຍ່ທີ່ສຸດສຳລັບປະຊາຊົນ, ປະເທດຊາດ. ທ່ານເລຂາທິການໃຫຍ່ ກໍ່ຖືວ່າ ໃນຍຸກສັນຕິພາບປັດຈຸບັນ, ບັນດາຜູ້ແທນເຖິງວ່າພັກກິນເບ້ຍບຳນານແລ້ວກໍ່ຕາມ ແຕ່ກໍ່ສືບຕໍ່ເສີມຂະຫຍາຍຄຸນທາດ ທະຫານລຸງໂຮ່, ຍັງມີລັກສະນະ ສູ້ຮົບຢ່າງເດັດດ່ຽວ ເອົາຊະນະຢ່າງເດັດຂາດ, ເປັນບ່ອນອີ່ງຢ່າງໝັ້ນແກ່ນໃຫ້ແກ່ລຸ້ນຄົນໃນອະນາຄົດ.
ໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮັບຮູ້ ແລະ ເຄົາລົບບັນດາຄຳເຫັນປະກອບທີ່ສຸດໃຈຂອງບັນດາຜູ້ແທນຕໍ່ການພັດທະນາ ເສດຖະກິດ - ສັງຄົມຂອງປະເທດຊາດ, ທ່ານຢັ້ງຢືນພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເສີມຂະຫຍາຍກຳລັງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ເພື່ອສ້າງກຳລັງພາຍໃນທີ່ຍິ່ງໃຫຍ່, ນຳຫວຽດນາມນັບມື້ນັບພັດທະນາຮັ່ງມີເຂັ້ມແຂງ, ວັດທະນາຖາວອນ.
ຕາມ vovworld.vn
https://vovworld.vn/lo-LA/ຂາວເດນ/ທານເລຂາທການໃຫຍ-ເວລາຍງຜານໄປ-ຍງເຫນໄດຄວາມຍງໃຫຍຂອງການປະຕວດເດອນສງຫາ-1945-ແລະ-ການສະຖະກະນາປະເທດ-ສາທາລະນະລດສງຄມນຍມ-ຫວຽດນາມ-1412350.vov
![]() | ທ່ານນາງເລຂາຄະນະພັກແຂວງຕວຽນກວາງ ຮ່າທິງາ ໄດ້ຮັບການເຄື່ອນໄຫວເຂົ້າຮ່ວມຄະນະພັກແນວໂຮມປະເທດຊາດຫວຽດນາມ, ບັນດາອົງຄະນະສູນກາງ. ຍສໝ - ວັນທີ 30 ມິຖຸນາ, ຄະນະພັກແນວໂຮມປະເທດຊາດ, ບັນດາອົງຄະນະສູນກາງໄດ້ຈັດຕັ້ງກອງປະຊຸມປະກາດໃຊ້ຂໍ້ຕົກລົງຂອງກົມການເມືອງກ່ຽວກັບວຽກງານພະນັກງານ. ທ່ານ ໂດ້ວັນຈ໋ຽນ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກແນວໂຮມປະເທດຊາດ, ບັດດາອົງຄະນະສູນກາງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນປະທານກອງປະຊຸມ. |
![]() | ການຢ້ຽມຢາມລັດເຊຍຂອງທ່ານເລຂາທິການໃຫຍ່ໄດ້ຢືນຢັນການສືບທອດປະຫວັດສາດ, ສະພາບການພົວພັນໃນປະຈຸບັນ ແລະກ້າວໄປສູ່ອະນາຄົດໃໝ່ ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານປະທານາທິບໍດີລັດເຊຍ Vladimir Putin, ແຕ່ວັນທີ 8 – 11 ພຶດສະພາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະມາຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່. |
ຕາມ vovworld.vn