10:26 | 31/07/2025

ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອ​ງ​ຝ່າຍ​ຕາມ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ
ການ​ຮ່ວມ​ມື​ດ້ານ​ການ​ຜະ​ລິດ​ເຂົ້າສານ: ສັນ​ຍາ​ລັກ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ພົວ​ພັນ​ມິດ​ຕະ​ພາບ​ຫວຽດ​ນາມ - ກູ​ບາ
ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ລາວ
ກຳມະການ​ກົມ​ການ​ເມືອງ, ຜູ້ປະຈຳຄະນະເລຂາ, ຮອງ​ປະທານ​ປະ​ເທດ ລາວ ບຸນ​ທອງ ຈິດ​ມະນີ (ຂວາ) ໄດ້ຕ້ອນຮັບທ່ານ​ລັດຖະມົນຕີ​ກະຊວງຕຳຫຼວດຫວຽດນາມ ເລືອງ​ຕ່າມກວາງ. (ພາບ: Xuan Tu/TTXVN)

ທີ່ການພົບປະ, ທ່ານ ບຸນທອງ ຈິດມະນີ ໄດ້ຊົມເຊີຍ ແລະ ຕີລາຄາສູງການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ຂອງທ່ານລັດຖະມົນຕີ ເລືອງຕ່າມກວາງ ແລະ ຄະນະຜູ້ແທນກະຊວງຕຳຫຼວດ ຫວຽດນາມ, ຢືນຢັນວ່າ ການຢ້ຽມຢາມໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງການພົວພັນລະຫວ່າງ 2 ປະເທດເວົ້າລວມ ແລະ ລະຫວ່າງສອງກະຊວງຕຳຫຼວດ ເວົ້າສະເພາະ. ທ່ານ ບຸນທອງ ຈິດມະນີ ກໍ່ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ຜົນສຳເລັດອັນໃຫຍ່ຫຼວງທີ່ຫວຽດນາມ ບັນລຸໄດ້ໃນຫຼາຍຂົງເຂດ ແລະ ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງກະຊວງຕຳຫຼວດ 2 ປະເທດໃນໄລຍະມໍ່ໆມານີ້, ພິເສດແມ່ນໃນຂົງເຂດຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ສະກັດກັ້ນອາດຊະຍາກຳ ແລະ ການປະຕິບັດບັນດາໂຄງການສຳຄັນຕ່າງໆ. ທ່ານຫວັງ​ວ່າ ​ສອງ​ກະຊວງຕຳຫຼວດ ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ຕໍ່ສູ້​ຕ້ານ​ອາດຊະຍາ​ກຳຂ້າມ​ຊາດ, ຄ້າ​ມະນຸດ, ອາດຊະຍາ​ກຳ​ຢາ​ເສບ​ຕິດ, ອາດຊະຍາ​ກຳ​ເຕັກ​ໂນ​ໂລ​ຢີ​ສູງ ​ແລະ ສືບ​ຕໍ່​ຮ່ວມ​ມື​ດ້ານ​ການ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ.

ທ່ານລັດຖະມົນຕີ ເລືອງຕ່າມກວາງ ໄດ້ສະແດງຄວາມຂອບໃຈເຖິງທ່ານ ບຸນທອງ ຈິດມະນີ ທີ່ໄດ້ໃຊ້ເວລາຕ້ອນຮັບຄະນະ; ​ໄດ້​ສົ່ງ​ຄຳຢື້ຢາມຖາມຂ່າວແລະ ຄວາມ​ອວຍພອນ​ອັນ​ດີງາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ​ໂຕ​ເລີມ, ທ່ານປະທານ​ປະ​ເທດ ​ເລືອງ​ເກື່ອງ ​ແລະ ຜູ້ປະຈຳຄະນະເລຂາ ເຈີ່ນເກີມຕຸ໋ເຖິງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ, ທ່ານ ບຸນ​ທອງ ຈິດ​ມະນີ ​ແລະ ບັນດາການ​ນຳ​ພັກ ​ແລະ ລັດ​ລາວ.

ທ່ານລັດຖະມົນຕີ ເລືອງຕ່າມກວາງ ເນັ້ນໜັກວ່າ ຫວຽດນາມ ມີຄວາມປິຕິຊົມຊື່ນຕໍ່ບັນດາຜົນງານອັນໃຫຍ່ຫຼວງ ແລະ ຮອບດ້ານທີ່ພັກ, ລັດ ແລະປະຊາຊົນ ລາວ ບັນລຸໄດ້ພາຍຫຼັງ 40 ປີແຫ່ງການປະຕິບັດຂະບວນການປ່ຽນໃໝ່. ພັກ, ລັດ ແລະ ປະຊາຊົນຫວຽດນາມ ເວົ້າລວມ ແລະ ກະຊວງຕຳຫຼວດຫວຽດນາມ ເວົ້າສະເພາະ ຍາມໃດກໍ່ຕັ້ງໃຈຄຽງບ່າຄຽງໄລ່, ສະໜັບສະໜູນ ແລະ ຊ່ວຍເຫຼືອປະຊາຊົນລາວ ອ້າຍນ້ອງ ຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນປະຈຸບັນ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ; ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ ບົນ​ຫຼັກການ​ເຄົາລົບ​ເອກະລາດ ​ແລະ ອະທິປະ​ໄຕ​ຂອງ​ກັນ.

ທ່ານລັດຖະມົນຕີ ເລືອງຕ່າມກວາງ ໃຫ້​ຮູ້​ວ່າ ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ສືບ​ຕໍ່​ມີ​ບົດບາດ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ການ​ຮ່ວມ​ມື​ລະຫວ່າງ​ກຳລັງ​ຕຳຫຼວດ ຫວຽດນາມ ​ແລະ ລາວ ສືບ​ຕໍ່​ມີ​ປະສິດທິ​ຜົນ​ໃນ​ຂົງ​ເຂດ​ຮັບປະກັນ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ສະກັດ​ກັ້ນ​ອາດຊະຍາ​ກຳ. ກະຊວງ​​ຕຳຫຼວດ ຫວຽດນາມ ​ແລະ ລາວ ໄດ້​ແບ່ງປັນຂໍ້ມູນກ່ຽວ​ກັບ​ສະພາບ​ໂລກ ​ແລະ ​ພາກ​ພື້ນ​ຢ່າງຕັ້ງໜ້າ ແລະ ສະໜັບສະໜູນ​ຫຼັກໝັ້ນເຊິ່ງກັນ​ ແລະ​ກັນ ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ. ບັນດາ​ຫົວໜ່ວຍ​ປະຕິບັດ​ໜ້າ​ທີ່​ຂອງ​ສອງ​ກະຊວງ​ໄດ້​ສົມທົບ​ກັນ​ຕໍ່ສູ້ ​ແລະ ທຳລາຍ​ບັນດາ​ວົງ​ການ​ອາດຊະຍາ​ກຳ​ທາງ​ອິນ​ເຕີ​ແນັດ, ອາດຊະຍາ​ກຳ​ຢາ​ເສບ​ຕິດ, ການ​ຄ້າ​ມະນຸດ ​ແລະ ອາດຊະຍາ​ກຳ​ອື່ນໆ.

ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ລາວ
ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເລືອງຕ່າມກວາງ ແລະ ທ່ານລັດຖະມົນຕີກະຊວງຕຳຫຼວດລາວ ວິໄລ ລາຄຳຟອງ ພ້ອມກັບບັນດາຜູ້ແທນໄດ້ຕັດແຖບຜ້າເປີດພິທີເປີດສູນຟື້ນຟູຢາເສບຕິດ ແຂວງວຽງຈັນ, ພາກເໜືອຂອງລາວ. (ພາບ: Xuan Tu/TTXVN)

ທ່ານລັດຖະມົນຕີ ເລືອງຕ່າມກວາງ ໄດ້ສະແດງຄວາມເປັນກຽດເມື່ອເຂົ້າຮ່ວມພິທີເປີດ “ສູນຟື້ນຟູຜູ້ຕິດຢາເສບຕິດ” ຢູ່ແຂວງວຽງຈັນ ພ້ອມກັບທ່ານລັດຖະມົນຕີກະຊວງຕຳຫຼວດລາວ; ພິທີເປີດ"ລະບົບ​ຜະລິດ​ບັດ​ປະຈຳ​ຕົວ​ພົນລະ​ເມືອງ​ລາວ", ມອບ​ພາຫະນະ​ທີ່ຮັບໃຊ້ໃຫ້ວຽກງານສູ້​ຮົບໃຫ້​ກະຊວງ​ຕຳຫຼວດລາວ ​ແລະ ພາຫະນະອຸປະກອນ​ໃຫ້​ຕຳຫຼວດ​ບັນດາໝູ່ບ້ານຂອງລາວ ທີ່ຕິດກັບຊາຍ​ແດນ​ຫວຽດນາມ. ທ່ານລັດຖະມົນຕີ ເລືອງຕ່າມກວາງ ກໍ່ຢືນຢັນວ່າ ບັນດາໂຄງການໜູນຊ່ວຍຂອງກະຊວງຕຳຫຼວດຫວຽດນາມ ໃຫ້ແກ່ກະຊວງຕຳຫຼວດລາວ ແມ່ນເພື່ອຫັນສາຍພົວພັນມິດຕະພາບແບບພິເສດຫວຽດນາມ - ລາວ ເປັນລະອຽດ, ສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະ ຄວາມຮັກແພງເຊິ່ງກຳລົງຕຳຫຼວດປະຊາຊົນຫວຽດນາມ ມີຕໍ່ກຳລັງຕຳຫຼວດລາວ ອ້າຍນ້ອງ.

​ໃນວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ ເລືອງຕ່າມກວາງ ແລະ ທ່ານ​ລັດຖະມົນຕີ​ຕຳຫຼວດລາວ ວິໄລ ລາຄຳຟອງ ໄດ້ເຂົ້າຮ່ວມພິທີເປີດສູນຟື້ນຟູຢາເສບຕິດ ຢູ່ແຂວງວຽງຈັນ, ພາກເໜືອຂອງລາວ, ໂດຍກະຊວງຕຳຫຼວດລາວ ອຸປະຖຳໃຫ້ກະຊວງຕຳຫຼວດລາວ ແລະ ພິທີເປີດລະບົບຄຸ້ມຄອງປະຊາກອນ ແລະ ປັດປະຈຳຕົວພົນລະເມືອງປະຈຳລາວ ຢູ່ນະຄອນຫຼວງວຽງຈັນ. ໂດຍເຂົ້າ​ຮ່ວມ​ມີ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນມິງເຕີມ ແລະ ການ​ນຳ​ບັນດາ​ກະຊວງ, ຂະແໜງການທີ່​ກ່ຽວຂ້ອງ​ຂອງ​ລາວ.

ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ລາວ
ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເລືອງຕ່າມກວາງ ກ່າວ​ຄຳປາໄສ​ທີ່​ພິທີ​ເປີດ​ລະບົບປະຊາກອນ ແລະ ປັດປະຈຳຕົວພົນລະເມືອງໃນລາວ. (ພາບ: Xuan Tu/TTXVN)

ກ່າວ​ຄຳ​ປາໄສ​ທີ່​ພິທີ​ເປີດ​ສູນ​ຟື້ນ​ຟູ​ຜູ້​ຕິດ​ຢາ​ເສບ​ຕິດ​ຢູ່ແຂວງ​ວຽງ​ຈັນ, ທ່ານ​ລັດຖະມົນຕີ ​ເລືອງຕ່າມກວາງ ໃຫ້​ຮູ້​ວ່າ ສູນ​ດັ່ງກ່າວ​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ຂະໜາດ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ປິ່ນປົວ ​ແລະ ຟື້ນ​ຟູ​ຜູ້​ຕິດ​ຢາ 500 ຄົນ, ພ້ອມ​ກັບພື້ນທີ່ເຮັດ​ວຽກ​ໃຫ້​ພະນັກງານ​ຄຸ້ມ​ຄອງ 70 ຄົນ. ຄຽງ​ຄູ່​ກັບ​ຂະ​ບວນການ​ກໍ່ສ້າງ, ກະຊວງ​ຕຳຫຼວດ​ຫວຽດນາມ ​ໄດ້​ສົມທົບ​ກັບ​ກະຊວງ​ສາທາລະນະ​ສຸກ​ຈັດ​ຕັ້ງ​ຊຸດ​ອົບຮົມ​ວິຊາ​ສະ​ເພາະ​ກ່ຽວ​ກັບ​ການ​ຟື້ນ​ຟູ​ຢາ​ເສບ​ຕິດ​ໃຫ້​ແກ່​ເຈົ້າ​ໜ້າ​ທີ່​ລາວ, ປະກອບສ່ວນ​ຍົກ​ສູງ​ຄວາມ​ສາມາດ​ປະຕິບັດ​ງານ​ຂອງ​ສູນ. ພາຍຫຼັງສູນດັ່ງກ່າວເຂົ້າມາເຄື່ອນໄຫວ, ຈະຊ່ວຍໃຫ້ປະເທດລາວ ເພີ່ມທະວີປະສິດທິຜົນໃນການຄຸ້ມຄອງຜູ້ຕິດຢາເສບຕິດ, ຫຼຸດຜ່ອນອັດຕາການເປັນຄືນມາເທື່ອລະກ້າວ, ສ້າງເງື່ອນໄຂໃຫ້ຜູ້ຕິດຢາເສບຕິດພາຍຫຼັງການຟື້ນຟູຊີວິດການເປັນຢູ່ ແລະ ປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດ.

ກ່ຽວກັບຝ່າຍລາວ, ທ່ານ ລັດຖະມົນຕີຕຳຫຼວດ ວິໄລ ລາຄຳຟອງ ເນັ້ນໜັກວ່າ ສູນດັ່ງກ່າວຈະເປັນຮູບແບບແບບຢ່າງໃນການປິ່ນປົວ ແລະ ຟື້ນຟູຜູ້ຕິດຢາເສບຕິດ, ພ້ອມດຽວກັນນັ້ນ ກໍເປັນສັນຍາລັກອັນສະຫງ່າງາມຂອງນ້ຳໃຈມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ. ທ່ານລັດຖະມົນຕີ ວິໄລ ລາຄຳຟອງ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ພັກ, ລັດຖະບານ ແລະ ກະຊວງຕຳຫຼວດຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຕົວຈິງ ແລະ ມີປະສິດທິຜົນແກ່ລາວ; ປາດຖະໜາວ່າຈະສືບຕໍ່ໄດ້ຮັບການຮ່ວມມືຢ່າງແໜ້ນແຟ້ນຈາກຫວຽດນາມ ໃນຂົງເຂດຟື້ນຟູຢາເສບຕິດ, ພິເສດແມ່ນການແລກປ່ຽນປະສົບການ, ຍົກສູງຄວາມສາມາດດ້ານວິຊາສະເພາະໃຫ້ແກ່ພະນັກງານ, ປະກອບສ່ວນຍົກສູງປະສິດທິຜົນຂອງກຳລັງປ້ອງກັນຄວາມສະຫງົບລາວ ໃນໄລຍະຈະມາເຖິງ.

ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ລາວ
ສູນ​ຟື້ນ​ຟູ​ຢາ​ເສບ​ຕິດ​ໂດຍ​ກະຊວງ​ຕຳຫຼວດ​ຫວຽດນາມ ອຸປະຖຳໃຫ້ກະຊວງ​ຕຳຫຼວດ​ລາວ. (ພາບ: Do Ba Thanh/TTXVN)

ທີ່​ພິທີ​ເປີດ​ລະບົບ​ຄຸ້ມ​ຄອງປະຊາກອນ ແລະ ປັດປະຈຳຕົວພົນລະ​ເມືອງປະຈຳລາວ ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ລັດຖະມົນຕີ ເລືອງຕ່າມກວາງ ເນັ້ນ​ໜັກ​ວ່າ ນັບ​ແຕ່​ສະ​ໄໝ​ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ແລະ ​ທ່ານເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ກົດປຸ່ມຜັນຂະຫຍາຍ​ໂຄງການ, ດ້ວຍ​ຄວາມ​ຕັດສິນ​ໃຈ​ທາງ​ດ້ານ​ການ​ເມືອງ​ຢ່າງ​ສູງ​ຂອງ​ການ​ນຳ ​ແລະ ພະນັກງານ​ຂອງ​ກະຊວງຕຳຫຼວດສອງ​ປະ​ເທດ, ບັນດາ​ກຳລັງ​ຕຳຫຼວດ​ຂອງ​ສອງ​ປະ​ເທດ​ໄດ້​ສຳ​ເລັດ​ການ​ເລືອກ​ເຟັ້ນ​ນະ​ໂຍບາຍ, ອະນຸມັດ​ສັນຍາ. ສ້າງຕັ້ງຄະນະຊີ້ນໍາ ແລະ ອອກເອກະສານນິຕິກໍາທີ່ກ່ຽວຂ້ອງ ເພື່ອຮັບໃຊ້ການຈັດຕັ້ງປະຕິບັດໂຄງການ. ພາຍຫຼັງ​ໄລຍະ​ໜຶ່ງ​ຂອງ​ການ​ຜັນ​ຂະຫຍາຍ​ຢ່າງ​ຮີບ​ດ່ວນ, ປະຈຸ​ບັນ, ​ໂຄງການ​ດັ່ງກ່າວ​ໄດ້​ບັນລຸ​ອັດຕາ​ການ​ຫັນ​ເປັນ​ດີ​ຈີ​ຕອນ 55%.

ທ່ານລັດຖະມົນຕີ ເລືອງຕ່າມກວາງ ໄດ້ຍ້ອງຍໍຊົມເຊີຍນ້ຳໃຈມານະພະຍາຍາມ, ເຈດຈຳນົງຜ່ານຜ່າຄວາມຫຍຸ້ງຍາກຂອງນາຍຕຳຫຼວດ, ທະຫານຂອງ 2 ກະຊວງທີ່ເຂົ້າຮ່ວມການຈັດຕັ້ງປະຕິບັດໂຄງການໂດຍກົງ; ຂອບ​ໃຈ​ການ​ເອົາ​ໃຈ​ໃສ່, ອຳ​ນວຍ​ຄວາມ​ສະ​ດວກ ແລະ ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ຄະນະ, ກະຊວງ, ຂະແໜງການຂອງ​ລາວ; ແລະ ຊົມເຊີຍຜົນສຳເລັດເບື້ອງຕົ້ນຂອງໂຄງການຄຸ້ມຄອງປະຊາກອນ ແລະ ປັດປະຈຳຕົວພົນລະເມືອງໃນລາວ. ທ່ານ​ລັດຖະມົນຕີ ເລືອງຕ່າມກວາງ ໃຫ້​ຮູ້​ວ່າ ການເປີດຕົວຂອງລະບົບນີ້ແມ່ນພຽງແຕ່ຂັ້ນຕອນທໍາອິດໃນໂຄງການໂດຍລວມແລະຍັງມີຫຼາຍວຽກທີ່ຕ້ອງເຮັດ. ສະນັ້ນ, ສະເໜີໃຫ້ກຳລັງຕຳຫຼວດ 2 ປະເທດໃນໄລຍະຈະມາເຖິງ ສືບຕໍ່ຜັນຂະຫຍາຍບັນດາແລວທາງດ້ານກົດໝາຍ ເພື່ອຮັບປະກັນການຈັດຕັ້ງປະຕິບັດໂຄງການຢ່າງສະດວກ ແລະ ມີປະສິດທິຜົນ; ຮັບປະກັນເງື່ອນໄຂພື້ນຖານໂຄງລ່າງ, ສາຍສົ່ງ, ລະບົບເຄືອຂ່າຍ; ປະສານ​ສົມທົບ​ການ​ຈັດ​ຕັ້ງ​ປະຕິບັດ​ອຸປະກອນ, ການ​ຕິດ​ຕັ້ງ ​ແລະ ​ໃຫ້​ສຳ​ເລັດ​ລະບົບ​ກົນ​ຈັກ, ວັດຖຸ​ອຸປະກອນ ​ແລະ ​ເຄື່ອງ​ຈັກ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ; ສືບຕໍ່ຈັດຕັ້ງປະຕິບັດ ແລະ ສໍາເລັດລະບົບຂໍ້ມູນປະຊາກອນ, ຮັບປະກັນຂໍ້ມູນຂ່າວສານພົນລະເມືອງຕາມມາດຖານ “ຖືກຕ້ອງ, ພຽງພໍ, ສະອາດ, ດໍາລົງຊີວິດ”; ປະຕິບັດ​ການ​ເກັບ​ກຳ​ຂໍ້​ມູນ ​ແລະ ການ​ອອກ​ບັດ​ປະຈຳ​ຕົວ​ພົນລະ​ເມືອງ​ໃຫ້​ແກ່​ບັນດາ​ກໍລະນີ​ທີ່​ມີ​ສິດ​ຕາມ​ລະບຽບ​ການ​ໃນ​ທົ່ວ​ປະ​ເທດ; ນຳໃຊ້ລະບົບສາທາລະນູປະໂພກ, ການນຳໃຊ້ບັດປະຈຳຕົວທາງອີເລັກໂທຣນິກ, ຖານຂໍ້ມູນປະຊາກອນ, ບັດປະຈຳຕົວພົນລະເມືອງທີ່ອີງໃສ່ຊິບ ແລະ ຊີວິດການເປັນຢູ່, ຮັບໃຊ້ການຄຸ້ມຄອງລັດ, ໂດຍສະເພາະແມ່ນການປະຕິຮູບດ້ານບໍລິຫານ.

ພິທີ​ເປີດ​ໂຄງການ​ສູນ​ຟື້ນ​ຟູ​ຜູ້​ຕິດ​ຢາ​ເສບ​ຕິດ ​ແລະ ​ເປີດ​ລະບົບ​ຄຸ້ມ​ຄອງ​ປະຊາກອນ ​ແລະ ການ​ຈຳ​ແນ​ກ​ພົນລະ​ເມືອງ​ພ້ອມ​ກັບ​ບັນດາ​ໂຄງການ​ຊ່ວຍ​ເຫຼືອ​ອັນ​ສຳຄັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ ​ເວົ້າ​ລວມ ​ແລະ ລະຫວ່າງ​ສອງ​ກະຊວງ​ຕຳຫຼວດ​ເວົ້າ​ສະ​ເພາະ; ​ໄດ້​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ຮ່ວມ​ມື ​ແລະ ສະໜັບສະໜູນ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ​ໃນ​ການ​ປະຕິບັດ​ໂຄງການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຕ້ານ ​ແລະ ຄວບ​ຄຸມ​ຢາ​ເສບ​ຕິດ​ຢ່າງ​ມີ​ປະສິດທິ​ຜົນ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ຄຸ້ມ​ຄອງ ​ແລະ ປິ່ນປົວ​ຜູ້​ຕິດ​ຢາ​ເສບ​ຕິດ​ລະຫວ່າງ​ສອງ​ປະ​ເທດ.

​ໃນ​ພິທີ, ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດລາວ ຍັງ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້​ບັນດາ​ລວມໝູ່ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ປະຕິບັດ​ສອງ​ໂຄງການ.

ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ລາວ
ກະຊວງ​ຕຳຫຼວດ​ຫວຽດນາມ ​ໄດ້​ມອບ​ພາຫະນະຈໍານວນ​ໜຶ່ງເພື່ອ​ຮັບ​ໃຊ້​ວຽກ​ງານ​ຕຳຫຼວດ ​ໃຫ້​ກະຊວງ​ຕຳຫຼວດ​ລາວ​. (ພາບ: Xuan Tu/TTXVN)

​ເນື່ອງ​ໃນ​ໂອກາດ​ນີ້, ບົນ​ຈິດ​ໃຈ​ແບ່ງປັນ ​ແລະ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ກຳລັງ​ຕຳຫຼວດ​ຂອງ​ສອງ​ປະ​ເທດ, ກະຊວງ​ຕຳຫຼວດ ຫວຽດນາມ ​ໄດ້​ມອບ​ພາຫະນະເພື່ອຮັບໃຊ້ວຽກງານຕຳຫຼວດ, ພິ​ເສດ​ແມ່ນ​ກຳລັງ​ຕຳຫຼວດປະຈຳຢູ່ບັນດາສຳນັກງານຕຳຫຼວດໝູ່​ບ້ານ​ຕິດ​ກັບ​ຊາຍແດນຫວຽດນາມ.

ການ​ຢ້ຽມ​ຢາມ​ລັດ​ເຊຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໄດ້​ຢືນ​ຢັນ​ການ​ສືບ​ທອດ​ປະ​ຫວັດ​ສາດ, ສະ​ພາບ​ການ​ພົວ​ພັນ​ໃນ​ປະ​ຈຸ​ບັນ ແລະກ້າວ​ໄປ​ສູ່​ອະ​ນາ​ຄົດ​ໃໝ່ ການ​ຢ້ຽມ​ຢາມ​ລັດ​ເຊຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໄດ້​ຢືນ​ຢັນ​ການ​ສືບ​ທອດ​ປະ​ຫວັດ​ສາດ, ສະ​ພາບ​ການ​ພົວ​ພັນ​ໃນ​ປະ​ຈຸ​ບັນ ແລະກ້າວ​ໄປ​ສູ່​ອະ​ນາ​ຄົດ​ໃໝ່

ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານປະທານາທິບໍດີລັດເຊຍ Vladimir Putin, ແຕ່ວັນທີ 8 – 11 ພຶດສະພາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະມາຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່.

ຫວຽດ​ນາມ - ເມັກຊິກ: ປັບປຸງ​ພື້ນ​ຖານ​ການ​ພົວ​ພັນ​ມິດ​ຕະ​ພາບ, ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງກ່ວາ ຫວຽດ​ນາມ - ເມັກຊິກ: ປັບປຸງ​ພື້ນ​ຖານ​ການ​ພົວ​ພັນ​ມິດ​ຕະ​ພາບ, ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງກ່ວາ

ຍສໝ - ວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າເອີຣົບ ແລະ ອາເມລິກາ (ສະຖາບັນວິທະຍາສາດສັງຄົມຫວຽດນາມ) ໄດ້ສົມທົບກັບສະຖານທູດ ເມັກຊິກ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງການສຳມະນາສາກົນ “50 ປີແຫ່ງການພົວພັນ ຫວຽດນາມ - ເມັກຊິກ: ສະພາບການ ແລະ ແງ່ຫວັງໃນປະຈຸບັນ”. ບັນດາ​ຜູ້ຄຸ້ມຄອງ, ນັກ​ຊ່ຽວຊານ, ...

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21062.html

In bài biết