ນັກສຶກສາຫວຽດນາມ ຢູ່ກວາງຊີ ໃຫ້ຄຳແນະນຳກ່ຽວກັບການພົວພັນຮ່ວມມື
![]() | ນະຄອນໂຮ່ຈິມິນ ໃຫ້ຄຳໝັ້ນສັນຍາຈະພ້ອມກັບຝຣັ່ງ ໃນບັນດາຂົງເຂດຮ່ວມມືຍຸດທະສາດ |
![]() | ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ: ມະໂນພາບພັດທະນາການພົວພັນແບບພິເສດລະຫວ່າງສອງປະເທດ |
ເຫດການໄດ້ດຳເນີນເນື່ອງໃນໂອກາດທີ່ຄະນະຜູ້ແທນການຕ່າງປະເທດກວາງຊີ (ຈີນ) ນຳໂດຍທ່ານ Wei Ran, ຜູ້ອຳນວຍກົມການຕ່າງປະເທດ, ຫົວໜ້າສະມາຄົມມິດຕະພາບປະຊາຊົນການຕ່າງປະເທດເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ເປັນນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ໂດຍເຂົ້າຮ່ວມລາຍການໂດຍທ່ານ ໂດ້ນາມຈຸງ , ຫົວໜ້າກົມອາຊີຕາເວັນອອກສ່ຽງເໜືອ (ກະຊວງການຕ່າງປະເທດຫວຽດນາມ); ທ່ານ Zheng dawei, ອັກຄະລັດຖະທູດທີ່ປຶກສາຈີນ ປະຈຳຫວຽດນາມ; ການນຳຂອງຫຼາຍພະແນກ, ຂະແໜງການຂອງແຂວງ ກວ໋າງນິງ, ລ້ານເຊີນ, ກາວບັງ, ຕວຽນກວາງ; ສະມາຄົມມິດຕະພາບຫວຽດນາມ-ຈີນ ພ້ອມກັບຜູ້ຕາງໜ້ານັກສຶກສາຫວຽດນາມ ທີ່ເຄີຍຮຽນຢູ່ກວາງຊີ.
ພ້ອມກັນເລົ່າເລື່ອງທີ່ສວຍງາມກ່ຽວກັບຄວາມມິດຕະພາບຫວຽດນາມ - ຈີນ
ກ່າວຄຳປາໄສທີ່ໄຂເປີດ, ທ່ານ Wei Ran ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ພົບປະກັບຜູ້ຊົງຄຸນວຸດທິມິດຕະພາບແລະ ນັກສຶກສາຢູ່ຕ່າງປະເທດຢູ່ຮ່າໂນ້ຍ ເພື່ອ “ທວນຄືນນຳກັນກ່ຽວກັບຄວາມມິດຕະພາບ ແລະ ສ້າງອະນາຄົດທີ່ສົດໃສ”. ທ່ານກ່າວເນັ້ນວ່າ ປີ 2025 ແມ່ນສະເຫຼີມສະຫຼອງ 75 ປີແຫ່ງການສ້າງສາຍພົວພັນທາງການທູດຈີນ-ຫວຽດນາມ ແລະ ກໍແມ່ນປີແລກປ່ຽນມະນຸດສະທຳຈີນ-ຫວຽດນາມ; ສອງປະເທດພວມມານະພະຍາຍາມສ້າງປະຊາຄົມຮ່ວມມືແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດ.
ທ່ານໄດ້ຍົກໃຫ້ເຫັນບັນດາຈຸດໝາຍປະຫວັດສາດຄື: ປະທານໂຮ່ຈິມິນ ເຄີຍເຄື່ອນໄຫວປະຕິວັດຢູ່ນະຄອນ Nanning, Guilin, ແລະ Liuzhou; ໂຮງຮຽນ ຢູ່ກວາງຊີ ໄດ້ຝຶກອົບຮົມນັກຮຽນຫວຽດນາມນັບໝື່ນຄົນ, ໃນນັ້ນຫຼາຍຄົນໄດ້ກາຍເປັນເສົາຄ້ຳຂອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບລະຫວ່າງສອງປະເທດ. ທ່ານຍັງໄດ້ກ່າວເຖິງເນື້ອເພງ “ຫວຽດນາມ - ຈີນ” ເປັນຫລັກຖານອັນແຈ່ມແຈ້ງຂອງສາຍພົວພັນອັນແໜ້ນແຟ້ນ “ພູເຂົາເຊື່ອມຕໍ່ພູເຂົາ, ແມ່ນ້ຳເຊື່ອມຕໍ່ແມ່ນ້ຳ”.
![]() |
ການພົບປະ ແລະ ໂຄງການແລກປ່ຽນລະຫວ່າງຄະນະຜູ້ແທນຕ່າງປະເທດກວາງຊີ (ຈີນ) ແລະ ຜູ້ຕາງໜ້າຜູ້ຊົງຄຸນວຸດທິມິດຕະພາບ ພ້ອມກັບນັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນຢູ່ກວາງຊີ. (ພາບ: Dinh Hoa) |
ທ່ານ Wei Ran ຍັງຢືນຢັນວ່າ ການສຶກສາແມ່ນຂົງເຂດທີ່ສຳຄັນຂອງການຮ່ວມມືລະຫວ່າງກວາງຊີ ແລະ ຫວຽດນາມຕະຫຼອດມາ. ຈຳນວນນັກສຶກສາຫວຽດນາມ ໄປກວາງຊີ ບັນລຸລະດັບສູງສຸດໃນປີ 2019 4.245 ຄົນ. ພຽງແຕ່ປີ 2023, ກວາງຊີ ໄດ້ຮັບນັກສຶກສາຫວຽດນາມ 3.764 ຄົນ, ແມ່ນຫຼາຍກວ່າໝູ່ຢູ່ບັນດາທ້ອງຖິ່ນຂອງຈີນ. ປະຈຸບັນ, ມີນັກສຶກສາຫວຽດນາມ ເກືອບ 4.000 ຄົນຮຽນຢູ່ກວາງຊີ, ໃນນັ້ນມີ 9 ມະຫາວິທະຍາໄລ ແລະ 4 ໂຮງຮຽນວິຊາຊີບສອນພາສາຫວຽດນາມ.
"ຈີນ ແລະ ຫວຽດນາມແມ່ນສາຍພູ, ແມ່ນ້ຳເຊື່ອມຕໍ່ກັນ,ປະຊາຊົນສອງຝັ່ງຊາຍແດນດຳລົງຊີວິດຢ່າງກົມກຽວກັນ, ມີສາຍພົວພັນມິດຕະພາບອັນຍາວນານ", ທ່ານ Wei Ran ກ່າວ ແລະ ນັ້ນໜັກວ່າ ການພົບປະຄັ້ງນີ້ ເພື່ອຮັບຟັງ ແລະ ດູດດື່ມຄຳເຫັນຂອງນັກສຶກສາຕ່າງປະເທດ ເພື່ອຍົກສູງຄຸນນະພາບການຝຶກອົບຮົມ, ຊ່ວຍໃຫ້ເຂົາເຈົ້າເປັນເອກອັກຄະລັດຖະທູດມິດຕະພາບເພື່ອຊຸກຍູ້ການຮ່ວມມືກວາງຊີ - ຫວຽດນາມ.
ທ່ານ ໂດ້ນາມຈຸງ, ຫົວໜ້າກົມອາຊີຕາເວັນອອກສຽງເໜືອ (ກະຊວງການຕ່າງປະເທດຫວຽດນາມ), ໄດ້ຕີລາຄາສູງບົດບາດຂອງແຂວງກວາງຊີ ໃນການຮ່ວມມືກັບຫວຽດນາມ. ທ່ານຢືນຢັນບັນດາຜົນງານສຳຄັນຂອງການພົວພັນລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ກວາງຊີ ກໍ່ຄືການພົວພັນ ຫວຽດນາມ - ຈີນ ລ້ວນແຕ່ມີບັນດາການເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າຂອງເພື່ອນມິດ, ນັກສຶກສາຫວຽດນາມ ນັບພັນຄົນພວມຮໍ່າຮຽນຢູ່ກວາງຊີ.
![]() |
ທ່ານ Wei Ran, ຜູ້ອຳນວຍກົມການຕ່າງປະເທດ, ຫົວໜ້າສະມາຄົມມິດຕະພາບປະຊາຊົນການຕ່າງປະເທດເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ໄດ້ມີການເຈລະຈາກັບຜູ້ແທນທີ່ເຂົ້າຮ່ວມໂຄງການ. (ພາບ: Dinh Hoa) |
ທ່ານ Zheng dawei, ອັກຄະລັດຖະທູດທີ່ປຶກສາຈີນ ປະຈຳຫວຽດນາມ ກໍ່ໄດ້ເນັ້ນໜັກວ່າ ການພົວພັນລະຫວ່າງສອງປະເທດພວມກ້າວໄປສູ່ໄລຍະທີ 2 ແຫ່ງການພັດທະນາຢ່າງຟົດຟື້ນ ດ້ວຍຫຼາຍກົນໄກຮ່ວມມືທີ່ມີປະສິດທິຜົນ ແລະ ການພົບປະແລກປ່ຽນວັດທະນະທຳທີ່ສົດໃສ.
ທ່ານຕີລາຄາສູງວົງເງິນການຄ້າສອງສົ້ນໃນປີ 2024 ບັນລຸ 265 ຕື້ USD, ຈີນໄດ້ຮັກສາຖານະເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ໃນຫຼາຍປີມານີ້; ພຽງແຕ່ແຂວງ ກວາງຊີ ໄດ້ຮັບນັກສຶກສາຫວຽດນາມເກືອບ 4.000 ຄົນ. ທ່ານໄດ້ທວນຄືນຫຼາຍການເຄື່ອນໄຫວທີ່ພົ້ນເດັ່ນໃນປີແລກປ່ຽນມະນຸດສະທຳຈີນ-ຫວຽດນາມ ປີ 2025, ນັບແຕ່ງານບຸນວັດທະນະທຳ, ການສຳມະນາສຶກສາ, ການເດີນທາງສີແດງເຖິງການແຂ່ງຂັນ "ຂົວພາສາຈີນ"... ຜ່ານນັ້ນ ເພີ່ມທະວີຄວາມເຂົ້າໃຈ ແລະ ມິດຕະພາບລະຫວ່າງປະຊາຊົນສອງປະເທດ.
ສະເໜີສ້າງຕັ້ງສະມາຄົມນັກສຶກສາຫວຽດນາມ ທີ່ເຄີຍຮ່ຳຮຽນຢູ່ ກວາງຊີ
ທີ່ການພົບປະແລກປ່ຽນ, ບັນດາອະດີດນັກສຶກສາຕ່າງປະເທດມາຈາກແຂວງ ກວາງນິງ, ລ້ານເຊີນ, ກາວບັງ, ຕ່ວຽນກວາງ ໄດ້ແບ່ງປັນປະສົບການທີ່ເລິກເຊິ່ງໃນຂະນະທີ່ຮ່ຳຮຽນຢູ່ກວາງຊີ, ແລະ ໄດ້ອອກຄຳເຫັນທີ່ແທດຈິງຫຼາຍຢ່າງເພື່ອຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະ ກວາງຊີ.
![]() |
ທ່ານນາງ ດັ້ງທິກວິ່ງຮວາ, ອາດີດນັກສຶກສາແຂວງ ຕວຽນກວາງ ຢູ່ ກວາງຊີ. (ພາບ: Dinh Hoa) |
ທ່ານນາງ ດັ້ງທິກວິ່ງຮວາ (ແຂວງ ຕວຽນກວາງ), ຮຽນຈົບມະຫາວິທະຍາໄລຊົນເຜົ່າ ກວາງຊີ ຕາມທຶນການສຶກສາໄລຍະ 2022-2025 ໃຫ້ຮູ້ວ່າ ທຶນການສຶກສາ ກວາງຊີ ບໍ່ພຽງແຕ່ສະໜອງທຶນຮອນເທົ່ານັ້ນ ຫາກຍັງເປີດໂອກາດແລກປ່ຽນຄວາມຮູ້, ວັດທະນະທຳ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບອັນແໜ້ນແຟ້ນລະຫວ່າງລຸ້ນໜຸ່ມຂອງສອງປະເທດ. ທ່ານນາງ ສະເໜີໃຫ້ສືບຕໍ່ຮັກສາ ແລະ ຜັນຂະຫຍາຍໂຄງການທຶນສຶກສາກວາງຊີ, ໃຫ້ບຸລິມະສິດແກ່ພະນັກງານໜຸ່ມ ແລະ ອອກແບບໃຫ້ເໝາະສົມກັບຄວາມຕ້ອງການບຳລຸງສ້າງຂອງບັນດາແຂວງຊາຍແດນ; ຮັດແໜ້ນການເຊື່ອມຕໍ່ລະຫວ່າງເຄືອຂ່າຍອາດີດນັກສຶກສາສາກົນກັບບັນດາອົງການ ແລະ ວິສາຫະກິດຂອງສອງປະເທດ; ສ້າງກົນໄກສະໜັບສະໜູນການຈ້າງງານ ແລະ ການຮ່ວມມືດ້ານວິຊາຊີບໃຫ້ແກ່ນັກສຶກສາສາກົນ ຫຼັງຈາກຮຽນຈົບ. ສະເໜີສ້າງເຄືອຂ່າຍອາດີດນັກສຶກສາສາກົນກວາງຊີໂດຍສາຂາເພື່ອຮັກສາການເຊື່ອມຕໍ່ແລະເປີດກວ້າງການຮ່ວມມື; ຊຸກຍູ້ບັນດາໂຄງການຮ່ວມມືແບບໃໝ່ ແລະ ແທດຈິງລະຫວ່າງແຂວງ ກວາງຊີ ແລະ ແຂວງ ຕວຽນກວາງ, ໂດຍສະເພາະແມ່ນຂົງເຂດເສດຖະກິດຊາຍແດນ, ການທ່ອງທ່ຽວ, ສາທາລະນະສຸກ, ກະສິກຳເຕັກໂນໂລຢີສູງ, ແລະ ການແລກປ່ຽນວັດທະນະທຳ.
ທ່ານນາງ ວີຈາງລິງ (ແຂວງ ລ້ານເຊີນ), ພວມຮຽນຫຼັງປະລິນຍາຕີຢູ່ມະຫາວິທະຍາໄລ Hebei, ສະເໜີວ່າ ກວາງຊີ ເປີດກວ້າງຂອບເຂດການສຶກສາ, ບຳລຸງສ້າງຢ່າງກວ້າງຂວາງ, ເພີ່ມທະວີການຮ່ວມມືກັບຫຼາຍມະຫາວິທະຍາໄລ ເພື່ອຕອບສະໜອງຄວາມຕ້ອງການດ້ານຊັບພະຍາກອນມະນຸດຢູ່ເຂດຊາຍແດນ. ປາດຖະໜາວ່າ ບັນດາໂຄງການຮ່ວມມືດ້ານການສຶກສາ, ການແລກປ່ຽນວັດທະນະທຳ, ການຮ່ວມມືດ້ານທຸລະກິດຈະສືບຕໍ່ໄດ້ຮັບການຮັກສາ ແລະ ພັດທະນາຢ່າງໝັ້ນຄົງ.
![]() |
ບັນດາຜູ້ແທນຖ່າຍຮູບທີ່ລະນຶກ. (ພາບ: Dinh Hoa) |
ທ່ານ Wei Ran ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາຄຳເຫັນ, ປະສົບການ ແລະ ຄຳສະເໜີແນະຂອງນັກສຶກສາຫວຽດນາມທີ່ໄປຮຽນຢູ່ກວາງຊີ, ຖືວ່າແມ່ນແຫຼ່ງຂໍ້ມູນອັນລ້ຳຄ່າຂອງວຽກງານໃນອະນາຄົດ. ທ່ານກ່າວວ່າ ປະຈຸບັນກວາງຊີໄດ້ມອບທຶນສຶກສາເຕັມ 500 ທຶນໃຫ້ນັກສຶກສາທີ່ມາຈາກ 4 ແຂວງຊາຍແດນຫວຽດນາມ ແລະ ມາຮອດປະຈຸບັນ, ມີນັກສຶກສາຫວຽດນາມ 1300 ກວ່າຄົນໄດ້ຮຽນຈົບຢູ່ກວາງຊີ, ໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ.
ທ່ານ ເນັ້ນໜັກປາດຖະໜາວ່າ ນັກສຶກສາຕ່າງປະເທດລຸ້ນນີ້ ຈະກາຍເປັນກຳລັງແຮງອັນຕັ້ງໜ້າໃນການກໍ່ສ້າງປະຊາຄົມສັງຄົມ ຫວຽດນາມ ແລະ ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ຈາກຄວາມເປັນຈິງນັ້ນ, ທ່ານໄດ້ສະເໜີຂໍ້ລິເລີ່ມ 3 ຂໍ້ຄື: ທີໜຶ່ງ, ຮ່ວມກັນເລົ່າເລື່ອງດີກ່ຽວກັບມິດຕະພາບຈີນ-ຫວຽດນາມ ເພື່ອເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມສາມັກຄີ. ທີສອງ, ເຂົ້າຮ່ວມການເຄື່ອນໄຫວແລກປ່ຽນມິດຕະພາບຢ່າງຕັ້ງໜ້າ, ພິເສດແມ່ນໃນປີແລກປ່ຽນມະນຸດສະທຳຈີນ-ຫວຽດນາມ, ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 75 ປີ. ທີສາມ, ສ້າງຕັ້ງສະມາຄົມນັກສຶກສາຫວຽດນາມ ທີ່ເຄີຍຮຽນຢູ່ກວາງຊີ, ເປັນເວທີເຊື່ອມຕໍ່, ແບ່ງປັນຂໍ້ມູນຂ່າວສານ ແລະ ຊຸກຍູ້ການຮ່ວມມືແບບຍືນຍົງ.
![]() | ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ກະຊວງການຕ່າງປະເທດ ຫວຽດນາມ ປຶກສາຫາລືກ່ຽວກັບກົນໄກປະສານງານໃນສະພາບການໃໝ່ ຍສໝ - ວັນທີ 8 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະສານວຽກງານໃນປີ 2025. ກອງປະຊຸມດັ່ງກ່າວ ໂດຍທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອງເຊີນ ແລະ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂງເລວັນ ເປັນປະທານຮ່ວມ. |
![]() | ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຫງວຽນແທ່ງຕິ້ງ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ມານະພະຍາຍາມປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດ ຍສໝ - ໃນລະຫວ່າງວັນທີ 7 – 8 ກໍລະກົດ, ຄະນະຜູ້ແທນຫວຽດນາມ ໂດຍມີຜູ້ຕາງໜ້າຈາກ 9 ອົງການ ລວມມີ ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງພາຍໃນ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ, ກະຊວງຊົນເຜົ່າ ແລະສາສະໜາ, ຫ້ອງວ່າການລັດຖະບານ, ໂດຍທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ... |
ມີງດຶກ