09:08 | 15/07/2025

ການຄ້າ ແລະ ການທ່ອງທ່ຽວຊາຍແດນຄຶກຄື້ນຜ່ານດ່ານຊາຍແດນສາກົນ ມິດຕະພາບ

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະຖານທູດ​ລາວ ປະຈຳ​ຫວຽດນາມ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ກັບ​ປະຊາຊົນ.
ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ເຂົ້າ​ຮ່ວມ​ພິທີໄວ້ອາໄລທ່ານພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ

ຕາມ​ໜັງສືພິມ ຂ່າວສານຫວຽດນາມ ​ແລ້ວ, ​ໃນ​ຕົ້ນ​ເດືອນ​ກໍລະກົດ 2025, ຢູ່​ດ່ານ​ຊາຍ​ແດນ​ສາກົນ ​ມິດຕະພາບ, ບັນຍາກາດ​ການ​ເຂົ້າ-​ອອກ​ຂອງ​ຫວຽດນາມ ​ແມ່ນ​ຄຶກຄື້ນ​ແຕ່ 7 ​ໂມງ​ຫາ 8 ​ໂມງ​ຂອງ​ທຸກໆ​ວັນ. ​ເຖິງ​ວ່າ​ການ​ສັນຈອນ​ຂອງ​ຜູ້​ໂດຍສານ​ຈະ​ສູງ​ກໍ່ຕາມ, ​ແຕ່​ບໍ່​ມີສະພາບ​ການ​ບຽດຍາດ ຫຼື ຊຸກຢັນ; ປະຊາຊົນ​ໄດ້​ລຽນແຖວ​ຢູ່​ໃນ​ເສັ້ນທາງ​ທີ່​ຖືກຕ້ອງ, ​ເປັນ​ລະບຽບຕາມ​ຄຳ​ສັ່ງ​ຂອງ​ກຳລັງ​ປ້ອງ​ກັນ​ຊາຍ​ແດນ.

ຕາມ​ສະຖານີ​ປ້ອງ​ກັນ​ຊາຍ​ແດນ​ສາກົນ ມິດຕະພາບ ​ແລ້ວ, ​ໃນ​ແຕ່​ລະ​ມື້, ມີ​ຜູ້​ໂດຍສານ​ນັບ​ພັນ​ຄົນ​ປະຕິບັດ​ລະບຽບ​ການ​ອອກ ​ແລະ​ ເຂົ້າເມືອງ. ສະຖິຕິ​ແຕ່​ຕົ້ນ​ປີ 2025 ຮອດ​ປະຈຸ​ບັນ, ໜ່ວຍ​ງານ​ໄດ້​ແຫ້ໄຂລະບຽບການ​ໃຫ້​ປະຊາຊົນ​ໄດ້ 1,24 ລ້ານ​ກວ່າ​ຄົນ, ​ເພີ່ມ​ຂຶ້ນ 16% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ໃນ​ນັ້ນ, ການ​ອອກ ​ແລະ ​ເຂົ້າ​ເມືອງ​ດ້ວຍ​ໜັງສືຜ່ານ​ແດນ​ບັນລຸ 430.000 ກວ່າ​ຄົນ (​ເພີ່ມ​ຂຶ້ນ 5,8%), ​ໃນ​ຂະນະ​ທີ່​ການ​ອອກ ​ແລະ ​ເຂົ້າເມືອງ​ໂດຍ​ເອກະສານ​ເດີນທາງ​ບັນລຸ 810.000 ກວ່າ​ຄົນ (​ເພີ່ມ​ຂຶ້ນ 22,5%). ຜູ້​ໂດຍ​ສານ​ສ່ວນ​ໃຫຍ່​ແມ່ນ​ພົນ​ລະ​ເມືອງ​ຈີນ ​ແລະ​ ຫວຽດ​ນາມ ດ້ວຍຈຸດປະສົງ​ໄປ​ຢ້ຽມ​ຢາມ​ພີ່​ນ້ອງ, ທ່ອງທ່ຽວ ແລະ ເຮັດ​ວຽກງານ.

ການຄ້າ ແລະ ການທ່ອງທ່ຽວຊາຍແດນຄຶກຄື້ນຜ່ານດ່ານຊາຍແດນສາກົນ ມິດຕະພາບ

ບັນດາ​ຜູ້​ໂດຍສານ​​ໄດ້​ລຽນແຖວປະຕິບັດ​ລະບຽບ​ການອອກ - ​ເຂົ້າ​ເມືອງ​ຢູ່​ດ່ານ​ຊາຍ​ແດນ​ສາກົນ ມິດຕະພາບ (ລ້າງເຊີນ) ຕາມ​ລະບຽບ​. ພາບ: ສຳນັກຂ່າວສານ ຫວຽດນາມ.

ພິເສດ, ແຕ່ເດືອນ ເມສາ 2025, ເສັ້ນທາງທ່ອງທ່ຽວ “ສອງມື້, ໜຶ່ງຄືນ” ລະຫວ່າງ ລ້າງເຊີນ (ຫວຽດນາມ) ແລະ ປິງຊ່ຽງ (ຈີນ) ໄດ້ເປີດຢ່າງເປັນທາງການ ດ້ວຍໃບໜັງສືເດີນທາງ, ຈັດຕັ້ງໂດຍພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຂວງ ລ້າງເຊີນ ສົມທົບກັບອຳນາດການປົກຄອງປະຊາຊົນນະຄອນ ປິງເຊີນ. ​ເສັ້ນທາງ​ທ່ອງ​ທ່ຽວ​ແຫ່ງ​ນີ້ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ມາ​ຢ້ຽມ​ຢາມ, ຊື້​ເຄື່ອງ ​ແລະ ຄົ້ນພົບ​ວັດທະນະທຳ​ເຂດ​ຊາຍ​ແດນ.

ທ່ານ ພັນຕີ ຈິ້ງວັນບາກ , ຮອງຫົວໜ້າສູນ​ປ້ອງ​ກັນ​​ດ່ານ​ຊາຍ​ແດນ​ສາ​ກົນ ມິດຕະພາບ ​ໃຫ້​ຮູ້​ວ່າ, ຂະ​ບວນ​ການ​ຄວບ​ຄຸມ​ແມ່ນ​ດຳ​ເນີນ​ໄປ​ຢ່າງ​ຄົບຊຸດ, ປິດ​ລ້ອມ, ຖືກ​ຕາມ​ລະ​ບຽບ​ການ. ຕາມ​ນັ້ນ​ແລ້ວ, ​ເມື່ອ​ຜູ້​ໂດຍສານ​ຈາກ​ພາຍ​ໃນ​ໄປ​ເຖິງ​ດ່ານ​ຊາຍ​ແດນ, ​ຢູ່ barie ​ເລກ 2, ກຳລັງປ້ອງ​ກັນ​ຊາຍແດນ​ຈະ​ກວດກາ​ເອກະສານ, ພາຫະນະ​ຂົນ​ສົ່ງ​ໃນ​ເບື້ອງ​ຕົ້ນ ​ແລະ ຊີ້​ນຳ​ຍ້າຍໄປເຂດທີ່ເຮັດລະບຽບ ການ​ອອກ ​ແລະ​ ເຂົ້າ​ເມືອງ. ພາຍຫຼັງ​ໄດ້​ປະຕິບັດ​ຕາມ​ລະບຽບ​ການ​ທີ່​ຈຳ​ເປັນ​ແລ້ວ, ຜູ້​ໂດຍສານ​ໄດ້​ເຄື່ອນ​ຍ້າຍ​ໄປ​ຍັງ​ barie ເລກ 1 (​ເຂດ​ຫຼັກ 1116) ​ເພື່ອ​ອອກ​ສູ່​ປະ​ເທດ​ຈີນ; ຢູ່​ທີ່​ນີ້, ກຳລັງປ້ອງ​ກັນ​ຊາຍແດນ​ຈະ​ກວດ​ສອບ​ເອກະສານ​ຄືນ​ໃໝ່ ​ແລະ ນີ້​ແມ່ນ​ຂະ​ບວນການ​ຄວບ​ຄຸມ​ຂັ້ນ​ສຸດ​ທ້າຍ, ຮັບປະກັນ​ບໍ່​ມີ​ຄວາມ​ຜິດພາດ.

ຕາມ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແລ້ວ, ການ​ສ້າງຕັ້ງ ເຂດອ້ອມ​ທ່ອງ​ທ່ຽວ​ຊາຍ​ແດນ​ ຫວຽດນາມ - ຈີນ” ​ໄດ້​ກາຍ​ເປັນ​ຕົວ​ຈິງ​ເທື່ອ​ລະ​ກ້າວ. ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ຮຽກຮ້ອງ​ໃຫ້​ມີ​ການ​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ​ເທົ່າ​ນັ້ນ, ຫາກ​ຍັງ​ຮຽກຮ້ອງ​ບັນດາ​ນະ​ໂຍບາຍ​ເປີດ​ປະຕູ​ທີ່​ມີ​ຄວາມ​ຄ່ອງ​ຕົວ​ຈາກ​ສອງ​ລັດຖະບານ, ​ໃນ​ນັ້ນ​ມີ: ການ​ອຳນວຍ​ຄວາມ​ສະດວກກ່ຽວກັບລະບຽບການອອກ - ​ເຂົ້າ​ເມືອງ, ການ​ປະສານ​ງານ​ກວດກາ​ຄວບ​ຄຸມ​ເຂດ​ຊາຍ​ແດນ; ພັດທະນາ​ທາງ​ລົດ​ໄຟ, ລົດ​ເມ​ທ່ອງ​ທ່ຽວ​ລະຫວ່າງ​ສອງ​ປະ​ເທດ ​ແລະ ​ໂດຍ​ສະ​ເພາະ​ແມ່ນ​ລາຍການ​ທ່ອງ​ທ່ຽວ​ຂອງ​ສອງ​ຝ່າຍ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ​ທັງ​ສອງ​ປະ​ເທດ.

ບໍ່​ພຽງ​ແຕ່ຢຸດຢູ່​ຈຳນວນ​ນັກ​ທ່ອງ​ທ່ຽວ​ເທົ່າ​ນັ້ນ, ບັນດາ​ລາຍການ​ຄື​ການ​ເດີນ​ທາງ​ຊາຍ​ແດນ​ທີ່​ສະຫງ່າ​ງາມ​ຍັງ​ແມ່ນ​ໂອກາດ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ຊາດ. ເມື່ອການທ່ອງທ່ຽວຖືກວາງໄວ້ໃນສາຍພົວພັນວັດທະນະທຳ, ປະຫວັດສາດ, ເສດຖະກິດ ແລະ ຄວາມເຊື່ອໝັ້ນໃນການເມືອງ, ບໍ່ພຽງແຕ່ເປັນຂະແໜງການບໍລິການເທົ່ານັ້ນ ຫາກຍັງແມ່ນຂົວເຊື່ອມຕໍ່ມະນຸດແບບຍືນຍົງລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງອີກດ້ວຍ.

ດ້ວຍ​ພື້ນຖານ​ປະຫວັດສາດ​ອັນ​ໃກ້​ຊິດ, ລະບົບ​ຄົມມະນາຄົມ​ຂົນ​ສົ່ງ​ທີ່​ເຊື່ອມຕໍ່ຢ່າງແໜ້ນແຟ້ນ ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ​ຊາຍ​ແດນ​ທີ່​ອຸດົມສົມບູນ, ​ແລວ​ເສດຖະກິດ​ທ່ອງ​ທ່ຽວ ຫວຽດນາມ - ຈີນ ​ໄດ້​ຮັບ​ການ​ເປີດ​ກ້ວາງ​ເທື່ອ​ລະ​ກ້າວ.

ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນແມ່ນປັດໄຈສຳຄັນຂອງການພົວພັນຫວຽດນາມ-ອາເມລິກາ ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນແມ່ນປັດໄຈສຳຄັນຂອງການພົວພັນຫວຽດນາມ-ອາເມລິກາ

ຍສໝ - ຕອນບ່າຍວັນທີ 10 ທັນວາ, ທີ່ສໍານັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຕ້ອນຮັບທ່ານ David Petraeus ໜຶ່ງໃນບັນດາຮ່ວມກໍາມະສິດກອງທຶນ Kohlberg Kravis Roberts (KKR - ອາເມລິກາ), ທັງແມ່ນປະທານສະຖາບັນທົ່ວໂລກຂອງ KKR ທີ່ພວມຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ.

ສະຫະພັນ​ມິດຕະພາບ​ແຂວງ ດົ່ງ​ນາຍ ບັນລຸ​ໄດ້​ບັນດາ​ໝາກຜົນ​ຕັ້ງໜ້າ​ໃນ​ການ​ພັດທະນາບັນດາ​ສະມາຄົມ​ມິດຕະພາບ​ສະມາຊິກ ສະຫະພັນ​ມິດຕະພາບ​ແຂວງ ດົ່ງ​ນາຍ ບັນລຸ​ໄດ້​ບັນດາ​ໝາກຜົນ​ຕັ້ງໜ້າ​ໃນ​ການ​ພັດທະນາບັນດາ​ສະມາຄົມ​ມິດຕະພາບ​ສະມາຊິກ

ຍສໝ - ສິ່ງ​ດັ່ງກ່າວ​ປະກອບສ່ວນ​ແຜ່ຂະຫຍາຍ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ ​ເວົ້າລວມ ​ແລະ ດົ່ງ​ນາຍ ​ເວົ້າ​ສະ​ເພາະ​ກັບ​ເພື່ອນ​ມິດສາ​ກົນ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດທີ່ພວມລົງທຶນ​ຢູ່ ດົ່ງ​ນາຍ.

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-21010.html

In bài biết